ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະບົບຍຸຕິທໍາຂອງລາວ ຍັງມີ​ບັນ​ຫາ ອີງ​ຕາມ​ຄຳ​ເວົ້າ​ຂອງ​ສະ​ມາ​ຊິກ​ສະ​ພາ


ອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃນນະຄອນຫຼວງວຽງຈັນ.
ອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃນນະຄອນຫຼວງວຽງຈັນ.

ຍັງມີການຮັບສິນບົນ ແລະໃຊ້ອິດທິພົນແບບບໍ່ຖືກຕ້ອງຂອງຜູ້ມີອໍານາດ ໃນວົງການລັດຖະບານລາວ ຊຶ່ງເຮັດໃຫ້ລະບົບຍຸຕິທໍາຂອງລາວ ຂາດຄວາມສັກສິດ ແລະຂາດຄວາມໂປ່ງໃສ ຊຶ່ງຂັດກັບຂໍ້ກໍານົດທີ່ລະບຸໄວ້ໃນລັດ ຖະທໍາມະນູນຂອງ ສປປ ລາວ ວ່າ ໃຫ້ທຸກຄົນແລະທຸກການຈັດຕັ້ງລັດແລະສັງຄົມ ເຄົາລົບກົດໝາຍ ຢ່າງເຄັ່ງຄັດ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ມາດຕາ 10 ຂອງລັດຖະທໍາມະນູນລາວ ສະບັບປັບປຸງ ປີ 2015 ລະບຸວ່າ “ລັັດ ປົກຄອງແລະຄຸ້ມຄອງສັງຄົມ ດ້ວຍລັດຖະທໍາມະນູນ ແລະກົດໝາຍ. ອົງການຈັດຕັ້ງ ຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະພົນລະເມືອງທຸກຄົນ ຕ້ອງເຄົາລົບ ແລະປະຕິບັດລັດຖະທໍາມະນູນ ແລະກົດໝາຍຢ່າງເຂັ້ມງວດ.” ແຕ່ໃນການປະຕິບັດຕົວຈິງນັ້ນ ເທົ່າທີ່ຜ່ານມາ ລະບົບຍຸຕິທໍາຂອງລາວ ແມ່ນຍັງຂາດຄວາມໂປ່ງໃສ, ມີການຮັບສິນບົນ, ຖືກແຊກແຊງໂດຍຜູ້ມີອິດທິພົນທາງການເມືອງໃຫ້ເຮັດໄປໃນທາງທີ່ບໍ່ເປັນທໍາ, ຂາດຈັນຍາບັນຂອງຜູ້ພິພາກສາ ແລະ ພະນັກງານ ທີ່ຮັກສາກົດໝາຍ. ນອກນັ້ນ ຍັງຂາດການປະສານງານກັນລະຫວ່າງອົງການຕຸລາການຕ່າງໆ ເພື່ອຮັບປະກັນການປະຕິບັດຕາມຂໍ້ກໍານົດໃນລັດຖະ ທໍາມະນູນ ແລະກົດໝາຍຕ່າງໆຢ່າງເຄັ່ງຄັດໄດ້ ດັ່ງທີ່ສະມາຊິກສະພາແຫ່ງຊາດທ່ານນຶ່ງ ຍົກບັນຫານີ້ຂຶ້ນມາສະເໜີ ຢູ່ໃນກອງປະຊຸມສະໄຫມສາມັນຄັ້ງທີ 4 ຂອງ​ສະພາ​ແຫ່ງຊາດ​ຊຸດ​ທີ ​IX ທີ່ຫາກໍ່ປິດລົງ ໃນວັນທີ ​30 ​ທັນວາ ​2022 ນີ້ວ່າ:

“ຖ້າບຸກຄົນ ຜູ້ກ່ຽວ ຫລືຜູ້ພິພາສາ “ກໍ” ຈັ່ງຊີ້ ຕົວຢ່າງ, ມີຄວາມຫຍຸ້ງຍາກນໍາຄະດີຂອງຜູ້ນີ້ຮັບຜິດຊອບຕ້ອງປະເມີນ. ບໍ່ແມ່ນພວກເຮົາຊິມາຍ້ອງກັນຢູ່ນີ້ໄດ໋ເນາະ ປະເມີນຍາມໃດກະດີດີ ກະດີຫັ້ນແຫລະ ກະແນວວ່າ ໄດ້ກະຕ່າຂອງ ຂວັນນໍາກັນຫລາຍກະວ່າດີ ແຕ່ສ່ວນຕົວຂ້າພະເຈົ້ານີ້ ສັງເກດເຫັນວ່າ ຄວາມຍາກລໍາບາກໃນຂະບວນຍຸຕິທໍາຂອງສັງຄົມລາວປັດຈຸບັນນີ້ ມັນມີຢູ່ສາມບັນຫາໃຫຍ່ທ່ານປະທານ. ບັນຫາໃຫຍ່ທີນຶ່ງ ມັນມີບັນຫາ ມັນມີໜໍ່ແໜງຂອງອິດທິພົນນອກກົດໝາຍນີ້ນະ ມັນແຊກແຊງຂະບວນການຍຸຕິທໍາຢູ່ ບໍ່ຫລາຍກະຫນ້ອຍ, ຍັງມີຢູ່ ເຈ້ຍເຫລືອງ, ເຈ້ຍນ້ອຍ ເຈ້ຍໃຫຍ່ຍັງມີຢູ່. ສອງ ຜູ້ພິພາກສາໜີ້ ຈໍານວນນຶ່ງກະຍັງບໍ່ທັນພ້ອມ ຍັງບໍ່ມີຄວາມພຽບພ້ອມ ທັງດ້ານລະດັບຄວາມຮູ້ ຄວາມສາມາດ ດ້ານວິຊາການຈັນຍາບັນ ເຂົາເອີ້ນວ່າມັນຍັງບໍ່ທັນເປັນມືອາຊີບຢ່າງແທ້ຈິງ ອັນທີສາມ ເອີ້ນວ່າຂອດປະສານສົມທົບຂອງສີ່ອົງການເປັນຕົວທໍາງານກັນ ຢູ່ໃນຂະບວນການສອບສວນສຶບສວນມັນຍັງບໍ່ທັນເຂັ້ມແຂງ.”

ສ່ວນອົງການສາກົນເພື່ອຄວາມໂປ່ງໃສ ຫລື Transparency International ຊຶ່ງເປັນອົງການທີ່ມີການເຄື່ອນໄຫວລະດັບໂລກ ທີ່ປະຕິບັດງານຢູ່ໃນຫລາຍກວ່າ 100 ປະເທດ ເພື່ອເຮັດໃຫ້ຄວາມບໍ່ຍຸຕິທໍາ ທີ່ເກີດຈາກການສໍ້ລາດບັງຫລວງສິ້ນສຸດລົງນັ້ນ ຈັດໃຫ້ລາວເປັນທີ 128 ຈາກທັງໝົດ 180 ປະເທດໃນໂລກ. ທັງນີ້ ລາວ ມີດັດຊະນີດ້ານຄວາມໂປ່ງໃສຢູ່ໃນລະຫວ່າງ 28 ຫາ 30 ຄະແນນ ແຕ່ ປີ 2016 ຫາ 2021 ຊຶ່ງສະແດງໃຫ້ເຫັນວ່າ ສະພາບການສໍ້ລາດບັງຫລວງຂອງລາວ ຖືກປັບປຸງໃຫ້ດີຂຶ້ນພຽງເລັກນ້ອຍ ເມື່ອທຽບໃສ່ໄລຍະປີ 2012 ຫາ 2015 ທີ່ມີຄະແນນດ້ານຄວາມໂປ່ງໃສ ປະມານ 25 ຄະແນນນັ້ນ. ແຕ່ແນວໃດກໍຕາມ ລາວຍັງເປັນປະເທດທີ່ມີຄວາມໂປ່ງໃສຕໍ່່າ ເມື່ອທຽບໃສ່ປະມານ 130 ປະເທດ ທີ່ມີດັດຊະນີທີ່ສູງກວ່າ ຕະຫລອດໄລຍະ 6 ປີແລ້ວມໍ່ໆມານີ້ ສະພາບການນີ້ໄດ້ສ້າງຄວາມເດືອດຮ້ອນຢ່າງແຜ່ຫລາຍ ໃຫ້ແກ່ພົນລະເມືອງທີ່ທຸກຍາກ ແລະຂາດທີ່ເພິ່ງ ທີ່ຈະສາມາດໃຊ້ອິດທິພົນແຊກແຊງເຂົ້າໃນລະບົບສານ ຫລື ຕຸລາການຂອງລາວນັ້ນ ດັ່ງທີ່ນັກທຸລະກິດທ່ານນຶ່ງໃນນະຄອນຫລວງວຽງຈັນເປີດເຜີຍສູ່ ວີໂອເອຟັງວ່າ:

“ຂ້ອຍເບິ່ງພາບລວມນີ້ເວລາຂຶ້ນຕັດສິນພິພາກສາໜີ້ ມັນມີສາມຄົນເນາະ ມີຜູ້ພິພາກສານຶ່ງ ແລະຮອງ ຂ້ອຍເບິ່ງຕັດສິນກະຂ້ອນຂ້າງຍຸຕິທໍາຢູ່ ແຕ່ລັກສະນະພວກນີ້ ມັນມີເງິນໄດ໋ ພວກສານນີ້ ມັນມີເງິນ ແນວມັນຢາກໄດ້ເງິນມັນຕ້ອງເຮັດແນວບໍ່ຖືກ ຄືເຮົາຄິດນີ້ແຫລະ ມັນຕ້ອງກິນເງິນນໍາຄົນຜິດ. ສອງມານີ້ມັນກິນເງິນນໍາຄົນຖືກ ມັນຮູ້ຢູ່ວ່າເຈົ້າຖືກ ແຕ່ບອກວ່າເຈົ້າຜິດເພື່ອໃຫ້ເຈົ້າເອົາເງິນ ໃຫ້ມັນ ແລະຫລັງຈາກນັ້ນ ມັນກະເຮັດໃຫ້ເຈົ້າຖືກ ຂອງວ່າ ເຈົ້າຖືກຢູ່ແລ້ວ ຈັ່ງ ຊັ້ນແລ້ວ ພວກທີ່ເຮັດວຽກຢູ່ສານນີ້ ສ່ວນໃຫຍ່ມີເງິນ ຕາມທີ່ຂ້ອຍເຫັນພື້ນເພຜ່ານມາພວກສານມີເງິນ ມີເງິນຄືນຶ່ງກິນນໍາຄົນຜິດ ແລະສອງກິນເງິນນໍາຄົນຖືກ ກິນສອງທາງໝໍຜິດກະບອກວ່າຂ້ອຍຊິຊ່ອຍເຈົ້າໃຫ້ຖືກໄດ້ ທີ່ມີລັກສະນະຄ້າຍກັນຫລາຍມັນສາມາດຊ່ອຍໄດ້ ຖ້າຜິດແນ່ເລັກໆນ້ອຍໆຂີ້ເປັດຂີ້ໄກ່ ໃກ້ຄຽງກັນເພິ່ນກະໄປທາງມັນໂລດ.”

ສະຫລຸບແລ້ວ ເຖິງແມ່ນວ່າຈະມີຂໍ້ກໍານົດໃນລັດຖະທໍາມະນູນຂອງລາວລະບຸໄວ້ ວ່າ ທຸກຄົນແມ່ນໃຫ້ເຄົາລົບກົດໝາຍ ຫລືເວົ້າອີກຢ່າງນຶ່ງ ກໍຄືບໍ່ມີໃຜຢູ່ເໜືອກົດ ໝາຍກໍຕາມ ແຕ່ວ່າກໍຍັງມີການໃຊ້ອິດທິພົນໄປໃນທາງຜິດຂອງຜູ້ມີອໍານາດແລະການສໍ້ລາດບັງຫຼວງຍັງມີຢ່າງແຜ່ຫລາຍ ໃນຂະບວນຍຸຕິທໍາຊຶ່ງສ້າງຄວາມເດືອດ ຮ້ອນແກ່ປະຊາຊົນ ທີ່ຂາດທີ່ເພີ່ງທາງດ້ານກົດໝາຍ.

XS
SM
MD
LG