ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ລາວ ວ່າ ການບູລະນະ ຟື້ນຟູ ເມືອງ ສະໜາມໄຊ ຈະຕ້ອງໃຊ້ ເວລາຍາວນານ ແລະໃຊ້ທຶນຫຼວງຫຼາຍ


ກະແສນ້ຳທີ່ໄຫລລົງມາຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ຢ່າງໄວວາ ໄດ້ພັດຖະລົ່ມເຮືອນຊານບ້ານຊ່ອງ ຂອງປະຊາຊົນ ໃນ 13 ໝູ່ບ້ານ ຂອງເມືອງສະໜາມໄຊ ແຂວງອັດຕະປື
ກະແສນ້ຳທີ່ໄຫລລົງມາຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ຢ່າງໄວວາ ໄດ້ພັດຖະລົ່ມເຮືອນຊານບ້ານຊ່ອງ ຂອງປະຊາຊົນ ໃນ 13 ໝູ່ບ້ານ ຂອງເມືອງສະໜາມໄຊ ແຂວງອັດຕະປື

ລັດຖະມົນຕີລາວ ຢືນຢັນວ່າ ການບູລະນະຟື້ນຟູ ເມືອງສະໜາມໄຊ ທີ່ຖືກກະທົບ ຈາກ
ໄພພິບັດນ້ຳຖ້ວມ ເພາະເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຈະຕ້ອງໃຊ້ເວລາຍາວນານ
ແລະໃຊ້ທຶນຢ່າງຫລວງຫລາຍດ້ວຍ.

ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີ ວ່າການກະຊວງແຮງງານ ແລະສະຫວັດດີການ
ສັງຄົມ ຢືນຢັນວ່າ ການບູລະນະຟື້ນຟູເມືອງສະໜາມໄຊ ແຂວງອັດຕະປື ທີ່ຖືກກະທົບ
ຢ່າງໜັກຈາກໄພນ້ຳຖ້ວມຄັ້ງໃຫຍ່ ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ນັບແຕ່
ວັນທີ 23 ກໍລະກົດ 2018 ເປັນຕົ້ນມາ ຈະຕ້ອງໃຊ້ໄລຍະເວລາ ທີ່ຍາວນານສົມຄວນ
ທັງຍັງຈະຕ້ອງໃຊ້ງົບປະມານ ຢ່າງຫຼວງຫຼາຍອີກດ້ວຍ.

ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີ ວ່າການກະຊວງແຮງງານ ແລະສະຫວັດດີການ ສັງຄົມ
ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີ ວ່າການກະຊວງແຮງງານ ແລະສະຫວັດດີການ ສັງຄົມ

ທັງນີ້ ກໍເພາະວ່າ ໄພນ້ຳຖ້ວມ ໄດ້ເຮັດໃຫ້ບ້ານເຮືອນ ສິ່ງປຸກສ້າງ ແລະຊັບສິນຂອງ
ປະຊາຊົນ ຮວມທັງພື້ນຖານໂຄງລ່າງຕ່າງໆ ທັງຖະໜົນຫົນທາງ ຂົວ ໂຮງຮຽນ ສຸກສາລາ
ສຳນັກງານຕ່າງໆ ຂອງລັດຖະບານ ແລະຄອງຊົນລະປະທານ ໃນເຂດເມືອງສະໜາມໄຊ
ນັ້ນ ໄດ້ເກີດການເສຍຫາຍ ແລະເປ່ເພ ໄປເປັນສ່ວນໃຫຍ່ ເມື່ອປະກອບກັບໃນປັດຈຸບັນ
ກໍເປັນຊ່ວງລະດູຝົນດ້ວຍແລ້ວ ຈຶ່ງເຮັດໃຫ້ການບູລະນະຟື້ນຟູ ບໍ່ສາມາດດຳເນີນການ
ໄດ້ເລີຍ ດັ່ງທີ່ ທ່ານຄຳແພງ ໄດ້ໃຫ້ການຢືນຢັນວ່າ:

“ຄວາມເສຍຫາຍກະຫລາຍຫັ້ນແຫລະ ເຮືອນຊານຂອງພໍ່ແມ່ປະຊາຊົນຢູ່ໃນເຂດ
90 ເປີເຊັນ ຖືວ່າໃຊ້ການບໍ່ໄດ້ແລ້ວ ຖືກແຕກຫັກພັງທະລາຍ ໄຮ່ນາຕາກ້າ ສັດລ້ຽງໜິ
ແມ່ນບໍ່ມີເລີຍ ກະຫາຍໄປໝົດ ອັນນີ້ຖືວ່າ ເປັນການສູນເສຍໃນວົງກວ້າງເປັນຫລາຍ
10 ກິໂລແມັດມົນທົນ ທີ່ວ່າເສຍຫາຍ ແລ້ວກະພວກເຮົາ ບໍ່ຮູ້ວ່າ ມັນຈະຟື້ນຟູໄດ້ໄວ
ຫຼືຊ້າ ເພາະວ່າ ດຽວນີ້ພາຍຸກະຍັງເຂົ້າມາ ປີນີ້ ພາຍຸຈະເຂົ້າມາໃນອາຊຽນພວກເຮົາ
ໜິ 16 ຫາ 18 ຫົວ ປັດຈຸບັນຫາກໍໄດ້ 9 ກັບ 10 ຫົວ ຖືວ່າ ເປັນບັ້ນທີ່ໜັກໜ່ວງຈົນ
ຮອດ ເດືອນ 10 ພຸ້ນຫລະ.”

ທັງນີ້ ທາງການແຂວງອັດຕະປື ລາຍງານວ່າ ໄພນ້ຳຖ້ວມຄັ້ງໃຫຍ່ ທີ່ເກີດຈາກເຂື່ອນ
ເຊປຽນ-ເຊນ້ຳນ້ອຍ ແຕກ ນັບແຕ່ວັນທີ 23 ກໍລະກົດ 2018 ເປັນຕົ້ນມານັ້ນ ໄດ້ສົ່ງຜົນ
ກະທົບຕໍ່ປະຊາຊົນລາວ 2,717 ຄອບຄົວ ໃນເຂດ 13 ບ້ານຂອງເມືອງສະໜາມໄຊ
ໂດຍໃນນີ້ ກໍມີເຖິງ 7,095 ຄົນ ຫຼື 1,617 ຄອບຄົວ ໃນ 6 ບ້ານ ທີ່ໄດ້ຮັບຜົນກະທົບ
ຢ່າງໜັກໜ່ວງ ກໍຄື ບ້ານໃໝ່ ບ້າທ່າຫີນ ບ້າທ່າແສງຈັນ ບ້ານຫີນລາດ ບ້ານສະໝອງ
ແລະ ບ້ານແທໃຫຍ່ ຊຶ່ງທ່າງການເມືອງສະໜາມໄຊ ໄດ້ມອບເງິນຊ່ວຍເຫຼືອເບື້ອງຕົ້ນ
ຄອບຄົວລະ 5 ແສນກີບ ແລະສ້າງທີ່ພັກຊົ່ວຄາວ ໃຫ້ກັບທຸກຄອບຄົວ.

ສຳລັບການສ້າງທີ່ພັກຊົ່ວຄາວ ແລະການຈັດສັນທີ່ຢູ່ອາໄສ ຢ່າງຖາວອນ ໃຫ້ກັບຜູ້ປະ
ສົບໄພທີ່ບໍ່ຕ້ອງການຈະກັບຄືນ ໄປຢູ່ບ້ານເດີມນັ້ນ ທາງການແຂວງອັດຕະປື ໄດ້ເລືອກ
ເອົາພື້ນທີ່ໃນເຂດບ້ານໜອງບົກ ບ້ານຕະມໍຍອດ ແລະບ້ານດົງບາດ ໂດຍແບ່ງເປັນ 2
ເຂດ ຄືເຂດປຸກສ້າງຊົ່ວຄາວ ມີເນື້ອທີ່ 4 ເຮັກຕາ ເພື່ອຈັດໃຫ້ປະຊາຊົນຢູ່ຊົ່ວຄາວ ມີສິ່ງ
ອຳນວຍຄວາມສະດວກ ເຊັ່ນ ສຸກສາລາ ບໍ່ນ້ຳບາດານ ແລະວິດຖ່າຍ ເປັນຕົ້ນ ສ່ວນ
ເຂດປຸກສ້າງທີ່ຢູ່ອາໄສຖາວອນນັ້ນ ຈະມີເນື້ອທີ່ 50 ເຮັກຕາ ໂດຍຈະກໍ່ສ້າງວັດ
ສຸກສາລາ ໂຮງຮຽນ ສະໜາມກິລາ ແລະອື່ນໆ ໂດຍຈະຈັດສັນ ແລະປຸກສ້າງທີ່ຢູ່ອາໄສ
ຂະໜາດກວ້າງ 20 ແມັດ ຍາວ 40 ແມັດ ໃຫ້ແຕ່ລະຄອບຄົວ.

ສ່ວນທ່ານລັດຕະນະພອນ ເທບສຸບັນ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ໃນ
ແຂວງອັດຕະປື ກໍລາຍງານວ່າ ໄພນ້ຳຖ້ວມຄັ້ງໃຫຍ່ ໄດ້ເຮັດໃຫ້ທາງຫລວງແຫ່ງຊາດ
ເລກ 18A ເກີດການເປ່ເພເສຍຫາຍ ເປັນໄລຍະທາງ 45 ກິໂລແມັດ ຈາກເຂດເທດ
ສະບານ ແຂວງອັດຕະປື ໄປເຖິງເມືອງສະໜາມໄຊ ແລະຂົວຂ້າມເຊປຽນ ກໍຖືກນ້ຳຊັດ
ກເສຍຫາຍຢ່າງສິ້ນເຊິງ ຊຶ່ງເຮັດໃຫ້ຕ້ອງຂ້າມເຊປຽນ ດ້ວຍເຮືອບັກເທົ່ານັ້ນ.

ສ່ວນຂົວໄມ້ 12 ແຫ່ງ ກໍໃຊ້ການບໍ່ໄດ້ ຈະຕ້ອງສ້ອມແປງຢ່າງຮີບດ່ວນ ທັງຍັງຈະຕ້ອງ
ປ່ຽນເປັນຂົວເບຕົງອີກດ້ວຍ ໂດຍບໍລິສັດຮ່ວມທຶນ ໃນເຂື່ອນເຊປຽນ-ເຊນ້ຳນ້ອຍ ຈະ
ຊ່ວຍສ້າງໃຫ້ 4 ແຫ່ງ ແລະ 4 ແຫ່ງ ຈະຂໍການຊ່ວຍເຫຼືອຈາກຈີນ ສ່ວນອີກ 4 ແຫ່ງ ຈະຂໍ
ການສະໜັບສະໜຸນ ຈາກນານາຊາດ ຊຶ່ງກໍເຊັ່ນດຽວກັນກັບ ການຟື້ນຟູຊີວິດການເປັນຢູ່
ຂອງຜູ້ປະສົບໄພ ທີ່ຈະຕ້ອງໃຊ້ທຶນອີກ ຢ່າງຫຼວງຫຼາຍ.

XS
SM
MD
LG