ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານປະຊາຊົນ ລາວ ຕັດສິນ ປະຫານຊີວິດ ນັກຄ້າຢາເສບຕິດ 3 ຄົນ


ຈຳເລີຍທັງ 3 ຄົນດັ່ງກ່າວ ທີ່ປະກອບດ້ວຍນາງ ກະລຸນາ (ອາຍຸ 33 ປີ), ທ້າວ ຈັນທະວີສຸກ (ອາຍຸ 22 ປີ) ແລະ ທ້າວ ລິນຍຸລາ (ອາຍຸ 38 ປີ) ທີ່ມີພູມລຳເນົາຢູ່ໃນເຂດແຂວງສະຫວັນນະເຂດ.
ຈຳເລີຍທັງ 3 ຄົນດັ່ງກ່າວ ທີ່ປະກອບດ້ວຍນາງ ກະລຸນາ (ອາຍຸ 33 ປີ), ທ້າວ ຈັນທະວີສຸກ (ອາຍຸ 22 ປີ) ແລະ ທ້າວ ລິນຍຸລາ (ອາຍຸ 38 ປີ) ທີ່ມີພູມລຳເນົາຢູ່ໃນເຂດແຂວງສະຫວັນນະເຂດ.

ສານປະຊາຊົນລາວ ຕັດສິນປະຫານຊີວິດນັກຄ້າຢາເສບຕິດ 3 ຄົນທີ່ຮ່ວມກັນລັກລອບ
ຂົນສົ່ງ ແລະ ຂາຍຢາບ້າຫຼາຍກວ່າ 1 ແສນເມັດ ຫາກແຕ່ໃນ ລາວ ບໍ່ມີການປະຫານຊີ
ວິດນັບແຕ່ປີ 1990 ມາແລ້ວ.

ສານປະຊາຊົນ ລາວ ປະຈຳແຂວງສະຫວັນນະເຂດ ລາຍງານວ່າຄະນະຜູ້ພິພາກສາ
ສານປະຊາຊົນຂັ້ນແຂວງໄດ້ມີຄຳຕັດສິນໃຫ້ປະຫານຊີວິດຈຳເລີຍ 3 ຄົນທີ່ໄດ້ຮ່ວມກັນ
ລັກລອບຂົນສົ່ງ ແລະ ຄ້າຢາບ້າຈຳນວນ 57 ມັດທີ່ມີນໍ້າໜັກລວມຫຼາຍກວ່າ 14 ກິໂລ
ກຣາມ ຫຼື 114,000 ເມັດໂດຍຈຳເລີຍທັງ 3 ຄົນຖືກຈັບກຸມຕົວໄດ້ໃນຂະນະທີ່ຂົນສົ່ງ
ຢາບ້າດັ່ງກ່າວໄປສົ່ງມອບໃຫ້ລູກຄ້າຢູ່ໃນເຂດເມືອງ ໄກສອນ ພົມວິຫານ ໃນເດືອນ
ພະຈິກ 2015 ແລະ ຄະນະຜູ້ພິພາກສາສານປະຊາຊົນຂັ້ນແຂວງກໍໄດ້ມີຄຳຕັດສິນດັ່ງ
ກ່າວຢ່າງເປັນທາງການໃນທ້າຍເດືອນພຶດສະພາ 2018 ນີ້.

ທັງນີ້ໂດຍຈຳເລີຍທັງ 3 ຄົນດັ່ງກ່າວທີ່ປະກອບດ້ວຍນາງ ກະລຸນາ (ອາຍຸ 33 ປີ), ທ້າວ
ຈັນທະວີສຸກ (ອາຍຸ 22 ປີ) ແລະ ທ້າວ ລິນຍຸລາ (ອາຍຸ 38 ປີ) ທີ່ມີພູມລຳເນົາຢູ່ໃນເຂດ
ແຂວງສະຫວັນນະເຂດນັ້້ນ ໄດ້ໃຫ້ການຮັບສາລະພາບວ່າ ໄດ້ຮ່ວມກັນຂົນຢາບ້າດັ່ງ
ກ່າວໄປສົ່ງມອບໃຫ້ກັບລູກຄ້າລາຍນຶ່ງຢູ່ໃນເຂດເມືອງ ໄກສອນ ໂດຍຕົກລົງຊື້-ຂາຍ
ກັນໃນລາຄາລວມ 2,736,000 ບາດ ຫຼື 48,000 ບາດຕໍ່ 1 ມັດ ຫາກແຕ່ກໍມາຖືກຈັບ
ກຸມຕົວໄດ້ເສຍກ່ອນ.

ທາງດ້ານອົງການນິລະໂທດກຳສາກົນ (Amnesty International) ສຳນັກງານປະ
ຈຳປະເທດ ໄທ ລາຍງານວ່າທາງການ ລາວ ໄດ້ຢຸດເຊົາການປະຫານຊີວິດນັບແຕ່ປີ
1990 ເປັນຕົ້ນມາແລ້ວ ແຕ່ກໍມີນັກໂທດທີ່ຖືກສານປະຊາຊົນ ລາວ ຕັດສິນປະຫານຊີ
ວິດ ແລະ ລໍຖ້າການສຳເລັດໂທດຢູ່ໃນເວລານີ້ຈຳນວນຫຼາຍກວ່າ 150 ຄົນ ໂດຍນັກ
ໂທດເຫຼົ່ານີ້ລ້ວນແຕ່ໄດ້ກະທຳຄວາມຜິດ ກ່ຽວກັບ ຢາເສບຕິດທັງຍັງມີທ່າອຽງເພີ່ມຂຶ້ນ
ນັບມື້ດ້ວຍນັ້ນ ຈຶ່ງເຮັດໃຫ້ສະມາຊິກສະພາແຫ່ງຊາດ ລາວ ຈຳນວນບໍ່ໜ້ອຍໄດ້ພາກັນ
ເຄື່ອນໄຫວ ເພື່ອຈະນຳເອົາການປະຫານຊີວິດກັບຄືນມາປະຕິບັດອີກເທື່ອໃໝ່ໃນມໍ່ໆ
ນີ້.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກວດກາຢາເສບຕິດ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກວດກາຢາເສບຕິດ.

ສ່ວນທ່ານ ໄຊສີ ສັນຕິວົງ ລັດຖະມົນຕີວ່າການກະຊວງຍຸຕິທຳ ຍອມຮັບວ່ານັກໂທດ
ທີ່ຖືກຕັດສິນໃຫ້ຂັງຄຸກໃນ ລາວ ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ
ນັກໂທດທີ່ໄດ້ກະທຳຄວາມຜິດ ກ່ຽວກັບ ການລັກລອບຂົນສົ່ງ ແລະ ຄ້າຢາເສບຕິດນັ້ນ
ນັບເປັນກຸ່ມນັກໂທດທີ່ເພີ່ມຂຶ້ນຫຼາຍທີ່ສຸດໃນໄລຍະ 5 ປີມານີ້ ໂດຍສານປະຊາຊົນ
ລາວ ໃນທົ່ວປະເທດໄດ້ຮັບການຟ້ອງຮ້ອງເຖິງ 29,780 ຄະດີ ໃນນີ້ກໍໄດ້ພິຈາລະນາ
ຕັດສິນຄະດີໄປແລ້ວ 28,475 ຄະດີ.

ຍິ່ງໄປກວ່ານັ້ນ ອີກບັນຫານຶ່ງທີ່ເຮັດໃຫ້ການປາບປາມນັກຄ້າຢາກເສບຕິດໃນ ລາວ ບໍ່
ສາມາດທີ່ຈະເຮັດໃຫ້ຫຼຸດໜ້ອຍຖອຍລົງໄດ້ເລີຍ ຫາກແຕ່ຍັງມີການລັກລອບຄ້າຂາຍ
ກັນຢ່າງກວ້າງຂວາງໃນເວລານີ້ກໍຍ້ອນວ່າ ບັນດາຜູ້ຕ້ອງຫາໃນຄະດີຢາເສບຕິດນັ້ນບໍ່
ຍອມໃຫ້ຂໍ້ມູນທີ່ຊັກທອດໄປເຖິງສະມາຊິກຄົນອື່ນທີ່ຢູ່ໃນກຸ່ມແກັງດຽວກັນ ແລະ ກຸ່ມ
ແກັງອື່ນໆນັ້ນ ຈຶ່ງເປັນການຍາກທີ່ຈະຕິດຕາມຈັບກຸມຕົວໄດ້ເພີ່ມຂຶ້ນອີກ ດັ່ງທີ່ເຈົ້າໜ້າ
ທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດຂອງລາວໃຫ້ການຢືນຢັນວ່າ.

"ເລື່ອງຊອກຜູ້ຊັກທອດໜາ ຢາກຮູ້ບ່ອນກົກ ມັນເອົາມາ ແລະ ບ່ອນປາຍມັນສິໄປໄສ
ມັນບໍ່ບອກເດັດຂາດ ມັນເວົ້າແຕ່ເອົາມາແຕ່ທາງເໜືອ ແລະ ຈະເອົາໄປທາງໃຕ້ ມີແຕ່
ເທົ່ານັ້ນຄຳຕອບຂອງມັນ ສະນັ້ນກໍສະແດງວ່າເຂົາມີຄຳໝັ້ນສັນຍານຳກັນ ຈັບແຕ່ເຈົ້າ
ເຈົ້າບໍ່ບອກເລື່ອງເຮົາ ເຈົ້າບໍ່ຊັດທອດ ມີແນວນັ້ນໃນຕົວຈິງກະເປັນແນວນີ້ ຍາກທີ່ສຸດ."

ທາງດ້ານຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດ ໄທ ໄດ້
ລາຍງານວ່າການຮ່ວມມືລະຫວ່າງທາງການ ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ
ຫວຽດນາມ ພາຍໃຕ້ປະຕິບັດການແມ່ນໍ້າຂອງປອດໄພຈາກບັນຫາຢາເສບຕິດ ທີ່ໄດ້
ຈັດຕັ້ງປະຕິບັດຮ່ວມກັນໃນຊ່ວງປີ 2013-2017 ຜ່ານມາສາມາດປາບປາມການຄ້າ
ຢາເສບຕິດໄດ້ 125,274 ກໍລະນີ ຈັບຜູ້ຕ້ອງຫາໄດ້ 160,000 ກວ່າຄົນ, ຍຶດຢາບ້າໄດ້
363 ລ້ານກວ່າເມັດ, ສາເຄມີ 270 ໂຕນ, ຢາໄອຊ໌ກວ່າ 13 ໂຕນ, ເຮໂຣອິນ 7,553
ກິໂລກຣາມ, ຝິ່ນດິບກວ່າ 14 ໂຕນ, ກັນຊາແຫ້ງ 20 ໂຕນ, ອາວຸດສົງຄາມ ແລະ ອຸປະ
ກອນສື່ສານກວ່າ 1 ໝື່ນລາຍການ.

XS
SM
MD
LG