ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົມ​ຕຳ​ຫຼວດ ກວດ​ຄົນ​ເຂົ້າ​-ອອກເມືອງ ໄດ້​ຕິດ​ຕັ້ງ​ ລະ​ບົບ​ເຊື່ອມ​ຕໍ່ ​ຖານ​ຂໍ້​ມູນ​ ຄົນເຂົ້າ-ອອກເມືອງ ​ທຸກ​ດ່ານ​ສາ​ກົນ​


​ສະ​ຖານ​ທີ່​ຕິດ​ຕັ້ງ​ ການກວດ​ກາ​ຄົນ​ເຂົ້າ-ອອກ​ເມືອງ ໃນ​ທົ່ວ ສ​ປ​ປ ລາວ.
​ສະ​ຖານ​ທີ່​ຕິດ​ຕັ້ງ​ ການກວດ​ກາ​ຄົນ​ເຂົ້າ-ອອກ​ເມືອງ ໃນ​ທົ່ວ ສ​ປ​ປ ລາວ.

ກົມ​ຕຳ​ຫຼວດກວດ​ຄົນ​ເຂົ້າ​-ອອກເມືອງ ໄດ້​ຕິດ​ຕັ້ງ​ລະ​ບົບ​ເຊື່ອມ​ຕໍ່​ຖານ​ຂໍ້​ມູນ​ຄົນ​ເຂົ້າ​ອອກ
ເມືອງ​ທຸກ​ດ່ານ​ສາ​ກົນ​ເຂົ້າ​ດ້ວຍ​ກັນ ເຮັດ​ໃຫ້​ສາ​ມາດກວດ​ກາ​ຄົນ​ເຂົ້າ-ອອກ​ເມືອງ ໄດ້​ຕະ​
ຫຼອດ​ເວ​ລາ ໃນ​ທົ່ວ​ປະ​ເທດ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ກົມ​ຕຳ​ຫຼວດກວດ​ຄົນ​ເຂົ້າ​-ອອກເມືອງ ໄດ້​ຕິດ​ຕັ້ງ​ລະ​ບົບ​ເຊື່ອມ​ຕໍ່​ຖານ​ຂໍ້​ມູນ​ຄົນ​ເຂົ້າ-​
ອອກ​ເມືອງ ທຸກ​ດ່ານ​ສາ​ກົ​ນ ເຂົ້າ​ດ້ວຍ​ກັນ​ເຮັດ​ໃຫ້​ສາ​ມາດກວດ​ກາ​ຄົນ​ເຂົ້າ-ອອກ​ເມືອງ
ໄດ້​ຕະ​ຫຼອດ​ເວ​ລາ​ໃນ​ທົ່ວ​ປະ​ເທດ.

ພົນຕີ ກອງ​ທອງ ພົງ​ວິ​ຈິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ງົບພາຍ​ໃນ
ຖະ​ແຫຼງ​ຢືນ​ຢັນ​ວ່າ ກົມ​ຕຳ​ຫຼວດກວດ​ຄົນ​ເຂົ້າ​-ອອກເມືອງ ໄດ້​ສຳ​ເລັດ​ການ​ຕິດ​ຕັ້ງ
ລະ​ບົບ​ເຊື່ອມ​ຕໍ່​ຖານ​ຂໍ້​ມູນການ​ເຂົ້າ-​ອອກ​ເມືອງ ຢູ່​ດ່ານ​ສາ​ກົນ ທັງ 27 ດ່ານ ໃນ​ທົ່ວ
​ປະ​ເທດ​ເຂົ້າ​ດ້ວຍ​ກັນ ທັງ​ໝົດ​ແລ້ວ ໃນ​ປັດ​ຈຸ​ບັນ​ນີ້ ຊຶ່ງ​ເຮັດ​ໃຫ້​ສະ​ດວກ ຕໍ່​ການກວດ​ກາ
ການເຂົ້າ-​ອອກ​ເມືອງ ແລະ​ການ​ດຳ​ເນີນ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ສະ​ງົບ​ພາຍ​ໃນ
ໄດ້​ຢ່າງ​ມີ​ປ​ະສິດ​ທິ​ພາບ​ສູງ​ຂຶ້ນ ເນື່ອງ​ຈາກ​ລະ​ບົບ​ດັ່ງ​ກ່າວ​ນີ້ ເຮັດ​ໃຫ້ກົມ​ຕຳ​ຫຼວດກວດ
​ຄົນ​ເຂົ້າ​-ອອກເມືອງ ຢູ່​ຂັ້ນ​ສູນ​ກາງ ສາ​ມາດ​ທີ່​ຈະ​ກວດ​ກາ​ການ​ເຂົ້າ-ອອກ​ເມືອງ​ຂອງ​
ຄົນ​ລາວ ແລະ​ຊາວ​ຕ່າງ​ຊາດ ໄດ້​ຢ່າງ​ທົ່ວ​ເຖິງ ແລະ​ຕະ​ຫຼອດ​ເວ​ລາ ດັ່ງ​ທີ່ ພົນຕີ ກອງ​
ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ: “ການ​ເຊື່ອມ​ຕໍ່​ຖານ​ຂໍ້​ມູນ ຢູ່​ບັນ​ດາ​ດ່ານ​ສາ​ກົນ​ຫາ ກົມ​ຕຳ
​ຫຼວດກວດ​ຄົນ​ເຂົ້າ​-ອອກເມືອງປັດ​ຈຸ​ບັນສາ​ມາດເຊື່ອມ​ຕໍ່​ຖານ​ຂໍ້​ມູນ ຢູ່​ບັນ​ດາ​ດ່ານ
​ສາ​ກົນເຂົ້າ​ຫາ​ສູນ​ກາງ​ກົມ​ ຕມ. 27 ດ່ານ​ສາ​ກົນ ລະ​ບົບ​ອອນ​ໄລ​ນ໌ ຄົນ​ເຂົ້າ​-ອອກ
ເມືອງຢູ່​ປະ​ຕູ​ດ່ານ​ສາ​ກົນ ຊຶ່ງ​ແມ່ນ​ຢູ່​ຂົວມິດ​ຕະ​ພາບ 1, ຂົວ​ມິດ​ຕະ​ພາບ 2, ລະ​ບົບ​ຖ​ານ​
ເຊື່ອມ​ຕໍ່ ກົມ ຕມ. ສາ​ມາດ​ຕິດ​ຕາມ​ເຫັນ​ໄດ້​ຕົວ​ເລກທີ່​ຍັ້ງ​ຢຶນ​ການ​ເຂົ້າ​-ອອກ ຢູ່​ໃນ
​ແຕ່​ລະ​ມື້.”

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອົງ​ການ Human Right Watch ປະ​ຈຳພູ​ມິ​ພາກ​ເອ​ເຊຍ​
ຕາ​ເວັນ​ອອກ​ສຽງ​ໃຕ້ ບອກວ່າ​ການ​ເຊື່ອມ​ຕໍ່​ລະ​ບົບ​ຖານ​ຂໍ້​ມູນ​ຄົນ​ເຂົ້າ​-ອອກເມືອງຂອງ
​ທາງ​ການ​ລາວ ຍັງ​ໄດ້​ເພັ່ງ​ເລັງ ໃສ່​ການ​ເດີນ​ທາງ​ເຂົ້າ-ອອກ​ລາວ ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​
ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ (NGO) ດ້ວຍ ໂດຍ​ສະ​ເພາະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​
ອົງ​ການ​ທີ່​ເຄື່ອນ​ໄຫວ ແລະ​ລົນ​ນະ​ລົງ​ເພື່ອ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ໃນ​ລຸ່ມ
ແມ່​ນ້ຳ​ຂອງ ທີ່​ບໍ່​ເຫັນດີ​ກັບ​ແຜນ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ ​ໃສ່​ແມ່​ນ້ຳ​ຂອງ​ຂອງ​ລັດ​ຖະ​ບານ​
ລາວໂດຍ​ເກງວ່າ ຈະ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ທີ່​ຂັດ​ແຍ້ງ​ກັບ​ນະ​ໂນ​ບາຍ​ຂອງລັດ​ຖະ​ບານ​
ລາວ​ນັ້ນ​ເອງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ໄດ້​ໃ​ຫ້​ການ​ຢືນ​ຢັນວ່​າ
ບັນ​ດາ​ສື່ມວນ​ຊົນ ທຸກ​ຂະ​ແຫນງ ໃນ​ລາວ​ຈະ​ຕ້ອງ​ປະ​ຕິ​ບັດໜ້າ​ທີ່ ໃນຖາ​ນະ ທີ່​ເປັນ​
ກະ​ບອກ​ສຽງ​ຂອງ​ພັກ​ແລະ​ລັດ​ຖະ​ບານ​ລາວ ຢ່າງ​ແຂງ​ແຮງ ແລະ​ຈະ​ຕ້ອງ​ພັດ​ທະ​ນາ​
ຕົວ​ເອງ​ໃຫ້​ທັນ ກັບ​ສະ​ພາບ​ການ​ຕ່າງໆ ທັງ​ພາຍ​ໃນແລະ​ນອກ​ປະ​ເທດ​ທີ່​ມີ​ການ​ປ່ຽນ
​ແປງຈະ​ຫຼອດ​ເວ​ລາ ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ສະ​ເໜີ​ຂໍ້​ມູນ​ຂ່າວ​ສານ​ຜ່ານ​ສື່​ສັງ​ຄົມ​
ອອນ​ໄລ​ນ໌ ນັ້ນ​ຕ້ອງ​ສາ​ມາດ​ຕອບ​ໂຕ້​ກັບ​ສື່​ສັງ​ຄົມ​ທີ່​ສະ​ເໜີ​ຂໍ້​ມູນ​ຂ່າວ​ສານ​ໃນ​ລັກ​ສະ​ນະ​
ທີ່​ເປັນ​ປໍ​ລະ​ປັກຕໍ່​ພັກ​ແລະ​ລັດ​ຖະ​ບານ​ລາວ​ໃຫ້​ໄດ້​ຢ່າງ​ເທົ່າ​ທັນ​ກັບ​ສະ​ພາບ​ການ​ທີ່​ເກີດ​ຂຶ້ນ.

ທາງ​ດ້ານຄະ​ນະ​ໂຄ​ສະ​ນາ​ອົບ​ຮົບ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ລາຍ​ງານ​ວ່າ
ການ​ຕິດ​ຕາມ​ການ​ລາຍ​ງານ​ຂ່າວ​ສານ​ຂອງ​ບັນ​ດາ​ສື່ມວນ​ຊົນ​ຕ່າງ​ປະ​ເທດ​ແລະ​ທ້ອງ​ຖິ່ນ
ທີ່​ມີ​ຜົນ​ດ້ານ​ຈິດ​ຕະ​ສາດ ຕໍ່​ປະ​ຊາ​ຊົນ​ລາວ ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ສະ​ເໜີ​ຂໍ້​ມູນ
​ຂ່າວ​ສານ​ທີ່​ບິດ​ເບືອນ​ຄວາມ​ຈິງ ດ້ວຍ​ຫວັງ​ທີ່​ຈະ​ໃສ່ຮ້າຍ​ປ້າຍ​ສີ ຕໍ່​ການ​ນຳ​ຂອງ​ພັກ-
ລັດ​ນັ້ນ ​ຍັງ​ຖື​ວ່າ​ເປັນ​ພາ​ລະ​ໜ້າ​ທີ່​ສຳ​ຄັນ​ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົບ​ສູນ​ກາງ​ພັກ
ຈະ​ຕ້ອງ​ຕິດ​ຕາມ​ແລະ​ກວດ​ກາ​ຢ່າງ​ໃກ້​ຊິດ.

ທັງນີ້ ໂດຍ​ຄະ​ນະໂຄ​ສະ​ນາອົບ​ຮົບ​ສູນ​ກາງ​ພັກ ໄດ້​ຈັດ​ໃຫ້​ມີ​ການ​ຝຶກອົບ​ຮົບ​ພະ​ນັກ​ງານ
​ພັກ-ລັດ ແລະ​ປະ​ຊາຊົນ​ລາວ ໃນ​ທົ່ວ​ປະ​ເທດ​ໄດ້ 200 ກວ່າ​ຄັ້ງ ໂດຍ​ມີ​ພະ​ນັກງານ​ພັກ-
ລັດ ແລະ​ປະ​ຊາຊົນ​ລາວ ເຂົ້າ​ຮ່ວມ​ຫຼາຍກວ່າ 3 ລ້ານເທື່ອ​ຄົນ ຕໍ່​ປີ ທັງ​ຍັງ​ຈະ​ສືບ​ຕໍ່
​ດຳ​ເນີນ​ການ​ດັ່ງ​ກ່າວ​ນີ້ ໃຫ້​ກວ້າງ​ຂວາງ​ຫຼາຍ​ຂຶ້ນ ໃນ​ຕະ​ຫຼອດ​ປີ 2019 ນີ້​ອີກ​ດ້ວຍ.

ປັດ​ຈຸ​ບັນ​ນີ້ ມີ​ຜູ້​ໃຊ້​ໂທ​ລະ​ສັບ​ມື​ຖື 6.5 ລ້ານກວ່າ​ຄົນ ຫຼື 95 ເປີ​ເຊັນຂອງ​ປະ​ຊາ​ກອນ​ລາວ
ທັງ​ໝົດ ຊຶ່ງ​ນີ້​ມີ​ຫຼາຍກວ່າ 3 ລ້ານ​ຄົນ ທີ່​ນຳ​ໃຊ້​ສື່​ສັງ​ຄົມສ່ວນ​ສະ​ຖາ​ນີ​ວິທະຍຸ ກໍ​ມີ​ຢູ່ 63
ແຫ່ງ ສະ​ພາ​ນີ​ໂທ​ລະ​ພາບ 37 ແຫ່ງ ລະ​ບົບ​ໂທ​ລະ​ໂຂ່ງ ຢູ່​ໃນ 4,835 ບ້ານ ຈາກ​ທັງ​ໝົດ
6,662 ບ້ານ ໃນ​ທົ່ວ​ປະ​ເທດ ໜັງ​ສື​ພິມ 29 ສະ​ບັບ ສ່ວນນອກ​ນັ້ນ ເປັນ​ວາ​ລະ​ສານ
​ລາຍ​ສັບ​ປະ​ດາ​ແລະ​ລາຍ​ເດືອນ 115 ສະ​ບັບ.

XS
SM
MD
LG