ເຖິງແມ່ນວ່າຈະພົບອຸປະສັກ ແລະຄວາມສ່ຽງຕ່າງໆນາໆ ເຊັ່ນພົບອຸປະຕິເຫດໃນທ້ອງ
ຖະໜົນ, ຖືກໂກງເງິນຄ່າແຮງງານ ແລະອື່ນໆກໍຕາມ, ຊາວໜຸ່ມລາວທັງຍິງ ແລະຊາຍ
ໂດຍສະເພາະແມ່ນພວກທີ່ຢູ່ໃນເຂດຊົນນະບົດ ທີ່ບໍ່ໄດ້ຮັບການສຶກສາສູງ ແລະຄອບຄົວ
ຂາດເຂີນກໍຍັງດົ້ນດັ້ນໄປຫາວຽກ ເຮັດຢູ່ປະເທດໄທຢູ່ເປັນຈໍານວນຫລວງຫລາຍ. ດ້ວຍ
ເຫດໃດຈຶ່ງ ເປັນເຊັ່ນນັ້ນ? ກິ່ງສະຫວັນມີລາຍລະອຽດເລື້ອງນີ້ ມາສະເໜີທ່ານອັນດັບຕໍ່
ໄປ.
ໃນສົກປີ 2019 ນີ້ ມີຄົນລາວ ທີ່ໄປອອກແຮງງານຢູ່ປະເທດໄທທັງໝົດ 71,000 ຄົນ
ໃນນັ້ນມີຄົນງານທີ່ໄດ້ຈົດທະບຽນຖືກຕ້ອງຕາມກົດໝາຍມີ 46,000 ຄົນ ແລະຈໍານວນ
ຍັງບໍ່ໄດ້ຈົດທະບຽນໃຫ້ຖືກຕ້ອງ 25,00ຄົນ, ອີງຕາມຂໍ້ມູນຢູ່ໃນເວັບໄຊທ໌ www.labour
in Thailand ລົງວັນທີ 06 ສິງຫາ, 2019. ຕົວເລກນີ້ ສະແດງໃຫ້ເຫັນວ່າຜູ້ອອກແຮງ
ງານໂດຍສະເພາະແມ່ນ ຊາວໜຸ່ມໃນເຂດຊົນນະບົດຈຳນວນຫລວງຫລາຍໄດ້ລັກລອບ
ໄປ ເຮັດວຽກຢູ່ໄທຢ່າງຜິດກົດໝາຍແບບບໍ່ມີຄວາມຢ້ານກົວແຕ່ຢ່າງໃດ.
ເຖິງແມ່ນວ່າ ພວກເຂົາເຈົ້າຈະຮູ້ຂ່າວຄາວຫຼາຍອັນທີ່ເປັນໜ້າຢ້ານກົວ ເຊັ່ນ ເຫດການ
ຖືກລົດຕໍາກັບລົດຕູ້ທີ່ຂົນສົ່ງແຮງງານຄົນລາວ ໃນຕົ້ນເດືອນ ຜ່ານມາ ທີ່ຈັງຫັວດສະ
ແກ້ວ ຊຶ່ງເຮັດໃຫ້ກໍາມະກອນລາວ ເສຍຊີວິດ 10 ຄົນ ແລະ ບາດເຈັບຈໍານວນໜຶ່ງໃນ ຂະນະທີ່ພວກເຂົາເຈົ້າຂີ່ລົດມຸ້ງໜ້າໄປຫາຊາຍແດນລາວກັບໄທ ເພື່ອໄປຕໍ່ໜັງສືຜ່ານ
ແດນ ແລະລວມ ທັງບັນດາຂ່າວ ຮ້າຍຈາກການຖືກຕົວະຍົວະຫຼອກລວງຂອງນາຍໜ້າ
ເພື່ອເອົາໄປຂາຍບໍລິ ການ, ຕະຫລອດເຖິງການ ຖືກນາຍຈ້າງຂົດຂີ່ຂົ່ມເຫັງ ຢູ່ເປັນປະ
ຈໍາກໍຕາມ ໂດຍລວມແລ້ວເຫັນວ່າ ການໜີໄປອອກແຮງງານຢູ່ໄທ ແມ່ນຍັງໄດ້ຮັບຄວາມ
ນິຍົມກັນຫລາຍຢູ່.
ເມື່ອເບິ່ງຈາກສະຖິຕິຢູ່ໃນເວັບໄຊທ໌ Statista ຊຶ່ງເປັນອົງການຄົນຄວ້າສາກົນ ທີ່ມີສຳ
ນັກງານຕັ້ງຢູ່ນະຄອນຮຳບວກ, ປະເທດເຢຍຣະມັນ,
https://www.statista.com/statistics/808758/unemployment-rate-in-laos/
ເຫັນວ່າອັດຕາໄພຫວ່າງງານໃນລາວ ນັບແຕ່ປີ 1998 ເຖິງປີ 2019 ຈະມີທ່າອ່ຽງຫລຸດ
ລົງກໍຕາມ ເຊັ່ນເມື່ອທຽບໃສ່ປີ 2017 ອັດຕາຫວ່າງງານໃນປີ 2018 ໃນລາວ ແມ່ນຫລຸດ
ລົງຈາກ 0.65 ເປີເຊັນ ມາເປັນ0.61 ເປີເຊັນ ຊຶ່ງມີອັດຕາໃກ້ຄຽງກັນກັບອັດຕາຫວ່າງ
ງານໃນໄທ ຄື 0.67 ເປີເຊັນໃນ 2018. ຕົວເລກນີ້ ສະແດງໃຫ້ເຫັນວ່າ ອັດຕາຂອງຄົນ
ຂາດວຽກເຮັດງານຢູ່ໃນໄທກໍບໍ່ໄດ້ແຕກຕ່າງກັນກັບຢູ່ລາວຫລາຍປານ. ແຕ່ວ່າຄົນລາວ
ໂດຍສະເພາະແມ່ນຊາວຊົນນະບົດທີ່ດ້ອຍໂອກາດໃນການສຶກສາກໍຍັງພາກັນຫລັ່ງ
ໄຫລໄປຊອກຫາວຽກເຮັດງານທຳຢູ່ໃນປະເທດເພື່ອນບ້ານແຫ່ງນັ້ນຢູ່.
ທັງນີ້ກໍຍ້ອນວ່າຄ່າຄອງຊີບຢູ່ໃນລາວສູງ ແຕ່ສະພາບເສດຖະກິດໂດຍທົ່ວໄປແລ້ວບໍ່
ເອື້ອອໍາ ນວຍໂອກາດໃຫ້ມີວຽກເຮັດງານທໍາສຳລັບເຂົາເຈົ້າຢ່າງພຽງພໍ ແລະໃຫ້ຄ່າ
ແຮງງານຕ່ຳ, ດັ່ງທີ່ ນາງຈ່ອຍ, ລູກສາວຂອງບ້ານຫລານເມືອງຂອງຊາວບ້ານຄີລີ,
ເມືອງຊະນະສົມບູນ, ແຂວງຈໍາປາສັກ ທີ່ເຮັດວຽກເປັນພະນັກງານປະຈໍາໂຮງພິມແຫ່ງ
ນຶ່ງ ໃນນະຄອນຫລວງບາງກອກທີ່ໄດ້ໃຫ້ການສໍາພາດກັບວີໂອເອເວົ້າວ່າ:
“ຂ້າພະເຈົ້າ ມາເຮັດວຽກງານຢູ່ບາງກອກເຮັດວຽກຢູ່ໂຮງພິມ ກ່ອນຈະມາເຮັດຢູ່
ໂຮງພິມກໍຍ້ອນວ່າ ຢູ່ບ້ານມີຄວາມລໍາບາກຫຼາຍ ພໍ່ແມ່ກໍ່ທຸກຍາກ ມີລູກຫຼາຍຄົນ
ແນ່ ຮຽນຈົບກໍ່ບໍ່ມີເງິນຈະຮຽນຕໍ່. ຖ້າຈະຢູ່ເຮັດວຽກຢູ່ບ້ານກໍ່ບໍ່ຮູ້ ຈະເຮັດວຽກຫຍັງ
ຈຶ່ງຈະມີພໍກິນພໍໃຊ້. ຫຼັງຈາກຮຽນຈົບກໍເລີຍຕັດສິນໃຈ ມາເຮັດວຽກຢູ່ບາງກອກ
ຈາກການຊວນຂອງໝູ່ເພື່ອນ ຊຶ່ງລາຍໄດ້ກະດີຢູ່ ພໍກິນພໍໃຊ້. ເຈົ້ານາຍກໍ່ດີຢູ່, ມາຢູ່
ທີ່ນີ້ກໍໄດ້ເຮັດປັສປອດມາ ເພາະວ່າ ການເຮັດປັສປອດນີ້ ກໍ່ມີຄວາມປອດ ໄພຢູ່ ແຕ່
ກໍ່ມີຄວາມສ່ຽງ ເພາະຕ້ອງໄດ້ ໄປຕໍ່ທຸກເດືອນ ທາງທີ່ດີຄວນເຮັດບັດ ແຮງງານ
MOU ເຮັດມາໃຫ້ຖືກຕ້ອງເລີຍ.”
ເມື່ອເບິ່ງຂໍ້ມູນຢູ່ໃນເວັບໄຊທ໌ຂອງເສດຖະກິດການຄ້າ ຫລື Trading Economics https://tradingeconomics.com/thailand/labour-costs ກໍເຫັນວ່າຄ່າແຮງ
ງານຕໍ່າສຸດໃນໄທແມ່ນ 325 ບາດຕໍ່ມື້ ຊຶ່ງເທົ່າກັບປະມານ 10.5 ໂດລາ ແຕ່ວ່າຄ່າ
ແຮງງານຕໍ່າສຸດໃນລາວແມ່ນ 123 ບາດຕໍ່ມື້ ຊຶ່ງເທົ່າກັບປະມານ 3.97 ໂດລາ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ຊາຍໜຸ່ມຍິງສາວລາວ ໂດຍສະເພາະພວກທີ່ຢູ່ໃນເຂດຊົນນະບົດ
ທີ່ ບໍ່ມີໂອກາດໄດ້ ຮັບການສຶກສາສູງໄປຊອກຫາເຮັດວຽກຢູ່ໄທ.
ນອກຈາກການໃຫ້ຄ່າແຮງງານຕໍ່າແລ້ວ ບັນດາເຈົ້າຂອງບໍລິສັດ ຫຼືນາຍຈ້າງຢູ່ລາວ
ບາງຄົນກໍ່ບໍ່ໄດ້ປະຕິບັດຕາມລະບຽບກົດໝາຍແຮງງານຢ່າງເຄັ່ງຄັດ ໃນຂະນະທີ່ເຈົ້າ
ໜ້າທີ່ຂອງລັດເອງ ກໍຍັງມີທ່າທີຖືເບົາຕໍ່ການຮ້ອງຮຽນຂອງຜູ້ອອກແຮງງານ ກໍຄືເວ
ລາເຂົາເຈົາຂໍຮ້ອງໃຫ້ລົງໄປກວດກາພວກເຈົ້າໜ້າທີ່ ກໍບໍ່ໄດ້ປະຕິບັດຕາມການຮ້ອງ
ຂໍໃຫ້ທັນກັບສະພາບການແຕ່ຢ່າງໃດ. ທັງນີ້ ກໍເພາະວ່າ ໂດຍສ່ວນໃຫຍ່ແລ້ວພວກ
ເພິ່ນມັກຢ້ານກົວຕໍ່ອິດທິພົນຂອງພວກ ທີ່ມີ ອໍານາດເຂົ້າມາຫຍຸ້ງກ່ຽວນໍາ. ດັ່ງຄໍາເຫັນ
ຂອງເຈົ້າໜ້າທີ່ຜູ້ປົກປ້ອງແຮງງານ ສູນກາງທ່ານນຶ່ງທີ່ກ່າວຜ່ານທາງໂທລະສັບວ່າ:
“ຄວາມເປັນຈິງການອອກແບບ ກ່ຽວກັບເນື້ອໃນລະບຽບຫຼັກການຂອງຝ່າຍເຈົ້າ
ໜ້າທີ່ຂອງກະຊວງແຮງງານ ແລະສະຫວັດດີການສັງຄົມ ກ່ຽວກັບການປົກປ້ອງ
ແລະ ຄຸ້ມຄອງແຮງງານ ແມ່ນໄດ້ຂຽນໄວ້ຢ່າງຊັດເຈນ ແລະ ກໍເຄີຍມີມາແຕ່ດົນ
ນານແລ້ວ. ແຕ່ໃນທາງປະຕິບັດຕົວຈິງ ແມ່ນມີຄວາມຫຍຸ້ງຍາກ ແລະ ສັບຊ້ອນ
ຫຼາຍ, ຊຶ່ງກໍລະນີນີ້ ມັນພົວພັນເຖິງກຸ່ມຄົນຜູ້ມີອໍານາດໃນຫຼາຍດ້ານ ຈຶ່ງສົ່ງຜົນ
ເຮັດໃຫ້ການປະຕິບັດ ແລະດໍາເນີນງານຂອງເຈົ້າໜ້າທີ່ພະນັກງານພົບກັບຄວາມ
ຫຍຸ້ງຍາກ ແລະ ບໍ່ເປັນໄປຕາມຂັ້ນຕອນຂະບວນການ ຊຶ່ງມັນກໍ່ຍາກທີ່ຈະຈັດ
ການກ່ຽວກັບບັນຫາທີ່ແກ່ຍາວ, ຊໍາເຮື້ອມາແຕ່ດົນນານແລ້ວ.”
ຕໍ່ສະພາບການນີ້ ທ່ານບອກວ່າມັນມີ ລັກສະນະ “ປາໃຫຍ່ກິນປານ້ອຍ”. ສະນັ້ນ
ທ່ານໃຫ້ຄໍາເຫັນວ່າ “ບັນຫານີ້ ຕ້ອງໄດ້ໃຊ້ເວລາທີ່ຈະສະສາງ ຫຼື ແກ້ໄຂມັນ.”
ສະຫຼຸບແລ້ວ ການອອກໄປຊອກຫາວຽກເຮັດງານທໍາຢູ່ປະເທດໄທ ຂອງຊາວຊົນນະ
ບົດ ຍັງບໍ່ມີທ່າທີວ່າຈະຫຼຸດລົງໄດ້ງ່າຍ ເຖິງແມ່ວ່າພວກເຂົາຈະໄດ້ຮັບຄວາມສ່ຽງໃນ
ຫຼາຍດ້ານກໍຕາມ. ທັງນີ້ ກໍເປັນຍ້ອນຫລາຍປັດໄຈ ເປັນຕົ້ນແມ່ນຄ່າແຮງງານໃນລາວ
ຍັງຕໍ່າກວ່າປະເທດເພື່ອນບ້ານ ແລະການເອົາລັດເອົາປຽບຂອງນາຍຈ້າງຕໍ່ລູກຈ້າງ
ໃນລາວ ຍັງມີຢູ່ເລື້ອຍມາ ຂະນະທີ່ທາງການລາວກໍບໍ່ໄດ້ເອົາໃຈໃສ່ກວດກາຢ່າງເຂັ້ມ
ງວດ ຫລືຕອບສະໜອງຕໍ່ຄຳຮ້ອງຂໍຂອງລູກຈ້າງຢ່າງທ່ວງທັນເວລາ.
ອ່ານສະຫລຸບຫຍໍ້ຂ່າວນີ້ເປັນພາສາອັງກິດຢູ່ຂ້າງລຸ່ມນີ້:
The flow of Lao rural young men and women leaving their homelands to find jobs in Thailand is unlikely to decline soon.
Despite by working in Thailand making them fall in the risky situations in many ways, young people in Laos, especially those who are from rural areas where access to education and jobs is limited, still leave their home to seek job opportunities in Thailand. This is due not only to the high wages in Thailand, but due also the fact that many employers in Laos take advantages of their workers, while the Lao labor protection authorities still have made enough efforts in solving their problems.