ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າເມືອງທ່າໂທມ ຢືນຢັນວ່າ ປະຊາຊົນ ໃນ 8 ບ້ານ ໄດ້ຮັບຜົນກະທົບ ຈາກເຂື່ອນແຕກ


ເຂື່ອນໄຟຟ້ານ້ຳອ້າວ ທີ່ກຳລັງກໍ່ສ້າງຢູ່ນັ້ນ ໄດ້ແຕກ ສົ່ງຜົນໃຫ້ເກີດນ້ຳຖ້ວມ ກະທັນຫັນ ໃນເມືອງທ່າໂທມ ແຂວງໄຊສົມບູນ.
ເຂື່ອນໄຟຟ້ານ້ຳອ້າວ ທີ່ກຳລັງກໍ່ສ້າງຢູ່ນັ້ນ ໄດ້ແຕກ ສົ່ງຜົນໃຫ້ເກີດນ້ຳຖ້ວມ ກະທັນຫັນ ໃນເມືອງທ່າໂທມ ແຂວງໄຊສົມບູນ.

ເຈົ້າເມືອງທ່າໂທມ ຢືນຢັນວ່າ ມີີປະຊາຊົນລາວໃນ 8 ບ້ານ ທີ່ໄດ້ຮັບຜົນກະທົບຈາກ
ເຂື່ອນນ້ຳອ້າວແຕກ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ໂດຍຜູ້ລົງທຶນຈະຮັບຜິດ
ຊອບຄ່າເສຍຫາຍ ທີ່ເກີດຂຶ້ນທັງໝົດ.

ທ່ານສົມບູນ ສອນລິດທິເດດ ເຈົ້າເມືອງທ່າໂທມ ໃຫ້ການຢືນຢັນວ່າ ສະພາບການ
ໄດ້ກັບຄືນສູ່ສະພາວປົກກະຕິແລ້ວ ສຳລັບ 8 ບ້ານໃນເຂດເມືອງທ່າໂທມ ແຂວງ
ໄຊສົມບູນ ທີ່ໄດ້ຮັບຜົນກະທົບຈາກເຫດການເຂື່ອນນ້ຳອ້າວແຕກ ເມື່ອວັນທີ 11
ກັນຍາ 2017 ທີ່ຜ່ານມາ ຊຶ່ງໃນນີ້ ກໍມີພຽງ 1 ບ້ານເທົ່ານັ້ນ ທີ່ໄດ້ຮັບຜົນກະທົບ
ຢ່າງໜັກ ສ່ວນອີກ 7 ບ້ານ ກໍໄດ້ຮັບຜົນກະທົບພຽງເລັກນ້ອຍເທົ່ານັ້ນ ທັງກໍຍັງບໍ່ມີ
ຜູ້ທີ່ໄດ້ຮັບບາດເຈັບ ຫຼື ເສຍຊີວິດອີກດ້ວຍ ເນື່ອງຈາກເຂື່ອນນ້ຳອ້າວ ເປັນເຂື່ອນ
ຂະໜາດນ້ອຍ ທີ່ຍັງກໍ່ສ້າງບໍ່ທັນແລ້ວ ຈຶ່ງບໍ່ໄດ້ເກັບກັກນ້ຳໄວ້ເຕັມເຂື່ອນແຕ່ຢ່າງໃດ
ດັ່ງທີ່ ທ່ານສົມບູນ ໄດ້ໃຫ້ການຢືນຢັນວ່າ:

“ເຂື່ອນນີ້ ກຳລັງກໍ່ສ້າງ ທີ່ຈິງແລ້ວ ມັນບໍ່ທັນໄດ້ອັດນ້ຳເທື່ອ ແຕ່ວ່າປະລິມານນ້ຳ
ມັນກໍປະມານ 5 ແສນກວ່າແມັດກ້ອນ ທີ່ມັນແຕກອອກມາ ແລະມັນທະຫລຸເອົາຕົມ
ເອົາອີ່ຫຍັງຫັ້ນຫລະ ມາຖົມໃສ່ນາຂອງປະຊາຊົນ ແລະເສຍຫາຍ ກະມີແຕ່ບ້ານດຽວ
ທີ່ຜົນເສຍຫາຍໜັກ ແຕ່ບ້ານອື່ນນີ້ ບໍ່ມີຜົນເສຍຫາຍຫຼາຍ ເລື່ອງເຮືອນເລື່ອງຊານ
ບໍ່ເປັນຫຍັງ ເພາະປະລິມານນ້ຳ ກະບໍ່ຫຼາຍເທົ່າໃດ ມີແຕ່ບ້ານດຽວ ແຕ່ເຮືອນເຂົາ
ເຈົ້າຫັ້ນ ບໍ່ເປັນຫຍັງ ເຮືອນປະຊາຊົນຫັ້ນ ມີແຕ່ເຮືອນນ້ອຍໆ ທີ່ເປັນຕູບເປັນຫຍັງ
ຢູ່ແຄມນ້ຳ ແຄມນາຂອງເຈົ້າຫັ້ນ.”

ເຂື່ອນໄຟຟ້ານ້ຳອ້າວ ແຕກ ສົ່ງຜົນໃຫ້ນ້ຳທີ່ກັກໄວ້ ຢູ່ເຂື່ອນໄຫລລົງມາຖ້ວມບ້ານຕ່າງໆ ໃນເຂດເມືອງທ່າໂທມ ແຂວງໄຊສົມບູນ
ເຂື່ອນໄຟຟ້ານ້ຳອ້າວ ແຕກ ສົ່ງຜົນໃຫ້ນ້ຳທີ່ກັກໄວ້ ຢູ່ເຂື່ອນໄຫລລົງມາຖ້ວມບ້ານຕ່າງໆ ໃນເຂດເມືອງທ່າໂທມ ແຂວງໄຊສົມບູນ

ເຂື່ອນນ້ຳອ້າວ ເປັນເຂື່ອນດິນທີ່ມີຂະໜາດກວ້າງ 20 ແມັດ ຍາວ 200 ແມັດ ສູງ 20
ແມັດ ມີກຳລັງຕິດຕັ້ງ 15 ເມກາວັດ ທີ່ລົງທຶນກໍ່ສ້າງໂດຍ ບໍລິສັດບໍ່ທອງອິນເຕີກຣຸບ
ຈຳກັດ ຂອງເອກກະຊົນລາວ ຊຶ່ງໄດ້ຮັບສິດສຳປະທານ ໃນການເກັບເອົາຜົນປະໂຫຍດ
ຈາກການຂາຍກະແສໄຟຟ້າເປັນເວລາ ເຖິງ 70 ປີ ໂດຍໄດ້ເລີ່ມການກໍ່ສ້າງນັບແຕ່ປີ
2015 ເປັນຕົ້ນມາ ໂດຍການກໍ່ສ້າງ ໄດ້ຄືບໜ້າແລ້ວ 85 ເປີເຊັນ ແລະຄາດວ່າ ຈະແລ້ວ
ສຳເລັດສົມບູນ ໃນທ້າຍປີ 2017 ນີ້ ຫາກແຕ່ກໍເປັນໄປບໍ່ໄດ້ແລ້ວ ແລະ ຜົນເສຍຫາຍ
ທັງໝົດນັ້ນ ກໍຈະຕ້ອງເປັນຄວາມຮັບຜິດຊອບຂອງບໍລິສັດບໍ່ທອງ ອິນເຕີກຣຸບ ຈຳກັດ
ອີກດ້ວຍ.

ທາງດ້ານ ທ່ານນາງຢູກະ ຄິກູຊິ ຜູ້ອຳນວຍການ Mekong Watch ແຫ່ງປະເທດຍີ່ປຸ່ນ
ທີ່ເປັນອົງການອະນຸລັກສິ່ງແວດລ້ອມທຳມະຊາດ ໃນລຸ່ມແມ່ນ້ຳຂອງ ກໍໄດ້ສະເໜີວ່າ
ລັດຖະບານລາວ ຄວນທີ່ຈະມີການທົບທວນແຜນການພັດທະນາພະລັງງານ ຈາກ
ການສົ່ງເສີມການລົງທຶນ ເພື່ອກໍ່ສ້າງເຂື່ອນໄຟຟ້າ ທັງໃນລາວ ແລະເທິງແນວແມ່ນ້ຳ
ຂອງນັ້ນ ໂດຍຫັນປ່ຽນມາເປັນການພັດທະນາ ແລະສົ່ງເສີມແຫລ່ງຜະລິດພະລັງງານ
ທາງເລືອກ ກໍຄືພະລັງງານຈາກລົມ ແສງອາທິດ ແລະຊີວະມວນ ທີ່ເປັນມິດຕໍ່ ສິ່ງແວດ
ລ້ອມທຳມະຊາດເປັນຫລັກ.

ທັງນີ້ ທ່ານນາງຢູກະ ຄິກູຊິ ໄດ້ໃຫ້ເຫດຜົນວ່າ ການກໍ່ສ້າງເຂື່ອນໄຟຟ້າ ໃນໄລຍະ
ຜ່ານມາ ໂດຍສະເພາະ ແມ່ນການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ທັງໃນ
ລາວ ແລະຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະປະຊາຊົນ ທີ່ຢູ່ໃນ ເຂດຕອນລຸ່ມຂອງແມ່ນ້ຳຂອງ ຢ່າງກວ້າງຂວາງ ໃນປັດຈຸບັນນີ້ ຊຶ່ງຈະເຫັນໄດ້ຈາກ
ຜົນກະທົບ ຕໍ່ສັດນ້ຳທີ່ຫລຸດຈຳນວນລົງ ໂດຍສະເພາະແມ່ນປາບຶກ ແລະປາຂ່ານັ້ນ.

ຫາກແຕ່ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ
ບໍ່ແຮ່ ກໍຖະແຫລງຢືນຢັນວ່າ ລາວ ຈະມີແຫລ່ງຜະລິດພະລັງງານໄຟຟ້າໄດ້ເຖິງ 100
ໂຄງການ ມີກຳລັງຕິດຕັ້ງລວມເຖິງ 13,000 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າ
ໄດ້ເຖິງ 67,000 ລ້ານກິໂລວັດ/ໂມງ ພາຍໃນປີ 2021 ໂດຍໃນນີ້ ແບ່ງເປັນແຫລ່ງ
ຜະລິດພະລັງງານໄຟຟ້າ ທີ່ມີຢູ່ແລ້ວ 46 ໂຄງການ ແລະກຳລັງກໍ່ສ້າງ 54 ໂຄງການ
ທີ່ສ່ວນໃຫຍ່ ມີກຳນົດການກໍ່ສ້າງແລ້ວສຳເລັດໃນປີ 2020-2021 ດັ່ງກ່າວ.

ທັງນີ້ ໂດຍທາງການລາວ ທັງຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ລົງນາມໃນບັນທຶກຄວາມ
ເຂົ້າໃຈ (MOU) ຮ່ວມກັບບໍລິສັດເອກກະຊົນລາວ ແລະຕ່າງປະເທດກ່ຽວກັບ ການ
ພັດທະນາແຫລ່ງພະລັງງານໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງລວມ 26,147
ເມກາວັດ ທີ່ຜະລິດກະແສໄຟຟ້າໄດ້ລວມກັນເຖິງ 115,118 ລ້ານກິໂລວັດ/ໂມງ
ພາຍໃຕ້ເປົ້າໝາຍ ເພື່ອພັດທະນາລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າ
ລາຍໃຫຍ່ ໃນກຸ່ມອາຊຽນ ກໍຄືການເປັນໝໍ້ໄຟຂອງອາຊຽນ (Battery of ASEAN)
ໃຫ້ໄດ້ຢ່າງແທ້ຈິງ ນັ້ນເອງ.

ກ່ອນໜ້ານີ້ ລັດຖະມົນຕີ ພະລັງງານຂອງລາວ ໄທ ມາເລເຊຍ ແລະສິງກະໂປ ມີກຳນົດ
ຈະລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການເຊື່ອມຕໍ່ສາຍສົ່ງກະແສ
ໄຟຟ້າ ລະຫວ່າງກັນ ໃນປີ 2016 ແຕ່ເນື່ອງຈາກລັດຖະບານມາເລເຊຍ ຕ້ອງການ
ສຶກສາ-ສຳຫຼວດ ກ່ຽວກັບຜົນກະທົບຈາກການເຊື່ອມຕໍ່ ລະບົບສາຍສົ່ງກະແສໄຟຟ້າ
ລະຫວ່າງມາເລເຊຍ ກັບ ສິງກະໂປ ກ່ອນ ຈຶ່ງເຮັດໃຫ້ທັງ 4 ປະເທດ ຍັງຄົງບໍ່ສາມາດ
ລົງນາມຮ່ວມກັນໄດ້ ຈົນເຖິງຂະນະນີ້.

XS
SM
MD
LG