ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ສປປ ລາວ ເຊັນສັນຍາ ຮ່ວມມື ໃນໂຄງການ ສອນພາສາອັງກິດ ນໍາກັນ


ພາບຈາກສະຖານທູດສະຫະລັດປະຈໍາລາວ ສະແດງໃຫ້ເຫັນວ່າ ທ່ານນາງ ຣີນາ ບິດເຕີ, (ຊ້າຍ) ເອກອັກຄະລັດຖະທູດ ສະຫະລັດປະຈໍາ ສປປ ລາວ ແລະທ່ານນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ເຊັນສັນຍາຮ່ວມມືກ່ຽວກັບໂຄງການຄູສອນພາສາອັງກິດ ໃນວັນທີ 11 ມັງກອນ 2018 ທີ່ນະຄອນຫລງວຽງຈັນ
ພາບຈາກສະຖານທູດສະຫະລັດປະຈໍາລາວ ສະແດງໃຫ້ເຫັນວ່າ ທ່ານນາງ ຣີນາ ບິດເຕີ, (ຊ້າຍ) ເອກອັກຄະລັດຖະທູດ ສະຫະລັດປະຈໍາ ສປປ ລາວ ແລະທ່ານນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ເຊັນສັນຍາຮ່ວມມືກ່ຽວກັບໂຄງການຄູສອນພາສາອັງກິດ ໃນວັນທີ 11 ມັງກອນ 2018 ທີ່ນະຄອນຫລງວຽງຈັນ

ທ່ານນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ສະຫະລັດປະຈໍາ ສປປ ລາວ ແລະ
ທ່ານນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ
ໄດ້ຮ່ວມ ລົງນາມເຊັນສັນຍາຮ່ວມມືກ່ຽວກັບໂຄງການຄູສອນພາສາອັງກິດເປັນໄລຍະ
ເວລາຫ້າປີ. ສັນ ຍາຮ່ວມມືສະບັບນີ້ ແມ່ນເຊັນກັນທີ່ນະຄອນຫຼວງວຽງຈັນ ແລະສັນຍາ
ດັ່ງກ່າວນີ້ຈະຊ່ວຍສົ່ງ ເສີມຄວາມພະຍາຍາມຂອງລັດຖະບານສະຫະລັດ ໃນການເສີມ
ສ້າງ ການຮຽນການສອນພາ ສາອັງກິດໃຫ້ມີປະສິດທິພາບສູງຂຶ້ນແລະນໍາເອົາຄວາມ
ເຂົ້າໃຈທາງດ້ານວັດທະນະທຳມາໃຫ້ແກ່ນັກສຶກສາໃນ ສປປ ລາວ ເພີ້ມຂຶ້ນ.

ທ່ານເອກອັກຄະລັດຖະທູດ ບິດເຕີ ກ່າວວ່າ “ທັກສະພາສາອັງກິດ ແມ່ນມີຄວາມສຳ
ຄັນເປັນຢ່າງຍິ່ງສຳລັບນັກສຶກສາ, ຄູອາຈານ, ບັນດານັກທຸລະກິດ, ແລະເຈົ້າຫນ້າ
ທີ່ຂອງລັດ ເພື່ອຊອກຫາໂອກາດໃຫມ່ໆ ໃນການຮ່ວມມືກັບຜູ້ຄົນຈາກສະຫະລັດ ລວມທັງຜູ້ຄົນຈາກປະເທດ ອື່ນໆໃນຂົງເຂດເອເຊຍ ແລະໃນທົ່ວໂລກ.”


ທ່ານເອກອັກຄະລັດຖະທູດຍັງໄດ້ກ່າວຕື່ມອີກວ່າໂຄງການດັ່ງກ່າວນີ້ຍັງໄດ້ສະແດງ
ໃຫ້ເຫັນເຖິງການດໍາເນີນຄວາມພະຍາຍາມຮ່ວມກັນລະຫວ່າງ ລັດຖະບານສະຫະ
ລັດ ແລະ ລັດຖະບານ ສປປ ລາວ ໃນຂະນະທີ່ພວກເຮົາໃຫ້ ການສະໜັບສະໜູນ ຕໍ່ຄວາມພະຍາຍາມຂອງພວກເຮົາ ໃຫ້ບັນລຸເປົ້າໝາຍໃນການພັດທະນາ.

ໃນປີ 2018, ສະຖານທູດສະຫະລັດ ມີແຜນທີ່ຈະສືບຕໍ່ໃຫ້ການສະຫນັບສະຫນູນ ແກ່
ຜູ້ຊ່ວຍຄູສອນພາສາອັງກິດ (ETAs) ພາຍໃຕ້ທຶນຟູລໄບຣ໌ (Fulbright) 10 ທ່ານ ແລະຜູ້ຊ່ຽວຊານທາງດ້ານພາສາອັງກິດ (ELFs) ຂອງກະຊວງການຕ່າງປະເທດ
ສະຫະລັດຈໍານວນ 2 ທ່ານ ເພື່ອມາເຮັດວຽກຮ່ວມກັບຄູ່ຮ່ວມງານຂອງພວກເຂົາເຈົ້າ ຢູ່ໃນກະຊວງສຶກສາທິການ ແລະກິລາ, ວິທະຍາໄລຝຶກອົບຮົມຄູ, ມະຫາວິທະຍາໄລ
ແຫ່ງຊາດ, ໂຮງຮຽນມັດທະຍົມຕອນປາຍຕ່າງໆ, ແລະສະຖາບັນການສຶກສາອື່ນໆ ຢູ່
ໃນປະເທດ. ຜູ້ຊ່ວຍຄູສອນພາສາອັງກິດຊາວອາເມຣິກັນໄດ້ຖືກມອບໝາຍໃຫ້ຮ່ວມສອນ
ພາສາອັງກິດຢູ່ສະຖາບັນການສຶກສາຕ່າງໆ ໃນສປປ ລາວ ແລະ ສູນອາເມລິກາທາດດຳ ໃນນະຄອນຫລວງວຽງຈັນ, ສ່ວນຜູ້ຊ່ຽວຊານທາງດ້ານພາສາອັງກິດ ຕົ້ນຕໍແລ້ວແມ່ນຈະ
ເຮັດວຽກຮ່ວມກັບກະຊວງສຶກສາທິການ ແລະກິລາ ແລະກັບຄູ່ຮ່ວມງານອື່ນໆ ເພື່ອທົບ
ທວນຄືນຫຼັກສູດການສອນ, ໃຫ້ຄຳແນະນຳ ແລະພັດທະນາຄູເພື່ອຍົກລະດັບຄວາມສາ
ມາດດ້ານການສິດສອນພາສາອັງກິດ ແລະຄວາມເຂົ້າໃຈກັນລະຫວ່າງຄູສອນພາສາອັງ
ກິດ ແລະນັກສຶກສາທີ່ຈະເປັນຄູສອນພາສາອັງກິດໃນອະນາຄົດ.

ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ, ໂດຍເປັນສ່ວນນຶ່ງຂອງໂຄງການນີ້, ລັດຖະບານສະຫະ
ລັດ ໄດ້ມອບໝາຍໃຫ້ຜູ້ຊ່ວຍຄູສອນພາສາອັງກິດ (ETAs) ປະມານ 50 ທ່ານ ໄປຊ່ວຍ
ໃນການສິດສອນພາສາອັງກິດຢູ່ໃນໂຮງຮຽນຕ່າງໆໃນລາວ ເຊິ່ງເລີ່ມຈາກມະຫາວິທະຍາ
ໄລແຫ່ງຊາດ ແລະຄ່ອຍໆຂະຫຍາຍອອກໄປຫາສະຖາບັນການສຶກສາຫົກແຫ່ງ ຢູ່ໃນ
ນະຄອນຫຼວງວຽງຈັນ ແລະແຂວງອື່ນໆ. ຈຳນວນຂອງຜູ້ຊ່ຽວຊານທາງດ້ານພາສາອັງ
ກິດ (ELFs) ກໍເພີ້ມຂຶ້ນເລື້ອຍໆ, ຊຶ່ງຫຼັກໆແລ້ວກໍແມ່ນໃຫ້ຄຳແນະນຳໃນການພັດທະນາ
ຫຼັກສູດການຮຽນການສອນ, ການຝຶກອົບຮົມຄູອາຈານໃຫ້ແກ່ກະຊວງສຶກສາ ແລະກິລາ ແລະອົງການທີ່ກ່ຽວຂ້ອງໃນສປປ ລາວ.

ສັນຍາສະບັບນີ້ຈະຊ່ວຍຢັ້ງຢືນເຖິງຄວາມໝັ້ນຄົງຂອງຄະນະບໍລິຫານງານສະຫະລັດຕໍ່
ໂຄງການຜູ້ຊ່ວຍຄູສອນພາສາອັງກິດໃຫ້ແກ່ບັນດາສະຖາບັນການສຶກສາຕ່າງໆໃນສປປ
ລາວ ແລະທັງເປັນການສ້າງຜົນປະໂຫຍດ ໃຫ້ແກ່ຜູ້ເຂົ້າຮ່ວມໂຄງການນີ້ດ້ວຍ.

U.S. Ambassador and Minister of Education and Sports Sign
Letter of Agreement on English Teaching Assistance

VIENTIANE, Lao PDR – U.S. Ambassador Rena Bitter and Minister Sengdeuane Lachanthaboun signed a five-year Letter of Agreement on U.S. Government assistance for English teaching in Laos. This agreement between the U.S. Embassy and Lao Ministry of Education and Sports will help strengthen English language instruction and offer cultural insights for students in Laos.

In 2018, the U.S. Embassy plans to continue sponsoring ten Fulbright English Teaching Assistants (ETAs) and two State Department English Language Fellows (ELFs) to jointly work with Lao counterparts at Ministry of Education and Sports, Teacher Training Colleges, National University of Laos, High Schools, and other learning institutions within the country. The American ETAs are assigned to jointly teach English at Lao learning institutions and the American Center in Vientiane, while the ELFs primarily work with the Ministry of Education and other Lao partners on curriculum review, advising and development to enhance the capacity of English teaching and mutual understanding among in-service and pre-service teachers.

“English language skills are important for Lao students, teachers, business people, and government officials to uncover new opportunities for cooperation with people from the United States, as well as people from other countries in Asia and throughout the world,” said Ambassador Bitter. “This program represents a joint effort between the United States and the Government of Lao PDR as we support the country’s efforts to meet its development goals.”

Since 2011, the U.S. government has assigned a total of approximately fifty ETAs to teach English in Lao schools as part of this program, starting at National University and gradually expanding to a half dozen educational institutions in Vientiane Capital and other provinces. The number of ELFs has also grown over time, and primarily offers curriculum development advice and teacher training for the Ministry of Education and Sports, and related organizations in Laos.

This agreement will help ensure steady and predictable administration of U.S. English teaching assistance for Lao educational institutions, which will deepen the impact of the exchange experiences for Lao participants.

XS
SM
MD
LG