ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດແຮງງານໃນລາວ ມີຈຳກັດ ສຳລັບພວກນັກສຶກສາທີ່ຮຽນຈົບໃໝ່ ຊອກຫາວຽກເຮັດງານທໍາ ໄດ້ຍາກ


ພະແນກແຮງງານແລະສະຫວັດດີການສັງຄົມ ນະຄອນວຽງຈັນ
ພະແນກແຮງງານແລະສະຫວັດດີການສັງຄົມ ນະຄອນວຽງຈັນ

ຊາວໜຸ່ມລາວ ທີ່ຮຽນຈົບໃໝ່ ຍັງປະສົບຄວາມຫຍຸ້ງຍາກ ໃນການ ຊອກວຽກເຮັດງານທໍາ ແລະຄ່ານິຍົມໃນການເຮັດວຽກກັບລັດຖະບານຍັງສູງຢູ່ ທັງນີ້ກໍເປັນຍ້ອນວ່າ ການລົງທຶນໃນລາວທີ່ສຸມໃສ່ການຂຸດຄົ້ນຊັບພະຍາກອນ ເປັນຫລັກນັ້ນ ບໍ່ໄດ້ຕອບສະໜອງວຽກເຮັດງານທໍາໃຫ້ແກ່ແຮງງານລາວ ທີ່ມີ ຈໍານວນນັບມື້ນັບເພີ້ມຂຶ້ນນີ້ໄດ້ ແລະນັກສຶກສາລາວ ກໍຍັງບໍ່ສາມາດຫລິງເຫັນວ່າ ຂະແໜງເສດຖະກິດຫລາຍອັນ ທີ່ມີທ່າແຮງຂະຫຍາຍຕົວຂອງລາວຢູ່ ຈຶ່ງນິຍົມຮຽນໃນວິຊາໃດນຶ່ງນໍາກັນ ຫລາຍຈົນເກີນໄປ. ລາຍລະອຽດຈະເປັນແນວ ໃດນັ້ນ ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາ​ສະເໜີ​ທ່ານ ​ໃນອັນດັບຕໍ່ໄປ.

ການມີປະຊາກອນທີ່ໜຸ່ມ, ມີຊາຍແດນຕິດຈອດກັບບາງປະເທດທີ່ມີເສດຖະກິດເຕີບໂຕໄວທີ່ສຸດໃນໂລກ ແລະກໍາລັງພັດທະນາການເຊື່ອມຕໍ່ທາງລົດໄຟ ແລະເສັ້ນທາງທີ່ສາມາດກະຕຸ້ນທ່າແຮງການຄ້ານັ້ນ ຄືຂໍ້ໄດ້ປຽບ 3 ຢ່າງທີ່ໂດດເດັ່ນຂອງ ສປປ ລາວ ທີ່ຈະພາໃຫ້ມີການຟື້ນຕົວຄືນຈາກການລະບາດຂອງໂຄວິດ-19 ໄດ້ໄວ, ອີງຕາມບົດຖະແຫລງຂ່າວຂອງທະນະາຄານໂລກ ທີ່ຫາກໍ່ພິມເຜີຍແຜ່ອອກມາ ໃນຕົ້ນເດືອນນີ້. ພ້ອມດຽວກັນ ທະນາຄານດັ່ງ​ກ່າວ ແລະບົດລາຍງານ 10 ປີ (1919-2019) ຂອງອົງການແຮງງານສາກົນ ຫລື ILO ເວົ້າວ່າ ເຖິງແມ່ນເສດຖະກິດລາວ ມີການເຕີບໂຕຂຶ້ນຢ່າງຫລວງຫລາຍ ໃນທົດສະວັດຜ່ານມາ ແຕ່ວ່າ ການລົງທຶນໃນໂຄງການຕ່າງໆຢູ່ລາວ ບໍ່ສາມາດຕອບສະໜອງວຽກເຮັດງານທໍາໃຫ້ຄົນລາວ ຂະນະທີ່ປະຊາກອນທີ່ຢູ່ໃນເກນອາຍຸອອກແຮງງານ ທີ່ມີທ່າອ່ຽງເພີ້ມຂຶ້ນຢ່າງວ່ອງໄວ. ໃນປີ 2000, ປະຊາກອນລາວ ໃນເກນອອກແຮງງານມີ 2 ລ້ານ 4 ແສນກວ່າຄົນ ກວມເອົາປະມານ 48 ເປີເຊັນ ຂອງປະຊາກອນທີ່ມີ 5 ລ້ານປາຍຄົນ ໃນຕອນນັ້ນ. ມາຮອດປີ 2020, ປະຊາກອນໃນເກນອອກແຮງງານໄດ້ເພີ້ມຂຶ້ນເປັນ 3 ລ້ານ 787 ພັນ 334 ຄົນ ຊຶ່ງກວມເອົາເກືອບຮອດ 53 ເປີເຊັນ ຂອງພົນລະເມືອງລາວ, ອີງຕາມສະຖິຕິຂອງ World Bank Open Data. ທັງນີ້ກໍເພາະວ່າ ການເຕີບໂຕທີ່ອີງໃສ່ການລົງທຶນສ່ວນໃຫຍ່ ໃນຂະແໜງການຂຸດຂົ້ນບໍ່ແຮ່ ແລະການສ້າງເຂື່ອນໄຟຟ້າ ທີ່ສາມາດສະໜອງວຽກງານໄດ້ ບໍ່ຮອດ 1 ເປີເຊັນ ຂອງການຈ້າງງານທັງໝົດໃນລາວ.

ເນື່ອງຈາກຕະຫລາດແຮງງານມີຈໍາກັດເຊັ່ນນັ້ນ ເຮັດໃຫ້ນັກສຶກສາລາວ ທີ່ຮຽນຈົບໃໝ່ ຊອກຫາວຽກເຮັດງານທໍາຍາກ ພ້ອມທັງມີທ່າອ່ຽງທີ່ຍັງຮັກສາຄ່ານິຍົມສູງ ໃນການເຂົ້າເຮັດວຽກນໍາລັດຖະບານຢູ່. ດັ່ງທີ່ນັກສຶກສາລາວ ທີ່ຮຽນຈົບວິຊາຊີບຊັ້ນສູງຜູ້ນຶ່ງ ເລົ່າສູ່ຟັງວ່າ:

“ແມ່ນແມ່ນຂ້ອຍຈົບວິຊາຊັ້ນສູງໄອ​ທີທີ່ມິດຕະພາບຫວຽດໂພນໄຊນີ້ເດ ກະຢາກໄປເຮັດວຽກກັບລັດເດ ຄັນເສັງເຂົ້າໄດ້ ແຕ່ມັນກະຍາກຫລາຍ ເຂົາຫລິ້ນເສັ້ນຫລິ້ນສາຍຫລາຍ ຫລືບໍ່ກະຕ້ອງໃຊ້ເງິນໃຊ້ງົບປະມານຫລາຍ ມີເປີເຊັນໜ້ອຍຫລາຍ ກະບໍ່ມີຫຍັງ ຊ່ວງນີ້ກະມີແຕ່ເລາະສະໝັກນໍາເອກະຊົນກ່ອນຫັ້ນແຫລະ ເອົາປະສົບການກ່ອນໜ້າກະພໍໄດ້ຢູ່ວິຊານີ້ ບໍ່ຍາກປານໃດເຫັນເຂົາຮັບຫລາຍຢູ່.”

ຜູ້ກ່ຽວເລົ່າສູ່ຟັງອີກວ່າ ເຫດຜົນທີ່ພາໃຫ້ເລືອກຮຽນວິຊາການດ້ານໄອທີ ຫລືເທັກໂນໂລຈີດ້ານຂໍ້ມູນຂ່າວສານ ກໍຍ້ອນມີຈຸດປະສົງອັນສຸດທ້າຍຄືການເຮັດວຽກໃນອົງການລັດຖະບານໃດນຶ່ງ ຊຶ່ງຜູ້ກ່ຽວອະທິບາຍໃຫ້ຟັງດັ່ງນີ້:

“ຖາມວ່າວິຊາອື່ນນີ້ ກະສີກໍາ ຊ່າງແປງລົດຍົນ ແປງໂທລະທັດ ແປງແອ ກະມີວຽກຫລາຍ ແລະຖາມວ່າ ເປັນຫຍັງຈິ່ງຮຽນວິຊານີ້ ວິຊານີ້ ມັນເປັນວິຊາຕິດໂຕສາມາດເຮັດນໍາລັດ ແລະເອກະຊົນກະໄດ້ ຖ້າມີເງິນແນ່ ສາມາດລົງທຶນຕັ້ງຮ້ານເອງໄດ້ເລີຍ”.

ແຕ່ຢ່າງໃດກໍຕາມໃນບົດຖະແຫລງຂ່າວຂອງທະນາຄານໂລກ ທີ່ພິມອອກມາໃນ ອາທິດແລ້ວນີ້ ເປີດເຜີຍໃຫ້ຮູ້ວ່າ ການທີ່ລາວ ບໍ່ສາມາດນໍາເອົາຂໍ້ໄດ້ປຽບດ້ານທີ່ຕັ້ງທີ່ຢູ່ໃຈກາງຂອງປະເທດ ທີ່ມີເສດຖະກິດຂະໜາດໃຫຍ່ ແລະມີການເຊື່ອມຕໍ່ທາງລົດໄຟນັ້ນໄດ້ ກໍເພາະປະເທດ ມີກໍາລັງຊັບພະຍາກອນມະນຸດລາວ ຍັງຕໍ່າຢູ່ ຊຶ່ງເຮັດໃຫ້ບັນດານາຍຈ້າງຊອກຫາແຮງງານທີ່ມີສີມື ມາເຮັດວຽກງານເພື່ອຂະຫຍາຍທຸລະກິດໄດ້ຍາກ. ຂະແໜງກະສິກຳ, ການຂົນສົ່ງ, ແລະເທັກໂນໂລຈີຂໍ້ມູນຂ່າວສານແລະການສື່ສານ ແມ່ນຢູ່ໃນບັນດາຂະແໜງການທີ່ມີທ່າແຮງສູງສຸດ, ແຕ່ຍັງເປັນຈຸດທີ່ຂາດແຄນທັກສະທີ່ເຫັນໄດ້ຊັດເຈນທີ່ສຸດຢູ່.

ທັງນີ້ ຕົ້ນຕໍກໍເປັນຍ້ອນຊາວໜຸ່ມລາວ ຍັງບໍ່ໄດ້ຫລິງເຫັນຢ່າງຊັດເຈນທ່າແຮງ ໃນການຂະຫຍາຍຕົວຂອງຂະແໜງການເຫລົ່ານີ້ ສາມາດນໍາເອົາໂອກາດໃນ ດ້ານວຽກເຮັດງານທໍາ ມາໃຫ້ເຂົາເຈົ້າໄດ້ຫລາຍເທົ່າໃດ ສະນັ້ນ ຄົນສ່ວນໃຫຍ່ ຍັງຂ້ອນຂ້າງທີ່ຈະເລືອກຮຽນວິຊາດຽວກັນຫລາຍຈົນເກີນໄປ ຊຶ່ງຈະພາໃຫ້ມີ ການແຂ່ງຂັນກັນສູງໃນຕະຫລາດແຮງງານຢູ່ຂະແໜງນຶ່ງ ແຕ່ຂາດເຂີນໃນຂະແໜງການອື່ນ. ພະນັກງານອະວຸໂສທ່ານນຶ່ງ ໃນໂຮງຮຽນອະຊີວະສຶກສາແຫ່ງນຶ່ງໃນນະຄອນວຽງຈັນ ເມື່ອຖືກຖາມວ່າ ນັກສຶກສາລາວມັກຮຽນວິຊາອື່ນບໍ່ ນອກຈາກວິຊາເທັກໂນໂລຈີຂໍ້ມູນຂ່າວສານແລ້ວ ທ່ານໃຫ້ຄໍາເຫັນວ່າ:

"ມີແຕ່ແນວຢອດໆແຢດໆ ນ້ອຍໆໄປ ຈັກໂຕໃດຄ່ານິຍົມ ມັນກະຄືບໍ່ວ່າ ມັນບໍ່ຄືແຕ່ເກົ່າ ລະບົບໃໝ່ນີ້ ມີແຕ່ລະບົບໄອທີເຮີຍ ໄປຫວຽດມີແຕ່ຮຽນໄອທີ ອັນນີ້ໄປ ໄອທີການເງິນ ໄອທີຄົບຊັ່ງຊີ້ແຫລະ ເຂົາກະຄິດວ່າ ເຂົ້າເອກະຊົນມັນງ່າຍເນາະ ລະບົບໄອທີມັນເຂົ້າລະບົບບໍລິຫານລັດກະໄດ້ເດ ເຂົ້າລັດກະໄດ້ ເຂົ້າເອກະຊົນກະໄດ້."

ປັດຈຸບັນອັດຕາການຫວ່າງງານໃນລາວເພີ່ມຂຶ້ນ ຈາກ 9.24 ເປີເຊັນ ມາເປັນ 21.8 ເປີເຊັນ ໃນປີ 2021, ອີງຕາມທ່ານນາງຈັນເພັນ ມະນີແສງ, ຫົວໜ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກໍາມະບານລາວ ທີ່ຖະແຫລງໃນກອງປະ ຊຸມຖະແຫລງຂ່າວ ກ່ຽວກັບການຈັດງານມະຫາກໍາສົ່ງເສີມແຮງງານລາວ 2022 ທີ່ຈະຈັດຂຶ້ນຢູ່ໃນສູນການຄ້າວຽງຈັນໃນອາທິດໜ້ານີ້. ນອກນັ້ນ ທ່ານນາງໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ ກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ວາງຄາດໝາຍໂດຍຈະຮ່ວມກັບພາກສ່ວນກ່ຽວຂ້ອງ ແກ້ໄຂໃຫ້ຫລຸດລົງເຫລືອ 19.4 ເປີ ເຊັນພາຍໃນປີ 2022 ນີ້.

ເພື່ອເປັນສ່ວນນຶ່ງ ໃນການແກ້ໄຂບັນຫາຂາດແຄນແຮງງານທີ່ມີສີມືສູງ ແລະຕອບສະໜອງຄວາມຕ້ອງການ ໃນຂະແໜງການລົງທຶນ ຫລືທຸລະກິດ ທີ່ມີທ່າ ແຮງສູງ ທີ່ກ່າວມາຂ້າງເທິງນັ້ນ ໃນອາທິດແລ້ວນີ້ ທະນາຄານໂລກກໍໄດ້ຕົກລົງໃຫ້ເງິນທຶນສະໜັບສະໜູນໃນການພັດທະນາຊັບພະຍາກອນມະນຸດ ເພື່ອເພີ້ມແຮງງານທີ່ມີສີມືສູງໃຫ້ແກ່ລາວ ໃນມູນຄ່າ 46 ລ້ານໂດລາເຂົ້າໃນໂຄງການສີມືແຮງງານ ທີ່ເປັນບູລິມະສິດ ໃນການຊຸກຍູ້ໃຫ້ມີການຂະຫຍາຍຕົວ ຫລື Priority Skills for Growth Project ຊຶ່ງໂຄງການນີ້ຈະເລີ້ມລົງມືປະຕິບັດໃນກາງປີນີ້ ໂດຍມີກະຊວງສຶກສາແລະກິລາ ແລະກະຊວງແຮງງານແລະສະຫວັດດີການສັງຄົມ ເປັນຜູ້ຮ່ວມປະຕິບັດງານນໍາກັນ, ອີງຕາມບົດຖະແຫຼງຂ່າວ ສະບັບອອກວັນທີ 3 ມີນາ, 2022.

ສະຫລຸບແລ້ວ ນັກສຶກສາລາວທີ່ຮຽນຈົບໃໝ່ຍັງປະສົບຄວາມຫຍຸ້ງຍາກໃນການ ຊອກວຽກເຮັດງານທໍາຢູ່ ຊຶ່ງສາເຫດຕົ້ນຕໍ ແມ່ນເກີດມາຈາກຄ່ານິຍົມເຮັດການ ໃນວົງການລັດຖະບານ ທີ່ຮັບເອົາພະນັກງານໃນຈໍານວນຈໍາກັດ ແລະບໍ່ໂປ່ງໃສນັ້ນ ຍັງສູງຢູ່. ເນື່ອງຈາກຄ່ານິຍົມນີ້ ເຂົາເຈົ້າຈຶ່ງມັກຈະພ້ອມກັນຮຽນໃນວິຊາ ດຽວກັນ ເປັນຈໍານວນຫລວງຫລາຍ ຂະນະທີ່ມີຄົນຈໍານວນໜ້ອຍເທົ່ານັ້ນ ທີ່ໄດ້ ຮຽນວິຊາຊີບອື່ນໆ ທີ່ຍັງມີຄວາມຕ້ອງການໃນຕະຫລາດແຮງງານສູງຢູ່ນັ້ນ.

XS
SM
MD
LG