ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ລາວ ຢືນ​ຢັນ​ວ່າ ບໍ່​ມີ​ຄຳ​ສັ່ງ​ ໃຫ້ເຈົ້າ​ໜ້າ​ທີ່ ​ກວດ​ກາ ​ໜັງ​ສື​ເດີນ​ທາງ ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ


ງານ​ສະ​ເຫຼີມ​ສະຫຼອງ​ການ​ຮ່ວມ​ມື ​ດ້ານ​ການ​ທ່ອງ​ທ່ຽວ ລາວ-ຈີນ. ນະ​ຄອນ​ຫຼວງ ວຽງ​ຈັນ, ສ​ປ​ປ ລາວ.
ງານ​ສະ​ເຫຼີມ​ສະຫຼອງ​ການ​ຮ່ວມ​ມື ​ດ້ານ​ການ​ທ່ອງ​ທ່ຽວ ລາວ-ຈີນ. ນະ​ຄອນ​ຫຼວງ ວຽງ​ຈັນ, ສ​ປ​ປ ລາວ.

ລັດ​ຖະ​ມົນ​ຕີ ລາວ ຢືນ​ຢັນ​ວ່າບໍ່​ມີ​ຄຳ​ສັ່ງ​ໃຫ້​ບັນ​ດາ​ພະ​ນັກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ
ທຳການກວດກາໜັງສືເດີນທາງນັກທ່ອງທ່ຽວຊາວຕ່າງຊາດ ແລະ ຈະລົງໂທດພະນັກ
ງານທຸກຄົນທີ່ໄດ້ກະທຳການດັ່ງກ່າວ.

ສືບ​ເນື່ອ​ຈາກ​ມີ​ຫາ​ສຽງ​ໃນ​ສັງ​ຄົມ ລາວ ທີ່​ລະ​ບຸ​ວ່າ​ສາ​ເຫດ​ທີ່​ສຳ​ຄັນ​ປະ​ການ​ນຶ່ງ​ທີ່​ເຮັດ​
ໃຫ້ຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ຫຼຸດລົງເລື້ອຍໆນັ້ນກໍຄືການທີ່
ປາກົດວ່າມີພະນັກງານປ້ອງກັນຄວາມສະຫງົບ ໄດ້ທຳການກວດກາໜັງສືເດີນທາງ
ຂອງນັກທ່ອງທ່ຽວຊາວຕ່າງຊາດໃນລັກສະນະຊ້ຳຊ້ອນກັນ ໃນໄລຍະຜ່ານມານັ້ນ
ພົນຕີ ກົງທອງ ພົງພິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກໍໄດ້ໃຫ້
ການຢືນຢັນວ່າ ກະຊວງປ້ອງກັນຄວາມສະຫງົບບໍ່ເຄີຍອອກຄຳສັ່ງໃຫ້ດຳເນີນການ
ດັ່ງກ່າວແຕ່ຢ່າງໃດ ດັ່ງທີ່ພົນຕີ ກົງທອງ ໄດ້ຖະແຫຼງຢືນຢັນວ່າ

"ຂອບ​ເຂດ​ທີ່​ໄດ້​ກຳ​ນົດ​ທີ່​ມີ​ການ​ຈັດ​ຕັ້ງ​ຄຸ້ມ​ຄອງ​ຮັດ​ກຸມ​ແລ້ວ​ໃນ​ການ​ເຂົ້າ​ໄປ​ໃນ​ແຕ່​ລະ
ຈຸດທ່ອງທ່ຽວນັ້ນ ກ່ອນຈະເຂົ້ານັ້ນມັນກະຈະມີການຕິດຕາມຈາກພະນັກງານນຳທ່ຽວ
ຄັນມີພະນັກງານນຳທ່ຽວພາໄປແລ້ວ ບໍ່ຈຳເປັນທີ່ເຈົ້າໜ້າທີ່ເຮົາໄປປະຈຳຈຸດຫັ້ນ ຈະ
ໄປກວດເອກະສານໜັງສືພິມເຂົາຕື່ມ ມັນຈະເປັນການສ້າງຄວາມບໍ່ຈົບ ບໍ່ງາມ ລຳ
ບາກ ລຳຄານ ມີແຕ່ວ່າມີເຈົ້າໜ້າທີ່ຕຳຫຼວດທ່ອງທ່ຽວຢູ່ຫັ້ນ ແຕ່ວ່າດູແລຄວາມເປັນ
ລະບຽບຮຽບຮ້ອຍ ດູແລຄວາມສະຫງົບປອດໄພ ແລະ ບໍ່ອະນຸຍາດໃຫ້ຕຳຫຼວດທ່ອງ
ທ່ຽວໄປຂໍຖາມເບິ່ງໜັກສ້ຽນໜັງສືຕື່ມ."

ແຕ່​ກ່ອນ​ໜ້ານີ້ ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ຍອມຮັບວ່າ ສາເຫດສຳຄັນທີ່ເຮັດໃຫ້ຊາວຕ່າງຊາດ
ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ຫຼຸດລົງມີ 2 ສາເຫດດ້ວຍກັນ ກໍຄືການບໍລິຫານ
ວຽກງານດ້ານການທ່ອງທ່ຽວໃນພາກລັດ ມີລັກສະນະທີ່ຊ້ຳຊ້ອນກັນ ແລະ ການທ່ອງ
ທ່ຽວໃນ ລາວ ມີຄ່າໃຊ້ຈ່າຍຕ່າງໆສູງກວ່າຢູ່ປະເທດເພື່ອນບ້ານ ຈຶ່ງເຮັດໃຫ້ນັກທ່ອງ
ທ່ຽວຊາວຕ່າງຊາດບໍ່ຢາກເດີນທາງເຂົ້າມາໃນ ລາວ ອີກເທື່ອໃໝ່ ດັ່ງທີ່ທ່ານ ບໍ່ແສງຄຳ
ໃຫ້ການຢືນຢັນວ່າ

"ການ​ບໍ​ລິ​ການ​ການ​ເຂົ້າ-ອອກ​ຢູ່​ດ່ານ​ຕ່າງໆ​ຍັງ​ມີ​ຄວາມ​ຫຍຸ້ງ​ເຫຍີງ ຍັງ​ຊັກ​ຊ້າ, ການ
ກວດກາຢູ່ຈຸດກວດກາ ແລະ ຢູ່ແຫຼ່ງທ່ອງທ່ຽວຕ່າງໆ ຫຼືວ່າ ຢູ່ຕາມຖະໜົນທີ່ຕິດພັນ
ກັບການປັບໄໝທີ່ບໍ່ສົມເຫດສົມຜົນເຮັດໃຫ້ນັກທ່ອງທ່ຽວ ບໍລິສັດທ່ອງທ່ຽວມີຄວາມບໍ່
ສະດວກສະບາຍໃນການມາທ່ອງທ່ຽວຢູ່ໃນປະເທດເຮົາ ການເກັບຄ່າການຂົນສົ່ງໂດຍ
ສານທີ່ຍັງສູງ ການເກັບຄ່າຜ່ານປະຕູເຂົ້າຊົມແຫຼ່ງທ່ອງທ່ຽວຕ່າງໆ ກະຍັງບໍ່ທັນສົມ
ເຫດສົມຜົນ ແລະ ນອກຈາກນັ້ນ ຄ່າຄອງຊີບຢູ່ປະເທດພວກເຮົານີ້ຍັງສູງ ຖ້າທຽບໃສ່
ບັນດາປະເທດໃກ້ຄຽງທີ່ນັກທ່ອງທ່ຽວເຂົາເຈົ້າຜ່ານມານັ້ນ ອັນນີ້ກະແມ່ນຄວາມເປັນ
ຈິງອັນນຶ່ງທີ່ພວກເຮົາຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ."

ທັງ​ນີ້​ໃນ​ປີ 2018 ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ໃນ ລາວ 4 ລ້ານກວ່າ​
ຄົນໂດຍເພີ່ມຂຶ້ນຈາກປີ 2017 ທີ່ມີນັກທ່ອງທ່ຽວຕ່າງຊາດເຂົ້າມາໃນ ລາວ 3,868,831
ຄົນຫາກແຕ່ວ່າລັດຖະບານ ລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວ
ຕ່າງຊາດໃຫ້ໄດ້ 5 ລ້ານຄົນໃນປີ 2018 ທີ່ເປັນປີທ່ອງທ່ຽວ ລາວ ເພື່ອເຮັດໃຫ້ພາກບໍລິ
ການໃນ ລາວ ມີລາຍຮັບເກີນກວ່າ 900 ລ້ານໂດລາໃນຕະຫຼອດປີ 2018 ດັ່ງກ່າວ ຊຶ່ງ
ກໍໝາຍຄວາມວ່າລັດຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍໄດ້ໃນຄວາມເປັນຈິງນັ້ນ
ເອງ.

ທາງ​ດ້ານ​ສະ​ມາ​ຄົມ​ວິ​ໄຈ​ການ​ທ່ອງ​ທ່ຽວ​ອາ​ຊຽນ ກໍ​ລາຍ​ງານ​ວ່າ​ພາກ​ທຸ​ລະ​ກິດ​ບໍ​ລິ​ການ
ແລະ ທ່ອງທ່ຽວຂອງ ລາວ ມີການຂະຫຍາຍຕົວໃນອັດຕາສະເລ່ຍຕ່ຳສຸດໃນກຸ່ມອາ
ຊຽນໃນປີ 2018 ກໍຄື 3.1 ເປີເຊັນເທົ່ານັ້ນ ໃນຂະນະທີ່ພາກບໍລິການ ແລະ ທ່ອງທ່ຽວ
ຂອງ ຫວຽດນາມ ຂະຫຍາຍຕົວເພີ່ມຂຶ້ນ 29.1 ເປີເຊັນ, ມຽນມາ 18.4 ເປີເຊັນ, ບຣູໄນ
18.3 ເປີເຊັນ, ອິນໂດເນເຊຍ 16.9 ເປີເຊັນ, ກຳປູເຈຍ 11.8 ເປີເຊັນ, ຟີລິບປິນ 11
ເປີເຊັນ, ໄທ 8.6 ເປີເຊັນ, ສິງກະໂປ 7.7 ເປີເຊັນ ແລະ ມາເລເຊຍ 3 ເປີເຊັນ ໂດຍປະ
ເທດ ໄທ ມີລາຍຮັບຈາກການທ່ອງທ່ຽວສູງທີ່ສຸດ ກໍຄືຫຼາຍກວ່າ 55,477 ລ້ານໂດລາ
ຕິດຕາມດ້ວຍ ສິງກະໂປ 19,707 ລ້ານໂດລາ, ມາເລເຊຍ 18,323 ລ້ານໂດລາ ແລະ
ອິນໂດເນເຊຍ 12,520 ລ້ານໂດລາ ໃນຂະນະທີ່ລາວ ມີລາຍຮັບພຽງ 700 ກວ່າລ້ານ
ໂດລາເທົ່ານັ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດ​ຖະ​ບານ ລາວ ໄດ້​ວາງ​ຄາດ​ໝາຍ​ທີ່​ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​
ຊາວຕ່າງຊາດໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນຊຶ່ງຈະເຮັດໃຫ້ພາກບໍລິການ ແລະ ທ່ອງ
ທ່ຽວໃນ ລາວ ມີລາຍຮັບເກີນກວ່າ 900 ລ້ານໂດລາໃນປີ 2019 ນີ້ ດ້ວຍການຈັດໃຫ້
ເປັນປີສົ່ງເສີມການທ່ອງທ່ຽວລະຫວ່າງ ລາວ ກັບ ຈີນ.

XS
SM
MD
LG