ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພັດທະນາ ເພື່ອຍົກລະດັບ ຝີມືແຮງງານ ໃນລາວ ຍັງມີລະດັບ ປະສິດທິພາບ ຕ່ຳຫຼາຍ


ງານຈັດຫາວຽກເຮັດງານທຳ ສຳລັບ ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລ ຢູ່ທີ່ນະຄອນວຽງຈັນ.
ງານຈັດຫາວຽກເຮັດງານທຳ ສຳລັບ ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລ ຢູ່ທີ່ນະຄອນວຽງຈັນ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍອມຮັບວ່າ ການພັດທະນາເພື່ອຍົກລະດັບຝີມືແຮງງານ
ໃນລາວ ຍັງມີລະດັບປະສິດທິພາບຕ່ຳຫຼາຍ ເມື່ອທຽບກັບມາດຕະຖານຝີມືແຮງງານ
ໃນອາຊ່ຽນ ແລະ ຕ່າງປະເທດ.

ທ່ານນາງວີລະກອນ ພັນທະວົງ ຮອງເລຂາທິການສູນກາງຊາວໜຸ່ມປະຕິວັດລາວ
ຍອມຮັບວ່າ ການພັດທະນາເພື່ອຍົກລະດັບຄຸນນະພາບຝີມືແຮງງານ ອັນເປັນວຽກ
ງານນຶ່ງ ທີ່ສຳຄັນຂອງສູນກາງຊາວໜຸ່ມປະຕິວັດລາວ ໃນປັດຈຸບັນນີ້ ຍັງມີລະດັບ
ປະສິດທິພາບຕ່ຳຫຼາຍ ທັງໃນດ້ານການປະສານງານ ແລະ ການຈັດຕັ້ງປະຕິບັດ
ຕົວຈິງ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ແຜນການພັດທະນາ ຊັບພະຍາກອນມະນຸດ ຂອງ
ລັດຖະບານລາວຢ່າງຫລີກລ່ຽງບໍ່ໄດ້ ດັ່ງທີ່ ທ່ານນາງວີລະກອນ ໄດ້ໃຫ້ການຢືນຢັນວ່າ:

“ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຂອງພວກເຮົາ ມີຈຸດອ່ອນຂໍ້ຄົງຄ້າງ
ຈຳນວນນຶ່ງ ເປັນຕົ້ນ ກົນໄກປະສານງານຂອງຄະນະບໍລິຫານງານຊາວໜຸ່ມ
ແຕ່ລະຂັ້ນໃນການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບຄວາມຕ້ອງການ
ດ້ານວິຊາຊີບຂອງຕະຫຼາດແຮງງານ ການກໍ່ສ້າງຝີມືແຮງງານໃນດ້ານນັ້ນ ໃຫ້
ຕອບສະໜອງກັບຄວາມຕ້ອງການ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ຄວາມສາມາດ
ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ໃນການບໍລິຫານສູນພັດທະນາ ວິຊາຊີບ
ໃຫ້ມີປະສິດທິຜົນ ສົມຄູ່ກັບການລົງທຶນຂອງລັດຍັງເຮັດບໍ່ທັນໄດ້ດີ.”

ບັນດານັກສຶກສາ ຈາກໂຮງຮຽນວິຊາຊີບ ກຳລັງຮັບໃບປະກາດ ການຮຽນຈົບຫລັກສູດ ວິຊາຊີບ
ບັນດານັກສຶກສາ ຈາກໂຮງຮຽນວິຊາຊີບ ກຳລັງຮັບໃບປະກາດ ການຮຽນຈົບຫລັກສູດ ວິຊາຊີບ

ທັງນີ້ ໂດຍຕາມແຜນການພັດທະນາດ້ານແຮງງານ ໃນຊ່ວງປີ 2016-2020 ນັ້ນ
ລັດຖະບານລາວ ໃຫ້ຄວາມສຳຄັນເປັນພິເສດ ໃນການພັດທະນາຫລັກສູດ ເພື່ອສ້າງ
ແຮງງານທີ່ມີຝີມື ໃຫ້ໄດ້ຫຼາຍກວ່າ 658,000 ຄົນ ສຳລັບຕອບສະໜອງ ໃຫ້ແກ່ບັນດາ
ບໍລິສັດຕ່າງຊາດ ທີ່ລົງທຶນໃນລາວໃຫ້ໄດ້ຢ່າງພຽງພໍ ແລະ ສ້າງມາດຕະຖານຝີມືແຮງ
ງານໃໝ່ໃຫ້ໄດ້ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະ ອອກໃບຢັ້ງຢືນ
ມາດຕະຖານຝີມືແຮງງານ 27 ສາຂາອາຊີບໃຫ້ກັບແຮງງານລາວ 12,500 ຄົນ ເພື່ອ
ໃຫ້ສາມາດໄປທຳງານໄດ້ໃນທຸກປະເທດ ສະມາຊິກໃນກຸ່ມອາຊ່ຽນດ້ວຍກັນ.

ທາງດ້ານ ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ຢືນຢັນວ່າ ການພັດທະນາລະບົບປະກັນສັງຄົມ ເພື່ອໃຫ້ການ
ຄຸ້ມຄອງໃນດ້ານສະຫວັດດີການສຳລັບກຳລັງແຮງງານທຸກຄົນໃນລາວ ຢ່າງໄດ້ມາດ
ຕະຖານສາກົນ ຖືເປັນພັນທະກິດສຳຄັນ ທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຢ່າງເປັນຮູບ
ປະທຳ ແລະ ໄດ້ມາດຕະຖານດຽວກັນທັງແຮງງານລາວ ແລະ ຊາວຕ່າງຊາດ ທີ່ທຳງານ
ຢູ່ໃນລາວ ຢ່າງຖືກຕ້ອງຕາມລະບຽບກົດໝາຍ.

ພ້ອມກັນນີ້ ທາງການລາວຍັງຈະຕ້ອງປະສານງານ ກັບທຸກພາກສ່ວນ ທັງໃນ ແລະ
ຕ່າງປະເທດ ເພື່ອປົກປ້ອງສິດຜົນປະໂຫຍດຂອງແຮງງານລາວ ໃນຕ່າງປະເທດ ແລະ
ໃຫ້ການຄຸ້ມຄອງສິດຜົນປະໂຫຍດຂອງຊາວຕ່າງຊາດ ທີ່ທຳງານໃນລາວ ຢ່າງຄົບຖ້ວນ
ຕາມກົດໝາຍ ອີກດ້ວຍ.

ນັກສຶກສາມະຫາວິທະຍາໄລ ກຳລັງຮັບ ໃບປະລິນຍາ ຈົບການສຶກສາ
ນັກສຶກສາມະຫາວິທະຍາໄລ ກຳລັງຮັບ ໃບປະລິນຍາ ຈົບການສຶກສາ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເລີ່ມການຈັດຕັ້ງປະຕິບັດ ຄຳສັ່ງ
ນາຍົກລັດຖະມົນຕີ ເລກທີ 62/ນຍ ກ່ຽວກັບການຂຶ້ນທະບຽນແຮງງານຊາວຕ່າງຊາດ
ໃນລາວ ຊຶ່ງເປັນການຈັດຕັ້ງປະຕິບັດຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໃນຊ່ວງ
ເດືອນທັນວາ 2015 ເຖິງເດືອນກັນຍາ 2016 ໂດຍສາມາດຂຶ້ນທະບຽນແຮງງານຕ່າງ
ຊາດ ໄດ້ທັງໝົດ 22,766 ຄົນ ໃນນີ້ແບ່ງເປັນແຮງງານຫວຽດນາມ 17,537 ຄົນ ຈີນ
4,323 ຄົນ ໄທ 612 ຄົນ ແລະ ອື່ນໆ 132 ຄົນ.

ແຕ່ຢ່າງໃດກໍຕາມ ການຂຶ້ນທະບຽນດັ່ງກ່າວ ກໍຍັງບໍ່ໄດ້ບັນລຸຕາມເປົ້າໝາຍ ເນື່ອງຈາກ
ວ່າ ຍັງມີແຮງງານຊາວຕ່າງຊາດໃນລາວອີກຈຳນວນບໍ່ນ້ອຍ ທີ່ບໍ່ຍອມຂຶ້ນທະບຽນ ຕາມ
ລະບຽບກົດໝາຍໃນລາວ ຊຶ່ງເຊື່ອວ່າ ມີຈຳນວນຫຼາຍກວ່າ 30,000 ຄົນ ທີ່ຍັງຄົງເດີນ
ທາງໄປມາ ລະຫວ່າງລາວກັບປະເທດ ທີ່ເປັນພູມລຳເນົາຂອງແຮງງານເຫຼົ່ານີ້ ຊຶ່ງກໍ
ໝາຍຄວາມວ່າ ແຮງງານຊາວຕ່າງຊາດດັ່ງກ່າວນີ້ ຍັງຄົງລັກລອບທຳງານ ໂດຍຜິດ
ກົດໝາຍ ຢູ່ໃນລາວຕໍ່ໄປ ສ່ວນແຮງງານລາວຫຼາຍກວ່າ 4 ແສນຄົນ ກໍຍັງຄົງພາກັນໄປ
ທຳງານຢູ່ໃນໄທ ຊຶ່ງໃນນີ້ກໍມີເຖິງ 3 ແສນກວ່າຄົນ ທີ່ລັກລອບທຳງານໂດຍຜິດກົດໝາຍ.

XS
SM
MD
LG