ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຕ້ອງການຄວາມຊ່ວຍເຫຼືອ ໃນດ້ານງົບປະມານ ຈາກຕ່າງປະເທດຫຼາຍຂຶ້ນ ເພື່ອນຳໃຊ້ໃນການເກັບກູ້ລະເບີດບໍ່ທັນແຕກ


ການເກັບກູ້ລະເບີດ ທີ່ບໍ່ທັນແຕກ ໃນ ສປປ ລາວ.
ການເກັບກູ້ລະເບີດ ທີ່ບໍ່ທັນແຕກ ໃນ ສປປ ລາວ.

ທາງການລາວຕ້ອງການຄວາມຊ່ວຍເຫຼືອດ້ານງົບປະມານຈາກຕ່າງປະເທດຫຼາຍຂຶ້ນ ເພື່ອນຳໃຊ້ໃນການເກັບກູ້ລະເບີດ ບໍ່ທັນແຕກ UXO ທີ່ຕົກຄ້າງຢູ່ໃນລາວ ໃຫ້ໄດ້ ໃນພື້ນທີ່ 10,000 ເຮັກຕາຕໍ່ປີ ຊຶ່ງຊົງລິດ ໂພນເງິນມີລາຍງານ ຈາກ ບາງກອກ.

ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມ ຄອງແຫ່ງ
ຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນລາວ ຫຼື (UXO LAO) ຖະແຫຼງວ່າລັດ
ຖະບານລາວໄດ້ວາງເປົ້າໝາຍໃນການເກັບກູ້ລະເບີດ UXO ໃຫ້ໄດ້ໃນພື້ນທີ 10,000
ເຮັກຕາຕໍ່ປີ ແຕ່ຈາກການຕັດຕັ້ງປະຕິບັດ ໂຕຈິງ ກໍສາມາດເກັບກູ້ໄດ້ໃນພີື້ນທີ່ 8,000
ເຮັກຕາເທົ່ານັ້ນ ເນື່ອງຈາກມີ ງົບປະມານຢ່າງຈຳກັດແລະບໍ່ພຽງພໍ່ກັບຄວາມຕ້ອງການ
ໂຕຈິງ ໝາຍຄວາມວ່າ ການທີ່ຈະສາມາດບັນລຸເປົ້າໜາຍການເກັບກູ້ລະເບີດ UXO ໄດ້
ຢ່າງແທ້ຈິງນັ້ນ ລັດຖະບານລາວກໍຕ້ອງໄດ້ຮັບການຊ່ວຍເຫຼືອດ້ານງົບປະມານຈາກຕ່າງ
ປະເທດ ໃນມູນຄ່າ30 ລ້ານໂດລາສະຫະລັດ ໃນແຕ່ລະປີນັ້ນເອງ.

ພ້ອມກັນນີ້ UXO LAO ຍັງຈະຕ້ອງພັດທະນາປັບປຸງ ເພື່ອຍົກລະດັບປະສິດທິ ພາບໃນ
ການເກັບກູ້ລະເບີດ UXO ໃຫ້ສູງຂຶ້ນດ້ວຍ ຊຶ່ງຈະຕ້ອງໃຊ້ງົບປະມານ ບໍ່ໜ້ອຍກວ່າ 7
ລ້ານ 6 ແສນ ໂດລາສະຫະລັດ ໃນແຕ່ລະປີ ແລະເນື່ອງຈາກ ວ່າລັດ ຖະບານລາວບໍ່ສາ
ມາດ ທີ່ຈະໃຫ້ການຕອບສະໜອງງົບປະມານດັ່ງກ່າວ ໄດ້ເລີຍ ຈຶ່ງຕ້ອງຂໍການຊ່ວຍເຫຼືອ
ຈາກຕ່າງປະເທດ ເປັນດ້ານຫລັກເຊັ່ນດຽວກັນ ຊຶ່ງໃນປັດຈຸບັນ UXO LAO ກໍໄດ້ຈັດທຳ
ແຜນງານ ເພື່ອຈະຂໍການຊ່ວຍເຫຼືອ ຈາກຕ່າງປະເທດໃນໄວໆນີ້ແລະຄາດຫວັງວ່າຈະ
ໄດ້ຮັບການຕອບສະໜອງຈາກ ນານາຊາດຢ່າງຄົບຖ້ວນ ຫາກບໍ່ສະນັ້ນແລ້ວປະຊາຊົນ
ລາວ ກໍຍັງຈະຕ້ອງສ່ຽງ ໄພ ຈາກລະເບີດ UXO ຕໍ່ໄປອີກຢ່າງຍາວນານ ດັ່ງທີ່ທ່ານ
ໂຈມແຍງ ໄດ້ໃຫ້ ການຢືນຢັນວ່າ:

“ໃນໄລຍະສົງຄາມອິນດູຈີນ ລະຫວ່າງປີ 1964 ເຖິງປີ 1973 ມີລະເບີດຖືກ ຖີ້ມຢູ່ ສປປ ລາວ ປະມານ 3 ລ້ານໂຕນ ໃນນັ້ນ ມີລະເບີດລູກຫວ່ານຫຼາຍ ກວ່າ 270 ລ້ານໜ່ວຍແລະຄາດວ່າມີປະມານ 30 ເປີເຊັນ ຫຼື 80 ລ້ານໜ່ວຍ ຍັງບໍ່ທັນແຕກ ເປັນເນື້ອທີ່ 87,000 ກິໂລຕາແມັດ ຊຶ່ງເປັນອຸບປະສັກໃຫຍ່ ຫຼວງໃນການພັດທະນາເສດຖະກິດ ສັງຄົມ ກໍຄືການດຳລົງຊີວິດຂອງປະຊາຄົມ ລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດຈົນທຸກມື້ນີ້”

ໃນປັດຈຸບັນການຈັດຕັ້ງປະຕິບັດແຜນການເກັບກູ້ລະເບີດ UXO ໃນລາວເປັນ ການຮ່ວມ
ມືລະຫວ່າງລັດຖະບານລາວ ກັບນານາຊາດ ໄລຍະທີ 3 ທີ່ໄດ້ເລີ້ມ ການຈັດຕັ້ງປະຕິບັດ
ນັບຈາກປີ 2017 ເປັນຕົ້ນມາ ແລະສິ້ນສຸດລົງໃນທ້າຍປີ 2021 ທີ່ລັດຖະບານລາວໄດ້ໃຫ້
ຄວາມສຳຄັນ ກັບການຂະຫຍາຍການຮ່ວມມື ກັບບັນດາອົງການສາກົນເປັນພິເສດ ໂດຍ
ໃນນີ້ ກໍລວມເຖິງການຮ່ວມມືກັບລັດ ຖະບານສະຫະລັດອາເມຣິກາດ້ວຍ ເພາະເຊື່ອວ່າ
ຈະເຮັດໃຫ້ການຈັດຕັ້ງປະຕິ ບັດມີປະສິດທິພາບສູງຂຶ້ນ ແລະສາມາດທີ່ຈະບັນລຸເປົ້າ
ໝາຍ ທີ່ວາງໄວ້ໃນ 3 ດ້ານ ກໍຄືການໂຄສະນາອົບຮົມກ່ຽວກັບອັນຕະລາຍຂອງລະເບີດ
UXO ທີ່ແນ ໃສ່ການຫລຸດອຸບັດຕິເຫດ ທີ່ເກີດຈາກລະເບີດ UXO ລົງ ໃຫ້ເປັນບໍ່ເກີນ 40
ກໍລະນີ ຕໍ່ປີ ການຝຶກອາຊີບໃຫ້ຜູ້ທີ່ໄດ້ຮັບເຄາະຈາກລະເບີດ UXO ໃຫ້ໄດ້ 20,000 ພັນ
ກວ່າຄົນ ແລະສ້າງວຽກເຮັດງານທຳທີ່ຖາວອນ ໃຫ້ກັບພວກເຂົາ ເຈົ້າຢ່າງຄົບຖ້ວນ ແລະ
ການກວດກູ້ລະເບີດ UXO ໃນພື້ນທີ່ພັດທະນາບູລິມະ ສິດຂອງລັດຖະບານ 400 ກວ່າ
ຈຸດສຸມ ໃຫ້ສຳເລັດ ຢ່າງຄົບຖ້ວນພາຍໃນປີ 2021 ດັ່ງກ່າວ.

ທັງນີ້ໂດຍລັດຖະບານລາວໄດ້ເຂົ້າຮ່ວມເປັນພາຄີໃນສົນທິສັນຍາຕ້ານລະເບີດ ລູກຫວ່ານສາກົນ ທີ່ໄດ້ລົງນາມຢ່າງເປັນທາງການທີ່ນະຄອນ Oslo ຂອງ Norway ໃນທ້າຍປີ 2008 ແລະໃຫ້ສັດຕະຍາບັນໃນຕົ້ນປີ 2009 ເຮັດໃຫ້ ລັດຖະບານລາວ ມີພັນທະຕ້ອງປະຕິບັດຕາມສົນທີສັນຍາ ນັບຈາກວັນທີ 1 ສິງຫາ 2010 ເປັນຕົ້ນມາ ຊຶ່ງກໍນັບເປັນແນວທາງນຶ່ງ ທີ່ລັດຖະບານລາວ ສາມາດໃຊ້ເປັນໂອກາດໃນການເສີມສ້າງການຮ່ວມມື ເພື່ອດຶງເອົາການຊ່ວຍ ເຫຼືອຈາກຕ່າງປະເທດ ເພື່ອນຳໃຊ້ໃນການແກ້ໄຂບັນຫາລະເບີດ UXO ໃນລາວ.

ໃນໄລຍະປີ 1995 ຫາ 2021 ລັດຖະບານສະຫະລັດອາເມຣິກາ ໄດ້ໃຫ້ການ ຊ່ວຍເຫຼືອ ເພື່ອແກ້ໄຂບັນຫາລະເບີດ UXO ໃນລາວ ຄິດເປັນມູນຄ່າລວມ ຫຼາຍກວ່າ 230 ລ້ານໂດສາສະຫະລັດໃນນີ້ລວມເຖິງການຊ່ວຍເຫຼືອໃນການສຳ ຫຼວດ ທີ່ບໍ່ແມ່ນວິຊາການໃນ 950 ບ້ານ ໃນແຂວງພາກໃຕ້ໃຫ້ມີພະສິດທິພາບ ສູງຂຶ້ນ ທັງຍັງໄດ້ສຳຫຼວດແບບ ວິຊາການ ແລະເກັບກູ້ລະເບີດ UXO ອອກ ຈາກເຂດທີ່ຢູອາໄສ ແລະທີ່ດິນທຳກິນຂອງປະ ຊາຊົນລາວໃນເຂດ 338 ບ້ານ ຂອງເມືອງເຊໂປນ ເມືອງພິນ ເມືອງວິລະບູລີ ເມືອງນອງ ໃນແຂວງສະຫວັນ ນະເຂດ ແລະໃນເຂດ 94 ບ້ານໃນເມືອງໜອງແຮດ ເມືອງຄູນ ເມືອງຜາໄຊ ແຂວງຊຽງຂວາງ ຄຶດເປັນເນື້ອທີ່ລວມ 432 ກິໂລຕາແມັດ ແລະໄດ້ທຳລາຍ ລະເບີດ UXO ກວ່າ 1 ລ້ານ 6 ແສນໜ່ວຍ ຫຼື 2 ເປີເຊັນ ຂອງລະເບີດ UXO ທັງໝົດໃນລາວ.

XS
SM
MD
LG