ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປປ ລາວ ຈໍາເປັນຕ້ອງປັບປຸງໃນຫຼາຍໆດ້ານ ເພື່ອຍົກລະດັບໃນການດໍາເນີນທຸລະກິດ


ຮູບພາບ-ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ.
ຮູບພາບ-ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ.

ລັດຖະບານລາວຕ້ອງປັບປຸງວຽກງານຫຼາຍດ້ານ ໂດຍສະເພາະແມ່ນໃນດ້ານນິຕິກໍາ ກັບຄວາມອາດສາມາດຂອງພາກທຸລະກິດ ເພື່ອຍົກລະດັບຂອງການເປັນປະເທດທີ່ໜ້າລົງທຶນໃຫ້ສູງຂຶ້ນ, ຊົງຣິດໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານນາງທິບພະກອນ ຈັນທະວົງສາ, ໂຄສົກລັດຖະບານລາວຖະແຫຼງວ່າ ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ມີຄໍາສັ່ງມອບໝາຍໃຫກະຊວແຜນການ ແລະການລົງທຶນ ເປັນພາກສ່ວນທີ່ຮັບຜິດຊອບ ໃນການປະສານການຮ່ວມມືກັບທຸກພາກສ່ວນໃນທົ່ວປະເທດ ເພື່ອປັບປຸງວຽກງານທຸກດ້ານທີ່ກ່ຽວຂ້ອງກັບການ ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດການຄ້າ ການລົງທຶນ ແລະການບໍລິການໃນລາວ ໂດຍສະເພາະແມ່ນໃນດ້ານນິຕິກໍາ ແລະຄວາມອາດສາ ມາດຂອງທຸລະກິດເອກະຊົນລາວ ເພື່ອຍົກລະດັບຂອງລາວໃນການເປັນປະເທດທີ່ໜ້າລົງທຶນໃຫ້ສູງຂຶ້ນ ແລະສາມາດເຊື່ອມໂຍງກັບສາກົນໄດ້ຢ່າງມີປະສິດທິ ພາບສູງ ດັ່ງທີ່ ທ່ານນາງທິບພະກອນ ໄດ້ຖະແຫຼງຢືນຢັນວ່າ:

“ກະຊວງແຜນການ ແລະການລົງທຶນ ເປັນໃຈກາງການກວດກາຄືນບັນດານະ ໂຍບາຍ ກໍຄືນິຕິກໍາຕ່າງໆ ທີ່ໄດ້ປະກາດໃຊ້ແລ້ວ ທັງປັບປຸງໃຫ້ມີຄວາມສອດ ຄ່ອງ ຮັບປະກັນໃຫ້ມີຄວາມສະດວກວ່ອງໄວ ແລະໂປ່ງໃສ ໃຫ້ສະພາອຸດສາ ຫະກໍາແຫ່ງຊາດລາວ ສືບຕໍ່ເອົາໃຈໃສ່ປັບປຸງ ການເຄື່ອນໄຫວຂອງຕົນ ໂດຍສະເພາະການສ້າງກຸ່ມ ແລະສະມາຄົມທຸລະກິດທີ່ຍັງບໍ່ທັນມີ ຕ້ອງມີການແຂ່ງ ຂັນກັນພັດທະນາທຸລະກິດຕົນ ໄປຕາມທິດຫັນເປັນທັນສະໄໝ ສາມາດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະສາກົນໄດ້.”

ທັງນີ້ ທະນາຄານໂລກໄດ້ຈັດໃຫ້ລາວເປັນປະເທດທີ່ໜ້າລົງທຶນອັນດັບທີ 154 ໃນ 190 ປະເທດທົ່ວໂລກໃນປີ 2020 ໂດຍພິຈາລະນາຈາກຄວາມຍາກ-ງ່າຍຂອງການເລີ້ມຕົ້ນດໍາເນີນທຸລະກິດ ການຂໍອະນຸຍາດກໍ່ສ້າງສໍານັກງານ ການຕອບສະໜອງໄຟຟ້າ ການແຈ້ງທະບຽນສິນຊັບ ການເຂົ້າເຖິງສິນເຊື່ອ ການຄຸ້ມຄອງຜູ້ລົງທຶນ ມາດຕະຖານການຊໍາລະພາສີ ການຄ້າຂ້າມແດນທີ່ສະດວກ ການບັງຄັບສັນຍາລົງທຶນ ການຕັດສິນໃນກໍລະນີລົ້ມລະລາຍ ໂດຍລາວໄດ້ຄະແນນສະເລ່ຍ 50.8 ເປີເຊັນທີ່ມີສອງດ້ານທີ່ໄດ້ປັບປຸງດີຂຶ້ນຄື ການເລີ້ມຕົ້ນດໍາເນີນທຸລະກິດ ແລະການຕອບສະໜອງໄຟຟ້າ ສ່ວນການຕັດສິນໃນກໍລະນີລົ້ມລະລາຍ ແລະການຄຸ້ມຄອງນັກລົງທຶນຕ່າງຊາດໃນລາວນັ້ນ ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ.

ສ່ວນນັກຊ່ຽວຊານດ້ານການລົງທຶນໃນລາວຢືນຢັນວ່າ ການອໍານວຍຄວາມສະ ດວກດ້ານການລົງທຶນໃນລາວຍັງດໍາເນີນໄປຢ່າງຊັກຊ້າ ເພາະພາກສ່ວນຮັບຜິດຊອບການສົ່ງເສີມການລົງທຶນຜ່ານລະບົບໃຫ້ບໍລິການແບບປະຕູດຽວ (One Stop Service) ຂອງລັດຖະບານລາວມີຂໍ້ຈໍາກັດໃນດ້ານບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດໃນການປະຕິບັດໂຕຈິງ ຈຶ່ງເຮັດໃຫ້ສາມາດດຶງການລົງທຶນຈາກຕ່າງປະເທດເຂົ້າມາລາວໄດ້ຕໍ່າກວ່າເປົ້າໝາຍ ອັນເຮັດໃຫ້ອັນດັບຂອງລາວໃນການເປັນປະເທດທີ່ໜ້າລົງທຶນຕົກຕໍ່າລົງຈາກອັນດັບ 134 ໃນປີ 2016 ລົງມາຢູ່ທີ່ອັນດັບ 154 ຈາກ 190 ທົ່ວໂລກໃນປີ 2020.

ໂດຍການແກ້ບັນຫາດັ່ງກ່າວນີ້ ກໍຄືການພັດທະນາເພື່ອຍົກລະດັບປະສິດທິພາບການປະຕິບັດໜ້າທີ່ຂອງພະນັກງານລັດໃຫ້ສູງຂຶ້ນໃນ 6 ດ້ານຄື: ການເພີ້ມສັດສ່ວນຂອງຕ່າງຊາດ ໃຫ້ສາມາດຖືຫຸ້ນໄດ້ 100 ເປີເຊັນ ການນໍາໃຊ້ທີ່ດິນ ແລະຊັບສິນຈະຕ້ອງໄດ້ຮັບການຄຸ້ມຄອງເພີ້ມຂຶ້ນ ການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ ແລະສົ່ງອອກສິນຄ້າ-ວັດຖຸດິບ ແລະບັນດາຜູ້ຊ່ຽວຊານຕ່າງຊາດ ການພັດທະນາລະບົບພື້ນຖານໂຄງລ່າງ ການຊໍາລະພາສີອາກອນດ້ວຍລະບົບ Electronic ແລະການລະງັບຂໍ້ຂັດແຍ້ງທາງທຸລະກິດຢ່າງໂປ່ງໃສ.

ນອກຈາກນີ້ ການລະບາດພະຍາດໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດເຂົ້າມາລົງທຶນໃນລາວ ຫຼຸດລົງກວ່າ 80 ເປີເຊັນໃນຊ່ວງປີ 2020-2021 ທຽບກັບປີ 2019 ທີ່ຕ່າງຊາດເຂົ້າມາລົງທຶນໃນລາວເກີນກວ່າ 9,800 ລ້ານໂດລາ ແລະການລະບາດໄວຣັສໂຄວິດ-19 ກໍຍັງເຮັດໃຫ້ຕ່າງຊາດໄດ້ນໍາເງິນທຶນໂຕຈິງເຂົ້າມາລາວພຽງ 17 ເປີເຊັນຂອງມູນຄ່າລົງທຶນທັງໝົດ ໂດຍບໍລິສັດຈີນໄດ້ລົງທຶນເພີ້ມ 28 ໂຄງການ ເຮັດໃຫ້ຈີນຍັງເປັນຜູ້ລົງທຶນອັນດັບນຶ່ງໃນລາວ ທີ່ມີມູນຄ່າລົງທຶນລວມ 16,000 ລ້ານໂດລາໃນ 821 ໂຄງການ.

XS
SM
MD
LG