ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວກວ່າ 25 ພັນຄົນ ທີ່ຖືກເລີກຈ້າງງານ ຍ້ອນຜົນກະທົບຂອງໂຄວິດ-19 ຈະໄດ້ຮັບເງິນອຸດໜູນ


ກໍາມະກອນລາວ ໃນໂຮງງານຕັດຫຍິບແຫ່ງນຶ່ງໃນນະຄອນຫລວງວຽງຈັນ (ພາບຖ່າຍໃນທ້າຍປີ 2020)
ກໍາມະກອນລາວ ໃນໂຮງງານຕັດຫຍິບແຫ່ງນຶ່ງໃນນະຄອນຫລວງວຽງຈັນ (ພາບຖ່າຍໃນທ້າຍປີ 2020)

ອົງການປະກັນສັງຄົມແຫ່ງຊາດໄດ້ຕົກລົງໃຫ້ເງິນອຸດໜູນແກ່ແຮງງານລາວ 25,453 ຄົນທີ່ຖືກຫົວໜ່ວຍທຸລະກິດເອກະຊົນເລີກຈ້າງງານ ເພາະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຊົງລິດ ໂພນເງິນ ມີລາຍງານມາຈາກບາງກອກ.

ທ່ານນາງ ແກ້ວ ຈັນທະວີໄຊ, ຫົວໜ້າອົງການປະກັນສັງຄົມແຫ່ງຊາດຖະແຫລງວ່າ ໃນໄລຍະນັບແຕ່ເດືອນກໍລະກົດປີ 2020 ຫາທ້າຍເດືອນກຸມພາປີ 2021, ອົງການປະກັນສັງຄົມແຫ່ງຊາດ ໄດ້ຮັບຄຳຮ້ອງຈາກ 379 ຫົວໜ່ວຍແຮງງານເພື່ອຂໍເງິນອຸດໜູນຊ່ວຍເຫລືອໃຫ້ແຮງງານ 26,269 ຄົນ ທີ່ຖືກເລີກຈ້າງໂດຍບັນດາຫົວໜ່ວຍທຸລະກິດເອກະຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຊຶ່ງໃນນີ້ປາກົດວ່າມີຄໍາຮ້ອງທຸກຈາກ 362 ຫົວໜ່ວຍແຮງງານ ທີ່ຜ່ານການພິຈາລະນາ ແລະມີແຮງງານ 25,453 ຄົນ ທີ່ມີເງື່ອນໄຂຈະໄດ້ຮັບການອຸດໜູນການຫວ່າງງານ ດັ່ງທີ່ທ່ານນາງແກ້ວ ໄດ້ໃຫ້ການອະທິບາຍວ່າ:
"ກະມີຫລາຍຫົວໜ້າໜ່ວຍແຮງງານຍື່ນເຂົ້າມາ ແຕ່ວ່າ ເຮົາມາກວດກາເບິ່ງແລ້ວການຢັ້ງຢືນຕ່າງໆ ກະບໍ່ຄົບເງື່ອນໄຂ ແລ້ວພວກເຮົາກະບໍ່ໄດ້ພິຈາລະນາໃຫ້. ຜູ້ໃດຄົບເງື່ອນໄຂ ພວກເຮົາຈຶ່ງໄດ້ພິຈາລະນາໃຫ້. ອັນນີ້ ເຮົາຈະສະສົມກັນເນາະ ນຶ່ງລະແມ່ນການຢັ້ງຢືນຂອງພາກສ່ວນກ່ຽວຂ້ອງເປັນຕົ້ນວ່າສະພາອຸດສາຫະກໍາ-ການຄ້າລາວ, ສູນກາງສະຫະພັນກໍາມະບານ ແລ້ວກະພະແນການທີ່ຕິດພັນກັບທຸລະກິດເຫຼົ່ານັ້ນ ໄດ້ຢັ້ງຢືນຊ່ວຍວ່າ ຫົວໜ້າແຮງງານເຫຼົ່ານີ້ໜີ້ ໄດ້ຢຸດເຊົາວຽກແທ້ບໍ່ ລະແຮງງານນີ້ຈໍານວນທີ່ພັກວຽກໄປຫັ້ນມີຈັກຄົນ? ຈໍານວນໃດທີ່ສືບຕໍ່ອອກແຮງງານຢູ່."

ອົງການປະກັນສັງຄົມແຫ່ງຊາດລາຍງານວ່າ ໄດ້ຮັບການຊ່ອຍເຫຼືອຈາກອົງການແຮງງານສາກົນ ຫຼື ILO ແລະລັດຖະບານເຢຍຣະມັນ ໃນມູນຄ່າ 1 ລ້ານ 8 ແສນໂດລາ ເມື່ອບໍ່ນານມານີ້ສຳລັບໃຊ້ເປັນເງິນອຸດໜຸນເພື່ອຊ່ອຍເຫຼືອແຮງງານລາວໃນຂົງເຂດໂຮງງານຕັດຫຍິບເສື້ອຜ້າຈຳນວນ 17,000 ກວ່າຄົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສໂຄວິດ-19 ຊຶ່ງຈະເປັນເງິນອຸດໜຸນໄລຍະສັ້ນໃນອັດຕາຄົນລະ 9 ແສນກີບເທົ່ານັ້ນໂດຍໄດ້ເລີ້ມການຈ່າຍເງິນອຸດໜຸນດັ່ງກ່າວໃນເດືອນມີນາ 2021 ນີ້. ຫາກແຕ່ເນື່ອງຈາກວ່າ ມີແຮງງານໃນຂົງເຂດໂຮງງານຕັດຍິບໃນລາວ ຈຳນວນຫຼາຍກວ່າ 26,000 ຄົນ ຈຶ່ງເຮັດໃຫ້ມີແຮງງານເຖິງ 9,000 ກວ່າຄົນທີ່ຈະບໍ່ໄດ້ຮັບເງິນອຸດໜຸນໄລຍະສັ້ນໃນຄັ້ງນີ້ດ້ວຍ.

ສ່ວນທ່ານພູໂຂງ ບັນນະວົງ ຮອງເຈົ້າຄອງເຂດນະຄອນວຽງຈັນຖະແຫລງວ່າ ການລະບາດຂອງໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ທຸລະກິດການຄ້າ-ການລົງທຶນໃນລາວ ສະເພາະຢູ່ໃນເຂດນະຄອນວຽງຈັນ ທີ່ມີມູນຄ່າທາງເສດຖະກິດສູງທີ່ສຸດໃນລາວນັ້ນ ຍ່ອມໄດ້ຮັບຜົນກະທົບຮຸນແຮງທີ່ສຸດດ້ວຍເຊັ່ນກນ ໂດຍຈາກການສຳຫຼວດພົບວ່າ ຫົວໜ່ວຍທຸລະກິດໃນພາກບໍລິການຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ເກີນກວ່າ 62 ເປີເຊັນຂອງຫົວໜ່ວຍທຸລະກິດພາກບໍລິການທັງໝົດ ສ່ວນພາກອຸດສາຫະກຳແລະກະສິກຳຖືກກະທົບ 32 ເປີເຊັນແລະ 6 ເປີເຊັນຕາມລຳດັບ ດັ່ງທີ່ ທ່ານພູໂຂງ ຢືນຢັນວ່າ:
“ອັນທີ່ກະທົບແຮງນີ້ກະແມ່ນພະແນກບໍລິການ ກະມີເລື້ອງການທ່ອງທ່ຽວ ການຄົມມະນາ ຄົມ-ຂົນສົ່ງ ການຂາຍຍົກຂາຍຍ່ອຍແລະການບໍລິການອື່ນໆທີ່ວ່າຜົນສຳຫຼວດອອກມານີ້ ແມ່ນກະທົບແຮງນີ້ກວມເອົາ 62 ເປີເຊັນ ຖັດລົງມານີ້ ກະແມ່ນຂະແໜງອຸດສາຫະກຳ ຊຶ່ງປະກອບມີໂຮງຈັກ ໂຮງງານ ຜູ້ຜະລິດອຸດສາຫະກຳຫັດຖະກຳ ແລ້ວກະອຸດສາຫະກຳອື່ນໆນີ້ ທີ່ກະທົບແຮງນີ້ມີຢູ່ 32 ເປີເຊັນ ແລະຂະແໜງກະສິກຳ ພວກຟາມຣ໌ໝູ ຟາມຣ໌ໄກ່ ປາກະຊັງ ແລະປູກພືດຜັກຕ່າງໆນີ້ ຖືກກະທົບບໍ່ຫຼາຍ ພຽງແຕ່ 6 ເປີເຊັນ.”

ທາງດ້ານທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ຢືນຢັນວ່າ ບັນຫາທີ່ຈະຕ້ອງເລັ່ງແກ້ໄຂຄື ການເຈລະຈາກັບຫົວໜ່ວຍທຸລະກິິດເອກະຊົນໃນທົ່ວປະເທດເພື່ອຂໍໃຫ້ຈ້າງແຮງງານລາວ ທີ່ເດີນທາງກັບຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ໂດຍສະເພາະກໍແມ່ນແຮງງານລາວ ທີ່ກັບຈາກໄທນັ້ນ ຖືເປັນກຸ່ມແຮງງານທີ່ກັບຄືນມາລາວຫຼາຍທີ່ສຸດ ແລະສ່ວນໃຫຍ່ກໍຍັງເປັນແຮງງານລາວລັກລອບທຳງານໂດຍຜິດກົດໝາຍໃນໄທອີກດ້ວຍ.

ໂດຍນັບຈາກເດືອນມີນາ 2020 ເປັນຕົ້ນມາ ກໍປາກົດວ່າ ມີແຮງງານລາວເດີນທາງກັບຄືນມາຈາກປະເທດໄທຫຼາຍກວ່າ 3 ແສນຄົນ ສ່ວນກະຊວງແຮງງານໄທ ລາຍງານວ່າ ໃນປັດຈຸບັນນີ້ ຍັງມີແຮງງານລາວທຳງານຢູ່ໃນໄທຢ່າງຖືກຕ້ອງຈຳນວນ 277,845 ຄົນ ຫາກແຕ່ເຄືອຂ່າຍເພື່ອໃຫ້ການຊ່ອຍເຫຼືອແຮງງານຕ່າງຊາດໃນໄທ ປະເມີນວ່າມີແຮງງານລາວຢູ່ໃນໄທ 6 ແສນກວ່າຄົນ ຊຶ່ງໃນນີ້ແບ່ງເປັນແຮງງານລາວທີ່ຜິດກົດໝາຍໃນໄທ ຫຼາຍກວ່າ 330,000 ຄົນ ກໍຄືແຮງງານລາວທີ່ກັບຄືນມາລາວໃນຊ່ວງການລະຍາດຂອງໄວຣັສໂຄວິດ-19 ໃນໄທນັ້ນເອງ ແຕ່ວ່າການຈະສ້າງວຽກເຮັດງານທຳເພື່ອຮອງຮັບແຮງງານລາວກຸ່ມດັ່ງກ່າວນີ້ ກໍບໍ່ແມ່ນເລື້ອງງ່າຍໆ ເພາະໜ່ວຍທຸລະກິດໃນລາວ ກໍໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຢ່າງໜັກໜ່ວງເຊັ່ນດຽວກັນ.

XS
SM
MD
LG