ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ລາວ ບໍ່ພໍໃຈ ກັບນະໂຍບາຍ ປັບຄ່າໄຟຟ້າໃໝ່ ຂອງລັດຖະບານ


ບໍລິສັດໄຟຟ້າລາວ.
ບໍລິສັດໄຟຟ້າລາວ.

ເປັນຫຍັງຕ້ອງປ່ຽນການຄິດໄລ່ຄ່າໃຊ້ໄຟຟ້າແບບໃໝ່? ນີ້ແມ່ນຄຳຖາມຂອງ ປະຊາຊົນ ລາວ ຜູ້ທີ່ຮ້ອງທຸກຈາກການຖືກປັບຄ່າໃຊ້ໄຟຟ້າທີ່ສູງຂຶ້ນ.

ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຄົ້ນຄວ້ານະໂຍບາຍ ກ່ຽວກັບ ການປັບຫຼຸດຄ່າກະແສໄຟຟ້າ ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບເລກທີ 31/ນຍ ລົງວັນທີ 2​ ເມສາ 2020 ເພື່ອຊ່ວຍເຫຼືອບັນດາປະຊາຊົນ ລາວ ຫຼຸດ ຜ່ອນຜົນກະທົບຈາກການລະບາດຂອງໄວຣັສ ໂຄວິດ-19.

ລາຄາໄຟຟ້າທີ່ຖືກກຳນົດອອກມາໃໝ່ນີ້ ແມ່ນຜູ້ໃຊ້ແຕ່ 0 ຫາ 150 kWh ຕໍ່ ເດືອນແມ່ນໃຫ້ຄິດໄລ່ 50 ເປີເຊັນຂອງລາຄາໃນແຕ່ລະປີ, ແລະ ຜູ້ທີ່ໃຊ້ໄຟຟ້າ 151 kWh ຕໍ່ເດືອນຂຶ້ນໄປ ແມ່ນຄິດໄລ່ 100 ເປີເຊັນຂອງລາຄາໃນແຕ່ລະປີ.

ປາກົດວ່າການຄິດໄລ່ແບບໃໝ່ນີ້ໄດ້ເຮັດໃຫ້ຄ່າໄຟຟ້າຂອງປະຊາຊົນ ລາວ ເພີ່ມ ຂຶ້ນສູງກວ່າເກົ່າແທນທີ່ຈະຖືກລົງ. ປົກກະຕິຄອບຄົວນຶ່ງຈະໃຊ້ໄຟຟ້າເກີນ 150 kWh ຢູ່ແລ້ວ ແລະ ຄ່າໄຟຟ້າກໍຈະບໍ່ສູງຄືການຄິດໄລ່ແບບໃໝ່ນີ້ ຄືສູງເປັນ ທົບເຄິ່ງ.

ເຊິ່ງປະຊາຊົນ ລາວ ທ່ານນຶ່ງ ໄດ້ໃຫ້ຄຳເຫັນກັບວີໂອເອພະແນກພາສາລາວວ່າ

“ຖ້າຫາກວ່າເບິ່ງຈາກການຊົມໃຊ້ທົ່ວໄປແລ້ວເນາະ ຖ້າ 150 ໜ່ວນຫັ້ນນະ ຖ້າ ໃຊ້ປົກກະຕິມັນກະເກີນຢູ່ແລ້ວ ຄົວເຮືອນທົ່ວໄປຫັ້ນນະ ຄືເຮືອນອ້າຍບໍ່ໄດ້ຫຼາຍ ຄົນໃດ ສາມຄົນນຶ່ງ, ພໍ່ແມ່ກັບອ້າຍ ກະໃຊ້ກະເກີນຢູ່ແລ້ວ. ກະຖືວ່າຖ້າໄລ່ ແບບເກົ່າກະສິດີກ່ອນ. ທີ່ເຄີຍໃຊ້ມານີ້ເນາະມັນຖືກປະມານ ສອງຮ້ອຍໜ່ວຍ, ສອງຮ້ອຍປາຍໜ່ວຍນີ້ຫຼະ. ຖ້າໄລ່ແບບເກົ່າມັນກະຍັງຕົກຖືກແສນປາຍເນາະ ອັນນີ້ຖ້າໄລ່ມາແບບໃໝ່ມັນກະສິເກືອບສອງແສນປາຍພຸ້ນໃດ. ມັນໂຕຄູນເພີ່ມຂຶ້ນ ເດະ.”

ປະຊາຊົນ ລາວ ຫັນວ່າການປັບລາຄາໃໝ່ນີ້ແມ່ນບໍ່ຍຸຕິທຳ, ຍ້ອນວ່າຜູ້ໃຊ້ໄຟ ຟ້າໃນປະເທດ ແມ່ນຜູ້ທີ່ໃຊ້ໃນລະດັບກາງ, ເຊິ່ງກາຍ 150 kWh ຂຶ້ນເມືອ. ແຕ່ວ່າການຄິໄລ່ແບບໃໝ່ນີ້ຈະດີສຳລັບຜູ້ທີ່ໃຊ້ໄຟຟ້າໜ້ອຍ ແລະ ຫຼາຍ ຍ້ອນ ວ່າມັນຈະເຮັດໃຫ້ຄ່າໄຟຟ້າຂອງເຂົາເຈົ້າຖືກລົງ, ແຕ່ຈະກະທົບໜັກຕໍ່ຜູ້ທີ່ໃຊ້ ປານກາງ.

XS
SM
MD
LG