ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາວທົ່ວໂລກ ຮ່ວມອວຍພອນ ຊຶ່ງກັນແລະກັນ (ວີດີໂອ)


ຊາວລາວທົ່ວໂລກຮ່ວມອວຍພອນຊຶ່ງກັນແລະກັນ
ຊາວລາວທົ່ວໂລກຮ່ວມອວຍພອນຊຶ່ງກັນແລະກັນ


ໃນ​ຄໍ່​າຄືນ​ນີ້ຖື​ວ່າ​ຍັງຢູ່​ໃນ​ຊ່ວງ​ສະ​ເຫຼີ​ມສະຫຼອງ​ວັນ​ປີ​ໃໝ່​ສາກົນຢູ່
​ໃນ​ວັນ​ອັງຄານ ທີ 1 ​ເດືອນ 1 ປີ 2014 ກໍ​ໄດ້​ມີ​ການຈັດ​ສະຫຼອງ
ປີ​ໃໝ່​ສາກົນ​ໃນ​ທຸກ​ຮູບ​ແບບ​ໃນ​ທົ່ວ​ທຸກ​ມຸມ​ໂລກ ​ແລະ​ເປັນ​ອັນ​
ທີ່​ຊາບ​ກັນ​ແລ້ວ​ວ່າ​ ລາຍການຊີວິດຊາວລາວໃນຕ່າງແດນຂອງ
VOA ນັ້ນ​ກໍ​ມີ​ຈຸດປະສົງ​ທີ່ຈະ​ນໍາ​ສະ​ເໜີເລື່ອ​ງລາວ​ຕ່າງໆ​ນາໆ
​ຂອງຊາວລາວ ມາ​ແບ່ງປັນ​ແລະ​ຮຽນ​ຮູ້​ຊຶ່ງ​ກັນ​ແລະ​ກັນ.


​ປີ​ນີ້ ກໍ​ເປັນ​ເວລາເກືອບ​ຈະ 40 ປີ​ແລ້ວ ນັບ​ຕັ້ງ​ແຕ່1975 ທີ່​ໄດ້
​ມີ​ການ​ປ່ຽນ​ແປງ​ການ​ປົກຄອງ​ໃນ​ລາວ ຊາວ​ລາວ​ຈໍານວນ​ຫຼາຍ
​ແສນຄົນ​ໄດ້​ອົບ​ພະ​ຍົບລົບ​ໄພ​ກະຈັດກະຈາຍ ​ໄປ​ຫຼີ້​ໄພ​ຢູ່ໃນ​ຕ່າງ
​ແດນປະ​ເທດ ຕາບ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ກໍ​ໄດ້​ພາກັນ​ສ້າງສາ​
ພັດທະນາ ສ້າງ​ເນື້ອສ້າງ​ຕົວ​ຈົນ​ເປັນ​ປຶກ​ແຜ່ນ ມີ​ລູກ​ເຕົ້າ​ຮໍ່​າຮຽນ​
ກັນ​ສູງໆ ກາຍ​ເປັນ​ພົນລະ​ເມືອງ​ທີ່​ດີ​ຂອງ​ປະ​ເທດ​ນັ້ນໆ ທີ່​ພວກ​
ເຂົາ​ເຈົ້າ​ມາ​ໄສ​ຢູ່​ແລະ​ກໍຖືເປັນ​ບ້ານ​ຂອງ​ຕົນ​ນໍາອີກ. ດ້ວຍສາ​ເຫດ​
ນີ້ ​ຈຶ່ງ​ເຮັດໃຫ້ວັນນະ​ສອນມີ​ຄວາມ​ຮູ້ສຶກ​ວ່າ ​ໃນ​ໄລຍະ​ຕະຫຼອດ
​ເວລາ​ຫຼາຍ​ສິບ​ປີຜ່ານມາ​ນີ້ ຊາວລາວພາກັນ​ໄປ​ຢູ່​ໃສ​ແດ່ ປະກອບ
ອາຊີບການງານຢ່າງໃດ​ ຢູ່ດີມີສຸກກັນທຸກຖ້ວນໜ້າກັນບໍ່?

ວັນນະສອນຈຶ່ງ​ຖືເອົາໂອກາດ​ປີ​ໃໝ່​ສາກົນ​ນີ້ສໍາພາດກັບຫຼາຍໆ
​ທ່ານແລະເພື່ອ​ສົ່ງຄວາມສຸກ ເຖິງຊາວ​ລາວ​ດ້ວຍ​ກັນ​ ຂໍ​ເລີ່​ມ
ດ້ວຍ​ການ​ກ່າວ​ຄໍາ​ອວຍພອນ​ຂອງ​ອາຈານ​ພົມ​ມະ ພິມ​ມະ​ສອນ​
ທີ່​ອາ​ໄສ​ຢູ່ Montreal, Canada ຊຶ່ງ​ເປັນ​ທັງ​ສິນລະປິນ ນັກ​
ຮ້ອງ​ແລະ​ນັກ​ປະພັນ​ ຊຶ່ງ​ອາຈານພົມ​ມະ ​ໄດ້​ກ່າວ​ອວຍພອນ
​ແດ່​ພີ່ນ້ອງ​ຊາວ​ລາວ​ດັ່ງ​ນີ້:
ລິງໂດຍກົງ

ອາຈານ ສ. ​ແສງ​ສິຣິວັນ ແລະອາຈານ ພົມມະ ພິມມະສອນ
ອາຈານ ສ. ​ແສງ​ສິຣິວັນ ແລະອາຈານ ພົມມະ ພິມມະສອນ

​ເພງ​ທີ່​ຫຼິ້ນ​ຈົບ​ລົງ​ໄປນັ້ນ​ແມ່ນ​ເພງສະບາຍດີ​ປີໃໝ່ທີ່
​ປະພັນໂດຍອາຈານ​ພົມ​ມະ ແລະຮ້ອງ​ຄູ່​ກັບ​ພອນ
ພູມິ​ທອນ ສິນລະປິນສາວຈາກລັດ VA

ເຈົ້າຄໍາຜາຍ ກຸນລະວຸດ ແລະມາລີຈັນສຸກ
ເຈົ້າຄໍາຜາຍ ກຸນລະວຸດ ແລະມາລີຈັນສຸກ

​ສິນລະປິນສາວທີ່​ຮ່ວມ​ອວຍພອນ​ມາ​ຈາກທາງ​ໄກ​
ໃນ​ຂະນະ​ທີ່​ກໍ​ລັງ​ພັກ​ຮ້ອນ​ໃນ​ປະ​ເທດ​ໄທ ກໍ​ໄດ້​ສົ່ງ​
ຄໍາ​ອວຍພອນ​ມາ ຄື​ສິນລະປິນ​ສາວ ມາລີ​ຈັນ​ສຸກ
ຈາກ Lyon, Frnace
ລິງໂດຍກົງ

ສ່ວນ​ສິນ​ລະ​ປິນ ນັກ​ແຕ່ງ​ເພງ​ຄົນ​ເກັ່ງ​ອີກ​ຄົນ​ນຶ່ງ​ຈາກ
Belgium ກໍ​ຄື​ເຈົ້າ​ຄໍາ​ຜາຍ ກຸນ​ລະ​ວຸດ ຈາກ​ວົງ​ແມ່​ຂອງ
​ຂຽວ ທີ່​ໄດ້​ອວຍພອນ​ເປັນ​ກາບກອນ ​ເອົາ​ໄປ​ຟັງ​ພ້ອມໆ
​ກັນ​ເລີຍວ່າ​ຈະ​ມີ​ເນື້ອ​ໃນ​ໃຈຄວາມ​ຢ່າງ​ໃດ​ແດ່…
ລິງໂດຍກົງ


ສ່ວນອະດີດ​ນັກ​ສຶກສາ ທ້າວຄໍາ​ແສນ ​ທີ່​ໄປ​ຮຽນ​ຢູ່​ປະ​ເທດ​ໂປ​ແລນກ່ອນ​ປ່ຽນ​ແປງ​
ການ​ປົກຄອງ​ໃນ​ລາວ​ນັ້ນ ກໍ​ໄດ້​ປັກຫຼັກ​ປັກ​ຖານ​ປະ​ກອບ​ອາຊີບ​ເປັນ​ນັກທຸລະກິດ​ນໍາ​ເຂົ້າ
​ສິນຄ້າ​ປະ​ເພດ​ໄມ້​ສໍາ​ເລັດ​ຮູບຈາກ​ລາວ​ໄປ​ຈໍາ​ນາຍ​ໃນໂປ​ແລນ​ກໍ​ໄດ້​ຮ່ວມ​ອວຍພອນ
​ເຊັ່ນ​ກັນ ຊຶ່ງ​ທ່ານ​ກ່າວ​ວ່າ:
ລິງໂດຍກົງ

ອຸດອນ ວົງສີ ຄໍາແສນແລະໄຊຍະເພັດ
ອຸດອນ ວົງສີ ຄໍາແສນແລະໄຊຍະເພັດ

ຄໍາອວຍພອນຈາກອາຈານສອນມະຫາວິທະຍາໄລແຫ່ງຊາດລາວ ຊຶ່ງປະຈຸບັນນີ້ໄດ້ໄປ
ສຶກສາປລິນຍາເອກຕໍ່ທີ່ປະເທດ Portugal ກໍໄດ້ສົ່ງຄວາມຮູ້ສຶກທີ່ດີ ຈາກຫຼາຍຮ້ອຍ
ພັນໄມ ເຖິງຊາວລາວ ທັງໃນແລະນອກຈົ່ງໃຫ້ຮັກຫໍ່ໂຮມກັນ​ຊຶ່ງ​ໄຊຍະເພັດ ຊາພິຈິດ
ກ່າວວ່າ:
ລິງໂດຍກົງ

ຈາກການາດາ ແລ້ວ​ກໍທະວີບຢູໂຣປ ແລະຕໍ່​ໄປ​ວັນນະ​ສອນ​ຈະ​ພາ​ທ່ານ​ໄປ​ຟັງ​ຄໍາ​ອວຍ
ພອນ​ຈາກ​ອີກ​ຊີກ​ໂລກ​ນຶ່ງ ທະວີບອອສ​ເຕຣ​ເລຍ ຊຶ່ງ​ທັງ​ສອງ​ເປັນ​ສິນລະປິນ​ທີ່​ມີ​ນໍ້າ​ສຽງ​ດີ​
ທັງ​ຄູ່​ ອຸດອນ ວົງ​ສີ ຈາກ Melborne ​ແລະ ​ແດງ​ ຈໍາ​ພອນ ຈາກ Sydney ຊຶ່ງ​ຕ່າງ​ກໍ​ໄດ້​
ສົ່ງ​ຄໍາ​ອວຍພອນປີໃໝ່ ​ໂດຍໃຫ້ VOA ເປັນສື່ກາງ ເຖິງຊາວລາວທຸກຖ້ວນໜ້າ​ ຊຶ່ງທັງ
ສອງໄດ້ກ່າວດັ່ງຕໍ່ໄປນີ້:
ລິງໂດຍກົງ


ລິງໂດຍກົງ

ແດງ ຈໍາພອນແລະມຸກດາວັນ ສັນຕິພອນ
ແດງ ຈໍາພອນແລະມຸກດາວັນ ສັນຕິພອນ

ນັ້ນແມ່ນເພງມົນຮັກເມືອງວັງຂອງສາວນ້ອຍສຽງໃສ ຈາກສປປລາວ ຊຶ່ງກໍາລັງເປັນທີ່ນິຍົມ
ໃນຂະນະນີ້​ ກໍໄດ້ສົ່ງຄໍາອວຍພອນຝາກເຖິງຊາວລາວພ້ອມທັງຝາກເຖິງຜົນງານເພງ ທີ່ຈະ
ເປັນປະເພດລໍາລາວພື້ນບ້ານ​ມາໃຫ້ທ່ານຜູ້ຟັງໄດ້ຟັງກັນໃນອານາຄົດອັນໃກ້ໆນີ້…ຊຶ່ງມຸກ
ດາວັນ ສັນຕິພອນ ກ່າວວ່າ:
ລິງໂດຍກົງ


ບັດນີ້ ກໍຄົງຕ້ອງກັບມາສະຫະລັດເພື່ອຟັງກາບກອນທີ່ອາຈານສ. ແສງສິຣິວັນ ນັກປະພັນ
ເພງລາວທີ່ເປັນທີ່ຮູ້ຈັກຂອງບັນດານັກສິນລະປິນທັງຫຼາຍທີ່ໄດ້ສ້າງຜົນງານດີໆ ແຕ່ງເພງ
ໃຫ້ຫຼາຍໆຄົນໄດ້ຂັບຮ້ອງ​ ຊຶ່ງທ່ານໄດ້ແຕ່ງກອນນີ້ຂຶ້ນມາສະເພາະເພື່ອສົ່ງຄວາມສຸກໃຫ້
ຊາວລາວດັ່ງເນື້ອໄນຂອງກອນນີ້:
ລິງໂດຍກົງ

ວັນນະສອນຂໍປິດທ້າຍລາຍການດ້ວຍບົດກອນທີ່ອາຈານໄດ້ແຕ່ງໃຫ້ VOA ໂດຍສະເພາະ
ເພື່ອມອບໃຫ້ແກ່ທຸກໆທ່ານທີ່ຄອຍຕິດຕາມ ລາຍການວິທະຍຸ VOA ສະເໜີມາ…
XS
SM
MD
LG