ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູບາອາຈານ ລາວ ທີ່ຮຽນຢູ່ ນະຄອນພະນົມ ບໍ່ສາມາດກັບບ້ານໄດ້ຍ້ອນ COVID-19


ພະອາຈານ ສິຣິເຈຕິຍານຸຫິກ ຜູ້ອຳນວຍການວິທະຍາໄລສົງນະຄອນພະນົມ (ທາງໜ້າ) ເຂົ້າຮ່ວມພິທີສາສະໜາ.
ພະອາຈານ ສິຣິເຈຕິຍານຸຫິກ ຜູ້ອຳນວຍການວິທະຍາໄລສົງນະຄອນພະນົມ (ທາງໜ້າ) ເຂົ້າຮ່ວມພິທີສາສະໜາ.

ບັນດາຄູບາອາຈານລາວ ທີ່ສຶກສາຢູ່ໃນປະເທດ ໄທ ບໍ່ສາມາດເດີນທາງ ກັບບ້ານໄດ້ຍ້ອນການກັກບໍລິເວນໄວຣັສໂຄໂຣນາ, ແຕ່ເພິ່ນເວົ້າວ່າມັນບໍ່ໄດ້ສ້າງ ຄວາມລຳບາກ ໃຫ້ຫຼາຍປານໃດ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດຂອງການສຳພາດມາສະເໜີທ່ານ ໃນລາຍງານພິເສດອັນດັບຕໍ່ໄປ.

ຄູບາ ລາວ ສາມອົງທີ່ພວກເຮົາໄດ້ສຳພາດໃນລາຍງານຂອງມື້ນີ້ແມ່ນບໍ່ໄດ້ກັບ ບ້ານຈາກປະເທດ ໄທ ເພື່ອຫຼົບໜີຈາກໄວຣັສໂຄໂຣນາ, ແຕ່ເພິ່ນໄດ້ສະໝັກ ໃຈທີ່ຈະອາໄສຢູ່ໃນປະເທດດັ່ງກ່າວ ເນື່ອງຈາກເພິ່ນຄິດວ່າ ສະຖານະການໃນ ບ່ອນເພິ່ນຢູ່ນັ້ນແມ່ນບໍ່ຮ້າຍແຮງປານໃດ. ຄູບາດັ່ງກ່າວແມ່ນກຳລັງສຶກສາຢູ່ທີ່ ວິທະຍາໄລສົງນະຄອນພະນົມ, ຈັງຫວັດມຸກດາຫານ ປະເທດ ໄທ.

“ອັດຕະມາພາບ ດາລີ ຈັນທະວົງ ມາຈາກ ສະຫວັນນະເຂດ ໄດ້ມາພັກຢູ່ອຳເພີທາດພະນົມ ຢູ່ວັດເທບນິມິດປັດຈຸບັນນີ້ ແລະກໍໄດ້ເຂົ້າສຶກສາຢູ່ທີ່ມະຫາວິ ທະຍາໄລ ມະຫາຈຸລາລົງກອນ ຣາຊະວິໄລ, ວິທະຍາໄລສົງ ນະຄອນພະນົມ. ຮຽນສາຂາພະພຸດທະສາສະໜາ.”

ອາຈານ ດາລີ ມາຈາກວັດໄຊຍະພູມ, ໃນຕົວເມືອງໄກສອນ ແຂວງສະຫວັນ ນະເຂດ. ເພິ່ນມີຄວາມສົນໃຈຢາກຮຽນລະດັບສູງ ແລະ ໄດ້ທຳການຄົ້ນຄວ້າ ກ່ອນຈະໄປສຶກສາຢູ່ວິທະຍາໄລສົງດັ່ງກ່າວ.

ອາຈານ ດາລີ ເວົ້າວ່າ “ຄູບາອາຈານເພິ່ນໄປແນະແນວ ແລະ ກະທັງພໍ່ແມ່ ຄູບາອາຈານເຮົາຢູ່ຝັ່ງນັ້ນ (ຝັ່ງ ລາວ) ເຄີຍມາສຶກສາຢູ່ພີ້ ເພິ່ນກະໄດ້ບອກແນວທາງກ່ອນທີ່ຈະໄປຫັ້ນນະ. ກະເລີຍຮູ້ບ່ອນມັນໃກ້ບ້ານ, ໄປມາກະງ່າຍ, ກະເລີຍມາຮຽນຢູ່ອຳເພີທາດນີ້. ຢາກຫາຄວາມທ້າທາຍໃໝ່,​ ສອງກະຢາກໄປ ບ່ອນທີ່ມັນມີເທັກໂນໂລຈີ, ອຸປະກອນໃນການຮຽນການສອນທີ່ມັນດີກວ່າ.”

ຄູບານັ່ງຮຽນຢູ່ຫ້ອງຄອມພິວເຕີ, ວິທະຍາໄລນະຄອນພະນົມ.
ຄູບານັ່ງຮຽນຢູ່ຫ້ອງຄອມພິວເຕີ, ວິທະຍາໄລນະຄອນພະນົມ.

ອາຈານ ດາລີ ແລະ ຄູບາອົງອື່ນໆອາໄສຢູ່ໃນວັດທີ່ຕັ້ງຢູ່ໃກ້ຄຽງກັບວິທະຍາໄລ ປະມານສາມກິໂລ ແມັດ. ການເດີນທາງໄປໂຮງຮຽນ ບາງມື້ກໍຈະມີພໍ່ອອກ ຢູ່ທີ່ ບ່ອນພັກນັ້ນພາໄປ, ບາງມືກໍໄດ້ໂທເອີ້ນສາມລໍ້ ຫຼື ລົດຕຸກໆມາຮັບ ເຊິ່ງຄ່າຈ້າງ ກໍປະມານ 40 ບາດ. ສຳລັບລາຍໄດ້ ແລະ ເງິນໃຊ້ຕ່າງໆ ອາຈານໄດ້ມາຈາກ ການນິມົນໄປສູດຢູ່ບ້ານຂອງປະຊາຊົນ.

ໂຣກລະບາດໄວຣັສໂຄໂຣນາ ໄດ້ເຮັດໃຫ້ຄົນທົ່ວໂລກ ແຕກຕື່ນ ແລະ ຢ້ານ ແລະ ມັນກໍໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການເດີນທາງໄປມາໃນໂລກ. ອາຈານ ດາລີ ໄດ້ໃຫ້ຄຳເຫັນ ກ່ຽວກັບ ຜົນກະທົບຂອງໂຣກລະບາດ ຕໍ່ຄູບາ ອາຈານວ່າ:

“ຕາມສ່ວນຕົວອັດຕະມາແລ້ວກະປົກກະຕິຄືເກົ່າ, ກະບໍ່ໄດ້ມີຫຍັງທີ່ປ່ຽນແປງຫັ້ນນະ. ເພາະວ່າອາຊີບຂອງພະກະມີບິນພະບາດ, ໄປບິນພະບາດລະກະຮັບກິດ ນິມົນ. ກະສ່ວນທີ່ວ່າມັນປ່ຽນແປງແດ່ຈັກໜ້ອຍກະກິດນິມົນຫັ້ນແຫຼະມັນບໍ່ຄ່ອຍ ມີ. ເພາະວ່າຍາດໂຍມເຂົາກະຢ້ານຫັ້ນແຫຼະ, ເຂົາກະຢ້ານໂຣກ. ເຂົາກະບໍ່ຢາກ ຈັດງານຈັດຫຍັງ. ລາຍໄດ້ການໃຊ້ຈ່າຍກະມີຢູ່,​ລາຍຮັບຈາກກິດນິມົນມັນກະຫຼຸດລົງ.“

ການທຳມາຫາກິນຂອງຄູບາອາຈານເຫັນໄດ້ຊັດວ່າ ມີຄວາມແຕກຕ່າງຈາກປະຊາຊົນທົ່ວໄປ ສະ ນັ້ນໂຣກລະບາດໂຄໂຣນານີ້ຈຶ່ງບໍ່ສົ່ງຜົນກະທົບຫຼາຍປານໃດ. ແຕ່ ວ່າອາຈານ ດາລີ ກໍມີຄວາມເປັນຫ່ວງອັນນຶ່ງ.

“ຕອນນີ້ເມືອບ້ານບໍ່ໄດ້, ເພາະວ່າທາງຝັ່ງເຮົາບ້ານເຮົາກະ, ຢູ່ທາງລາວພຸ້ນເພິ່ນ ກະໄດ້ທຳການປິດຫັ້ນນະ ປິດປະເທດ ຫຼືວ່າປິດດ່ານ. ບໍ່ໃຫ້ຄົນເຂົ້າອອກເປັນ ປົກກະຕິ. ກະຕ້ອງມີໃບເອກະສານຫຍັງຕ່າງໆຖ້າວ່າເຮົາຢາກເມືອ. ນຶ່ງກະແມ່ນ ຕ້ອງໄດ້ໄປຂໍເອກະສານຈາກສະຖານທູດ ແລະ ກົງ ສຸນຈຶ່ງຈະເມືອໄດ້. ການທີ່ ເຮົາຕິດຄ້າງຢູ່ກະນຶ່ງ, ບໍ່ໄດ້ໄປຫັ້ນໄປໜີ້ຕາມປົກກະຕິຫັ້ນແຫຼະ ກະຄິດວ່າເປັນ ບັນຫາແດ່. ກັບເລື່ອງເອກະສານຫຍັງ ປັດສະປໍ ການເດີນທາງກະເຮົາກະຍັງບໍ່ແນ່ໃຈວ່າ ທາງບ້ານເມືອງເພິ່ນຊິເຮັດໃຫ້ແນວໃດຫັ້ນນະ. ເພາະວ່າມັນກະເລີຍ ອາຍຸການຢູ່ ກະລ່ວງໄປແລ້ວຫັ້ນນະ.”

ລັດຖະບານ ໄທ ໄດ້ວາງມາດຕະການປ້ອງກັນໄວຣັສໂຄໂຣນາຢ່າງເຄັ່ງຄັດນັບ ຕັ້ງແຕ່ເດືອນມັງ ກອນ 2020 ເປັນຕົ້ນມາ. ໂດຍຫຼາຍພາກພື້ນໄດ້ຖືກໃຫ້ສັ່ງກັກ ບໍລິເວນ, ປິດເຂດຊາຍແດນ ແລະ ຫ້າມບໍ່ໃຫ້ຄົນຕ່າງປະເທດເດີນທາງເຂົ້າປະ ເທດ. ແນະນຳໃຫ້ປະຊາຊົນໃສ່ໜ້າກາກ ພ້ອມກັບການກຳນົດໃຫ້ ປະຊາຊົນຢູ່ ຫ່າງກັນໃນສັງຄົມ.

ສຳລັບການໃສ່ໜ້າກາກອະນາໄມ ແລະ ມາດຕະການອື່ນໆນັ້ນ, ອາຈາ ນ ຖາວອນ ຄຳແພງດີ ຈາກແຂວງສະວັດນະເຂດ ທີ່ກຳລັງສຶກສາຢູ່ວິທະຍາໄລສົງ ນະຄອນພະນົມ ເວົ້າວ່າ “ເພິ່ນກະປະກາດ, ພໍ່ໃຫຍ່ບ້ານປະກາດໃຫ້ໃສ່ຕາມ ກົດລະບຽບ ເພິ່ນບອກມາໃຫ້ໃສ່ຫັ້ນແຫຼະກະຕ້ອງໃສ່. ບໍ່ໃສ່ເພິ່ນກະຊິປັບຫັ້ນ ນາ.. ສອງໝື່ນບາດພຸ້ນໃດ…” ພຸດທະສອນ ຖາມ ”ໄປບິນພະບາດນີ້ ເພິ່ນ ມີກຳນົດໃຫ້ ບໍ່ວ່າຕ້ອງອອກໄປບິນພະບາດນຳກັນຈັກອົງ? ອາຈານ ຖາວອນ ຕອບວ່າ “ບໍ່ມີກຳນົດ ແຕ່ວ່າຕ້ອງໃສ່ໜ້າກາກ,​ ໄປນຳກັນໄດ້ຕາມປົກກະຕິ ແຕ່ວ່າຕ້ອງໃສ່ໜ້າກາກ ແລະ ຍ່າງໃຫ້ຫ່າງກັນຫັ້ນນະ.”

ບັນດາຄູບາອາຈານ ລາວ ທີ່ໄປສຶກສາຢູ່ວິທ ະຍາໄລສົງນະຄອນພະນົມ ສ່ວນ ຫຼາຍແມ່ນທຸກຍາກ, ບາງຄົນໄດ້ບວດຮຽນຍ້ອນວ່າຄອບຄົວ ບໍ່ສາມາດສົ່ງເສີມ ເຂົ້າຮຽນລະດັບສູງ. ຕົວຢ່າງສາມະເນນ ຍົງ ຄຳມຸງຄູນ, ຜູ້ເປັນລູກຫຼ້າຂອງ ຄອບຄົວທີ່ທຸກຍາກມີອ້າຍເອື້ອຍນ້ອງ 12 ຄົນ, ຜູ້ທີ່ມີຄວາມຝັນຢາກເປັນຄູໄດ້ ກ່າວວ່າ “ເນນ ມີນາມວ່າ ສາມະເນນ ຍົງຄຳມົງຄູນ ຈາກບ້ານໜອງຄຳແຮ, ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ. (ພຸດທະສອນ ຖາມ: ອາຈານບວດ ໄດ້ຈັກປີ ແລ້ວ?) ເນນ ຍົງ ຕອບວ່າ “ສາມປີລະເດ, ສາມພັນສາແລ້ວຊິເຂົ້າ ສີ່ພັນສາແລ້ວ. ປັດຈຸບັນອາຍຸ 21 ປີ. (ພຸດທະສອນ ຖາມ: ເປັນຫຍັງອາຈານ ຈຶ່ງບວດ?) ອາຈານຍົງ ຕອບວ່າ “ຫຼັກໆກໍຄືຄອບຄົວທຸກຍາກ. ອ້າຍນ້ອງເນນ ລວມທັງໝົດກະມີ 12 ຄົນ, ອ້າຍ 6, ເອື້ອຍ 6. ເນະຈະເປັນລູກຫຼ້າ. ອ້າຍ ເອື້ອຍນ້ອງກາມີ ຄອບຄົວໝົດແລ້ວ. ຄົນສຸດທ້າຍກະຍັງແຕ່ເນນນີ້ແຫຼະເຂົ້າ ມາຮໍ່າຮຽນ. ເອື້ອຍນ້ອງກໍແຍກຢາຍກັນຢູ່ ຜູ້ຢູ່ສະຫວັດນະເຂດແດ່ຢູ່ແຂວງອື່ນ ແດ່. ຢູ່ ໄທ ກະສອງ ຄົນມາເອົາຜົວຢູ່ພີ້. ເພິ່ນກະອາຊີບຊາວນາເຮົານີ້ແຫຼະ. ມາສ້າງຄອບຄົວຢູ່ພີ້ ກັບຜົວ, ຄົນນຶ່ງກໍຢູ່ ຂອນແກ່ນ, ຜູ້ນຶ່ງກະຢູ່ ໄຊຍະພູມ ຂອງໄທ.

ພໍ່ແມ່ຂອງສາມະເນນ ຍົງ ແມ່ນມີອາຊີບຊາວນາ, ປູກຜັກ, ລ້ຽງສັດເຊັ່ນລ້ຽງ ປາ, ຄວາຍ ແລະ ງົວ. ເນນ ຍົງ ມີຄວາມຝັນຢາກເປັນຄູ, ສະນັ້ນ ເພິ່ນຈຶ່ງ ໄດ້ເລືອກ ເຂົ້າຮຽນສາຂາສັງຄົມສາດ. ການຮໍ່າຮຽນແມ່ນຮຽນເປັນພາສາ ໄທ. ທຳອິດກໍມີ ຄວາມຫຍຸ້ງຍາກໃນການຂຽນ, ເຊິ່ງໃຊ້ເວລາຮຽນສະເພາະໃນໄລ ຍະໃດນຶ່ງ. ສ່ວນການຟັງການອ່ານນັ້ນແມ່ນບໍ່ມີບັນຫາ.

ຈາກຊ້າຍຫາຂວາ, ອາຈານ ຖາວອນ ຄຳແພງ ດີ, ອາຈານ ດາລີ ຈັນທະວົງ, ພະຄູ ສິຣິເຈຕິຍານຸກິດ, ສາມະເນນ ຍົງ ຄຳມຸງຄຸນ.
ຈາກຊ້າຍຫາຂວາ, ອາຈານ ຖາວອນ ຄຳແພງ ດີ, ອາຈານ ດາລີ ຈັນທະວົງ, ພະຄູ ສິຣິເຈຕິຍານຸກິດ, ສາມະເນນ ຍົງ ຄຳມຸງຄຸນ.

ວິທະຍາໄລສົງນະຄອນພະນົມໄດ້ຮັບເອົານັກສຶກສາຈາກປະເທດ ລາວ ຈຳນວນ ຫຼາຍ. ສ່ວນນຶ່ງກໍຢາກຊ່ວຍເຫຼືອບັນດາຄູບາອາຈານທີ່ມີຄວາມທຸກຍາກ. ພະຄູ ສິຣິເຈຕິຍານຸກິດ ຜູ້ອຳນວຍການວິທະຍາໄລສົງນະຄອນພະນົມ ໄດ້ໃຫ້ຄຳເຫັນ ວ່າ “ເພິ່ນມາຮຽນກະເພາະວ່າຖານະທາງບ້ານຫັ້ນແຫຼະ. ກະບວດຮຽນທາງສາ ສະໜານີ້ກະໄດ້ຊ່ອຍເພິ່ນ, ຊຸກຍູ້ເພິ່ນອູ້ມຊູເພິ່ນ. ອັດຕະມາໄປຢາມເຮືອນເຂົາ ເຈົ້າ, ເຂົາເຈົ້າທຸກຫຼາຍໃດ, ເຮືອນກະຢູ່ກາງທົ່ງໄຮ່ທົ່ງນາພຸ້ນນະ. ທີ່ຈິງເວົ້າໄປ ແລ້ວມັນກໍບໍ່ແມ່ນເຮືອນ ຄືຖຽງນາບ້ານເຮົານີ້ນະ, ຫົນທາງທີ່ເຂົ້າໄປໃນເຮືອນ ເຂົາເຈົ້າມັນບໍ່ແມ່ນທາງຄົນທຽວ. ມັນເປັນທາງທີ່… ຈັ່ງໃດລະມັນເວົ້າບໍ່ຖືກຫັ້ນ ນະ. ລົດຍົນມັນກໍແລ່ນເຂົ້າໄປຍາກໃດ. ເບິ່ງສະພາບເຮືອນຊານເຂົ້າເຈົ້າແລ້ວ ຄົນຈົນມັນກໍຈົນອີ່ນຫຼີໃດ. ເຮັດໃຫ້ເຂົາເຈົ້າຂາດໂອກາດ. ກະອີຕົນເຂົາເຈົ້າ. ອັນນີ້ເປັນພຽງສ່ວນນຶ່ງ ທີ່ເຫັນຫັ້ນນະ.”

ທ່ານໃດ ຫຼື ຄູບາອົງໃດທີ່ສົນໃຈໄປຮຽນຢູ່ວິທະຍາໄລສົງນະຄອນພະນົມເພິ່ນ ກໍຈະໃຫ້ການຊ່ວຍເຫຼືອ ເພື່ອໃຫ້ໄດ້ເຂົ້າຮໍ່າຮຽນ ເຊິ່ງພະຄູ ສິຣິເຈຕິຍານຸກິດ ໄດ້ກ່າວດັ່ງນີ້:

ເຊີນຊວນພະສົງສາມະເນນ ຫຼື ອອກຕົນຍາດໂຍມທາງປະເທດ ລາວ ເຮົານີ້ລະ ທີ່ວ່າເພິ່ນຈົບ ມໍ7 ແລ້ວຖ້າຫາກບໍ່ຮູ້ຊິໄປຮຽນໃສຫຼືວ່າອາດຊິມີທຶນມີຮອນໜ້ອຍ, ກະຕິດຕໍ່ມາຮຽນຢູ່ວິທະຍາໄລນະ ຄອນພະນົມໄດ້. ເວລາເພິ່ນມາຮຽນຢ່າງປີທຳ ອິດນີ້ ອັດຕະມາກະຫາທຶນໃຫ້. ກະຄືວ່າຢ່າງເຮົາມາທາງລາວນີ້ອັດຕະມາກະໃຫ້ ທຶນຮຽນຟຣີໝົດໃດ ປີທີ່ແລ້ວນີ້ທັງໝົດ 20 ອົງ. ອັດຕະມາຈະໃຫ້ຮຽນຟຣີໝົດ, ໃຫ້ຮຽນຟຣີບໍ່ໄດ້ເກັບຄ່າເຂົ້າຮຽນຈາກເພິ່ນດອກ. ປະການທີສອງອັດຕະມາກໍຫາທຶນຈາກຍາດໂຍມຈາກ ອາເມຣິກາ ແດ່. ອາເມຣິກາ ກະຮູ້ຈັກອອກຕົນຍາດ ໂຍມ. ຫຼາຍໆຄົນເພິ່ນກະຈອງເປັນເຈົ້າພາບສົ່ງຮຽນ, ຮຽນຈົນຈົບປະລິນຍາຕີ ເລີຍ ສີ່ປີນີ້. ເພາະວ່າອັດຕະມາວ່າຄ່າຮຽນຢູ້ນີ້ມັນກໍບໍ່ໄດ້ແພງ. ເພາະວ່າຮຽນ ປະລິນຍາຕີສີ່ປີກະຊິໃຊ້ທຶນຢູ່ປະມານ 4 ໝື່ນບາດ. ເປັນເງິນຫຼຽນມັນກະບໍ່ເທົ່າ ໃດຮ້ອຍຫຼຽນຫັ້ນນະ.

ອາຄານວິທະຍາໄລສົງ ນະຄອນພະນົມ.
ອາຄານວິທະຍາໄລສົງ ນະຄອນພະນົມ.

ພະຄູ ສິຣິເຈຕິຍານຸກິດ ເວົ້າວ່າວິທະຍາໄລສົງນະຄອນພະນົມນີ້ ເປັນໜ່ວຍງານ ນຶ່ງຂອງມະຫາວິ ທະຍາໄລ ມະຫາຈຸລາລົງກອນ ຣາຈະວິທະຍາໄລ, ສຳນັກງານ ໃຫຍ່ຕັ້ງຢູ່ອຳເພີວັງນ້ອຍ ຈັງຫວັດພະນະຄອນ ສີອະຢຸດທະຍາ. ເປັນມະຫາວິ ທະຍາໄລສົງໃນການກຳກັບຂອງລັດ, ເຊິ່ງລັດຖະບານເພິ່ນເປັນຜູ້ຄວບຄຸມດູແລ. ເມື່ອຮຽນຈົບໄປແລ້ວກໍມີສັກ ແລະ ສິດແຫ່ງປະລິນຍາບັດເໝືອນກັບມະຫາວິທະຍາໄລຂອງລັດອື່ນໆທຸກຢ່າງເໝືອນກັນໝົດ. ສິດນັກສຶກສາຈົບໄປແລ້ວ ເມື່ອຊິກອອກໄປເພິ່ນກໍຈະສາມາດໄປສອບເສັງເປັນຕຳຫຼວດ, ນາຍຄູ,​ ເສັງເອົາຕຳ ແໜ່ງລັດຖະກອນ ຫຼື ເຮັດວຽກກັບເອກະຊົນ, ເຮັດວຽກຕາມບໍລິສັດຕ່າງໆ.

ປັດຈຸບັນນີ້ໂຮງຮຽນທຸກແຫ່ງໃນປະເທດ ໄທ ແມ່ນໄດ້ຖືກປິດຍ້ອນໄວຣັສໂຄໂຣ ນາ. ຄູບາ ແລະ ນັກຮຽນຮັກສຶກສາທັງຫຼາຍຂອງວິທະຍາໄລສົງນະຄອນພະນົມ ແມ່ນກຳລັງຮຽນທາງອອນໄລນ. ແລະການສະໝັກເຂົ້າຮຽນນັ້ນກໍເປີດ ຕະຫຼອດ ເວລາ, ເຊິ່ງຄູບາ ຫຼື ທ່ານຜູ້ໃດທີ່ສົນໃຈຢາກໄປສຶກສາແມ່ນສາມາດຕິດ ຕໍ່ພະຄູ ສິຣິເຈຕິຍານຸກິດໄດ້ທາງເຟສບຸກ ຄື Sirijetiyanukit.

XS
SM
MD
LG