ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ທີ່ ສະຖານທູດລາວ ໃນວໍຊິງຕັນ ດີຊີ


ພາບຖ່າຍລວມ ຂອງບັນດາແຂກ ກັບທ່ານ ໄມ ໄຊຍະວົງ ເອກອັກຄະລັດຖະທູດ ລາວ ປະຈຳ ວໍຊິງຕັນ ດີຊີ (ກາງ) ພ້ອມດ້ວຍພັນລະຍາ ທ່ານນາງ ສຸມາລີ ໄຊຍະວົງ, ໃນວັນຊາດ ທີ 2 ທັນວາ, 2017 ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງ ວໍຊິງຕັນ ດີຊີ ຂອງ ສະຫະລັດ ອາເມຣິກາ.
ພາບຖ່າຍລວມ ຂອງບັນດາແຂກ ກັບທ່ານ ໄມ ໄຊຍະວົງ ເອກອັກຄະລັດຖະທູດ ລາວ ປະຈຳ ວໍຊິງຕັນ ດີຊີ (ກາງ) ພ້ອມດ້ວຍພັນລະຍາ ທ່ານນາງ ສຸມາລີ ໄຊຍະວົງ, ໃນວັນຊາດ ທີ 2 ທັນວາ, 2017 ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງ ວໍຊິງຕັນ ດີຊີ ຂອງ ສະຫະລັດ ອາເມຣິກາ.

ຢູ່ສະຖານທູດລາວ ທີ່ ນະຄອນຫຼວງວໍຊິງຕັນ ດີຊີ ຂອງສະຫະລັດ ອາເມຣິກາ ໄດ້ມີ ການຈັດງານລ້ຽງສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ ເທື່ອນີ້ ແມ່ນ
ກົງກັບວັນເສົາ ອັນເປັນວັນພັກການ ຂອງຄົນສ່ວນຫຼາຍ ດັ່ງນັ້ນ ເອກອັກຄະລັດຖະທູດ
ລາວ ປະຈຳ ວໍຊິຕັນ ດີຊີ ທ່ານ ໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ ທ່ານນາງ ສຸມາລີ
ໄຊຍະວົງ ແລະພະນັກງານປະຈຳ ສະຖານທູດ ຈຶ່ງຖືໂອກາດ ຈັດງານລ້ຽງສະເຫຼີມ
ສະຫຼອງ ວັນຊາດດັ່ງກ່າວ ໂດຍໄດ້ເຊື້ອເຊີນ ບັນດາແຂກຜູ້ມີກຽດ ທີ່ເປັນທັງຄົນລາວ
ທີ່ອາໄສຢູ່ໃນສະຫະລັດ ອາເມຣິກາ ແລະ ແຂກຕ່າງປະເທດ ຈຳນວນນຶ່ງ ມາຮ່ວມ
ໃນງານສະເຫຼີມສະຫຼອງ ວັນຊາດຄັ້ງນີ້ ນອກເໜືອໄປຈາກບັນດາແຂກຄົນລາວແລ້ວ
ກໍຍັງມີ ເອກອັກຄະລັດຖະທູດລາວ ປະຈຳ ສະຫະປະຊາຊາດ ທ່ານ ຂຽນ ພັນສຸລິວົງ
ມາຮ່ວມງານ ໃນຄັ້ງນີ້ດ້ວຍ.

ເອກອັກຄະລັດຖະທູດ ລາວ ປະຈຳ ສະຫະລັດ ອາເມຣິກາ ທ່ານ ໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ ທ່ານນາງ ສຸມາລີ ໄຊຍະວົງ
ເອກອັກຄະລັດຖະທູດ ລາວ ປະຈຳ ສະຫະລັດ ອາເມຣິກາ ທ່ານ ໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ ທ່ານນາງ ສຸມາລີ ໄຊຍະວົງ

ກ່ອນໜ້າ ງານລ້ຽງສະເຫຼີມສະຫຼອງ ວັນຊາດ ຈະເລີ້ມຕົ້ນຂຶ້ນ ຂ້າພະເຈົ້າ ໄດ້ຂໍສຳພາດ
ເອກອັກຄະລັດຖະທູດລາວ ປະຈຳ ສະຫະລັດ ອາເມຣິກາ ທ່ານໄມ ໄຊຍະວົງ ກ່ຽວກັບ
ຄວາມໝາຍຂອງງານລ້ຽງສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄືດັ່ງນີ້:

ນັ້ນແມ່ນພຽງສ່ວນນຶ່ງຂອງການສຳພາດ ທ່ານເອກອັກຄະລັດຖະທູດ ໄມ ໄຊຍະວົງ.
ສຳລັບການສຳພາດທີ່ຄົບຖ້ວນ ແລະ ມີລາຍອຽດກວ່ານີ້ ເຮົາຈະມີລາຍງານມາໃຫ້
ທ່ານຟັງ ໃນໂອກາດໜ້າ.

ເມື່ອເຖິງ 6 ໂມງແລງ ຕາມເວລາໃນ ວໍຊິງຕັນ ດີຊີ ບັນດາແຂກຜູ້ມີກຽດ ກໍໄດ້ພາກັນ
ເດີນທາງເຂົ້າມາຍັງ ສະຖານທູດລາວ ເປັນໄລຍະໆ ເຊິ່ງບັນດາພະນັກງານປະຈຳ
ສະຖານທູດ ກໍຢືນຄອຍຕ້ອນຮັບແຂກ ສຸພາບບູລຸດ ແລະສຸພາບສະຕີຢູ່ ສຳລັບແຂກ
ທ່ານສຸພາບບູລຸດ ສ່ວນໃຫຍ່ແລ້ວ ກໍຈະພາກັນແຕ່ງກາຍສຸພາບຮຽບຮ້ອຍ ດ້ວຍຊຸດ
ແລະຜູກກາລະວັດ ແບບສາກົນ ສ່ວນບັນດາແຂກສຸພາບສະຕີ ກໍຈະໃສ່ສິ້ນຜ້າໄໝ
ຫລາກຫຼາຍສີສັນ ທີ່ມີລວດລາຍສິນລະປະວັດທະທຳລາວ ອັນສວຍສົດງົດງາມ.
ຫຼັງຈາກໄດ້ລົງບັນທຶກ ຊື່ໃນປຶ້ມຮັບແຂກແລ້ວ ພວກແຂກທັງຫຼາຍ ກໍຈະພາກັນເຂົ້າໄປ
ຈັບຈອງໂຕະ ແລະທີ່ນັ່ງຂອງໃຜລາວ ຕາມຄວາມຕ້ອງການ ຢູ່ໃນຫ້ອງ ຮັບແຂກຢູ່
ດ້ານຫຼັງ ທີ່ທາງສະຖາທູດໄດ້ຈັດເອົາໄວ້ ປະມານ 20 ກວ່າໂຕະ ແຕ່ລະໂຕະສາມາດ
ນັ່ງໄດ້ເຖິງ 8 ຫາ 10 ຄົນ. ບັນດາແຂກທີ່ໄດ້ມາຮ່ວມງານໃນຄັ້ງນີ້ ສ່ວນໃຫຍ່ແລ້ວ
ກໍມາຈາກລັດໃກ້ຄຽງ ເຊັ່ນວ່າ ລັດເວີຈີເນຍ ລັດແມຣີແລນ ລັດແດລເລີແວ ຕະຫຼອດ
ຮອດ ລັດເທັນເນັດຊີ້ ພວກເພິ່ນທັງຫຼາຍ ຈຶ່ງຖືໂອກາດນີ້ ທັກທາຍຖາມຂ່າວຖາມຄາວ
ແລກປ່ຽນຄວາມຄິດຄວາມເຫັນ ຊຶ່ງກັນແລະກັນ ບາງທ່ານກໍສວຍໂອກາດ ຖ່າຍຮູບ
ກັບເຈົ້າພາບຈັດງານ ຢູ່ຕໍ່ໜ້າທຸງຊາດລາວ ຜືນຂະໜາດໃຫຍ່ ກາງຢູ່ຝາດ້ານຫຼັງຂອງ
ຮ້ອງຮັບແຂກ ທີ່ມີຄຳຂວັນ ວ່າ ນ້ຳໃຈ ວັນຊາດ ທີ 2 ທັນວາ ໝັ້ນຍືນ ຕິດຢູ່ເບື້ອງເທິງ
ຂອງທຸງ ນັ້ນ.

ບັນດາແຂກຜູ້ມີກຽດທັງຫຼາຍ ໄດ້ຫລັ່ງໄຫລເຂົ້າມາຢ່າງບໍ່ຂາດສາຍ ຈົນຮອດເວລາ
ປະມານ 7 ໂມງແລງ ແລ້ວອີກບໍ່ດົນ ທາງເຈົ້າພາບ ຈຶ່ງໄດ້ປະກາດເປີດງານຢ່າງເປັນ
ທາງການ ໂດຍທ່ານເອກອັກຄະລັດຖະທູດ ໄມ ໄດ້ເຊື້ອເຊີນບັນດາແຂກຜູ້ມີກຽດຮ່ວມ
ຮັບປະທານອາຫານຄ່ຳ ເຊິ່ງທາງສະຖານທູດ ໄດ້ຫ້າງຫາເອົາໄວ້ ໂດຍມີອາຫານພື້ນ
ບ້ານຂອງລາວ ຫລາກຫຼາຍປະເພດ ແລະທີ່ຂາດໄປບໍ່ໄດ້ ກໍແມ່ນ ລາບໝູ ລາບດິບ
ແລະ ກ້ອຍປາ ພ້ອມດ້ວຍຕຳໝາກຮຸ່ງ ເປັນຕົ້ນ ຈັດໄວ້ເປັນໂຕະແບບບຸບເຟ້ ສ່ວນ
ເຄື່ອງດື່ມເປັນເຫຼົ້າຢາ ແລະ ເບຍນັ້ນ ກໍມີພ້ອມພຽງ ຄອຍໄວ້ບໍລິການບັນດາແຂກທ່ານ
ຍິງ ແລະທ່ານຊາຍ.

ສຽງເພງລາວຈັງວະລຳວົງ ແລະຈັງວະອື່ນໆ ໄດ້ບັນເລງຂຶ້ນ ຢູ່ຕະຫຼອດງານ ຫຼັງຈາກທີ່
ບັນດາແຂກໄດ້ຮັບປະທານອາຫານ ຢ່າງອິ່ມໜຳສຳລານແລ້ວ ຂ້າພະເຈົ້າ ກໍໄດ້ສວຍ
ໂອກາດຂໍສຳພາດແຂກທ່ານນຶ່ງ ຊື່ວ່າ ທ່ານຄຳຫລ້າຂຸດສະຫວັນ ທີ່ມາຈາກລັດ
ແດລເລີແວ ດັ່ງຕໍ່ໄປນີ້:

ສ່ວນແຂກຕ່າງປະເທດ ຜູ້ນຶ່ງທີ່ມາຮ່ວມ ໃນງານຄັ້ງນີ້ ເປັນຍິງສາວຄົນອາເມຣິກັນ ເຊິ່ງຂ້າພະເຈົ້າໄດ້ຂໍສຳພາດນາງ ຄື ດັ່ງຕໍ່ໄປນີ້:

ຂ້າພະເຈົ້າຂໍໃຫ້ນາງແນະນຳຕົວເອງ ນາງກ່າວວ່າ “ຂ້າພະເຈົ້າຊື່ວ່າ ເອວາ ລາໂຣຊາ
ຂ້ອຍເຮັດວຽກຢູ່ ອົງການ Legacy of War ຕັ້ງຢູ່ໃນນະຄອນ ວໍຊິງຕັນ ດີຊີ”
ເຈົ້າໄດ້ຖືກເຊື້ອເຊີນມາຮ່ວມງານສະເຫຼີມສະຫຼອງ ໃນຄ່ຳຄືນນີ້ບໍ່? ນາງກ່າວວ່າ “ແມ່ນ
ແລ້ວ ທ່ານເອກອັກຄະລັດຖະທູດ ໄມ ແລະຍານາງ ສຸມາລີ ເພິ່ນໃຈດີຫຼາຍທີ່ໄດ້ເຊື້ອ
ເຊີນພວກເຮົາຢູ່ໃນຫ້ອງການ ໃຫ້ມາຮ່ວມໃນງານລ້ຽງ ວັນຊາດໃນມື້ນີ້.”
ເຈົ້າຄິດວ່າ
ການສະເຫຼີມສະຫຼອງໃນຄ່ຳຄືນນີ້ ເປັນຈັ່ງໃດ? ນາງກ່າວວ່າ “ພວກເຮົາດີໃຈຫຼາຍ ທີ່ໄດ້ເຂົ້າຮ່ວມໃນການສະເຫຼີມສະຫຼອງ ຜ່ານມາ ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດ
ກັບສະຖານທູດລາວ ວຽກງານຂອງພວກເຮົາພົວພັນກັບສະໜັບສະໜູນ ເພື່ອເກັບ
ກູ້ເອົາລະເບີດທີ່ຍັງບໍ່ທັນແຕກ ຢູ່ໃນລາວ ແລະເປັນໂອກາດພິເສດທີ່ມີສ່ວນຮ່ວມ
ໃນການສະເຫຼີມສະຫຼອງວັນຊາດ ໃນຄ່ຳຄືນນີ້.”
ອົງການ Legacy of War ອົງການ
ນີ້ ເຮັດຫຍັງແດ່ ຢູ່ໃນລາວ? ນາງກ່າວວ່າ “ພວກເຮົາກໍໄດ້ປຶກສາກັບລັດຖະສະພາ
ໃນວໍຊິງຕັນ ດີຊີ ກັບຂະແໜງການຕ່າງໆຂອງລັດຖະບານ ເພື່ອຮັບປະກັນວ່າ ຈະມີ
ທຶນຢູ່ໃນງົບປະມານ ສຳລັບລາວ ເພື່ອການເກັບກູ້ເອົາລະເບີດທີ່ຍັງບໍ່ທັນແຕກ ເຊິ່ງ
ຕົກຄ້າງຈາກສົງຄາມຫວຽດນາມ ທີ່ຍັງມີຢູ່ ຢູ່ໃນລາວໃນປັດຈຸບັນນີ້.”
ຂ້າພະເຈົ້າຄິດ
ວ່າ ເມື່ອປີກາຍນີ້ ປະທານາທິບໍດີ ໂອບາມາ ໃຫ້ຄຳສັນຍາວ່າ ທ່ານປະຕິຍານວ່າ ຈະ
ໃຫ້ທຶນຊ່ວຍເຫຼືອ 90 ລ້ານໂດລາ ພາຍໃນ 3 ປີ ເພື່ອເກັບກູ້ເອົາລະເບີດທັງຫຼາຍອອກ
ໄປຈາກລາວໃຫ້ໝົດ ທຶນນີ້ໄດ້ຖືກຈັດຕັ້ງປະຕິບັດແລ້ວຫຼືບໍ່? ນາງຕອບວ່າ “ສຳລັບ
ງົບປະມານປີ 2016 ແລະ 2017 ເງິນໄດ້ຖືກຈັດສັນໄປແລ້ວ ສ່ວນງົບປະມານສົກປີ
2018 ຂອງລັດຖະສະພາ ແມ່ນກຳລັງຖືກພິຈາລະນາຢູ່ ສະນັ້ນ ພວກເຮົາກໍກຳລັງທຳ
ການຜັກດັນ ໃນເວລານີ້ ຢູ່ໃນລັດຖະສະພາ ເພື່ອຮັບປະກັນວ່າ ທຶນສ່ວນທີ່ເຫຼືອສຸດ
ທ້າຍ 30 ລ້ານໂດລາ ຈາກການປະຕິຍານ 90 ລ້ານໂດລາ ຂອງປະທານາທິບໍດີ
ໂອບາມາ ນັ້ນ ຈະໄດ້ຖືກຈັດຕັ້ງປະຕິບັດ ສະນັ້ນ ພວກເຮົາກຳລັງທຳງານ ໃນສ່ວນທີ່
ເຫຼືອສຸດທ້າຍນັ້ນຢູ່.”
ຂ້າພະເຈົ້າໄດ້ສຳພາດທ່ານເອກອັກຄະລັດຖະທູດ ກ່ຽວກັບທຶນ
30 ລ້ານໂດລາດັ່ງກ່າວ ເພິ່ນໄດ້ກ່າວວ່າ ນຶ່ງສ່ວນສີ່ຂອງທຶນ 30 ລ້ານໂດລາ ສ່ວຍໃຫຍ່
ໄດ້ຖືກນຳໃຊ້ເຂົ້າໃນການເກັບກູ້ລະເບີດ ແຕ່ສ່ວນທີ່ເຫຼືອນັ້ນ ໄດ້ຖືກນຳໃຊ້ໃນດ້ານອື່ນໆ
ເຈົ້າຮູ້ຈັກກ່ຽວກັບເລື່ອງນີ້ບໍ່? ນາງເອເວັນ ກ່າວວ່າ “ຂ້ອຍຮູ້ຈັກຢູ່ວ່າ ພາກສ່ວນນຶ່ງ ຂອງ
ທຶນດັ່ງກ່າວ ແມ່ນຖືກນຳໃຊ້ເຂົ້າໃນ ການສຳຫຼວດທົ່ວປະເທດ ເພື່ອກວດເບິ່ງເນື້ອທີ່
ທັງໝົດໃນລາວ ເພື່ອທີ່ຈະກະປະມານໄດ້ວ່າ ມີລູກລະເບີດບໍ່ທັນແຕກຫຼາຍປານໃດ
ທີ່ຍັງເຫຼືອຢູ່ ສຳລັບການເກັບກູ້ ດັ່ງນັ້ນ ເຮົາຈຶ່ງຮູ້ໄດ້ວ່າ ໃນອະນາຄົດ ເຮົາຈະໃຊ້ທຶນ
ຫຼາຍປານໃດ ເພື່ອທີ່ຈະເກັບກູ້ລະເບີດ ເພາະສະນັ້ນ ທຶນບາງສ່ວນທີ່ທ່ານໄດ້ກ່າວ
ເຖິງນັ້ນ ແມ່ນນຳໃຊ້ໂດຍກົງໃນການເກັບກູ້ລະເບີດ ແລະສ່ວນອື່ນ ດັ່ງທີ່ຂ້ອຍໄດ້
ກ່າວໄປ ແມ່ນສຳລັບການສຳຫຼວດທົ່ວປະເທດ ເພື່ອທີ່ຈະຊ່ອຍໃຫ້ເຮົາກະປະມານໄດ້
ດີກວ່າເກົ່າວ່າ ວຽກງານທີ່ຈະຕ້ອງເຮັດ ເຫຼືອຫຼາຍປານໃດ.”
ທຶນສ່ວນສຸດທ້າຍແມ່ນ
ຍັງກຳລັງດຳເນີນການຢູ່ ແລ້ວໃນອະນາຄົດ ເຈົ້າເຫັນບໍ່ວ່າ ລັດຖະບານ ສະຫະລັດ ຈະ
ຈັດສັນທຶນໃນການເກັບກູ້ລະເບີດທັງໝົດ ໃຫ້ແກ່ລາວຕື່ມບໍ່? “ຂ້ອຍບໍ່ສາມາດເວົ້າໄດ້
ຢ່າງແນ່ໃຈວ່າ ລັດຖະບານຈະເຮັດແນວໃດ ແຕ່ຂ້ອຍຮູ້ດີວ່າ ພາລະກິດຂອງພວກເຮົາ
ແມ່ນຈະສືບຕໍ່ຈັດສັນທຶນໄປໃຫ້ລາວ ຈົນກວ່າລະເບີດທັງໝົດ ໄດ້ຖືກເກັບກູ້ ແລະ
ພວກເຮົາຢູ່ທີ່ອົງການ Legacy of War ຈະສືບຕໍ່ເຮັດວຽກຈົນກວ່າວ່າ ລະເບີດຈະ
ໝົດໄປ ແລະໃນອະນາຄົດ ຂຶ້ນຢູ່ກັບການສຳຫລວດທົ່ວປະເທດ ດັ່ງທີ່ຂ້ອຍໄດ້ກ່າວ
ພວກເຮົາຈະກະປະມານໄດ້ດີຂຶ້ນ ວ່າເຮົາຈະໃຊ້ທຶນຫຼາຍຊ່ຳໃດ ທີ່ຈະເກັບກູ້ລະເບີດ
ຍັງເຫຼືອຢູ່ທັງໝົດ.”

ແລະແຂກຄົນລາວອີກທ່ານນຶ່ງທີ່ເດີນທາງມາຈາກລັດເທັນເນັດຊີ້ ທ່ານຈັນສະຫວ່າງ
ອຸດົມ ຊື່ຫຼິ້ນ ໃຫຍ່ ຊຶ່ງຜູ້ກ່ຽວມີຄວາມເຫັນດັ່ງນີ້:

ໃນເວລາ 8 ໂມງກວ່າໆ ເອກອັກຄະລັດຖະທູດ ໄມ ໄຊຍະວົງ ພ້ອມດ້ວຍຄະນະ ແລະ
ບັນດາແຂກຜູ້ມີກຽດທັງຫຼາຍ ໄດ້ພາກັນເຂົ້າໄປເຕົ້າໂຮມກັນ ຢູ່ໃນຮ້ອງຮັບແຂກໃຫຍ່
ຢູ່ກາງຕຶກຂອງສະຖານທູດ ເພື່ອຮັບຟັງການກ່າວຄຳປາໄສ ຂອງທ່ານເອກອັກຄະລັດ
ຖະທູດ ໄມ ດັ່ງຕໍ່ໄປນີ້:

ຫລັງຈາກການກ່າວຄຳປາໄສ ໄດ້ສິ້ນສຸດລົງ ທ່ານເອກອັກຄະລັດຖະທູດ ໄມ ໄຊຍະວົງ
ພ້ອມດ້ວຍພັນລະຍາ ກໍໄດ້ເຊື້ອເຊີນບັນດາແຂກຜູ້ມີກຽດ ເປີດເວທີຟ້ອນລຳວົງ ຮອບ
ປະຖົມມະເລີກ. ຕໍ່ຈາກນັ້ນ ງານສະເຫຼີມສະຫຼອງ ກໍໄດ້ກ້າວເຂົ້າສູ່ວາລະການເບີກບານ
ມ່ວນຊື່ນ ຈົນເຖິງເວລາ 10 ໂມງເຄິ່ງ ເຊິ່ງຖືວ່າ ເປັນການສິ້ນສຸດຂອງການສະເຫຼີມ
ສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 42 ປີ.

XS
SM
MD
LG