ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ລາວ ຍອມຮັບວ່າ ໂຄງການ ກໍ່ສ້າງທາງ ໃນແຂວງຫົວພັນ ແລະໄຊສົມບູນ ຊັກຊ້າ


ໂຄງການກໍ່ສ້າງຖະໜົນ ຢູ່ໃນແຂວງຕ່າງໆ ຂອງລາວ ກຳລັງປະເຊີນກັບບັນຫາ ເນື່ອງຈາກ ບໍລິສັດທີ່ໄດ້ຮັບສຳປະທານ ການກໍ່ສ້າງຂາດແຄນ ເງິນລົງທຶນ.
ໂຄງການກໍ່ສ້າງຖະໜົນ ຢູ່ໃນແຂວງຕ່າງໆ ຂອງລາວ ກຳລັງປະເຊີນກັບບັນຫາ ເນື່ອງຈາກ ບໍລິສັດທີ່ໄດ້ຮັບສຳປະທານ ການກໍ່ສ້າງຂາດແຄນ ເງິນລົງທຶນ.

ລັດຖະມົນຕີລາວ ຍອມຮັບວ່າ ການກໍ່ສ້າງຖະໜົນ 5 ໂຄງການ ໃນແຂວງຫົວພັນ ແລະໄຊສົມບູນ ປະເຊີນກັບບັນຫາຊັກຊ້າ ເນື່ອງຈາກ ບໍລິສັດທີ່ໄດ້ຮັບສຳປະທານ ການກໍ່ສ້າງຂາດແຄນ ເງິນລົງທຶນ.

ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ຖະແຫລງຢືນຢັນວ່າ ການກໍ່ສ້າງຖະໜົນ 2 ໂຄງການ ໃນແຂວງຫົວພັນ ກັບ 3
ໂຄງການ ໃນແຂວງໄຊສົມບູນ ໄດ້ປະເຊີນ ກັບການຂາດແຄນດ້ານງົບປະມານ ແລະ ເຮັດໃຫ້ເກີດ ການຊັກຊ້າ ນັບແຕ່ປີ 2013 ເປັນຕົ້ນມາ ຈົນເຖິງປັດຈຸບັນ ທັງນີ້ໂດຍ
ຈາກການກວດກາຫລ້າສຸດ ພົບວ່າ ໂຄງການກໍ່ສ້າງຖະໜົນປູຢາງ 2 ຊັ້ນ ແຕ່ເມືອງ
ຊຳໃຕ້ ໄປຫາຫົວເມືອງ ໃນແຂວງຫົວພັນ ທີ່ມີລະຍະທາງ ຍາວ 31 ກິໂລແມັດ ກວ້າງ
6.5 ແມັດ ຊຶ່ງເປັນໂຄງການລົງທຶນກ່ອນ ໃນມູນຄ່າ 367 ຕື້ກີບ ແລະດຳເນີນການ
ກໍ່ສ້າງ ໂດຍບໍລິສັດ ດາວເຮືອງສົງ ນັ້ນ ໄດ້ຄືບໜ້າພຽງ 24 ເປີເຊັນ ເທົ່ານັ້ນ ໃນ
ຂະນະທີ່ ໂຄງການມີກຳນົດ ການກໍ່ສ້າງແລ້ວເສັດພາຍໃນປີ 2016 ນີ້.

ໂຄງການກໍ່ສ້າງທາງ ໃນແຂວງຕ່າງໆ ຊຶ່ງກະຊວງແຜນການ ແລະການລົງທຶນ ໄດ້ດຳເນີນການກວດສອບແລ້ວ ພົບວ່າ ເປັນໂຄງການທີ່ມີມູນຄ່າ ການກໍ່ສ້າງເກີນຄວາມສາມາດດ້ານງົບປະມານ ຂອງລັດ ຈຶ່ງໄດ້ມີຄຳສັ່ງໃຫ້ຄັດເລືອກເອົາໂຄງການດຽວ ທີ່ຈະປູຢາງ 2 ຊັ້ນ ສ່ວນອີກ 2 ໂຄງການ ທີ່ຍັງເຫຼືອ ຈະປູດ້ວຍຫີນເທົ່ານັ້ນ.
ໂຄງການກໍ່ສ້າງທາງ ໃນແຂວງຕ່າງໆ ຊຶ່ງກະຊວງແຜນການ ແລະການລົງທຶນ ໄດ້ດຳເນີນການກວດສອບແລ້ວ ພົບວ່າ ເປັນໂຄງການທີ່ມີມູນຄ່າ ການກໍ່ສ້າງເກີນຄວາມສາມາດດ້ານງົບປະມານ ຂອງລັດ ຈຶ່ງໄດ້ມີຄຳສັ່ງໃຫ້ຄັດເລືອກເອົາໂຄງການດຽວ ທີ່ຈະປູຢາງ 2 ຊັ້ນ ສ່ວນອີກ 2 ໂຄງການ ທີ່ຍັງເຫຼືອ ຈະປູດ້ວຍຫີນເທົ່ານັ້ນ.

ສ່ວນໂຄງການກໍ່ສ້າງຖະໜົນປູຢາງ 2 ຊັ້ນຈາກບ້ານໜອງຄ້າງ ໄປເມືອງແອດ ທີ່ມີ ລະຍະທາງຍາວ 30 ກິໂລແມັດ ກວ້າງ 6.5 ແມັດ ເຊັ່ນກັນນັ້ນ ເຖິງແມ່ນວ່າ ການດຳ
ເນີນງານຈະຄືບໜ້າໄປແລ້ວ ກວ່າ 70 ເປີເຊັນ ຂອງແຜນການທີ່ເປັນໂຄງການລົງທຶນ ໃຫ້ກ່ອນ ໃນມູນຄ່າ 224 ຕື້ກີບ ແລະດຳເນີນການກໍ່ສ້າງ ໂດຍບໍລິສັດ AB ຂອງ ເອກກະຊົນ ລາວ ກໍຕາມ ຫາກແຕ່ບໍລິສັດເອກກະຊົນລາວ ກໍໄດ້ຂໍໂຈະການກໍ່ສ້າງ
ແລະ ສົ່ງຄືນໂຄງການ ໃຫ້ທາງການ ແຂວງຫົວພັນ ເນື່ອງຈາກປະເຊີນກັບບັນຫາ ຂາດແຄນເງິນທຶນ ໂດຍຫລ້າສຸດທາງການແຂວງຫົວພັນ ກໍໄດ້ຕົກລົງໃຫ້ບໍລິສັດຮົວໄທ້ ຈາກຈີນ ເປັນຜູ້ຮັບເໝົາລາຍໃໝ່ ແລະໄດ້ກຳນົດ ການກໍ່ສ້າງ ໃຫ້ແລ້ວເສັດ ໃນປີ
2018 ຕໍ່ໄປ.

ສຳລັບອີກ 3 ໂຄງການກໍ່ສ້າງຖະໜົນ ທີ່ຢູ່ໃນແຂວງໄຊສົມບູນນັ້ນ ປະກອບດ້ວຍ
ເສັ້ນທາງ ແຕ່ບ້ານຜາສະຫງົບ ເມືອງອະນຸວົງ ໄປຫາບ້ານວຽງທອງ ເມືອງທ່າໂທມ ລະຍະທາງຍາວ 50 ກິໂລແມັດ ເສັ້ນທາງ ແຕ່ບ້ານພູຫົວຊ້າງ ຫາບ້ານອ່າວໃຕ້ ເມືອງອະນຸວົງ ທີ່ລະຍະທາງຍາວ 30 ກິໂລແມັດ ແລະເສັ້ນທາງ ແຕ່ຂົວນ້ຳຍອນ ໄປຫາບ້ານລ່ອງແຈ້ງ ເມືອງລ່ອງແຈ້ງ ທີ່ມີລະຍະທາງຍາວ 40 ກິໂລແມັດນັ້ນ ທາງການກະຊວງແຜນການ ແລະການລົງທຶນ ໄດ້ດຳເນີນການກວດສອບແລ້ວ
ພົບວ່າ ເປັນໂຄງການທີ່ມີມູນຄ່າ ການກໍ່ສ້າງເກີນຄວາມສາມາດດ້ານງົບປະມານ ຂອງລັດຖະບານລາວ ຈຶ່ງໄດ້ມີຄຳສັ່ງໃຫ້ຄັດເລືອກເອົາໂຄງການດຽວ ທີ່ຈະປູຢາງ
2 ຊັ້ນ ສ່ວນອີກ 2 ໂຄງການ ທີ່ຍັງເຫຼືອ ຈະປູດ້ວຍຫີນເທົ່ານັ້ນ.

ໂດຍໃນແຜນການປີ 2015-2016 ລັດຖະບານລາວ ໄດ້ຈັດສັນງົບປະມານໃຫ້
ກະຊວງໂຍທາທິການ ແລະຂົນສົ່ງ ໃນມູນຄ່າ 400 ຕື້ກີບ ສຳລັບນຳໃຊ້ໃນບ່ວງ ກອງທຶນທາງ ໂດຍໃນລະຍະທີ່ຜ່ານມາ ກໍໄດ້ນຳໃຊ້ກອງທຶນດັ່ງກ່າວນີ້ ໄປເພື່ອ
ການປັບປຸງໂຄງຂ່າຍຄົມມະນາຄົມ-ຂົນສົ່ງ ພາຍໃນປະເທດໄດ້ ເຖິງ 658 ໂຄງການ ຊຶ່ງໃນນີ້ກໍເປັນການບູລະນະຮັກສາ ແລະຊ້ອມແປງ ຂົວຫ-ທາງ 528 ໂຄງການ ແລະການຍົກລະດັບເສັ້ນທາງຫລວງ 30 ໂຄງການ ເຮັດໃຫ້ລາວມີຖະໜົນຄິດເປັນ ລະຍະທາງ ລວມເຖິງ 51,900 ກວ່າກິໂລແມັດ ທັງມີລະຍະທາງທີ່ເພີ່ມຂຶ້ນເຖິງ
10,836 ກິໂລແມັດ ທຽບໃສ່ປີ 2010 ແລະເຮັດໃຫ້ເສັ້ນທາງດັ່ງກ່າວ ສາມາດເຊື່ອມ
ຕໍ່ 148 ເມືອງ ໃນທົ່ວປະເທດໄດ້ຕະຫຼອດປີ.

ຍິ່ງໄປກວ່ານັ້ນ ລັດຖະບານລາວ ກໍຍັງແນໃສ່ພັດທະນາລາວ ໃຫ້ເປັນສູນການເຊື່ອມ
ຈອດ ດ້ານການຄ້າ ແລະບໍລິການ ໃນລຸ່ມແມ່ນ້ຳຂອງອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນແຂວງບໍລິຄຳໄຊ ໄດ້ຢືນຢັນວ່າ:

“ໃນລະຍະຜ່ານມານີ້ ພວກເຮົາກໍໄດ້ເລັ່ງລັດປັບປຸງ ເສັ້ນທາງ ຄົມມະນາຄົມ ເພື່ອ ເຮັດໃຫ້ແນວໃດ ໃຫ້ມັນທະລຸລ່ວງ ລະຫວ່າງເສັ້ນທາງຜ່ານ ລະຫວ່າງຫວຽດນາມ ແຂວງເຫງ່ອານ ແຂວງຮາຕິງ ຜ່ານໄປທາງໄທ ກໍແມ່ນໄປທາງນະຄອນພະນົມ ມຸກດາຫານ ໄປທາງຈັງຫວັດບຶງການ ຫຼື ໜອງຄາຍ ມາທາງວຽງຈັນ ກະເຊັ່ນ
ດຽວກັນ ພວກເຮົາໄດ້ເອົາໃນໃສ່ປັບປຸງ ກ່ຽວກັບຂອດໃນການບໍລິການ ຢູ່ໃນ
ດ່ານ ເຊັ່ນວ່າ ດ່ານທາງເກົາແຈ່ວ ດ່ານທາງເບື້ອງປາກຊັນພີ້.”

ແຕ່ເຖິງຢ່າງໃດກໍຕາມ ເນື່ອງຈາກວ່າ ໃນລະຍະທາງລວມ ຂອງ ເສັ້ນທາງ ຄົມມະ
ນາຄົມ-ຂົນສົ່ງດັ່ງກ່າວ ເປັນເສັ້ນທາງທີ່ປູດ້ວຍຫີນແຮ່ 19,361 ກິໂລແມັດ ແລະ ປູດິນທຳມະຊາດເຖິງ 22,838 ກິໂລແມັດ ຈຶ່ງເຮັດໃຫ້ບັນດາບ້ານສ່ວນໃຫຍ່ ໃນເຂດ ຊົນນະບົດ ຍັງບໍ່ສາມາດ ເຊື່ອມຕໍ່ກັບເຂດເມືອງໄດ້ຕະຫຼອດປີ ເພາະເສັ້ນທາງທີ່ປູ ດ້ວຍຫີນແຮ່ ແລະດິນທຳມະຊາດ ຈະບໍ່ສາມາດໃຊ້ການໄດ້ເລີຍ ໃນຊ່ວງລະດູຝົນ ນັ້ນເອງ.

XS
SM
MD
LG