ຄ່າເງິນກີບຍັງສືບຕໍ່ຕົກຕໍ່າລົງ ແລະດັດຊະນີລາຄາການຊົມໃຊ້ ຍັງປັບໂຕສູງຂຶ້ນຢ່າງຕໍ່ເນື່ອງ ເພາະການດໍາເນີນມາດຕະການດ້ານການເງິນແລະສົ່ງເສີມການສົ່ງອອກຂອງລັດຖະບານລາວ ມີປະສິດທິພາບຕໍ່າ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ນັກທຸລະກິດການຄ້າ ຂາອອກ-ຂາເຂົ້າ ໃນລາວ ໃຫ້ທັດສະນະວ່າ ລາວຍັງຕ້ອງປະເຊີນກັບບັນຫາຄ່າເງິນກີບຕົກຕໍ່າລົງ ແລະດັດຊະນີລາຄາການຊົມໃຊ້ສິນຄ້າໃນຊີວິດປະຈໍາວັນຍັງປັບໂຕສູງຂຶ້ນຢ່າງຕໍ່ເນື່ອງ ເພາະວ່າການດໍາເນີນມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວຂອງລັດຖະບານລາວມີປະສິດທິພາບຕໍ່າໃນທຸກໆດ້ານ ກໍຄື ບໍ່ສາມາດຄວບຄຸມລາຄາສິນຄ້າ-ບໍ່ສາມາດຄວບຄຸມການແລກປ່ຽນເງິນຕາຕ່າງປະເທດ ແລະບໍ່ສາມາດໃຫ້ການສົ່ງເສີມການຜະລິດສິນຄ້າເພື່ອຕອບສະໜອງການຊົມໃຊ້ພາຍໃນໄດ້ໃນການປະຕິບັດໂຕຈິງ, ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ:
“ສະພາບສິນຄ້ານີ້ກໍຍັງສູງ ແລະອັດຕາແລກປ່ຽນກໍຍັງຜັນຜວນ ມີການຍາດຊື້-ຍາດຂາຍ-ຂຶ້ນລາຄາອັດຕາແລກປ່ຽນ, ສະພາບອາດສາມາດຄວບຄຸມໄດ້ນີ້ແມ່ນ 1. ສຸມໃສ່ການຜະລິດ ເພື່ອຊຸກຍູ້ສົ່ງເສີມການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ກໍສົ່ງອອກຕິດພັນກັບການຂາຍເອົາເງິນຕາຕ່າງປະເທດເຂົ້າມາ, 2. ສຸມໃສ່ຄຸມປະລິມານເງິນດ້ວຍການອອກພັນທະບັດ ອັນທີ 3. ຄຸມການແລກປ່ຽນ ໂດຍສະເພາະແມ່ນການຍຸບຮ້ານແລກປ່ຽນເງິນຕາຕ່າງປະເທດ.”
ໂດຍໃນໄຕມາດທີ 1 ຂອງປີ 2023 ອັດຕາເງິນເຟີ້ໃນລາວຢູ່ທີ່ລະດັບສະເລ່ຍ 40.84 ເປີເຊັນ, ສ່ວນດັດຊະນີລາຄາການຊົມໃຊ້ສິນຄ້າຢູ່ທີ່ລະດັບສະເລ່ຍ 172.43 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022, ໃນຂະນະທີ່ອັດຕາແລກປ່ຽນຢູ່ທີ່ລະດັບສະເລ່ຍ 510 ກີບຕໍ່ 1 ບາດ, 2,515 ຕໍ່ 1 ຢວນ ແລະ 17,210 ກີບຕໍ່ 1 ໂດລາ, ທັງນີ້ ໂດຍການຂາດດຸນການຄ້າກັບຕ່າງປະເທດກໍຄື ສາເຫດສໍາຄັນທີ່ເຮັດໃຫ້ເກີດບັນຫາຄ່າເງິນກີບຕົກຕໍ່າ ລວມເຖິງການບໍ່ເຊື່ອໝັ້ນຂອງປະຊາຊົນລາວ ແລະຊາວຕ່າງຊາດ ຕໍ່ສະຖຽນລະພາບຂອງເງິນກີບດ້ວຍ, ສ່ວນການຜະລິດສິນຄ້າໃນປະເທດ ກໍຍັງຕ້ອງປະເຊີນກັບບັນຫາຕົ້ນທຶນການຜະລິດສູງ ເພາະລາຄານໍ້າມັນ ແລະວັດຖຸດິບສູງຂຶ້ນນັ້ນ, ດັ່ງທີ່ນັຫທຸລະກິດຂາອອກ-ຂາເຂົ້າໃນລາວ ໃຫ້ການຢືນຢັນວ່າ:
“ການເພີ້ມຂອງອັດຕາເງິນເຟີ້ ເຮັດໃຫ້ເງິນກີບອ່ອນຄ່າ, ລາຄາສິນຄ້ານໍາເຂົ້າ ແມ່ນປັບໂຕໄປທິດທາງດຽວກັນ, ການເພີ້ມຂຶ້ນຂອງລາຄານໍ້າມັນນີ້ກໍແມ່ນປັດໄຈນຶ່ງ, ພື້ນຖານການຜະລິດຂອງປະເທດເຮົາທີ່ຍັງບໍ່ທັນເຂັ້ມແຂງ, ມີການນໍາເຂົ້າສິນຄ້າອຸປະໂພກ ແລະບໍລິໂພກໃນຊີວິດປະຈໍາວັນນີ້ ອັນນີ້ກໍແມ່ນປັດໃຈນຶ່ງຄືກັນ, ການຜະລິດກະສິກໍາ ແລະການລ້ຽງສັດເພື່ອສະໜອງພາຍໃນ ກໍຍັງຕ້ອງອາໄສການນໍາເຂົ້າວັດຖຸດິບເຊັ່ນ ການຜະລິດຫົວອາຫານສັດນີ້ ກໍຍັງຈໍາເປັນຕ້ອງໄດນໍາເຂົ້າວັດຖຸດິບ ໃນເບື້ອງການປູກເຂົ້າກໍແມ່ນມີຕົ້ນທຶນຂອງຝຸ່ນເຄມີນີ້ ສ່ວນໃຫຍ່ແມ່ນໍາເຂົ້າຈາກຕ່າງປະເທດ, ອັນນີ້ ລ້ວນເປັນປັດໃຈເຮັດໃຫ້ລາຄາສິນຄ້າສູງຂຶ້ນ.”
ແຕ່ຢ່າງໃດກໍຕາມ, ດຣ. ອັດ ພິສານວານິດ ຜູ້ອໍານວຍການສູນສຶກສາການຄ້າລະຫວ່າງປະເທດ ມະຫາວິທະຍາໄລຫໍການຄ້າໄທ ໄດ້ມຫ້ທັດສະນະວ່າ ບັນຫາການຂາດດຸນການຄ້າລະຫວ່າງປະເທດຍັງຖືເປັນປັດໄຈສໍາຄັນທີ່ສຸດທີ່ຈະເຮັດໃຫ້ເງິນກີບຂອງລາວອ່ອນຄ່າລົງໄດ້ອີກ ເຊັ່ນດຽວກັບອັດຕາເງິນເຟີ້ທີ່ຈະປັບໂຕສູງຂຶ້ນອີກໃນປີ 2023 ນີ້ ຖ້າຫາກວ່າລັດຖະບານລາວຍັງຄົງບໍ່ສາມາດແກ້ໄຂບັນຫາການຂາດດຸນການຄ້າຕ່າງປະເທດໄດ້ຢ່າງແທ້ຈິງ ເພາະການຂາດດຸນການຄ້າ ບໍ່ພຽງແຕ່ຈະເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະເທດຫຼຸດລົງເທົ່ານັ້ນ ແຕ່ຍັງເຮັດໃຫ້ລະ ດັບຄວາມເຊື່ອຖືທີ່ມີຕໍ່ເງິນກີບ ຫຼຸດລົງອີກດ້ວຍ.
ໂດຍໃນປີ 2022, ການຄ້າຕ່າງປະເທດຂອງລາວມີມູນຄ່າລວມ 13,650 ລ້ານໂດລາ ໃນນີ້ກໍແບ່ງເປັນການສົ່ງສິນຄ້າອອກໃນມູນຄ່າລວມ 7,600 ລ້ານໂດລາ ແລະການນໍາເຂົ້າສິນຄ້າໃນມູນຄ່າລວມ 6,050 ລ້ານໂດລາ, ແຕ່ເນື່ອງຈາກວ່າ ລາຍໄດ້ຈາກການສົ່ງອອກພະລັງງານໄຟຟ້າໃນມູນຄ່າ 1,760 ລ້ານໂດລານັ້ນ ຈະຕ້ອງນໍາໃຊ້ເພື່ອຊໍາລະໜີ້ຕ່າງປະເທດ ຈຶ່ງເຮັດໃຫ້ພາກທຸລະກິດໃນລາວຍັງຕ້ອງປະເຊີນບັນຫາຂາດເຂີນເງິນຕາຢ່າງໜັກໜ່ວງ ເພາະວ່າເງິນຕາໄດ້ຖືກໂອນໄປຕ່າງປະເທດຫຼາຍກວ່າໂອນເຂົ້າມາລາວ ໃນຂະນະທີ່ການໃຫ້ສິນເຊື່ອວິສາຫະກິດຂະໜາດນ້ອຍ (SME) ກໍຍັງຈັດຕັ້ງໄດ້ຢ່າງຈໍາກັດ ຈຶ່ງເຮັດໃຫ້ SME ສ່ວນຫຼາຍ ບໍ່ມີທຶນຟື້ນຟູການຜະລິດສິນຄ້າ ເພື້ອເພີ້ມການສົ່ງອອກໄປຕ່າງປະເທດນັ້ນເອງ.