ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແລະ ປະກາດ ບັງຄັບໃຊ້ກົດໝາຍ 119 ສະບັບ


ທ່ານພັນຄຳ ວິພາວັນ ຮອງປະທານ ປະເທດລາວ ໄດ້ໃຫ້ການຢືນຢັນວ່າ ການມີກົດໝາຍທີ່ບໍ່ສອດຄ້ອງ ກັບສະພາບການຕົວຈິງ ເຮັດໃຫ້ການຈັດຕັ້ງປະຕິບັດ ຜັນຂະຫຍາຍກົດໝາຍນັ້ນ ມີປະສິດທິພາບຕ່ຳ.
ທ່ານພັນຄຳ ວິພາວັນ ຮອງປະທານ ປະເທດລາວ ໄດ້ໃຫ້ການຢືນຢັນວ່າ ການມີກົດໝາຍທີ່ບໍ່ສອດຄ້ອງ ກັບສະພາບການຕົວຈິງ ເຮັດໃຫ້ການຈັດຕັ້ງປະຕິບັດ ຜັນຂະຫຍາຍກົດໝາຍນັ້ນ ມີປະສິດທິພາບຕ່ຳ.

ສະພາແຫ່ງຊາດລາວ ໃຫ້ການຮັບຮອງກົດໝາຍແລ້ວ ຈຳນວນທອງໝົດ 119 ສະບັບ ຫາກແຕ່ກົດໝາຍສ່ວນໃຫຍ່ ບໍ່ສອດຄ້ອງກັບສະພາບຕົວຈິງ ຈຶ່ງເຮັດໃຫ້ການບັງຄັບ ໃຊ້ກົດໝາຍ ບໍ່ມີປະສິດທິພາບ.

ທ່ານສາຍທ່ອງ ແກ້ວດວງດີ ປະທານຄະນະກຳມາທິການກົດໝາຍ ສະພາແຫ່ງຊາດ ຊຸດທີ 8 ໄດ້ໃຫ້ການຢືນຢັນວ່າ ໃນປັດຈຸບັນນີ້ ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແລະປະກາດບັງຄັບໃຊ້ກົດໝາຍ ຢ່າງເປັນທາງການແລ້ວ ຈຳນວນທັງໝົດ 119 ສະບັບ ຫາກແຕ່ຈາກການກວດກາ ການຈັດຕັ້ງປະຕິບັດຕົວຈິງ ໃນລະຍະຜ່ານມາພົບວ່າ ມີກົດໝາຍຈຳນວນໜຶ່ງ ຍັງບໍ່ໄດ້ຈັດຕັ້ງຜັນຂະຫຍາຍລະອຽດ ເນື່ອງຈາກວ່າ ການສ້າງ ກົດໝາຍທີ່ມີລັກສະນະຟ້າວຝັ່ງຮີບຮ້ອນນັ້ນ ເຮັດໃຫ້ການກຳນົດເນື້ອໃນບໍ່ຊັດເຈນ ບໍ່ຮັດກຸມ ແລະບໍ່ສອດຄ້ອງກັບສະພາບການຕົວຈິງ ທັງຍັງບໍ່ສາມາດຜັນຂະຫຍາຍ ເປັນນິຕິກຳລຸ່ມກົດໝາຍ ໃຫ້ຄົບຖ້ວນອີກດ້ວຍ.

ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 8 ລະຫວ່າງ ວັນທີ 24 ຕຸລາ ຫາ ວັນທີ 18 ພະຈິກ ປີ 2016.
ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 8 ລະຫວ່າງ ວັນທີ 24 ຕຸລາ ຫາ ວັນທີ 18 ພະຈິກ ປີ 2016.

ທັງນີ້ ຄະນະກຳມາທິການກົດໝາຍ ສະພາແຫ່ງຊາດລາວ ໄດ້ກວດກາການຈັດຕັ້ງ ຜັນຂະຫຍາຍກົດໝາຍໃນ 29 ອົງການ ທັງຢູ່ໃນຂົງເຂດປົກຄອງ ຍຸຕິທຳ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເສດຖະກິດ ແລະ ສັງຄົມ-ວັດທະນະທຳ ຊຶ່ງພົບວ່າ ມີ 525 ມາດຕາ ໃນກົດໝາຍທັງ 119 ສະບັບດັ່ງກ່າວ ໄດ້ກຳນົດ ໃຫ້ອອກລະບຽບການຕ່າງ
ຫາກ ຫຼື ນິຕິກຳລຸ່ມກົດໝາຍ ແຕ່ກໍປະກົດວ່າ ໄດ້ມີການອອກລະບຽບການໄປແລ້ວ
ພຽງ 246 ມາດຕາເທົ່ານັ້ນ.

ທາງດ້ານ ທ່ານພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ໃຫ້ການຢືນຢັນວ່າ ການມີ ກົດໝາຍທີ່ບໍ່ສອດຄ້ອງກັບສະພາບການຕົວຈິງ ທັງຍັງມີເນື້ອໃນບໍ່ຊັດເຈນ ບໍ່ຮັດກຸມ ແລະຫາກສົມທົບດ້ວຍການມີບຸຄະລາກອນທີ່ບໍ່ມີຄວາມຮູ້ ຄວາມສາມາດທາງກົດໝາຍ ນຳອີກ ກໍຍ່ອມທີ່ຈະເຮັດໃຫ້ການຈັດຕັ້ງປະຕິບັດຜັນຂະຫຍາຍກົດໝາຍນັ້ນ ມີປະສິດ ທິພາບຕ່ຳ ແລະບໍ່ຍຸຕິທຳຕໍ່ປະຊາຊົນລາວ ດັ່ງທີ່ທ່ານຢືນຢັນວ່າ:

“ມີແຕ່ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ເດັດຂາດ ເດັດດ່ຽວ ປົກປ້ອງຄວາມ ຖືກຕ້ອງ ແລະຄວາມຍຸຕິທຳຂອງລັດ ຂອງສັງຄົມ ເດັດຂາດບໍ່ອະນຸຍາດໃຫ້ອິດ
ທິພົນ ຂອງອຳນາດເຖື່ອນ ສິ່ງຜິດກົດໝາຍ ຄວບຄຸມ ແລະສວຍໃຊ້ບົດບາດໜ້າທີ່ ເພື່ອເຈດຈຳນົງບໍ່ຖືກຕ້ອງ ຖ້າບໍ່ດັ່ງນັ້ນ ລັດເຮົາກໍຈະບໍ່ສ້າງຄວາມເຊື່ອໝັ້ນ ສ້າງ ຄວາມຖືກຕ້ອງເປັນທຳໃຫ້ແກ່ພົນລະເມືອງ ໃນສັງຄົມ.”

ກ່ອນໜ້ານີ້ ສານປະຊາຊົນສູງສຸດ ລາຍງານວ່າ ໃນຊ່ວງປີ 2011-2015 ຜ່ານມາ ປະຊາຊົນລາວ ໄດ້ຍື່ນການຟ້ອງຮ້ອງທີ່ກ່ຽວຂ້ອງກັລການຂັດແຍ່ງຕ່າງໆ ຕໍ່ສານ ປະຊາຊົນລາວ ຈຳນວນ 38,740 ຄະດີ ໃນນີ້ໄດ້ຕັດສິນ ແລະແກ້ໄຂຄະດີໄປແລ້ວ 36,070 ຄະດີ ຄິດເປັນ 95.32 ເປີເຊັນ ຂອງຈຳນວນຄະດີທັງໝົດ.

ທັງນີ້ ໂດຍສສານປະຊາຊົນຂັ້ນຕົ້ນ ໄດ້ຮັບການຟ້ອງຮ້ອງຫຼາຍທີ່ສຸດ ກໍຄື 29,780
ຄະດີ ຊຶ່ງໃນນີ້ ໄດ້ແກ້ໄຂໄປແລ້ວ 28,470 ຄະດີ ຄິດເປັນ 95.71 ເປີເຊັນ ຂອງຄະດີ ທັງໝົດ ສ່ວນສານອຸທອນ ໄດ້ຮັບການຟ້ອງຮ້ອງ 5,560 ຄະດີ ຄິດເປັນ 93.97
ເປີເຊັນ ແລະສານປະຊາຊົນສູງສຸດ ໄດ້ຮັບການຟ້ອງຮ້ອງ 1,490 ຄະດີ ແກ້ໄຂໄດ້
ແລ້ວ 1,420 ຄະດີ ຄິດເປັນ 94.85 ເປີເຊັນ ຕາມລຳດັບ ຊຶ່ງສ່ວນໃຫຍ່ເປັນຄະດີອາຍາ ແລະການຂັດແຍ່ງກ່ຽວກັບທີ່ດິນ.

ທາງດ້ານອົງການໄອຍະການປະຊາຊົນສູງສຸດ ລາຍງານວ່າ ການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍຕາມການຕັດສິນຂອງສານປະຊາຊົນທົ່ວປະເທດໃນປີ 2015 ທີ່ຜ່ານມາ ສາມາດປະຕິບັດ ສຳເລັດ 2,140 ຄະດີ ຄິດເປັນພຽງ 15.62 ເປີເຊັນ ຂອງຄະດີອາຍາທັງໝົດ 13,690 ກວ່າຄະດີ ຈຶ່ງຍັງມີ 11,017 ຄະດີຫຼື 80.43 ເປີເຊັນ ຂອງຄະດີທັງໝົດ ທີ່ກຳລັງຕິດຕາມກວດກາ ຈັດຕັ້ງປະຕິບັດກົດໝາຍຕາມການຕັດສິນ ຂອງສານໃຫ້ໄດ້ຢ່າງເປັນຮູບປະທຳ ຊຶ່ງຮວມເຖິງ ຄະດີທີ່ມີຄວາມຜິດກ່ຽວກັບຢາ
ເສບຕິດດ້ວຍ ໂດຍໃນປີ 2015 ຕຳຫຼວດລາວ ມ້າງແກ່ງຄ້າຢາເສບຕິດໄດ້ 2,258
ກໍລະນີ ຈັບຜູ້ຕ້ອງຫາ 3,346 ຄົນ ມີຊາວຕ່າງຊາດ 90 ຄົນ ແລະເປັນການຈັບກຸ່ມ
ແກ່ງຄ້າຢາເສບຕິດໄດ້ ເພີ່ມຂຶ້ນ ເກີນກວ່າ 600 ກໍລະນີທຽບກັບປີ 2014.

ສ່ວນຢາເສບຕິດຂອງກາງທີ່ຢຶດໄດ້ ຈາກການຈັບກຸມດັ່ງກ່າວນີ້ ກໍປະກອບດ້ວຍ ຢາບ້າ ຫຼາຍກວ່າ 6,330,000 ເໝັດ ເຮໂຣອິນ 134 ກິໂລກຣາມ ກັນຊາແຫ້ງ 3,257 ກິໂລ ກຣາມ ຢາໄອຊ 176 ກິໂລກຣາມ ຝິ່ນດິບ ເກືອບ 50 ກິໂລກຣາມ ສານເຄມີ ແລະສ່ວນ ປະສົມຂອງຢາເສບຕິດອີກ 8,242 ກິໂລກຣາມ ໂດຍພື້ນທີ່ທີ່ມີການຈັບກຸມ ແລະຢຶດຢາ ເສບຕິດໄດ້ຫຼາຍທີ່ສຸດ ກໍຄືເຂດນະຄອນຫຼວງວຽງຈັນ.

XS
SM
MD
LG