ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຕ້ອງການ​ເງິນ​ຊ່ວຍເຫຼືອ ຫຼາຍກວ່າ 80 ລ້ານ ໂດລາ ເພື່ອເກັບກູ້ລະເບີດບໍ່ທັນແຕກ ໃຫ້​ໄດ້ໃນ 10,000 ເຮັກຕາຕໍ່ປີ


ທີມ​ງານ ເກັບ​ກູ້​ uxo ກຳ​ລັງ​ທຳ​ລາຍ​ລະ​ເບີດບໍ່​ທັນ​ແຕກ​ທີ່ເກັບ​ກູ້​ມາ​ໄດ້ນັ້ນ​ຖິ້ມ
ທີມ​ງານ ເກັບ​ກູ້​ uxo ກຳ​ລັງ​ທຳ​ລາຍ​ລະ​ເບີດບໍ່​ທັນ​ແຕກ​ທີ່ເກັບ​ກູ້​ມາ​ໄດ້ນັ້ນ​ຖິ້ມ

ທາງການລາວ ຕ້ອງການຄວາມຊ່ອຍເຫຼືອຈາກຕ່າງປະເທດຫຼາຍກວ່າ 80 ລ້ານໂດລາ ເພື່ອນຳໃຊ້ໃນການເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນລາວ ໃຫ້ໄດ້ໃນພື້ນທີ່ 10,000 ເຮັກຕາຕໍ່ປີ ແຕ່​ວ່າ ໄດ້​ຮັບ​ການ​ຊ່ວຍ​ເຫລືອ 30 ລ້ານ​ໂດ​ລາ​ເທົ່າ​ນັ້ນ. ຊົງ​ລິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນລາວ ຫຼື (UXO LAO) ຖະແຫຼງວ່າລັດຖະບານລາວໄດ້ວາງເປົ້າໝາຍໃນການເກັບກູ້ລະເບີດ UXO ໃຫ້ໄດ້ໃນພື້ນທີ 10,000 ເຮັກຕາຕໍ່ປີ ແຕ່ຈາກການຈັດຕັ້ງປະຕິບັດໂຕຈິງ ກໍສາມາດເກັບກູ້ໄດ້ໃນພີື້ນທີ່ 8,000
ເຮັກຕາ ເທົ່ານັ້ນ ເນື່ອງຈາກມີງົບປະມານຢ່າງຈຳກັດ ແລະບໍ່ພຽງພໍ່ກັບຄວາມຕ້ອງການໂຕຈິງ ໂດຍການທີ່ຈະສາມາດບັນລຸເປົ້າໜາຍການເກັບກູ້ລະເບີດ UXO ໄດ້ຢ່າງແທ້ຈິງນັ້ນ ລັດຖະບານລາວກໍຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ໃນມູນຄ່າບໍ່​ໜ້ອຍກວ່າ 80 ລ້ານ​ໂດ​ລາ ໃນ​ແຕ່​ລະ​ປີ ຫາກ​ແຕ່​ກໍ​ໄດ້​ຮັບການ​ຊ່ວຍ​ເຫລືອພຽງ 30 ລ້ານໂດລາເທົ່າ​ນັ້ນ ໃນແຕ່ລະປີ ຊຶ່ງ​ການ​ການ​ຊ່ວຍ​ເຫລືອ​ໃນ​ລະ​ດັບ​ດັ່ງ​ກ່າວ ຈະ​ເຮັດ​ໃຫ້​ຕ້ອງ​ໃຊ້​ເວ​ລາ​ອີກ 1,860 ປີ ຈຶ່ງ​ຈະ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ ໄດ້​ທັງ​ໝົດ ດັ່ງ​ທີ່​ທ່ານ​ໂຈມ​ແຍງ ຢືນ​ຢັນ​ວ່າ:
“ພື້ນ​ທີ່ທີ່​ໄດ້​ຮັບ​ຜົນ​ກະ​ທົບຢູ່ ສ.ປ.ປ.ລາວ ຂອງພວກ​ເຮົານີ້ ແມ່ນ 87,000 ກິໂລຕາແມັດ ແລະ ພວກ​ເຮົາ ຍັງ ສະເລ່ຍໃສ່ຈໍານວນປີ, ຍັງ 1,860 ປີ ຈຶ່ງຈະສາມາດບັນລຸ ໃນການສໍາຫລວດກວດກູ້ໄດ້. ສະນັ້ນ, ຈຸດພິເສດຂອງ ວຽກງານເກັບ​ກູ້, ການແກ້ໄຂບັນຫາລະເບີດ​ບໍ່ທັນ​ແຕກຢູ່ ສ.ປ.ປ.ລາວ ພວກ​ເຮົາ ຈະ​ແຕກຕ່າງກັບປະເທດອື່ນ. ເພາະວ່າ ຈຸດພິເສດຂອງພວກ​ເຮົາ ມັນມີພູຜາປ່າດົງ, ການເກັບ​ກູ້ລະເບີດມັນ​ກໍ​ຕ້ອງ​ໄດ້​ໃຊ້​ຄວາມເອົາ​ໃຈ​ໃສ່, ເຕັກນິກ ແລະ ທຶນຮອນ. ສະນັ້ນ ເມື່ອທຽບໃສ່ຜົນສຳເລັດທີ່ຜ່ານມາ ພວກ​ເຮົາຍັງ ເປັນສິ່ງທ້າທາຍຫຼາຍ ແລະໃນແຕ່ລະປີເຮັດໃຫ້ພໍ່ແມ່ປະຊາຊົນເກີດອຸປະຕິເຫດ ເຊິ່ງໃນປີ 2021 ເກີດອຸປະຕິເຫດຫຼາຍກ່ວາໝູ່."

ພ້ອມກັນນີ້ UXO LAO ຍັງຈະຕ້ອງພັດທະນາປັບປຸງ ເພື່ອຍົກລະດັບປະສິດທິພາບໃນການເກັບລະເບີດ UXO ໃຫ້ສູງຂຶ້ນອີກດ້ວຍ ຊຶ່ງຈະຕ້ອງໃຊ້ງົບປະມານບໍ່ໜ້ອຍກວ່າ 7 ລ້ານ 6 ແສນໂດລາ ໃນແຕ່ລະປີ ແລະເນື່ອງຈາກ ວ່າ ລັດຖະບານລາວ ບໍ່ສາມາດທີ່ຈະໃຫ້ການຕອບສະໜອງງົບປະມານດັ່ງກ່າວໄດ້ເລີຍ ຈຶ່ງຕ້ອງຂໍການຊ່ອຍເຫຼືອ ຈາກຕ່າງປະເທດເປັນດ້ານຫຼັກ ຫາກບໍ່ສະນັ້ນແລ້ວ ປະຊາຊົນລາວກໍຍັງຄົງຈະຕ້ອງສ່ຽງໄພຈາກລະເບີດ UXO ຕໍ່ໄປ ເພາະ​ຕ້ອງ​ໄດ້ຢຸດ​ການ​ເກັບ​ກູ້​ ໃນ​ບາງ​ແຂວງຍ້ອນ​ຂາດ​ງົບ​ປະ​ມານ ດັ່ງ​ທີ່ ປະ​ເດີມ​ພອນ ສົນ​ທະ​ນີ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມຢືນ​ຢັນ​ວ່າ:
“ໃນ​ປັດຈຸ​ບັນ, ມີວຽກ​ງານ​ເກັບ​ກູ້​ລະ​ເບີດຢູ່ 10 ​ແຂວງ ​ແຕ່​ບາງ​ແຂວງກໍ​ໄດ້​ຍຸຕິ​ການປະ​ຕິ​ບັດ​ງານຊົ່ວ​ຄາວ ຍ້ອນ​ບັນ​ຫາດ້ານ​ທຶນ​ຮອນ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ ​ໂດຍ​ສະ​ເພາະ​ແມ່ນ​ການ​ສຳ​ຫລວດ​ທີ່​ບໍ່ເປັນ​ວິຊາ​ການ ແລະ​ການ​ສໍາ​ຫຼວດດ້ານ​ວິ​ຊາ​ການ ​ພື້ນ​ທີ່​ທີ່​ລະ​ເບີດບໍ່​ທັນ​ແຕກຍັງ​ບໍ່​ໄດ້​ຫຼາຍເນາະ. ນອກ​ຈາກນີ້ ຜ່ານ​ມາ​ຍັງ​ໄດ້​ມີ​ການ​ທົດ​ລອງ​ຈັດ​ຕັ້ງ​ປະ​ຕິ​ບັດ ກິດ​ຈະ​ກຳ​ປັບ​ປຸງ ຊີ​ວິດ​ການ​ເປັນ​ຢູ່ ໃຫ້​ແກ່​ຜູ້​ທີ່​ຖືກ​ເຄາະ​ຮ້າຍ ແລະຄອບຄົວຂອງເຂົາ​ເຈົ້າ ດ້ວຍການ​ສົ່ງ​ເສີມ​ວຽກ​ເຮັດງານ ທຳ ແລະສະ​ໜອງການ​ລ້ຽງ​ສັດ.”

ໃນປັດຈຸບັນ ການຈັດຕັ້ງປະຕິບັດແຜນການເກັບກູ້ລະເບີດ UXO ໃນລາວ ເປັນການຮ່ວມມື ລະຫວ່າງ ລັດຖະບານລາວ ກັບນານາຊາດໄລຍະທີ 4 ທີ່ໄດ້ເລີ້ມການຈັດຕັ້ງປະຕິບັດນັບຈາກປີ 2022 ເປັນຕົ້ນໄປ ແລະສິ້ນສຸດລົງໃນທ້າຍປີ 2026 ທີ່ລວມທັງການຮ່ວມມືກັບລັດຖະບານສະຫະລັດອາເມຣິກາອີກດ້ວຍ ເພາະເຊື່ອວ່າ ຈະເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບສູງຂຶ້ນ ແລະສາມາດທີ່ຈະບັນລຸເປົ້າໝາຍທີ່ ວາງໄວ້ໃນ 3 ດ້ານ ກໍຄື ການໂຄສະນາອົບຮົມກ່ຽວກັບອັນຕະລາຍຂອງລະເບີດ UXO ທີ່ແນໃສ່ ການຫຼຸດອຸປະຕິເຫດທີ່ເກີດຈາກລະເບີດ UXO ລົງໃຫ້ເປັນບໍ່ເກີນ 40 ກໍລນີຕໍ່ປີ, ການຝຶກອາຊີບ ໃຫ້ແກ່ຜູ້ທີ່ໄດ້ຮັບເຄາະຈາກລະເບີດ UXO ໃນພື້ນທີ່ພັດທະນາບຸລິມະສິດຂອງລັດຖະບານ 400 ກວ່າຈຸດສຸມໃຫ້ສຳເລັດຢ່າງຄົບຖ້ວນພາຍໃນປີ 2022.

ທັງນີ້ ໂດຍໃນຊ່ວງປີ 1995-2022 ລັດຖະບານສະຫະລັດ ໄດ້ໃຫ້ການຊ່ອຍເຫຼືອເພື່ອແກ້ໄຂບັນຫາ ລະເບີດ UXO ໃນລາວ ຄິດເປັນມູນຄ່າລວມຫຼາຍກວ່າ 270 ລ້ານໂດລາ ໃນນີ້ລວມການ ຊ່ອຍເຫຼືອໃນການສຳຫຼວດທີ່ບໍ່ແມ່ນວິຊາການໃນ 950 ບ້ານທີ່ແຂວງພາກໃຕ້ ແລະການສຳຫຼວດ ເພື່ອເກັບກູ້ລະເບີດ UXO ອອກຈາກເຂດທີ່ຢູ່ອາໄສ ແລະທີ່ດິນຂອງປະຊາຊົນລາວ ໃນເຂດ 338 ບ້ານ ໃນແຂວງສະຫວັນນະເຂດ ແລະ 94 ບ້ານໃນແຂວງຊຽງຂວາງ ຄິດເປັນພື້ນທີ່ລວມ 432 ກິໂລຕາແມັດ ແລະໄດ້ທຳລາຍລະເບີດຫຼາຍກວ່າ 1 ລ້ານ 6 ແສນໜ່ວຍ ຫຼື 2 ເປີເຊັນຂອງລະເບີດທັງໝົດ ທີ່ຕົກຄ້າງໃນລາວທີ່​ມີ​ການ​ປະ​ເມີນ​ວ່າ​ຍັງ​ຢູ່​ເຖິງ 80 ລ້ານ​ໜ່ວຍ ນັບ​ແຕ່​ປີ 1975 ເປັນ​ຕົ້ນ​ມາ.

XS
SM
MD
LG