ຜູ້ແທນຂອງພາກປະຊາຊົນລາວ ນໍາສະເໜີບັນຫາກ່ຽວກັບ
ຄວາມຫຍຸ້ງຍາກໃນຊີວິດຂອງຜູ້ປະສົບໄພຈາກລະເບີດຕົກ
ຄ້າງຢູ່ໃນລາວຕໍ່ກອງປະຊຸມພາກປະຊາຊົນເອເຊຍກັບຢູໂຣບ
ຄັ້ງທີ 9.
ຄະນະຜູ້ແທນຂອງພາກປະຊາຊົນລາວທີ່ເຂົ້າຮ່ວມໃນກອງ
ປະຊຸມພາກປະຊາຊົນ ເອເຊຍ-ຢູໂຣບຄັ້ງທີ່ 9 ໃນວັນທີ່ 16-
19 ຕຸລາຜ່ານມານີ້ ຢູ່ນະຄອນວຽງຈັນ ໄດ້ ສົ່ງຕົວແທນທີ່ເປັນ
ຄົນພິການຜູ້ທີ່ໄດ້ຮັບເຄາະຈາກລະເບີດບໍ່ທັນແຕກ UXO ທີ່
ຕົກຄ້າງຢູ່ໃນລາວນັ້ນ ເພື່ອນໍາສະເໜີນກ່ຽວກັບບັນຫາຫຍຸ້ງຍາກ
ໃນຊີວິດການເປັນຢູ່ທີ່ ພວກຕົນໄດ້ຮັບຈາກລະເບີດດັ່ງກ່າວ
ຕໍ່ກອງປະຊຸມຄັ້ງນີ້.
ທັງນີ້ ໂດຍຂໍ້ມູນທີ່ຜູ້ແທນຂອງພາກປະຊາຊົນລາວ ໄດ້ນໍາສະເໜີ
ສູ່ການຮັບຮູ້ຂອງ ຜູ້ແທນປະຊາຊົນຈໍານວນຫຼາຍກວ່າ 800 ຄົນ
ຈາກເອເຊຍ ແລະຢູໂຣບທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ດ້ວຍນັ້ນ
ກໍຄືການທີ່ປາກົດວ່າມີປະຊາຊົນລາວຈໍານວນຫຼາຍກວ່າ 2 ໝື່ນ
ຄົນທີ່ໄດ້ຮັບເຄາະຈາກລະເບີດ UXO ຢູ່ໃນລາວນັບຕັ້ງແຕ່ປີ
2000 ເປັນຕົ້ນມາຈົນເຖິງທຸກມື້ນີ້ ຫາກແຕ່ກໍມີຄົນທີ່ໄດ້ຮັບເຄາະ
ດັ່ງກ່າວແລະຕ້ອງກາຍເປັນຄົນພິການຢ່າງສິ້ນເຊີນຈໍານວນພຽງ
ແຕ່ 158 ຄົນເທົ່ານັ້ນທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ
ລາວ ແລະຕ່າງປະເທດ ຊຶ່ງກໍເປັນຍ້ອນບັນຫາຂາດແຄນງົບປະ
ມານຂອງລັດຖະບານລາວນັ້ນເອງ.
ທາງດ້ານ ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການຄະນະກໍາມະການຄຸ້ມຄອງ
ແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ກໍໄດ້ຖະແຫຼງ
ຍອມຮັບກ່ອນໜ້ານີ້ວ່າທາງການລາວຈະບໍ່ສາມາດບັນລຸຕາມເປົ້າໝາຍສະຫັດສະວັດການພັດທະນາກ່ຽວກັບການເກັບກູ້ລະເບີດ UXO ໄດ້ຕາມແຜນການທີ່ວາງໄວ້ໃນປີ 2015 ກໍຄືການເກັບກູ້ລະເບີດ UXO ອອກຈາກເຂດທີ່ຢູ່ອາໃສ ແລະທີ່ດິນທໍາກິນຂອງປະຊາຊົນໃຫ້ໄດ້ບໍ່ໜ້ອຍກວ່າ 20,000 ເຮັກຕ້າ ໃນແຕ່ລະປີ.
ທັງນີ້ກໍເນື່ອງຈາກວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈໍາເປັນທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອດ້ານງົບປະມານໃນມູນຄ່າສະເລ່ຍບໍ່ໜ້ອຍ ກວ່າ 50 ລ້ານໂດລາຕໍ່ປີ ຫາກແຕ່ວ່າໃນໄລຍະທີຜ່ານມານີ້ ກັບປາກົດວ່າທາງ ການລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເພື່ອການເກັບກູ້ລະເບີດ UXO ຄິດເປັນມູນຄ່າສະເລ່ຍລະ ຫວ່າງ 20 - 30 ລ້ານໂດລາຕໍ່ປີເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ທາງການລາວກໍໄດ້ຕັ້ງຄວາມຫວັງໄວ້ວ່າຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນ ຫາກບໍ່ສະນັ້ນແລ້ວ ລະເບີດ UXO ກໍຍັງຄົງຕົກຄ້າງຢູ່ໃນດິນລາວຢ່າງຫຼວງຫຼາຍຕໍ່ໄປອີກຢ່າງຍາວນານ ດັ່ງທີ່ທ່ານ ພູຂຽວ ໄດ້ຖະແຫຼງຊີ້ແຈງວ່າ:
“ນັບແຕ່ພວກເຮົາໄດ້ປະຕິບັດວຽກງານເກັບກູ້ລະເບີດມາເຖິງປັດຈຸບັນນີ້ເປັນ
ທາງການນັ້ນປະມານ 16 ປີ ແລະກໍດ້ວຍການທໍາລາຍຂອງບຸກຄົນ ດ້ວຍເຫດຜົນ
ຕ່າງໆ ລະເບີດຖືກລໍາລາຍຈາກການຫາເຫຼັກເສດ ຫຼືບັນຫາຕ່າງໆ ພວກເຮົາຄິດວ່າ
ລວມໆແລ້ວປະມານ 5 ລ້ານລູກທີ່ວ່າຖືກແກ້ໄຂໄປແລ້ວ ແຕ່ວ່າລະເບີດລູກຫວ່ານ ຊື່ໆ ກະໝາຍຄວາມວ່າຍັງປະມານ 70 ກວ່າລ້ານລູກ.”
ນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້ລະເບີດແຫ່ງຊາດລາວ (Lao UXO) ສາມາດ
ເກັບກູ້ແລະທໍາລາຍ UXO ໄປຫຼາຍກວ່າ 5 ລ້ານໜ່ວຍ ໂດຍເປັນການເກັບກູ້ UXO ອອກຈາກພື້ນທີ່ກວ້າງກວ່າ 28,000 ເຮັກຕ້າ ຫຼືບໍ່ເຖິງ 1% ຂອງພື້ນທີ່ ທີ່ມີ UXO ຕົກຄ້າງຢູ່ໃນລາວເທົ່ານັ້ນ ໃນຂະນະດຽວກັນກໍມີປະ ຊາຊົນລາວ 300 ກວ່າຄົນທີ່ໄດ້ຮັບເຄາະຈາກ UXO ໃນແຕ່ລະປີ ນັບຕັ້ງແຕ່ປີ 1975 ເປັນຕົ້ນມາ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອຈາກ ຕ່າງປະເທດໃນມູນຄ່າສະເລ່ຍບໍ່ໜ້ອຍກວ່າ 50 ລ້ານໂດລາໃນແຕ່ລະປີ ແຕ່ໃນ ໄລຍະ 5 ປີທີ່ ຜ່ານມານີ້ກໍປາກົດວ່າທາງການລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງ ປະເທດບໍ່ພຽງພໍກັບຄວາມຕ້ອງການດັ່ງກ່າວແຕ່ຢ່າງໃດ.
ສ່ວນທາງການສະຫະລັດອະເມຣິການັ້ນ ກໍໄດ້ໃຫ້ການຊ່ວຍເຫຼືອໃນການເກັບກູ້ UXO ທີ່ຕົກຄ້າງຢູ່ໃນລາວໄປແລ້ວຫຼາຍກວ່າ 50 ລ້ານໂດລາ ນັບຈັ້ງແຕ່ປີ 1993 ເປັນຕົ້ນມາ ແລະ ໃນໄລຍະ 3 ປີຕໍ່ໄປນີ້ ລັດຖະສະພາສະຫະລັດກໍຍັງໄດ້ຈັດສັນງົບປະມານສໍາລັບໃຫ້ການຊ່ວຍເຫຼືອລາວເຂົ້າໃນການເກັບກູ້ລະເບີດ UXO ເປັນການສະເພາະຄິດເປັນມູນຄ່າສະເລ່ຍບໍ່
ຕໍ່າກວ່າ 9 ລ້ານໂດລາຕໍ່ປີ ກັບທັງຍັງກໍາລັງຕຽມແຜນການໃຫ້ການຊ່ວຍເຫຼືອໄລຍະຍາວ
ແກ່ລັດຖະບານລາວໃນໝໍ່ໆນີ້ ອີກດວຍ.