ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິບັດ ແຜນລົບລ້າງ ບັນຫາຍາກຈົນ ຂອງປະຊາຊົນ ຢູ່ໃນລາວ ຍັງມີປະສິດ ທິພາບ ຕໍ່າ


ຊາວຊົນນະບົດຈໍານວນນຶ່ງ ທີ່ມີຖານະທຸກຍາກ ໃນເຂດຫ່າງໄກສອງຫຼີກ ຂອງ ສປປ ລາວ
ຊາວຊົນນະບົດຈໍານວນນຶ່ງ ທີ່ມີຖານະທຸກຍາກ ໃນເຂດຫ່າງໄກສອງຫຼີກ ຂອງ ສປປ ລາວ

ຄະນະກຳມາທິການສະພາແຫ່ງຊາດລາວ ຢືນຢັນວ່າ ການຈັດຕັ້ງປະຕິບັດແຜນການ
ລົບລ້າງບັນຫາຍາກຈົນ ຂອງປະຊາຊົນໂດຍລັດຖະບານລາວ ຍັງມີປະສິດທິພາບຕ່ຳ ເພາະຂາດຄວາມເປັນເອກກະພາບ ໃນການປະສານງານ.

please wait

No media source currently available

0:00 0:05:32 0:00
ລິງໂດຍກົງ

ທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການເສັດຖະກິດ ເທັກໂນໂລຈີ ແລະ
ສິ່ງແວດລ້ອມຂອງສະພາແຫ່ງຊາດລາວ ຊຸດທີ 8 ຖະແຫລງຢືນຢັນວ່າ ການກວດ
ກາການຈັດຕັ້ງປະຕິບັດແຜນການພັດທະນາ ເພື່ອລົບລ້າງບັນຫາຍາກຈົນຂອງປະຊາ ຊົນລາວບັນດາເຜົ່າ ໃນຊົນນະບົດ ໄລຍະທີ່ຜ່ານມາ ພົບວ່າ ການຈັດຕັ້ງປະຕິບັດຂອງ
ລັດຖະບານລາວ ຍັງມີປະສິດທິພາບຕ່ຳໃນທຸກດ້ານ ໂດຍສະເພາະແມ່ນບັນຫາດ້ອຍ
ປະສິດທິພາບຂອງໜ່ວຍງານ ແລະພະນັກງານລັດນັ້ນ ໄດ້ເຮັດໃຫ້ການຫລຸດຜ່ອນ
ຄວາມຍາກຈົນຂອງປະຊາຊົນລາວ ດຳເນີນໄປໄດ້ ຢ່າງຊັກຊ້າທີ່ສຸດ ທັງຍັງຂາດຄວາມ
ເປັນເອກກະພາບອີກດ້ວຍ ດັ່ງທີ່ ທ່ານບຸນປອນ ໄດ້ໃຫ້ການຢືນຢັນວ່າ:

ການຕິດຕາມກວດກາຂອງພວກຂ້າພະເຈົ້າ ມີດັ່ງນີ້ ການຈັດສັນງົບປະມານບໍ່ທັນ
ຊັດເຈນ ແລະບໍ່ພຽງພໍ ບຸກຄະລາກອນທີ່ເຮັດວຽກງານຕົວຈິງ ບໍ່ທັນໄດ້ຮັບການ

ປັບປຸງໃຫ້ດີຂຶ້ນເທົ່າທີ່ຄວນ ການຈັດສົ່ງພະນັກງານລົງຊ່ອຍວຽກ ລົງຊ່ອຍແຂວງ
ເມືອງ ບໍ່ທັນເປັນຂະບວນ ທັງບໍ່ທັນຖືກກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງ
ທ້ອງຖິ່ນ ມີບາງພາກສ່ວນໄປປະຈຳການ ແຕ່ບໍ່ຮູ້ເຮັດວຽກ ບໍ່ສາມາດຊ່ອຍປະຊາ
ຊົນໄດ້ ວຽກງານພັດທະນາຊົນນະບົດ ບໍ່ທັນລວມສູນ ເຮັດພໍໃຜພໍລາວ ກະຊວງທີ່
ຮັບ
ຜິດຊອບວຽກນີ້ ກໍຍັງບໍ່ທັນສາມາດສັງລວມໄດ້ຂໍ້ມູນກ່ຽວກັບວຽກງານດັ່ງກ່າວ.”

ທ່ານບຸນປອນ ຢືນຢັນດ້ວຍວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມຂອງລັດຖະບານລາວ ໃນປີ 2017 ບໍ່ສາມາດບັນລຸຄາດໝາຍທີ່ວາງ
ໄວ້ໃນເກືອບທຸກດ້ານ ເຊັ່ນການເຂົ້າເຖິງຫລັກປະກັນດ້ານສຸຂະພາບຂອງປະຊາຊົນ
ລາວ ສາມາດຈັດຕັ້ງປະຕິບັດໄດ້ພຽງ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງ
ເອົາໄວ້ເຖິງ 51 ເປີເຊັນ ຂອງຈຳນວນປະຊາກອນລາວທັງປະເທດ.

ທາງດ້ານ ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະການ
ລົງທຶນ ກໍຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການຫລຸດຜ່ອນຄວາມຍາກຈົນ ຂອງ
ປະຊາຊົນລາວ ໃນປີ 2017 ໄດ້ເຮັດໃຫ້ສະພາບຊີວິດການເປັນຢູ່ ຂອງປະຊາຊົນໃນ
ຕົວເມືອງກັບຊົນຈະບົດມີການແຕກໂຕນກັນຫລາຍຂຶ້ນ ໂດຍຈະເຫັນໄດ້ຢ່າງຊັດເຈນ
ຈາກອັດຕາຄວາມຍາກຈົນ ຂອງປະຊາຊົນລາວ ໃນເຂດນະຄອນວຽກຈັນ ຍັງເຫຼືອພຽງ
1 ເປີເຊັນເທົ່ານັ້ນ ໃນຂະນະທີ່ຄວາມຍາກຈົນ ຢູ່ທີ່ແຂວງສາລະວັນ ຍັງສູງເຖິງ 49.8
ເປີເຊັນ ບໍ່ແກ້ວ 44 ເປີເຊັນ ເຊກອງ 42.7 ເປີເຊັນ ຫົວພັນ 39.2 ເປີເຊັນ ຊຽງຂວາງ
31.9 ເປີເຊັນ ແລະແຂວງອຸດົມໄຊ 30.1 ເປີເຊັນ ຕາມລຳດັບ.

ສ່ວນຄະນະກຳມະການນະໂຍບາຍການພັດທະນາຂອງສະພາເສດຖະກິດ ແລະສັງຄົມ
ແຫ່ງສະຫະປະຊາຊາດ ໄດ້ຖະແຫລງວ່າ ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້
ແລ້ວ 2 ໃນ 3 ເງື່ອນໄຂອັນເປັນເກນມາດຕະຖານຂອງການຫລຸດພົ້ນອອກຈາກສະ
ຖານພາບດ້ອຍພັດທະນາ ໂດຍເມື່ອປະເມີນຈາກການຈັດຕັ້ງປະຕິບັດດັ່ງກ່າວ ກໍເຮັດ
ໃຫ້ຄາດໝາຍໄດ້ວ່າ ສປປ ລາວ ຈະສາມາດຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້
ໃນປີ 2024.

ໂດຍທັງ 2 ເງື່ອນໄຂທີ່ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄືເກນ
ມາດຕະຖານຂັ້ນຕ່ຳ ຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານ
ຂັ້ນຕ່ຳຂອງສະຫະປະຊາຊາດ ກຳນົດໄວ້ທີ່ລະດັບ 1,242 ໂດລາຕໍ່ຄົນ ແຕ່ລັດຖະບານ
ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວ ທີ່ລະດັບ 1,996 ໂດລາຕໍ່ຄົນ ໃນປີ 2015 ແລະ
ດັດຊະນີຊັບສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະປະຊາຊາດໄດ້ກຳນົດ​ໄວ້ທີ່ອັດຕາສະເລ່ຍ 66 ເປີເຊັນ ລັດຖະບານລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວ ທີ່
ອັດຕາສະເລ່ຍ 72.8 ເປີເຊັນ ໃນປີ 2015 ຈຶ່ງເຫຼືອພຽງດັດຊະນີຄວາມອ່ອນໄຫວທາງ
ເສດຖະກິດ (EVI) ເທົ່ານັ້ນ ທີ່ມາດຕະຖານຂອງສະຫະປະຊາຊາດກຳນົດໄວ້ທີ່ລະດັບ
ຕ່ຳກວ່າ 32 ເປີເຊັນ ແຕ່ລັດຖະບານລາວ ຍັງສາມາດຈັດຕັ້ງປະຕິບັດໄດ້ພຽງ 33.7 ເປີເຊັນເທົ່ານັ້ນ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ຢືນຢັນວ່າ ເປົ້າໝາຍຂອງ
ລັດຖະບານລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອທີ່ຈະເຮັດໃຫ້
ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງແທ້ຈິງ ໃນປີ 2020 ນັ້ນ ບໍ່ໄດ້
ໝາຍຄວາມວ່າ ຈະບໍ່ມີຄົນຍາກຈົນເຫຼືອຢູ່ໃນລາວເລີຍ ແຕຢ່າງໃດ ຫາກແຕ່ແນໃສ່
ເຮັດໃຫ້ປະຊາຊົນມີຢູ່ ມີກິນ ໄດ້ຮັບການຮັກສາປິ່ນປົວ ເມື່ອເຈັບປ່ວຍ ລູກຫລານໄດ້
ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດສິນຄ້າ ແລະສະບຽງອາຫານທີ່ກຸ້ມ
ຕົນເອງໄດ້ ຢ່າງແທ້ຈິງ.

ສຳລັບໃນປີ 2016-2017 ທີ່ຜ່ານມາ ລັດຖະບານລາວກໍໄດ້ວາງເປົ້າໝາຍລົບລ້າງ
ບັນຫາຄວາມທຸກຈົນ ຂອງປະຊາຊົນລາວ ໃຫ້ໄດ້ໃນ 179 ບ້ານ ຄິດເປັນ 0.48 ເປີເຊັນ ຂອງບ້ານທຸກຍາກທັງໝົດໃນທົ່ວປະເທດ ຫາກແຕ່ຈາກການຈັດຕັ້ງປະຕິບັດຕົວຈິງ ກໍສາມາດບັນລຸໄດ້ພຽງແຕ່ 50 ບ້ານ ຄິດເປັນ 0.03 ເປີເຊັນເທົ່ານັ້ນ.

XS
SM
MD
LG