ວັນທີ 8 ມີນາ ເປັນວັນແມ່ຍິງສາກົນ. ວັນດັ່ງກ່າວ ໂດຍລວມແລ້ວ ມີຈຸດປະສົງຍົກສູງຄວາມສະເໝີພາບລະຫວ່າງຍິງ-ຊາຍ ຫລືຕໍ່ຕ້ານການປະຕິບັດແບບ ຮຸນແຮງ ແລະລຳອຽງຕໍ່ແມ່ຍິງ. ເພື່ອສ້າງແຮງດົນໃຈໃຫ້ແກ່ແມ່ຍິງທັງ ຫລາຍຢູ່ທົ່ວໂລກນັ້ນ ຫລາຍອົງການ ແລະປະຊາຄົມໄດ້ອຸທິດວັນດັ່ງກ່າວໃຫ້ແກ່ການ ເນັ້ນເຖິງຄວາມສຳຄັນຂອງຜົນງານຂອງແມ່ຍິງຈາກຫລາຍເຊື້ອຊາດ, ຊົນເຜົ່າ, ວັດທະນະທຳ, ຖານະເສດຖະກິດ ແລະການເມືອງ ແລະມີການສະຫລອງວັນດັ່ງກ່າວ ຢູ່ໃນຫລາຍແຫ່ງຂອງໂລກ. ມື້ນີ້ ທາງວີໂອເອ ຈະນຳເອົາປະສົບການຂອງແມ່ຍິງຊາວລາວ-ອາເມຣິກັນຄົນນຶ່ງ ຊຶ່ງກໍຄືນາງ ອາລີນ ມາກເທພາລັກ ຈາກເມືອງລັສເວກັສ, ລັດເນວາດາ ທີ່ມີບົດບາດໃນການສົ່ງເສີມຄວາມສະເໝີພາບໃນປະຊາຄົມອາເມຣິກັນມາເລົ່າສູ່ບັນດາທ່ານຟັງ. ລາຍລະອຽດກ່ຽວກັບເລື້ອງນີ້ຈະເປັນແນວໃດນັ້ນ ຂໍເຊີນທ່ານຮັບຟັງຈາກບົວສະຫວັນໄດ້ເລີຍ.
ທ່ານຜູ້ຟັງທີ່ເຄົາລົບ, ຫລາຍໆທ່ານຄົງຮູ້ແລ້ວເນາະວ່າ ວັນແມ່ຍິງສາກົນທີ່ມີການສະເຫລີມສະຫລອງກັນໃນວັນທີ 3 ມີນາຢູ່ຫລາຍປະເທດນັ້ນ ແມ່ນມີປະຫວັດຄວາມເປັນມາອັນຍາວນານາ. ມັນໄດ້ເລີ້ມມີການສະຫລອງວັນດັ່ງກ່າວໃນປີ 1911 ຢູ່ເນເທີແລນ, ເຢຍຣະມັນ, ສະວິດເຊີແລນ ແລະອອສເຕຣຍ ຊຶ່ງການສະຫລອງນັ້ນ ສ່ວນໃຫຍ່ເປັນການເດີນຂະບວນ ຫລື ການໂຮມຊຸມນຸມໃນຮູບແບບຕ່າງໆ. ຢູ່ຕໍ່ມາຫລາຍສັດຕະວັດ ວັນດັ່ງກ່າວຈຶ່ງໄດ້ຮັບການຮັບຮູ້ຈາກອົງການສະຫະປະຊາຊາດໃນປີ 1975. ຈຸດປະສົງຫລັກໃນການໂຮມຊຸມນຸມແລະຈຸດປະສົງຂອງການສະເຫລີມສະຫລອງວັນດັ່ງກ່າວແມ່ນເພື່ອໃຫ້ບັນລຸ 10 ເປົ້າໝາຍ ຊຶ່ງກໍຄື:
- ຄວາມຍຸຕິທຳ
- ກຽດສັກສີ
- ຄວາມຫວັງ
- ຄວາເປັນເອກະພາບ
- ການຮ່ວມມື
- ຄວາມເດັດດ່ຽວໜຽວແໜ້ນ
- ການໄດ້ຮັບການສັນລະເສີນ
- ຄວາມເຄົາລົບກັນ
- ຄວາມເຫັນອົກເຫັນໃຈ ແລະ
- ການໃຫ້ອະໄພ
ໂດຍໄດ້ຮັບອິດທິພົນຈາກຂະບວນການດັ່ງກ່າວ ແມ່ຍິງເຊື້ອສາຍລາວບໍ່ວ່າຈະຢູ່ແຫ່ງຫົນໃດ ກໍບໍ່ໄດ້ນ້ອຍໜ້າໃຜ ໃນການພັດທະນາຕົນເອງ ເພື່ອເພີ້ມຄວາມອາດສາມາດໃນການເຮັດວຽກງານ ແລະຊ່ວຍເຫລືອສັງຄົມ. ເນື່ອງໃນໂອກາດວັນແມ່ຍິງສາກົນ ກໍຄືວັນທີ 8 ເດືອນມີນາທີ່ຈະມາເຖິງນີ້ ທາງວີໂອເອ ມີຄວາມຍິນດີທີ່ຈະນຳເອົາບົດຮຽນ, ປະສົບການ ແລະຄວາມຄິດຄວາມເຫັນຂອງແມ່ຍິງອາເມຣິກັນເຊື້ອສາຍລາວ ຊຶ່ງກໍຄືທ່ານນາງ ອາລີນ ມາກເທພາລັກ ຈາກເມືອງລັສເວກັສ, ລັດເນວາດາ ມາເລົ່າສູ່ບັນດາທ່ານຟັງ.
ອາລີນເປັນນັກເຄື່ອນໄຫວ ແລະນັກວິຊາການດ້ານບໍລິຫານໄວ 30 ປີ ປາຍ. ປັດຈຸບັນ ທ່ານນາງເປັນຄະນະກຳມາທິການປະຊາຄົມຊາວເອເຊຍ ແລະຊາວເກາະ ໃນມະຫາມະໝຸດປາຊີຟິກ ສຳລັບເຂດເມືອງຄລາກຄ໌ ໃນນະຄອນລັສເວກັສ, ລັດເນວາດາມາໄດ້ 6 ເດືອນແລ້ວ ນັບຕັ້ງແຕ່ມີການສ້າງຕັ້ງຄະນະກຳມາທິການດັ່ງກ່າວຂຶ້ນມາ ແລະເປັນນາຍຄັງໃຫ້ແກ່ອົງການພັນທະມິດແຫ່ງຊາດຂອງຊາວລາວ-ອາເມຣິກັນ ຫລື LANA ທີ່ສົ່ງເສີມສິດເທົ່າທຽມກັນຂອງຊາວອາເມຣິກັນເຊື້ອສາຍລາວ ມາໄດ້ 5 ປີແລ້ວ. ສ່ວນດ້ານວິຊາອາຊີບຂອງຜູ້ກຸ່ຽວແມ່ນເປັນຜູ້ຊ່ວຍຝ່າຍບໍລິຫານຂອງທະນາຄານອາເມຣິກາ ຫລື Bank of America ຢູ່ໃນນະຄອນລັສເວກັສ.
ອາລີນ ເປັນແມ່ຍິງເກັ່ງແລະມີຄວາມເຊື່ອວ່າການປະຕິບັດຕໍ່ກັນດ້ວຍຄວາມລົບນັບຖື ແລະໃຫ້ສິດເທົ່າທຽມກັນເປັນແຮງຜັກດັນຄວາມຈະເລີນຂອງມະນຸດຊາດນັ້ນ ໄດ້ເຄື່ອນໄຫວສະແຫວງຫາທາງປົກປ້ອງ ແລະສົ່ງເສີມສິດຂອງປະຊາຊົນອາເມຣິກັນເຊື້ອສາຍເອເຊຍ ຊຶ່ງເປັນຊົນເຜົ່າສ່ວນນ້ອຍກຸ່ມນຶ່ງໃນສະຫະລັດ ມາຕັ້ງແຕ່ຕອນອາຍຸ 22 ປີພຸ້ນ ຊຶ່ງໃນຕອນນັ້ນ ທ່ານນາງຍັງເປັນນັກສຶກສາຂັ້ນປະລິນຍາຕີທີ່ຝຶກງານຢູ່ໃນຫ້ອງການຂອງສະມາຊິກສະພາສູງທ່ານນຶ່ງໃນລັດໄອໂອວາ. ຈາກນັ້ນ ເມື່ອໄດ້ສ້າງຄອບຄົວ ແລະຍົກຍ້າຍມາຢູ່ໃນລັດເນວາດາ ທ່ານນາງກໍຍັງສືບຕໍ່ປະກອບສ່ວນເຂົ້າໃນພາລະກິດດັ່ງກ່າວດ້ວຍຄວາມມັກຮັກ ແລະຫ້າວຫັນ. ເຖິງແມ່ນຈະເກີດ ແລະເຕີບໃຫຍ່ຂຶ້ນຢູ່ໃນເມືອງນ້ອຍໆ ຂອງລັດໄອໂອວາ ຢູ່ທາງພາກຕາເວັນຕົກຕອນກາງຂອງສະຫະລັດທີ່ມີຄົນສ່ວນໃຫຍ່ເປັນຄົນຜິວຂາວກໍຕາມ ແຕ່ອາລິນຍັງເວົ້າພາສາລາວໄດ້ດີສົມຄວນ.
ເມື່ອຖາມວ່າທ່ານນາງຮູ້ສຶກແນວໃດຕໍ່ວັນແມ່ຍິງສາກົນ ໃນການຍົກສູງບົດບາດແມ່ຍິງລາວ ແລະກຽດສັກສີຂອງຄົນລາວໃຫ້ທຽບເທົ່າກັບຄົນເຊື້ອສາຍອື່ນຢູ່ໃນສັງຄົມອາເມຣິກັນອັນກວ້າງໃຫຍ່ນັ້ນ ທ່ານນາງຕອບວ່າ:
“ຂ້ານ້ອຍໜີ້ ຄິດວ່າ ມັນສຳຄັນຫລາຍ….ສະໄໝແຕ່ກີ້ໜິ…”
ເມື່ອເວົ້າເຖິງຄວາມເຊື່ອແບບດັ້ງເດີມໃນປະເພນີລາວນັ້ນ ທ່ານນາງອະທິບາຍວ່າ:
“our culture has an expectation:...."
“ວັດທະນະທຳຂອງເຮົາມີຄວາມຄິດຄາດຫວັງກ່ຽວກັບແມ່ຍິງແບບ ຜູ້ຊາຍໄປຊອກຫາແມ່ຍິງຈາກບ້ານໄຮ່ ບ້ານນາ, ແມ່ຍິງທຸກຍາກ ແລະຊື້ເອົານາງມາໃນຮູບແບບວ່າ ໃຫ້ຄ່າດອງ ເຫັນແມ່ຍິງເປັນຄືກັນກັບວ່າເປັນສິ່ງຂອງ. ຂ້ອຍເຂົາໃຈວ່າ ເປັນຫຍັງແມ່ຍິງຈຶ່ງມີບົດບາດເປັນແບບນັ້ນ ກໍແມ່ນເພື່ອຄວາມຢູ່ລອດ. ແຕ່ວ່າໃນສະໄໝນີ້ ແມ່ຍິງແມ່ນຫາເງິນມາເພື່ອໃຊ້ຈ່າຍເຄິ່ງນຶ່ງຂອງການຄ່າໃຊ້ຈ່າຍໃນເຮືອນຊານ. ບາງເທື່ອແມ່ຍິງອາດຈະຮັບຜິດຊອບຈ່າຍຄ່າໃຊ້ຈ່າຍທຸກຢ່າງ ເມື່ອຜົວມີແຕ່ນັ່ງຢູ່ເຮືອນ ແຕ່ປານນັ້ນກໍຕາມ ຜົວກໍຍັງມີຄວາມຄາດຫວັງຢາກໃຫ້ແມ່ຍິງເຮັດໜ້າທີ່ແບບດັ້ງເດີມ ສະໄໝບູຮານນັ້ນຢູ່.”
ທັງນີ້ ນອກຈາກນັ້ນນແລ້ວ ອາລີນບອກວ່າ ແມ່ຍິງລາວໃນສະໄໝນີ້ຕ້ອງເຂັ້ມແຂງ, ເຮັດວຽກຄຽງບ່າຄຽງໄຫລ່ກັນກັບເພດຊາຍ ພ້ອມທັງເປັນຕົວຢ່າງໃຫ້ແກ່ຄົນລຸ້ນໃໝ່ ທັງນີ້ກໍຍ້ອນວ່າການເກີດຢູ່ໃນຄອບອົບພະຍົບຢູ່ໃນເມືອງທີ່ມີຄົນເຊື້ອຊາດອື່ນ ໂດຍສະເພາະຄົນຜິວຂາວເປັນສ່ວນໃຫຍ່ນັ້ນ ທ່ານນາງບອກ ວ່າຕົນ ປະສົບກັບຄວາມຫຍຸ້ງຍາກນາງໆ ປະການລວມທັງການຂາດຜູ້ເປັນແບບເປັນຢ່າງທີ່ດີ ໂດຍສະເພາະແມ່ນແມ່ຍິງ ໃນດ້ານການສຶກສາ ແລະພັດທະນາຕົນເອງຮອບດ້ານ ຊຶ່ງຜູ້ກ່ຽວໃຫ້ຄຳເຫັນວ່າ:
ດັ່ງກ່າວຢູ່ຂ້າງເທິງນັ້ນ ຄວາມເດັດດ່ຽວໜຽວແໜ້ນ ແລະໃຫ້ຄວາມເຄົາລົບເຊິ່ງກັນແລະກັນ ແລະການຮ່ວມມືກັນ ແມ່ນນອນໃນຈຸດປະສົງ 10 ຂໍ້ທີ່ວັນແມ່ຍິງສາກົນຢາກສົ່ງເສີມ. ສະນັ້ນ ທ່ານນາງອາລີນເວົ້າເຖິງຄຸນສົມບັດຂອງແມ່ຍິງລາວສະໄໝໃໝ່ວ່າ:
ແຕ່ບໍ່ພຽງແຕ່ເທົ່ານັ້ນການເປັນແມ່ຍິງລາວສະໄໝໃໝ່ກໍຍັງຕ້ອງຮັກສາປະເພນີຂອງເຊື້ອຊາດຊົນເຜົ່າຂອງຕົນໄວ້ ຊຶ່ງທ່ານນາງຍົກຂຶ້ນມາໃຫ້ເຫັນວ່າ:
"ເຮົາຄວນຮັກສາປະເພນີລາວຂອງເຮົາໄວ້, ຕ້ອງຮູ້ຈັກຕ່ຳ ຈັກສູງ, ຮູ້ຈັກຮີດຄອງປະເພນີລາວ.... ເຖິງແມ່ນວ່າເຮົາຈະຢູ່ປະເທດໃດ ສະໄໝໃດກຢ່າ."
ເມື່ອຖາມເຖິງບົດບາດຂອງທ່ານນາງໃນນາມເປັນຄະນະກຳມາທິການຂອງປະຊາຄົມຊາວເອເຊຍ ແລະຊາວເກາະໃນມະຫາມະໝຸດປາຊີຟິກໃນເຂດເມືອງຄລາກຄ໌, ນະຄອນລັສເວກັສ, ທີ່ເປັນເມືອງທີ່ມີປະຊາກອນຄົນເຊື້ອສາຍເອເຊຍ ຂະຫຍາຍຕົວໄວທີ່ສຸດໃນສະຫະລັດນັ້ນ ຄະນະກຳມາທິການແຕ່ລະຄົນເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຖິງແມ່ນວ່າຈະບໍ່ໄດ້ຮັບເງິນຄ່າຕອບແທນກໍຕາມ ທັງນີ້ ກໍເພາະຢາກເຮັດໃຫ້ປະຊາຄົມດີເຮົາຂຶ້ນ ຊຶ່ງທ່ານນາງເວົ້າເຖິງບົດບາດຂອງຄະນະກຳມະການວ່າ:
“ເປັນສຽງໃຫ້ຄົນເອເຊຍ…..”
ທ່ານນາງກ່າວຕໍ່ໄປວ່າ:
“What type of resources, what elderly care…”
"ມີແຫລ່ງຊ່ວຍເຫລືອແນວໃດແດ່? ມີການຊ່ວຍເຫລືອອັນໃດແດ່ແກ່ຜູ້ເຖົ້າ? ຈະເອົາລູກໄປເຂົ້າຮຽນຢູ່ໃນມະຫາວິທະຍາໄລແນວໃດ? ການໄປໂຮງໝໍເດ່ ເຂົາເຈົ້າຕ້ອງການນານແປພາສາບໍ່?"
ທ່ານນາງບອກອີກວ່າໃນການເປັນແຫລ່ງສະໜອງການຊ່ວຍເຫລືອທົ່ວໄປໃຫ້ແກ່ປະຊາຄົມເອເຊຍທີ່ປະກອບສ່ວນອັນຫລວງຫລາຍໃນການສ້າງເສດຖະກິດຂອງເມືອງດັ່ງກ່າວນັ້ນ ຄະນະກຳມາທິການຊຶ່ງທ່ານນາງສະຫລຸບສູ່ຟັງວ່າ:
"ເຮົາເປັນສຽງ, ໜ້າຕາໃຫ້ຄົນເອເຊຍ.. ໃຫ້ເມືອງ.... ບໍ່ມີທາງໄປໜິ ມາ.. ມາຫາ Commision."
ສະຫລຸບແລ້ວ ທ່ານນາງອາລີນ ມາກເທພາລັກ ເປັນແມ່ຍິງອາເມຣິກັນເຊື້ອສາຍລາວສະໄໝໃໝ່ ທີ່ບໍ່ພຽງແຕ່ເປັນຄົນເກັ່ງທາງດ້ານວິຊາສະເພາະ ແຕ່ກໍຍັງເປັນຄົນເດັດດ່ຽວໜຽວແໜ້ນຮອບດ້ານ ໂດຍສະເພາະແມ່ນການເຄື່ອນໄຫວສົ່ງເສີມຄວາມສະເໝີພາບຂອງແມ່ຍິງ ແລະຜູ້ຊາຍ ຕະຫລອດທັງຄວາມສະເໝີພາບລະຫວ່າງຊົນຊາດ ຊົນເຜົ່າ ໂດຍສະເພາະແມ່ນເຊື້ອສາຍເອເຊຍໃນສະຫະລັດ ແລະຮັກຮີດຄອງປະເພນີອັນດີງາມຂອງລາວອີກດ້ວຍ.