ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ລາວ ເນັ້ນຢ້ຳເຖິງ ຖະແຫລງການຮ່ວມ ດ້ານວັດທະນະທຳ-ສັງຄົມ ແລະ ເອກກະສານ ສຳຄັນ 6 ສະບັບ


ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ ຄັ້ງທີ 29 ເມື່ອວັນທີ 6-8 ກັນຍາ 2016 ທີ່ນະຄອນຫຼວງວຽງຈັນ ຂອງ ສປປ ລາວ.
ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ ຄັ້ງທີ 29 ເມື່ອວັນທີ 6-8 ກັນຍາ 2016 ທີ່ນະຄອນຫຼວງວຽງຈັນ ຂອງ ສປປ ລາວ.

ລັດຖະມົນຕີລາວ ເນັ້ນຢ້ຳວ່າ ຖະແຫລງການຮ່ວມດ້ານວັດທະນະທຳ-ສັງຄົມ ແລະ ເອກກະສານສຳຄັນ 6 ສະບັບ ທີ່ຜູ້ນຳອາຊຽນຮັບຮອງເອົາໃນກອງປະຊຸມສຸດຍອດ ຄັ້ງທີ 28-29 ມີຄວາມສຳຄັນຕໍ່ລາວ ແລະອາຊຽນ.

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໄດ້ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ປະສົບຄວາມສຳເລັດ ຢ່າງຍິ່ງ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ
ຄັ້ງທີ 29 ເມື່ອວັນທີ 6-8 ກັນຍາ 2016 ທີ່ນະຄອນຫຼວງວຽງຈັນ ຊຶ່ງໃນນີ້ ກໍຮວມບາດກ້າວ ສຳຄັນຂອງການພັດທະນາຄວາມຮ່ວມມື ດ້ານວັດທະນະທຳສັງຄົມຂອງອາຊຽນດ້ວຍ ກໍຄືການທີ່ຜູ້ນຳອາຊຽນໄດ້ຮັບຮອງເອົາຖະແຫລງການອາຊຽນ ທີ່ເປັນໜຶ່ງດຽວກັນ ໃນການຕອບໂຕ້ໄພພິບັດຂະໜາດໃຫຍ່ ພ້ອມດ້ວຍເອກກະສານສຳຄັນ ອີກ 6 ສະບັບ ດັ່ງທີ່ທ່ານບໍ່ແສງຄຳ ໄດ້ໃຫ້ການຢືນຢັນວ່າ:

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໄດ້ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ປະສົບຄວາມສຳເລັດ ຢ່າງຍິ່ງ ໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ ຄັ້ງທີ 29.
ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໄດ້ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ປະສົບຄວາມສຳເລັດ ຢ່າງຍິ່ງ ໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ ຄັ້ງທີ 29.

“ອັນສຳຄັນທີ່ໄດ້ຮັບການລົງນາມ ໂດຍບັນດາປະມຸກລັດຜູ້ນຳ ຂອງບັນດາປະເທດ ອາຊຽນ ກໍແມ່ນເອກກະສານກ່ຽວກັບ ເລື່ອງການພ້ອມກັນຕອບໂຕ້ໄພພິບັດ ຢູ່ພາຍໃນ ແລະນອກເຂດຂອງອາຊຽນ ນອກຈາກນັ້ນ ພວກເຮົາກະມີເອກກະສານ ທີ່ສະເໜີ ໃຫ້ແກ່ບັນດາຜູ້ນຳໄດ້ຮັບຮອງ ຢູ່ໃນກອງປະຊຸມສຸດຍອດ ຊຶ່ງລວມມີ 6 ເອກກະສານ ແລະນອກຈາກນັ້ນ ພວກເຮົາຍັງມີເອກກະສານອີກ 2 ສະບັບ ເພື່ອສະເໜີ ໃຫ້ບັນດາ ທ່ານຜູ້ນຳຂອງອາຊຽນໄດ້ຮັບຊາບ.”

ໂດຍສຳລັບເອກກະສານສຳຄັນທັງ 6 ສະບັບ ກໍປະກອບດ້ວຍ ຖະແຫລງການວຽງຈັນ ວ່າດ້ວຍການຫັນປ່ຽນ ການຈ້າງງານນອກລະບົບ ໄປເປັນການຈ້າງງານໃນລະບົບ ຖະແຫລງການວ່າດ້ວຍ ການສ້າງຄວາມເຂັ້ມແຂງ ໃຫ້ກັບຊາວໜຸ່ມ ທີ່ບໍ່ມີໂອກາດເຂົ້າ ໂຮງຮຽນ ຖະແຫລງການວ່າດ້ວຍຄວາມຫລາຫລາຍໃນດ້ານຊີວະນານາພັນ ຖະແຫລງ ການວຽງຈັນວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ຖະແຫລງການວຽງຈັນວ່າດ້ວຍ ການສົ່ງເສີມການຮ່ວມມືດ້ານມໍລະດົກ ວັດທະນະທຳອາຊຽນ ແລະ ຖະແຫລງການ ວຽງຈັນວ່າດ້ວຍ ການຕ້ານພະຍາດຕິດຕໍ່ທາງເພດສຳພັນ ແລະໂຣກເອດສ໌.

ນອກຈາກນີ້ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ ຄັ້ງທີ 29 ຢູ່ນະຄອນຫຼວງ ວຽງຈັນ ດັ່ງກ່າວ ລັດຖະບານລາວຍັງໄດ້ໃຫ້ບຸລິມະສິດ ກັບເອກກະສານສຳຄັນອີກ 2 ສະບັບ ກໍຄືແຜນວຽກຂໍ້ລິເລີ່ມສຳລັບການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ວາລະ ການເຊື່ອມຈອດອາຊຽນຫລັງປີ 2015 ທັງຍັງໃຫ້ຄວາມສຳຄັນເປັນພິເສດ ກັບວິໄສທັດ 2025 ດ້ານການເມືອງ ແລະຄວາມໝັ້ນຄົງໃນອາຊຽນ ຊຶ່ງບັນດາຜູ້ນຳອາຊຽນ ໄດ້ຮັບ ຮອງເອົາຕາມການສະເໜີ ຂອງລັດຖະບານລາວດັ່ງກ່າວ.

ທາງດ້ານ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ລັດຖະບານ ລາວ ສາມາດຮັບປະກັນຄວາມປອດໄພໃຫ້ກັບກອງປະຊຸມໄດ້ທັງ 100 ເປີເຊັນ ທັງກໍຍັງ ສາມາດກະກຽມສະຖານທີ່ຈັດກອງປະຊຸມບ້ານພັກຮັບຮອງຜູ້ນຳ ແລະຄະນະຜູ້ແທນ ຂອງທຸກປະເທດ ຮວມເຖິງຄວາມພ້ອມໃນດ້ານບຸກຄະລາກອນ ແລະສິ່ງອຳນວຍຕ່າງໆ ໄດ້ຢ່າງຄົບຖ້ວນ ຊຶ່ງເຮັດໃຫ້ການເປັນປະທານອາຊຽນຂອງລາວໃນຄັ້ງນີ້ ເປັນບົດບາດ ໃນເວທີສາກົນ ຂອງລັດຖະບານລາວ ທີ່ໂດດເດັ່ນຂຶ້ນ ທັງເຮັດໃຫ້ການດຳເນີນນະໂຍບາຍ ການຕ່າງປະເທດຂອງລາວໄດ້ຮັບຜົນສຳເລັດ ເປັນຢ່າງດີໃນທຸກໆດ້ານອີກດ້ວຍ.

ໂດຍໃນປັດຈຸບັນ ສປປ ລາວ ມີສາຍພົວພັນທາງການທູດກັບ 138 ປະເທດ ທັງກໍຍັງມີ ສາຍພົວພັນກັບພັກການເມືອງ 124 ພັກ ໃນທົ່ວໂລກ ໃນຂະນະທີ່ລາວກໍມີສຳນັກງານ ຜູ້ຕາງໜ້າທາງການທູດຢູ່ຕ່າງປະເທດ 38 ແຫ່ງ ໂດຍໃນນີ້ ເປັນສະຖານເອກອັກຄະ ລັດຖະທູດ 26 ແຫ່ງ ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ສະຖາກົງສຸນໃຫຍ່ 8 ແຫ່ງ ແລະຫ້ອງການກົງສຸນ 1 ແຫ່ງ.

ການພົວພັນກັບຕ່າງປະເທດ ຢ່າງກວ້າງຂວາງຫຼາຍຂຶ້ນນັບມື້ດັ່ງກ່າວ ກໍຍັງເຮັດໃຫ້ບົດ ບາດ ຂອງລາວໃນເວທີສາກົນເປັນທີ່ຍອມຮັບຂອງນານາຊາດເພີ່ມຂຶ້ນ ໂດຍສະເພາະ ແມ່ນການທີ່ລາວ ໄດ້ເປັນສະມາຊິກຂອງອາຊຽນແຕ່ປີ 1997 ເປັນຕົ້ນມາ ແລະ ເປັນ ສະມາຊິກອົງການການຄ້າໂລກ (WTO) ນັບແຕ່ປີ 2013 ເປັນຕົ້ນມາ ຊຶ່ງກໍສົ່ງຜົນດີ ຕໍ່ການພັດທະນາເສດຖະກິດ ການຄ້າ ແລະການລົງທຶນ ໃນລາວເປັນຢ່າງດີ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ ການເງິນ ຢືນຢັນວ່າ ແຜນການພັດທະນາເສດຖະກິດ-ສັງຄົມໃນຊ່ວງປີ 2016-2020 ລັດຖະບານລາວ ຈະສູ້ຊົນເພື່ອຍາດແຍ່ງເອົາຄວາມຊ່ອຍເຫຼືອຈາກຕ່າງປະເທດໃຫ້ໄດ້ ເຖິງ 3,500 ລ້ານໂດລາ ຫຼື 700 ລ້ານໂດລາ ຕໍ່ປີ ທີ່ຄິດເປັນ 12.5 ເປີເຊັນ ຂອງການລົງ ທຶນພາກລັດຖະບານທັງໝົດ ໂດຍສຳລັບໃນລະຍະແຜນການປີ 2011-2015 ທີ່ຜ່ານມາ ລັດຖະບານລາວ ກໍໄດ້ຮັບການຊ່ອຍເຫຼືອຈາກຕ່າງປະເທດ ເປັນມູນຄ່າລວມ 3,368 ລ້ານ ໂດລາ ຫຼືປະມານ 673 ລ້ານໂດລາ ຕໍ່ປີ.

XS
SM
MD
LG