ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ລາວ ຍອມຮັບວ່າ ມີພະນັກງານຂອງລັດ ບຸກລຸກ ສະຖານທີ່ທ່ອງທ່ຽວ ທີ່ເປັນມູນມໍລະດົກ ຂອງຊາດ


ເຮືອນພັກທີ່ ວັງວຽງ, ນຶ່ງໃນສະຖານທີ່ໆໄດ້ຮັບຄວາມນິຍົມ
ທີ່ສຸດໃນລາວ.
ເຮືອນພັກທີ່ ວັງວຽງ, ນຶ່ງໃນສະຖານທີ່ໆໄດ້ຮັບຄວາມນິຍົມ ທີ່ສຸດໃນລາວ.

ລັດຖະມົນຕີ ລາວ ຍອມຮັບວ່າມີບັນດາພະນັກງານຂອງລັດຖະບານຈຳນວນນຶ່ງພາ
ກັນບຸກລຸກສະຖານທີ່ທ່ອງທ່ຽວ ທີ່ເປັນມູນມໍລະດົກຂອງຊາດ ເພາະຍັງຂາດການບັງ
ຄັບໃຊ້ກົດໝາຍໃນການຈັດຕັ້ງປະຕິບັດຕົວຈິງ.

ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ
ແລະ ທ່ອງທ່ຽວຖະແຫຼງຍອມຮັບວ່າ ການບຸກລຸກສະຖານທີ່ທ່ອງທ່ຽວທີ່ເປັນມູນມໍລະ
ດົກຂອງຊາດ ຍັງເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດ ແລະ ຜູ້ທີ່ບຸກລຸກສ່ວນໃຫຍ່
ນັ້ນກໍແມ່ນບັນດາພະນັກງານຂອງລັດຖະບານທັງໃນຂັ້ນສູນກາງ ແລະ ລະດັບທ້ອງຖິ່ນ
ໂດຍທີ່ພາກສ່ວນທີ່ຮັບຜິດຊອບໃນການບັງຄັບໃຊ້ກົດໝາຍວ່າດ້ວຍມໍລະດົກແຫ່ງ
ຊາດ ກໍຍັງຂາດການຈັດຕັ້ງປະຕິບັດຕາມກົດໝາຍດັ່ງກ່າວ ໃນພາກຕົວຈິງອີກດ້ວຍ
ດັ່ງທີ່ທ່ານບໍ່ແສງຄຳຢືນຢັນວ່າ.

"ກ່ຽວກັບເລື່ອງແຫຼ່ງທ່ອງທ່ຽວ ຫຼືວ່າມໍລະດົກຖືກບຸກລຸກ ອັນນີ້ພວກເຮົາກະມີກົດໝາຍ
ມໍລະດົກແລ້ວ ແຕ່ວ່າການຈັດຕັ້ງປະຕິບັດກົດໝາຍບໍ່ເຂັ້ມງວດມັນກະສະແດງອອກຄື
ແນວນີ້ແຫຼະ ເພາະວ່າຜູ້ທີ່ບຸກລຸກບາງເທື່ອກໍແມ່ນຄອບຄົວຂອງພະນັກງານເຮົາເອງ
ເຮືອນທີ່ຕັ້ງຢູ່ໃກ້ນັ້ນບາງເທື່ອກະແມ່ນເຮືອນຂອງພະນັກງານເຮົາເອງ ສະນັ້ນ ເຮົາຈະ
ຕ້ອງໄດ້ໂຄສະນາໃຫ້ຫຼາຍ ຕ້ອງໄດ້ສຶກສາອົບຮົມໃຫ້ຫຼາຍ ໃຫ້ທຸກຄົນມີສະຕິເຄົາລົບ
ນັບຖືກົດໝາຍແທ້ ແລະ ໂຄສະນາໃຫ້ປະຊາຊົນໃຫ້ພະນັກງານ ໃຫ້ໝົດທຸກຄົນເຊື່ອມ
ຊຶມ ແລະ ນັບຖືກົດໝາຍນີ້."

ທ່ານ ບໍ່ແສງຄຳ ຢືນຢັນວ່າ ການຈັດຕັ້ງປະຕິບັດດັ່ງກ່າວນີ້ ຖືເປັນພາກສ່ວນນຶ່ງໃນ
ເປົ້າໝາຍສຳຄັນ ຂອງການຈັດຕັ້ງປະຕິບັດແຜນການພັດທະນາທາງດ້ານການທ່ອງ
ທ່ຽວ ປີທ່ອງທ່ຽວ ລາວ 2018 ຊຶ່ງຈະດຳເນີນມາດຕະການຢ່າງຮອບດ້ານເຂົ້າໃນການ
ພັດທະນາປັບປຸງ ເພື່ອຍົກລະດັບຄຸນນະພາບທາງດ້ານການທ່ອງທ່ຽວຂອງ ລາວ ໃຫ້
ໄດ້ມາດຕະຖານສາກົນເທື່ອລະກ້າວ ໂດຍເພັ່ງເລັງໃສ່ການຄຸ້ມຄອງມູນມໍລະດົກແຫ່ງ
ຊາດ, ສະຖານບັນເທີງ ແລະ ບໍລິການຕ່າງໆ ເພື່ອໃຫ້ດຳເນີນທຸລະກິດຕາມລະບຽບ
ກົດໝາຍຢ່າງເຂັ້ມງວດ ທັງຍັງຈະສ້າງນິຕິກຳໃໝ່ໆ ສຳລັບຄຸ້ມຄອງທຸລະກິດການທ່ອງ
ທ່ຽວໃນທົ່ວປະເທດດ້ວຍ ເປັນຕົ້ນແມ່ນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄາຣາວານ,
ການທ່ອງທ່ຽວແບບຜະຈົນໄພ, ການສ້າງຕັ້ງ ແລະ ເຄື່ອນໄຫວໃນທຸລະກິດບໍລິການ
ນຳທ່ຽວ ດຳລັດວ່າດ້ວຍການຄຸ້ມຄອງແຫຼ່ງທ່ອງທ່ຽວ ແລະ ມາດຕະຖານຂັ້ນພື້ນຖານ
ຂອງບັນດາໂຮງແຮມ, ເຮືອນພັກ, ພັດຕະຄານ, ສວນອາຫານ ແລະ ຮ້ານກິນດື່ມໃນ
ທົ່ວປະເທດ.

ທາງການ ລາວ ໄດ້ຈັດພິທີເປີດປີການທ່ອງທ່ຽວ ລາວ 2018 ຢ່າງເປັນທາງການໃນ
ແລງວັນທີ 28 ຕຸລາທີ່ຜ່ານມາ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີເປັນ
ປະທານໃນພິທີ ແລະ ໄດ້ຈັດຂຶ້ນໃນໂອກາດດຽວກັນກັບ ງານບຸນນະມັດສະການພະ
ທາດຫຼວງປະຈຳປີ 2017 ແລະ ໃນພິທີການຄັ້ງນີ້ກໍໄດ້ມີການເຊີນສື່ມວນຊົນ ແລະ
ແຂກຈາກຕ່າງປະເທດລວມ ໄປເຖິງປະເທດສະມາຊິກອາຊຽນ ແລະ ພູມີພາກອື່ນໆ
ຈາກທົ່ວໂລກເຂົ້າມາຮ່ວມດ້ວຍ.

ໂດຍລັດຖະບານ ລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົາຊາວຕ່າງຊາດໃຫ້ເຂົ້າມາ
ທ່ອງທ່ຽວໃນ ລາວ ໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ ແລະ ເຮັດໃຫ້ພາກບໍລິການໃນ ລາວ
ມີລາຍຮັບເກີນກວ່າ 900 ລ້ານໂດລາໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳ
ແລະ ງານບຸນປະເພນີຕ່າງໆໃນ 18 ແຂວງທົ່ວປະເທດເຊັ່ນ ການຈັດຄາຣາວານລົດ
ທ່ອງທ່ຽວ ແຕ່ເໜືອຮອດໃຕ້, ບຸນມະໂຫລານການສະແດງສິລະປະ ວັດທະນະທຳພື້ນ
ເມືອງບັນດາເຜົ່າ, ການແຂ່ງລົດວິບາກ, ກິດຈະກຳປີນໜ້າຜາ, ການຈັດງານວັນ ລາວ
ໃນຕ່າງປະເທດເຊັ່ນ ໄທ, ຫວຽດນາມ, ຍີ່ປຸ່ນ, ເຢຍຣະມັນ, ຝຣັ່ງ, ອັງກິດ ທີ່ທາງການ
ລາວ ເຊື່ອວ່າຈະດຶງດູດນັກທ່ອງທ່ຽວຕ່າງຊາດໄດ້ເປັນຢ່າງດີ.

ຍິ່ງໄປກວ່ານັ້ນ ທາງການ ລາວ ກໍຍັງໄດ້ຮັບການຢືນຢັນຈາກປະເທດສະມາຊິກໃນອາ
ຊຽນດ້ວຍກັນວ່າ ຈະໃຫ້ການຊ່ວຍເຫຼືອໃນການໂຄສະນາປະຊາສຳພັນປີການທ່ອງ
ທ່ຽວ ລາວ 2018 ຢ່າງກວ້າງຂວາງ. ທັງຍັງຈະສົ່ງເສີມໃຫ້ພົນລະເມືອງຂອງຕົນເດີນ
ທາງມາທ່ອງທ່ຽວໃນ ລາວ ຫຼາຍຂຶ້ນອີກດ້ວຍ ໂດຍສະເພາະແມ່ນປະເທດໃນລຸ່ມແມ່
ນໍ້າຂອງດ້ວຍກັນນັ້ນ.

ແຕ່ຢ່າງໃດກໍຕາມ ໃນຕະຫຼອດປີ 2017 ນີ້ກໍຄາດວ່ານັກທ່ອງທ່ຽວຕ່າງຊາດຈະເດີນ
ທາງເຂົ້າມາໃນ ລາວ ຫຼຸດລົງເຖິງ 12 ເປີເຊັນ ທຽບໃສ່ປີ 2016 ໂດຍສະເພາະນັກທ່ອງ
ທ່ຽວຈາກປະເທດສະມາຊິກໃນອາຊຽນດ້ວຍກັນນັ້ນ ຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນ
ທາງເຂົ້າມາໃນ ລາວ ຫຼຸດລົງຫຼາຍທີ່ສຸດ.

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນ
ພາກການທ່ອງທ່ຽວຂອງ ລາວ ຍັງຕໍ່າກວ່າອັດຕາສະເລ່ຍຂອງອາຊຽນ ຊຶ່ງຢູ່ທີ່ລະດັບ
12 ເປີເຊັນຂອງມູນຄ່າຜະລິດຕະພັນລວມ (GDP) ຫາກແຕ່ວ່າລາຍຮັບພາກການ
ທ່ອງທ່ຽວຂອງ ລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນຂອງ GDP ເທົ່ານັ້ນ
ແລະ ການທີ່ຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດໃຫ້ໄດ້ 5 ລ້ານກວ່າຄົນໃນປີ 2018
ຈຶ່ງບໍ່ແມ່ນເລື່ອງງ່າຍ.

XS
SM
MD
LG