ເນື່ອງຈາກການລົງທຶນຢູ່ລາວບໍ່ສາມາດຕອບສະໜອງຄວາມຕ້ອງການໃນດ້ານວຽກເຮັດງານທໍາພາຍໃນປະເທດ ສະນັ້ນ ແຮງງານມັກຊອກຫາວຽກເຮັດງານທໍາຢູ່ຕ່າງປະເທດເປັນຈໍານວນຫລາຍພັນຄົນໃນແຕ່ລະປີ ຊຶ່ງສ່ວນໃຫຍ່ກໍແມ່ນໄປປະເທດໄທ. ແຕ່ມື້ນີ້ ທາງວີໂອເອຈະນໍາພາທ່ານໄປຟັງ ການໄປທີ່ເຮັດວຽກຢູ່ ຍີ່ປຸ່ນຜ່ານບໍລິສັດຈັດຫາງານ. ໄຊຈະເລີນສຸກ ມີລາຍງານເລື້ອງນີ້ຈາກນັກຂ່າວ ຂອງພວກເຮົາ ເຊີນຮັບຟັງໄດ້ ໃນອັນດັບຕໍ່ໄປ.
ປັດຈຸບັນເຖິງຈະມີມາດຕະການຜ່ອນຜັນ ໃນການປ້ອງກັນພະຍາດໂຄວິດ-19 ຫລຸດລົງແລ້ວກໍຕາມ ແຕ່ບາງໂຮງຈັກ-ໂຮງງານຍັງບໍ່ສາມາດເປີດດໍາເນີນກິດ ຈະການໄດ້ຢ່າງເຕັມສ່ວນ ສະນັ້ນ ອັດຕາການຫວ່າງງານໃນລາວ ຈຶ່ງເພີ່ມຂຶ້ນ ຈາກ 9.24 ເປີເຊັນ ມາເປັນ 21.8 ເປີເຊັນ ໃນປີ 2021 ຜ່ານມາ ໂດຍມີຜູ້ຫວ່າງງານຫລາຍກວ່າ 400.000 ຄົນ, ອີງຕາມ ທ່ານນາງຈັນເພັນ ມະນີແສງ, ຫົວໜ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກໍາມະບານລາວ ທີ່ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວກ່ຽວກັບການຈັດງານມະຫາກໍາສົ່ງເສີມແຮງງານລາວ 2022 ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ເມື່ອມໍ່ໆມານີ້. ນອກນັ້ນ ທ່ານນາງໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ ກະຊວງແຮງງານແລະສະຫວັດດີການສັງຄົມ ໄດ້ວາງຄາດໝາຍໂດຍຈະຮ່ວມກັບພາກສ່ວນກ່ຽວຂ້ອງ ແກ້ໄຂໃຫ້ຫລຸດລົງເຫລືອ 19.4 ເປີເຊັນ ພາຍໃນປີ 2022 ນີ້.
ແຕ່ຢ່າງໃດກໍຕາມ ທາງການລາວກໍບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບນະໂຍບາຍ ໃນການສົ່ງເສີມແຮງງານລາວ ໄປອອກແຮງງານໃນຕ່າງປະເທດໂດຍສະເພາະ ແມ່ນການສະໜັບສະໜຸນ ໃນການຈ່າຍຄ່າທໍານຽມຕ່າງໆໃຫ້ແກ່ແຮງງານລາວ ຜູ້ມີຄຸນນະວຸດທິໃນການຈ້າງງານ ແຕ່ຂາດເຂີນເງິນຈ່າຍຄ່າບໍລິການໃນການຈັດ ຫາງານ ດັ່ງທີ່ພະນັກງານ ໃນອົງການຈັດຕັ້ງສາກົນທ່ານນຶ່ງ ທີ່ເຮັດວຽກກ່ຽວກັບເລື້ອງແຮງງານຢູ່ລາວ ໃຫ້ຂໍ້ສັງເກດວ່າ:
"ນ້ອງກະໄດ້ຍິນຕະຫຼອດວ່າ ລິສັດຈັດຫາງານນີ້ ເອົາແພງ ໄລ່ຄ່າໃຊ້ຈ່າຍຕ່າງໆ 4-5 ໝື່ນບາດ ຊົ່ວຊິໄດ້ໄປ ໄປຍີ່ປຸ່ນ ໄປເກົາຫຼີ ອີຫຍັງກະແຮງແພງເນາະ ບາງຄົນປະຊາຊົນບໍ່ມີເງິນເດ ເຂົາກະທຸກ ບາງຄົນໄປຂາຍຄວາຍ ຂາຍນາ ເຈົ້າຕ້ອງເຫັນໃຈເຂົາແນ່ ຄັນລັດຖະບານນີ້ ໄປເຈລະຈາກັບເຂົາວ່າ ພະຍາຍາມຢ່າເອົາແພງຫຼາຍ ຫລຸດລາຄາໃຊ້ຈ່າຍຕ່າງໆ ອັນທີສອງຖ້າເປັນໄປໄດ້ ລັດຖະບານຄວນຊ່ວຍຄ່າໃຊ້ຈ່າຍຕົວນີ້ ບໍ່ໄດ້ 30 ກະໃຫ້ໄດ້ຈັກ 20 ເປີເຊັນ ແຕ່ວ່າ ນ້ອງຄິດວ່າ ມັນຍາກເພາະວ່າ ລັດຖະບານບໍ່ມີ. ສະນັ້ນ ກະໃຫ້ ILO, ໃຫ້ອົງກອນພາດເນີຂອງ UN ຊ່ວຍມາຊົດເຊີຍໂຕນີ້ໃຫ້ເຂົາ ແທນທີ່ຊິຈ່າຍຫ້າໝື່ນ ກະໃຫ້ເຂົາຈ່າຍສີ່ໝື່ນ ພໍໃຫ້ເຂົາມີເງິນຕິດຖົງໝື່ນນຶ່ງ ເວລາໄປຕ່າງປະເທດ."
ເສດຖະກິດລາວມີການເຕີບໂຕຂຶ້ນຢ່າງຫລວງຫລາຍໃນທົດສະວັດຜ່ານມາ ແຕ່ວ່າ ການລົງທຶນໃນໂຄງການຕ່າງໆ ຢູ່ລາວບໍ່ສາມາດ ຕອບສະໜອງວຽກເຮັດ ງານທໍາໃຫ້ຄົນລາວ ຂະນະທີ່ປະຊາກອນທີ່ຢູ່ໃນເກນອາຍຸອອກແຮງງານ ທີ່ມີ ທ່າອ່ຽງຂຶ້ນຢ່າງໄວວາ, ອີງຕາມບົດລາຍງານ 10 ປີ (1919-2019) ຂອງອົງ ການແຮງງານສາກົນ ຫລື ILO ແລະທະນາຄານໂລກ. ໃນປີ 2000, ປະຊາກອນລາວ ໃນເກນອອກແຮງງານມີ 2 ລ້ານ 4 ແສນກວ່າຄົນ ກວມເອົາປະມານ 48 ເປີເຊັນຂອງປະຊາກອນ ທີ່ມີ 5 ລ້ານປາຍຄົນໃນຕອນນັ້ນ. ມາຮອດປີ 2020, ປະຊາຊົນກອນໃນເກນອອກແຮງງານເພີ້ມຂຶ້ນເປັນ 3 ລ້ານ 787 ພັນ 334 ຄົນ ຊຶ່ງກວມເອົາເກືອບຮອດ 53 ເປີເຊັນ ຂອງພົນລະເມືອງລາວ, ອີງຕາມສະຖິຕິຂອງ World Bank Open Data. ພ້ອມກັນນັ້ນ ການເຕີບໂຕທີ່ອີງໃສ່ການລົງທຶນສ່ວນໃຫຍ່ ໃນຂະແໜງການຂຸດຂົ້ນບໍ່ແຮ່ ແລະການສ້າງເຂື່ອນໄຟຟ້າ ບໍ່ສາມາດສະໜອງວຽກງານໄດ້ຮອດ 1 ເປີເຊັນໃນການຈ້າງງານທັງໝົດໃນລາວ.
ສະພາບການນີ້ ເຮັດໃຫ້ແຮງງານລາວດີ້ນຮົນໄປອອກແຮງງານຢູ່ຕ່າງປະເທດ. ໃນປີ 2019 ມີພົນລະເມືອງລາວ ອາໄສຢູ່ຕ່າງປະເທດປະມານ 9 ແສນຄົນ, ອີງຕາມບົດລາຍງານ ປີ 2019 ຂອງກົມວ່າດ້ວຍເສດຖະກິດແລະສັງຄົມຂອງອົງການສະຫະປະຊາຊາດ ຫລື UNDESA. ປະຊາກອນລາວທີ່ຢູ່ຕ່າງປະເທດເຫລົ່ານັ້ນ ແມ່ນໄປອອກແຮງງານໃນຂະແໜງກະສິກໍາເປັນຫລັກ.
ເພື່ອໃຫ້ບໍລິການແກ່ແຮງງານລາວ ລັດຖະບານອະນຸຍາດໃຫ້ບໍລິສັດຈັດຫາງານ 33 ແຫ່ງໃຫ້ສາມາດສົ່ງແຮງງານໄປຕ່າງປະເທດໄດ້. ແຕ່ວ່າມັນຍັງເປັນການຍາກ ທີ່ແຮງງານລາວ ຜູ້ທຸກຈົນຈະສາມາດເຂົ້າເຖິງການບໍລິການນີ້ໄດ້ ຍ້ອນການເກັບຄ່າບໍລິການຂອງບໍລິສັດດັ່ງກ່າວ ສູງເກີນໄປ ແລະໄດ້ຮັບການສະໜັບ ສະໜຸນຢ່າງພຽງພໍຈາກລັດຖະບານ, ອີງຕາມທ້າວຕີ ທີ່ຫາກໍ່ກັບມາຈາກການ ໄປອອກແຮງງານຢູ່ຍີ່ປຸ່ນ ໃນປີກາຍນີ້ ຊຶ່ງເປັນການກັບມາກ່ອນກໍານົດ 3 ປີ ໃນສັນຍາ ຍ້ອນແພ້ສານເຄມີໃນຢາຂ້າສັດຕູພືດ ທີ່ໃຊ້ສີດຜັກ. ຜູ້ກ່ຽວບອກວ່າ ຕ້ອງໄດ້ຈ່າຍຄ່າທໍານຽມ ແລະປີ້ເຮືອບິນ ປະມານ 10 ກວ່າລ້ານກີບ ຫລື 40 ພັນບາດກ່ອນຈະໄດ້ໄປຍີ່ປຸ່ນ.
ແຕ່ແນວໃດເມື່ອເວົ້າເຖິງຄ່າຕອບແທນນັ້ນ ທ້າວຕີ ກໍເລົ່າສູ່ຟັງວ່າ ແມ່ນສູງສົມ ຄວນເພາະຜູ້ກ່ຽວແລະເພື່ອນອີກ 4 ຄົນ ທີ່ເຮັດວຽກໃຫ້ແກ່ຄອບຄົວດຽວກັນທີ່ເຮັດສວນຜັກນັ້ນ ໄດ້ຮັບເງິນຄ່າຈ້າງ ຊົ່ວໂມງລະປະມານ 90,000 ກີບຖ້າທຽບ ຊຶ່ງເທົ່າກັບປະມານ 9 ໂດລາ ໃນປີ 2021 ແລະຖ້າເຮັດວຽກເກີນ 8 ຊົ່ວໂມງ ຕໍ່ມື້ ກໍາມະກອນກໍຈະໄດ້ເງິນລ່ວງເວລາອີກ ດັ່ງທີ່ຜູ້ກ່ຽວເລົ່າສູ່ຟັງວ່າ:
“ເຮັດພວກກະສີກໍາ ໝວດປູກຝັງ ກະສີກໍາປູກອັນນັ້ນເດ່ ປູກຜັກຄືບ້ານເຮົາ, ປູກຜັກກາດຂາວ, ປູກກະລໍ່າບໍ ແລະກະໝາກເຂືອ ອັນນັ້ນເຮົາເຮັດຢູ່ໃນເຮືອນເລີຍນະ. ເຮືອນນຶ່ງເຂົາໄລ່ເປັນຊົ່ວໂມງນະ ຊົ່ວໂມງນຶ່ງ 90.000 ກີບ ຖ້າໄລ່ເປັນເງິນກີບ”.
ແຮງງານລາວຢູ່ຕ່າງປະເທດໄດ້ປະກອບສ່ວນທາງເສດຖະກິດ ແກ່ປະເທດລາວ ຫລາຍສົມຄວນໂດຍທີ່ໄດ້ສົ່ງເງິນກັບບ້ານປະມານ ປີລະ 254 ລ້ານໂດລາ ໃນປີ 2019 (ອີງຕາມທະນາຄານໂລກ). ສະນັ້ນ ເມື່ອການລົງທຶນ ໃນລາວບໍ່ສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ ທີ່ຢູ່ໃນເກນອອກແຮງງານທີ່ນັບມື້ນັບເພີ້ມຂຶ້ນ ແລະຖ້າບໍ່ມີການສະໜັບສະໜຸນຢ່າງພຽງພໍ ຈາກພາກລັດແລ້ວ ແຮງງານລາວຜູ້ທີ່ທຸກຈົນຢູ່ແລ້ວ ກໍພົບຄວາມຫຍຸ້ງຍາກຫລາຍ ທີ່ຈະເຂົ້າເຖິງການຈ້າງງານໄດ້.