ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຮງງານລາວຈໍານວນນຶ່ງ ຮ້ອຍກວ່າຄົນ ທີ່ຄ້າງຢູ່ມາເລເຊຍ ກັບຄືນປະເທດແລ້ວ 


ກະຊວງສາທາລະນສຸກ ສປປ ລາວ
ກະຊວງສາທາລະນສຸກ ສປປ ລາວ

ການປິດປະເທດ ແລະເມືອງຕ່າງໆ ຕະຫລອດທັງທ້ອງທະເລໄວ້ ເພື່ອສະກັດກັ້ນການ
ລະບາດຂອງພະຍາດໂຄວິດໃນມາເລເຊຍ ກໍຄືໃນຫຼາຍປະເທດ ຢູ່ໃນຂົງເຂດເອເຊຍ
ຕາເວັນອອກສຽງໃຕ້ທີ່ຮັບເອົາແຮງງານລາວໄປເຮັດວຽກຢູ່ນັ້ນ ສົ່ງຜົນກະທົບຢ່າງໜັກ
ຕໍ່ແຮງງານລາວທີ່ມີລາຍໄດ້ໜ້ອຍ ແລະບໍ່ມີຝີມືສູງ. ຂະນະຫລາຍຮ້ອຍຄົນໃນຂະແໜງ
ປະມົງຖືກຕົກງານຢູ່ປະເທດດັ່ງກ່າວ ແລະລໍຄອຍການອະນຸມັດຈາກລັດຖະບານລາວ
ໃຫ້ກັບຄືນບ້ານຢູ່ນັ້ນ ໃນອາທິດຜ່ານມານີ້ ກໍມີກໍາມະກອນລາວ 170 ກວ່າຄົນ ໄດ້ເດີນ
ທາງ ກັບຄືນປະເທດແລ້ວ ຊຶ່ງ ກິ່ງສະຫວັນ ມີລາຍງານຈາກນັກຂ່າວຂອງພວກເຮົາມາ
ສະເໜີທ່ານໃນອັນດັບຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:03 0:00
ລິງໂດຍກົງ

ນອກຈາກໄທ, ບຣູນາຍ ແລະສິງກະໂປແລ້ວ, ມາເລເຊຍກໍເປັນນຶ່ງໃນ 4 ປະເທດຂົງ
ເຂດເອເຊຍຕາເວັນອອກສຽງໃຕ້ທີ່ເປັນສູນກາງດຶງດູດເອົາກໍາມະກອນຈາກຕ່າງປະເທດ
ໄປອອກແຮງງານ, ອີງຕາມບົດລາຍງານສະບັບນຶ່ງ ຂອງອົງ ການສະຫະປະຊາຊາດເພື່ອ
ແມ່ຍິງ ຫລື UN Women ທີ່ນຳອອກເຜີຍແຜ່ໃນ ປີ 2013. ແຮງງານລາວທີ່ມີລາຍໄດ້ຕໍ່າ
ແລະບໍ່ມີຝີມືກໍຄ້າຍຄືກັນກັບແຮງງານ ຈາກປະເທດອື່ນທີ່ໄປອອກແຮງງານໃນປະເທດ
ມາເລເຊຍແມ່ນພົບບັນຫາຫຍຸ້ງ ຍາກເປັນພິດເສດ ເມື່ອທຸລະກິດ ແລະອຸດສາຫະກໍາ
ຕ່າງໆໄດ້ຕັດເງິນເດືອນ ຫລືເລີກຈ້າງງານເພື່ອຮັບມືກັບຜົນກະທົບ ຈາກການມາຕະການ
ປິດເມືອງທ້າມກາງການລະບາດຂອງພະຍາດໂຄວິດ-19. ບັນຫາຫຍຸ້ງຍາກຂອງເຂົາເຈົ້າ
ຍິ່ງເພີ້ມຂຶ້ນໄປອີກ ເມື່ອລັດຖະບານລາວມີຂໍ້ຈໍາກັດ ໃນການອະນຸຍາດໃຫ້ຄົນເຂົ້າປະເທດ
ໃນຂະນະທີ່ທາງລັດຖະບານມາເລເຊຍເອງກໍປະກາດມາດຕະການປິດເມືອງຕ່າງໆ ຕະ
ຫລອດທັງ ໃນເຂດທ້ອງທະເລໄວ້ ໂດຍທີ່ບໍ່ມີນະໂຍບາຍປົກປ້ອງແຮງງານຕ່າງດ້າວທີ່
ຖືກເລີກຈ້າງງານກະທັນຫັນນັ້ນແຕ່ຢ່າງໃດ. ທັງນີ້ກໍເປັນຍ້ອນວ່າ ລັດຖະບານຂອງປະ
ເທດນັ້ນໃຫ້ບູລິມະສິດ ໃນການຊ່ວຍເຫລືອປະຊາຊົນຂອງປະເທດຕົນເອງກ່ອນ, ອີງຕາມການລາຍງານຂອງອົງການຂ່າວ CNBC ໃນວັນທີ 4 ພະຈິກ, 2020. ໂດຍອ້າງອີງເຖິງ
ອົງການແຮງງານສາ ກົນຫລື International Labor Organization, ຊຶ່ງເປັນອົງການ
ດ້ານແຮງງານຂອງອົງການສະຫະປະຊາຊາດ, ລາຍງານນັ້ນເວົ້າອີກວ່າ ມີຫຼາຍກໍລະນີທີ່
ແຮງງານເຄື່ອນທີ່ ຫລືແຮງງານຕ່າງຊາດຖືກເລີກຈ້າງງານ ແບບບໍ່ຍຸຕິທໍາ ຫລື ບໍ່ໄດ້ຮັບຄ່າ
ຈ້າງເລີຍເມື່ອມີການປະກາດ ປິດປະເທດຄັ້ງທໍາອິດ ໃນເດືອນມີນາ ປີກາຍນີ້ ແລະເຈົ້າໜ້າ
ທີ່ຂັ້ນສູງທ່ານນຶ່ງໃນຄະນະລັດຖະບານ ຂອງມາເລເຊຍກ່າວໃນເດືອນເມສາປີກາຍນີ້ວ່າ
ສໍາລັບແຮງງານຕ່າງປະເທດແລ້ວ ແມ່ນເປັນ ໜ້າທີ່ຮັບຜິດຊອບ ຂອງເອກອັກຄະລັດຖະ
ທູດຂອງປະເທດເຂົາເຈົ້າ ທີ່ຈະຕ້ອງໃຫ້ການດູແລຊ່ວຍເຫລືອພວກເຂົາເຈົ້າ.

ນອກຈາກນັ້ນ, ການປະກາດພາວະສຸກເສີນ ເມື່ອມໍ່ໆມານີ້ເຂົາເຈົ້າ ຍິ່ງພົບບັນຫາຫຍຸ້ງ
ຍາກເພີ້ມຂຶ້ນ ເມື່ອທຸລະກິດແລະຫ້າງຮ້ານຕ່າງໆຖືກປິດໄວ້ ດັ່ງທີ່ ວີ ໂອເອພະແນກພາ
ສາອັງກິດໄດ້ສະເໜີໄປໃນວັນທີ 12 ມັງກອນຜ່ານມາ, ກະສັດຂອງມາເລເຊຍ ໄດ້ປະ
ກາດພາວະສຸກເສີນຢູ່ໃນນະຄອນຫຼວງກົວລາລໍາເປີ ແລະເມືອງທີ່ຢູ່ໃກ້ຄຽງຫລາຍຕົວ
ເມືອງເປັນເວລາສອງອາທິດ ເພື່ອເຮັດໃຫ້ຈໍານວນຄົນຕິດເຊື້ອພະຍາດດັ່ງກ່າວທີ່ເພີ້ມ
ຂຶ້ນຢ່າງໄວວາຢູ່ປັດຈຸບັນນີ້ໃຫ້ຫລຸດລົງ.

ເຖິງແມ່ນເຂົາເຈົ້າ ບໍ່ມີວຽກເຮັດງານທໍາມາໄດ້ຫລາຍເດືອນແລ້ວກໍຕາມ ເຂົາເຈົ້າ ກໍບໍ່ສາ
ມາດກັບບ້ານໄດ້ ຕາມຄວາມຕ້ອງການ ເນື່ອງຈາກວ່າທາງລັດຖະບານລາວກໍມີມາດຕະ
ການປິດປະເທດໄວ້ ເພື່ອສະກັດກັ້ນບໍ່ໃຫ້ມີການນໍາເຊື້ອພະຍາດເຂົ້າປະເທດ. ແມ່ນແຕ່
ຄົນສັນຊາດລາວ ເຊັ່ນກໍາມະກອນທີ່ເດີນທາງ ມາຈາກຕ່າງປະເທດ ກໍຕ້ອງໄດ້ຂໍອະນຸ
ຍາດຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງເຊັ່ນ ສໍານັກງານນາຍົກກ່ອນ ດັ່ງການຊີ້ແຈງຂອງເຈົ້າ
ໜ້າທີ່ທ່ານນຶ່ງໃນສໍານັກງານນັ້ນເວົ້າວ່າ:

“ເຂົາຂໍເຂົ້າມາ ເຂົາຂໍເຂົ້າມາແຫລະ ເພາະວ່າສ່ວນຫລາຍແມ່ນແຮງງານປະມົງ ພວກນີ້
ໄປເຮັດວຽກຢູ່ມາເລ ໄປເປັນພະນັກງານ, ເປັນຊາວປະມົງ ບາດນີ້ ມາເລ ເຂົາປິດທ້ອງ
ທະເລ ພວກທະເລເຂົາຢຸດຈ້າງງານ ບໍ່ມີການຈ້າງງານຫັ້ນລະ ພວກຕ່າງດ້າວເຂົາກະຢຸດ
ງານເດ ບາດນີ້ຄົນລາວເຂົາກະເດືອດຮ້ອນ ເຂົາກະຢາກກັບ. ເຂົາຂໍເຂົ້າມາ ແຕ່ວ່າທາງ
ພາຍໃນເຮົາຍັງບໍ່ອະນຸມັດໃຫ້ເຂົ້າມາເທື່ອ ເພາະວ່າຄັນຊິໃຫ້ເຂົາເຂົ້າມາ ບາງທີກໍມີນະ
ໂຍບາຍ ໃຫ້ເປັນແບບທະຍອຍກັນເຂົ້າມາ ບໍ່ເຂົ້າມາຫລາຍບາດດຽວຫັ້ນນະ ເພິ່ນກະພິ
ຈາລະນາເປັນຂັ້ນຕອນ, ແຕ່ວ່າບໍ່ໃຫ້ມາໝົດເທື່ອ ແຕ່ທະຍອຍເຂົ້າມາ ກະເລືອກເສັ້ນ
ທາງເຂົ້າມາມາທາງສາຍການບິນມາເລເຊຍ, ດຽວນີ້ມັນມີຍົນແອມາເລເຊຍເດ, ແຕ່ວ່າ
ແຕ່ ລະຖ້ຽວບິນເພິ່ນຈະໃຫ້ເຮົາຢູ່ຫ້ອງການ ສນຍ ອະນຸມັດແຕ່ລະຖ້ຽວບິນ.”

ອີງຕາມເຈົ້າໜ້າທີ່ທ່ານນຶ່ງໃນບໍລິສັດສາຍການບິນລາວແລ້ວ, ແຮງງານລາວທີ່ເດີນທາງ
ກັບຈາກມາເລເຊຍ ໃນອາທິດແລ້ວນີ້ ມີຈໍານວນ 170 ກວ່າຄົນ ຊຶ່ງ ຫລັງຈາກເດີນທາງ
ມາຮອດສະໜາມບິນວັດໄຕແລ້ວ ພວກກ່ຽວກໍຖືກກວດອຸ່ນ ຫະພູມ. ຈາກນັ້ນ ກໍໄດ້ໄປຢູ່
ສູນກັກກັນ ຢູ່ເຂດຊານເມືອງຂອງນະຄອນຫລວງ ວຽງຈັນເປັນເວລາ 14 ວັນກ່ອນຈະຖືກ
ປ່ອຍໃຫ້ອອກໄປຢູ່ນໍາຄອບຄົວໄດ້ ດັ່ງການອະທິບາຍຂອງພະນັກງານໃນສໍານັກງານນາ
ຍົກທີ່ກ່າວມາຂ້າງເທິງ ນັ້ນວ່າ: ​

“ມັນລົງມາປຶບແລ້ວມັນຈະມີ ອ້າ...ເຂົ້າກັກຕົວ, ຖ້າຫາກເຮົາຊິກັກຕົວ ຄັນເຂົ້າກັກຕົວມັນ
ມີສູນຫລັກ 27 ຢູ່ສະໜາມຍິງປືນ ຄັນໃຜຊິເຂົ້າສູນຕົວນັ້ນແມ່ນບໍ່ໄດ້ເສຍເງິນ ຄັນກັກຕົວ
ຢູ່ໂຮງແຮມແມ່ນໄດ້ເສຍເງິນເອງ.”

ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌ ໃນວັນທີ 16 ພະຈິກ ທີ່ອ້າງອີງເຖິງຂໍ້ມູນ
ຈາກເຈົ້າໜ້າທີ່ຄົນເຂົ້າເມືອງ ຂອງປະເທດດັ່ງກ່າວ ມີແຮງງານຕ່າງດ້າວທີ່ຖືກກົດໝາຍຢູ່ປະມານ 2 ລ້ານ 2 ແສນຄົນ ແລະກໍອາດຈະມີພວກທີ່ບໍ່ຖືກກົດໝາຍຢູ່ປະມານ 2 ລ້ານ
ກວ່າຄົນເຊັ່ນກັນ. ສ່ວນແຮງງານລາວຢູ່ໃນປະ ເທດນີ້ ແມ່ນມີປະມານ 700 ຄົນ ແລະພວກ
ເຂົາເຈົ້າສ່ວນໃຫຍ່ແມ່ນເຮັດວຽກໃນຂະແໜງການປະມົງ. ສະນັ້ນເມື່ອກໍາມະກອນທີ່ເປັນ
ຊາວປະມົງທີ່ມີພຽງແຕ່ 170 ກວ່າຄົນກັບຄືນປະເທດແລ້ວກໍໝາຍຄວາມວ່າ ກໍາມະກອນ
ລາວທີ່ຕົກຄ້າງ ຢູ່ປະເທດດັ່ງກ່າວ ກໍຍັງອີກຫລາຍກວ່າ 500 ຄົນ ຊຶ່ງເຮັດໃຫ້ເຂົາເຈົ້າຕ້ອງ
ທົນຕໍ່ຄວາມລໍາບາກ ແລະຄອງຄອຍກັບບ້ານຕໍ່ໄປ ເພາະລັດຖະບານລາວ ອະນຸ ຍາດໃຫ້
ເຂົາເຈົ້າເດີນທາງເຂົ້າປະເທດໄດ້ໃນຈໍານວນຈໍາກັດເທົ່ານັ້ນ ໃນແຕ່ລະ ຄັ້ງ ເພື່ອເປັນການ
ເຝົ້າລະວັງ ບໍ່ໃຫ້ມີການນໍາເຊື້ອໄວຣັສໂຄໂຣນາເຂົ້າມາ ໃນປະເທດ.

XS
SM
MD
LG