ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ສ່ວນໃຫຍ່ໃນ ລາວ ຍັງເຂົ້າບໍ່ເຖິງ ແຫຼ່ງເງິນທຶນ


ປະຊາຊົນທ່ຽວຊົມງານວາງສະແດງສິນຄ້າ ນຶ່ງເມືອງ-ນຶ່ງ
ຜະລິດຕະພັນໃນ ສປປ ລາວ.
ປະຊາຊົນທ່ຽວຊົມງານວາງສະແດງສິນຄ້າ ນຶ່ງເມືອງ-ນຶ່ງ ຜະລິດຕະພັນໃນ ສປປ ລາວ.

ປະທານສະພາແຫ່ງຊາດ ລາວ ຢືນຢັນວ່າ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດ
ກາງສ່ວນໃຫຍ່ໃນ ລາວ ຍັງເຂົ້າບໍ່ເຖິງແຫຼ່ງເງິນທຶນ ຈຶ່ງເຮັດໃຫ້ບໍ່ສາມາດພັດທະນາ
ສິນຄ້າ ແລະ ບໍລິການແຂ່ງຂັນກັບຕ່າງຊາດໄດ້.

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ຖະແຫຼງຢືນຢັນວ່າ ວຽກງານ
ສຳຄັນດ້ານນຶ່ງທີ່ລັດຖະບານ ລາວ ຈະຕ້ອງເລັ່ງພັດທະນາ ແລະ ປັບປຸງລະບົບການ
ບໍລິຫານງານໃຫ້ມີປະສິດທິພາບໃນການຈັດຕັ້ງປະຕິບັດໃນພາກຕົວຈິງໃຫ້ໄວທີ່ສຸດຄື
ການສ້າງຕັ້ງລະບົບທີ່ເອື້ອຍອຳນວຍຕໍ່ການເຂົ້າເຖິງແຫຼ່ງເງິນທຶນ ເພື່ອນຳໃຊ້ໃນການ
ພັດທະນາສິນຄ້າ ແລະ ບໍລິການຂອງບັນດາວິສາວະກິດຂະໜາດນ້ອຍ ແລະ ຂະ
ໜາດກາງ (SMEs) ເພາະການຈັດຕັ້ງປະຕິບັດໃນພາກຕົວຈິງໄດ້ດຳເນີນໄປຢ່າງຊັກ
ຊ້ານັບແຕ່ໄດ້ມີການປະກາດບັງຄັບໃຊ້ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະ
ໜາດນ້ອຍ ແລະ ຂະໜາດກາງຢ່າງເປັນທາງການໃນເດືອນທັນວາ 2011 ເປັນຕົ້ນ
ມາແລ້ວນັ້ນ.

ທັງນີ້ໂດຍສາເຫດສຳຄັນທີ່ເຮັດໃຫ້ເກີດການຊັກຊ້າໃນການຈັດຕັ້ງປະຕິບັດໃນໄລຍະ
ຜ່ານມາກໍຄືພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ລາວ ຍັງບໍ່ໄດ້ມີການຈັດຕັ້ງປະຕິ
ບັດບັນດານິຕິກຳໃຕ້ກົດໝາຍຢ່າງມີປະສິດທິພາບ ທັງຍັງບໍ່ມີຄວາມຊັດເຈນໃນການ
ກຳນົດຄົນໂຍບາຍທີ່ກຽວກັບການເຂົ້າເຖິງແຫຼ່ງເງິນທຶນຂາດການແນະນຳທາງດ້ານວິ
ຊາການ, ການສ້າງແຜນທຸລະກິດ, ການເຂົ້າເຖິງຕະຫຼາດ ແລະ ການຂາດຄວາມຊັດ
ເຈນໃນນະໂຍບາຍ ກ່ຽວກັບ ອາກອນທຸລະກິດ SMEs ການກຳນົດອັດຕາດອກເບ້ຍ
ແລະ ອື່ນໆທີ່ລັດຖະບານ ລາວ ຈຳເປັນຈະຕ້ອງໄດ້ມີການພັດທະນາ ແລະ ປັບປຸງ
ຢ່າງດີຮີບດ່ວນທີ່ສຸດ ດັ່ງທີ່ທ່ານນາງ ປານີ ຢືນຢັນວ່າ.

"ຕໍ່ກັບການກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວ ສະເໜີໃຫ້ລັດຖະບານສືບຕໍ່ຊີ້
ນຳ ແລະ ຈັດຕັ້ງປະຕິບັດກົດໝາຍ ນິຕິກຳໃຕ້ກົດໝາຍວ່າດ້ວຍການສົ່ງເສີມ SMEs
ທີ່ໄດ້ປະກາດໃຊ້ໃຫ້ເປັນຮູບປະທຳ ແລະ ໃຫ້ໄວຂຶ້ນກວ່າເກົ່າ ໂດຍສະເພາະແມ່ນ
ການກຳນົດບັນດານະໂຍບາຍເຂົ້າເຖິງແຫຼ່ງທຶນ ການແນະນຳທາງດ້ານວິຊາການ,
ການສ້າງແຜນ, ການເຂົ້າເຖິງການຕະຫຼາດ, ການກຳນົດນະໂຍບາຍທາງດ້ານອາ
ກອນ, ນະໂຍບາຍດອກເບ້ຍ ແລະ ອື່ນໆ."

ທາງດ້ານເຈົ້າໜ້າທີ່ຂອງທະນາຄານໂລກປະຈຳລາວ ຢືນຢັນວ່າ ທະນາຄານໂລກ ໄດ້
ໃຫ້ການຊ່ວຍເຫຼືອເພື່ອການພັດທະນາ SMEs ໃນລາວ ຄິດເປັນມູນຄ່າລວມ 20
ລ້ານໂດລາໃນຊ່ວງປີ 2014-2019 ໃນນີ້ແບ່ງເປັນການຊ່ວຍເຫຼືອດ້ານເທັກນິກ 10
ລ້ານໂດລາ ແລະ ເງິນທຶນກູ້ຢືມສຳລັບ SMEs ໃນມູນຄ່າ 10 ລ້ານໂດລາ ຊຶ່ງກໍປາກົດ
ວ່າ ຈົນເຖິງທ້າຍປີ 2017 ທີ່ຜ່ານມາໄດ້ມີການປ່ອຍເງິນກູ້ໃຫ້ກັບ SMEs ພຽງ 42
ລາຍ ແລະ ຄິດເປັນມູນຄ່າລວມພຽງ 4 ລ້ານ 4 ແສນໂດລາເທົ່ານັ້ນ ທັງນີ້ກໍເນື່ອງມາ
ຈາກການຈັດຕັ້ງປະຕິບັດທີ່ຊັກຊ້າດັ່ງກ່າວ.

ສ່ວນທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ
ແຫ່ງຊາດ ລາວ ກໍຢືນຢັນວ່າ ສະພາການຄ້າ ແລະ ອຸດສາຫະກຳ ໄດ້ສ້າງຕັ້ງສູນພັດ
ທະນາກາໝາຍການຄ້າຂຶ້ນ ເມື່ອບໍ່ນານມານີ້ ດ້ວຍການຊ່ວຍເຫຼືອຈາກອົງການສະ
ຫະປະຊາຊາດ ໂດຍມີເປົ້າໝາຍທີ່ຈະພັດທະນາເພື່ອຍົກລະດັບຄຸນນະພາບສິນຄ້າທີ່
ຜະລິດໃນ ລາວ ໃຫ້ໄດ້ມາດຕະຖານສາກົນ ໂດຍສະເພາະແມ່ນໄມ້ແປຮູບນັ້ນຖືເປັນ
ທ່າແຮງສຳຄັນທີ່ພາກທຸລະກິດໃນ ລາວ ສາມາດຈະພັດທະນາໃຫ້ແຂ່ງຂັນໃນຕະຫຼາດ
ສາກົນໄດ້ເປັນຢ່າງດີ.

ໂດນອີງຕາມລາຍງານຂອງສູນສະຖິຕິແຫ່ງຊາດ ລະບຸວ່າ ການສຳຫຼວດທີ່ກ່ຽວກັບ
ການຜະລິດສິນຄ້າ ແລະ ບໍລິການຂອງບັນດາຫົວໜ່ວຍພື້ນຖານທາງເສດຖະກິດຈຳ
ນວນທັງໝົດ 124,830 ຫົວໜ່ວຍໃນທົ່ວປະເທດພົບວ່າ 94 ເປີເຊັນເປັນຫົວໜ່ວຍ
ທຸລະກິດທີ່ໄດ້ທຳການຜະລິດສິນຄ້າ ແລະ ບໍລິການ ເພື່ອຕອບສະໜອງການບໍລິໂພກ
ພາຍໃນປະເທດເປັນດ້ານຫຼັກ ໂດຍມີພຽງ 630 ຫົວໜ່ວຍ ຄິດເປັນ 0.5 ເປີເຊັນເທົ່າ
ນັ້ນ ທີ່ເນັ້ນໜັກການຜະລິດສິນຄ້າເພື່ອສົ່ງອອກ ສ່ວນ 1,700 ກວ່າຫົວໜ່ວຍຄິດເປັນ
1.4 ເປີເຊັນທີ່ເນັ້ນໜັກທັງການຜະລິດສິນຄ້າ ເພື່ອສົ່ງອອກ ແລະ ຕອບສະໜອງການ
ບໍລິໂພກພາຍໃນປະເທດຄຽງຄູ່ກັນໄປ.

ແຕ່ຢ່າງໃດກໍຕາມ ໃນປັດຈຸບັນກໍມີຫົວໜ່ວຍທຸລະກິດເອກະຊົນ ລາວ ຈຳນວນທັງໝົດ
119 ຫົວໜ່ວຍໃນທົ່ວປະເທດທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ກາໝາຍໜຶ່ງເມືອງ-ນຶ່ງ
ຜະລິດຕະພັນ (ODOP) ທີ່ນານາຊາດໃຫ້ການຍອມຮັບໃນຄຸນະພາບ ແລະ ມາດຕະ
ຖານທີ່ເປັນຜະລິດຕະພັນຂອງ ລາວ ໃນຕະຫຼາດສາກົນ.

XS
SM
MD
LG