ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ ມີການທຸຈະລິດ ເກີດຂຶ້ນຢ່າງກວ້າງຂວາງ ໃນບັນດາໂຄງການຂຸດຄົ້ນແຮ່ທາດ


ບໍ່ແຮ່ແຫ່ງນຶ່ງ ທີ່ດໍາເນີນການຂຸດຄົ້ນໂດຍບໍລິສັດຕ່າງປະເທດ ຢູ່ໃນ ສປປ ລາວ.
ບໍ່ແຮ່ແຫ່ງນຶ່ງ ທີ່ດໍາເນີນການຂຸດຄົ້ນໂດຍບໍລິສັດຕ່າງປະເທດ ຢູ່ໃນ ສປປ ລາວ.

ສະມາຊິກສະພາແຫ່ງຊາດລາວຢືນຢັນວ່າ ມີການທຸຈະລິດໂດຍພະນັກງານລັດ ເກີດຂຶ້ນຢ່າງກວ້າງຂວາງໃນບັນດາໂຄງການຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ທີ່ລັດຖະບານລາວອະນຸຍາດສໍາປະທານໃຫ້ຕ່າງຊາດ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ສະມາຊິກສະພາແຫ່ງຊາດລາວເປີດເຜີຍວ່າ ສາເຫດສໍາຄັນທີ່ເຮັດໃຫ້ລັດຖະ ບານລາວໄດ້ຜົນປະໂຫຍດໃນລະດັບທີ່ຕໍ່າຫຼາຍ ຈາກການອະນຸຍາດໃຫ້ສໍາປະທານໂຄງການຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ແກ່ບັນດາບໍລິສັດຕ່າງຊາດ ໂດຍສະເພາະແມ່ນການອະນຸຍາດໃຫ້ສໍາປະທານແກ່ບໍລິສັດຈາກຈີນ 93 ບໍລິສັດ ທີ່ມີຄ່າສໍາປະທານລວມກັນພຽງ 228 ລ້ານໂດລາເທົ່ານັ້ນ ໃນປີ 2022-2023 ກໍເພາະວ່າ ລັດຖະບານລາວ ບໍມີບຸກຄະລາກອນທີ່ມີຄວາມຮູ້ກ່ຽວກັບເທັກໂນໂລຈີ ທີ່ທັນສະໄໝທາງດ້ານບໍ່ແຮ່ ທັງຍັງປາກົດອີກວ່າ ມີການທຸຈະລິດໂດຍພະນັກງານລັດເກີດຂຶ້ນຢ່າງກວ້າງຂວາງ ແລະບໍ່ມີການກວດກາສໍາປະທານຢ່າງແທ້ຈິງນໍານັ້ນ ຈຶ່ງເຮັດໃຫ້ການຈັດເກັບລາຍໄດ້ບໍ່ມີປະສິດທິພາບ ແລະຖືກເອົາລັດເອົາປຽບໄດ້ງ່າຍ ເຊິ່ງເຫັນໄດ້ຈາກການລາຍງານຂໍ້ມູນບໍ່ກົງກັນ ລະຫວ່າງພາກສ່ວນກ່ຽວຂ້ອງຂອງລັດຖະບານລາວນັ້ນ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ໃນການເຮັດແຮ່ທົດລອງມັນບໍ່ໄປຕາມລະບົບ ເພາະຖ້າເຮົາຈະຂຸດຄົ້ນແຮ່ ມັນຕ້ອງຢູ່ໃນເງື່ອນໄຂໃນການຈັດຕັ້ງ ຈັ່ງຊັ້ນບັນຫາການປະຕິບັດໂຕຈິງມັນກະມີຜົນກະທົບຫຼາຍຢ່າງ, ຢູ່ຈຸດນີ້ ຂ້າພະເຈົ້າຢາກບອກວ່າ ຄວນຈັດຕັ້ງປະຕິບັດໂຕຈິງໃຫ້ມັນຊັດເຈນ ເພາະອົົງການກວດກາລັດເພິ່ນລາຍງານວ່າ ທັງໝົດມີ 89 ໂຄງການ ແຕ່ລັດຖະບານລາຍງານວ່າ ການຈັດຕັ້ງປຕິບັດດຽວນີ້ມີ 93 ໂຄງການ, ຂ້າພະເຈົ້າຄິດວ່າ ຢາກໃຫ້ເພິ່ນກວດເບິ່ງ 93 ໂຕເລກຂອງລັດຖະບານລາຍງານໃນການຈັດຕັ້ງປະຕິບັດໂຕຈິງ ແລະກະຢາກໃຫ້ຫັນປ່ຽນກ່ຽວກັບເລື້ອງການທົດລອງ ໃຫ້ເປັນການຈັດຕັ້ງປະຕິບັດວຽກໂຕຈິງຕາມວຽກທີ່ເຄີຍເຮັດ.”

ໂດຍກໍລະນີໂຕຢ່າງຂອງການຈັດເກັບລາຍຮັບບໍ່ມີປະສິດທິພາບ ແລະມີລາຍຮັບຄ່າສໍາປະທານຕໍ່າຫຼາຍໃນໄລຍະຜ່ານມາ ກໍຄືສໍາປະທານການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ທີ່ລັດຖະບານລາວ ໄດ້ຮັບສະເລ່ຍພຽງ 30 ເປີເຊັນເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ໂຕນ ທັງຍັງບໍ່ຮູ້ປະລິມານທີ່ແນ່ນອນອີກດ້ວຍວ່າ ບັນດາບໍລິສັດຈີນໄດ້ຂົນສົ່ງແຮ່ຫາຍາກຈາກລາວໄປຈີນເທົ່າໃດແທ້ ໃນໄລຍະທີ່ຜ່ານມາ ເນື່ອງຈາກບໍ່ມີໜ່ວຍງານກາງ ຂອງລັດຖະບານລາວ ທີ່ດໍາເນີນການຄວບຄຸມ ແລະການກວດກາຢ່າງມີປະ ສິດທິພາບ ລວມທັງຍັງບໍ່ມີການກວດກາ ແລະກວດສອບການຈັດຕັ້ງປະຕິ ບັດຂອງບັນດາພະນັກງານລັດທີ່ກ່ຽວຂ້ອງອີກດ້ວຍ, ດັ່ງທີ່ສະມາຊິກສະພາແຫ່ງຊາດອີກທ່ານນຶ່ງໃຫ້ການຢືນຢັນວ່າ:

“ການປະຕິບັດຜົນຂອງການກວດກາ ຍັງມີຫຼາຍອັນທີ່ຍັງບໍ່ທັນໄດ້ດີ ໂດຍສະເພາະແມ່ນການເກັບກູ້ຜົນເສຍຫາຍທາງດ້ານງົບປະມານ ແລະວັດຖຸອຸປະກອນຈໍານວນຫຼາຍ ທີ່ບໍ່ສາມາດເກັບກູ້ຄືນໄດ້ ການກວດກາທີ່ຕິດພັນກັບຜູ້ມີສິດອໍານາດ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເຮັດໄດ້ໜ້ອຍ, ມາດຕະການຕໍ່ຜູ້ກະທໍາຜິດບໍ່ທັນມີມາດຕະການທີ່ເດັດຂາດ ການກວດກາການແຈ້ງຊັບສິນຂອງພະນັກງານນັບແຕ່ຂັ້ນຕໍ່າຮອດຂັ້ນສູງ ຍັງບໍ່ຮູ້ວ່າເຮັດແນວໃດ ທັ້ງໆທີ່ວ່າ ມີກົດໝາຍຕ່າງໆເປັນເຄື່ອງມືຄົບຊຸດ.”

ໂດຍສໍາລັບການຂຸດຄົ້ນແຮ່ທາດຫາຍາກນັ້ນ ເຖິງແມ່ນວ່າບໍລິສັດຊຸນຕ້າພັດທະນາບໍ່ແຮ່ຈໍາກັດຈາກຈີນ ເຊິ່ງໄດ້ຮັບອະນຸຍາດໃຫ້ຂຸດຄົ້ນໃນພື້ນທີ່ 3 ກິໂລແມັດມົນທົນ ຢູ່ເຂດບ້ານປຸງ ແລະບ້ານນາຂີ່ ເມືອງຜາໄຊ, ແລະບໍລິສັດຕົງຫຼີເຊິງພັດທະນາບໍ່ແຮ່ຈໍາກັດ ທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນຢູ່ໃນພື້ນທີ່ 25.28 ກິໂລແມັດມົນທົນ ໃນເຂດບ້ານໃໝ່ ແລະບ້ານນາສາບ ເມືອງຜາໄຊ ໃນແຂວງຊຽງຂວາງ ໄດ້ທໍາການຂຸດເຈາະເພື່ອສໍາຫຼວດຫາແຮ່ທາດດັ່ງກ່າວແລ້ວກໍຕາມ ແຕ່ກໍຍັງບໍ່ມີລາຍງານຜົນຄືບໜ້າແຕ່ຢ່າງໃດ ໃນຂະນະສໍາປະ ທານດັ່ງກ່າວ ມີອາຍຸຮອດທ້າຍປີ 2025, ຈຶ່ງຍັງບໍ່ແນ່ນອນວ່າ ລັດຖະບານລາວ ຈະໄດ້ຮັບຜົນປະໂຫຍດຕອບແທນເພີ້ມຂຶ້ນອີກເທົ່າໃດແທ້.

ຍິ່ງໄປກວ່ານັ້ນ ຍັງປາກົດດ້ວຍວ່າໃນ 13 ບໍລິສັດຈີນທີ່ໄດ້ຮັບອະນຸຍາດສໍາປະທານຂຸດຄົ້ນ ແລະການຊື້ຂາຍເງິນ Crypto ໃນລາວນັບແຕ່ປີ 2021 ໄດ້ຢຸດດໍາເນີນການຕັ້ງແຕ່ຕົ້ນປີ 2023 ພ້ອມກັນນີ້ ກໍຍັງປາກົດດ້ວຍວ່າ ມີຫຼາຍບໍລິສັດທີ່ບໍ່ປະຕິບັດຕາມສັນຍາສໍາປະທານ ແລະຫຼາຍບໍລິສັດກໍຍັງບໍ່ມີປະສົບການໃນດ້ານການຂຸດຄົ້ນແຮ່ທາດອີກດ້ວຍ, ສ່ວນການຈັດທໍາແຜນທີ່ຊັບພະ ຍາກອນແຮ່ທາດໃນທົ່ວປະເທດ ຈະຈັດທໍາແລ້ວສໍາເລັດໃນປີ 2030 ຫາກໄດ້ຮັບທຶນສະໜັບສະໜຸນຢ່າງພຽງພໍ.

XS
SM
MD
LG