ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານສານປະຊາຊົນສູງສຸດຂອງ ລາວ ຢືນຢັນວ່າຈະດຳເນີນທຸກມາດຕະການ ເພື່ອຮັບປະກັນຄວາມໂປ່ງໃສຢ່າງແທ້ຈິງ.


ບັນດາໄອຍະການລາວ.
ບັນດາໄອຍະການລາວ.

ປະທານສານປະຊາຊົນສູງສຸດຂອງ ລາວ ຢືນຢັນວ່າຈະດຳເນີນທຸກມາດຕະການ ເພື່ອຮັບປະກັນວ່າການຕັດວິນຄະດີໂດຍຜູ້ພິພາກສາ ແລະ ການປະຕິບັດໜ້າທີ່ຂອງພະນັກງານສານມີຄວາມໂປ່ງໃສຢ່າງແທ້ຈິງ.

ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດຢືນຢັນວ່າຈະດຳເນີນມາດຕະການໃນທຸກດ້ານ ເພື່ອຮັບປະກັນວ່າການຕັດສິນຄະດີໂດຍຜູ້ພິພາກສາ ແລະ ການປະຕິບັດໜ້າທີ່ຂອງພະນັກງານສານທຸກຂັ້ນໃນທົ່ວປະເທດໄດ້ດຳເນີນໄປຢ່າງໂປ່ງໃສ ແລະ ຍຸຕິທຳຢ່າງແທ້ຈິງຢ່າງແທ້ຈິງ ໂດຍມາດຕະການນຶ່ງທີ່ໄດ້ດຳເນີນການແລ້ວໃນເວລານີ້ຄືການກວດສອບສາຍພົວພັນລະ ຫວ່າງ ຜູ້ພິພາກສາ ແລະ ພະນັກງານກັບຄູ່ຄວາມໃນຄະດີທີ່ລວມເຖິງການກວດກາຄຳຮ້ອງຂອງຄູ່ຄວາມໃນຄະດີທີ່ກ່ຽວກັບການຄັດຄ້ານການແຕ່ງຕັ້ງຜູ້ພິພາກສາ ແລະ ພະນັກງານສານທີ່ຮັບຜິດ ຊອບໃນຄະດີດ້ວຍ ອັນຖືເປັນມາດຕະການສຳຄັນທີ່ນຳໃຊ້ເພື່ອການສະກັດກັ້ນບໍ່ໃຫ້ມີສາຍພົວພັນເກີດຂຶ້ນໃນທຸກຄະດີຄວາມດັ່ງທີ່ທ່ານນາງ ວຽງທອງ ໄດ້ໃຫ້ການຢືນຢັນວ່າ

“ໄດ້ກຳນົດມາດຕະການໃນການດຳເນີນຄະດີແຕ່ລະຂັ້ນຕອນຕາມຫຼັກການໃນການດຳເນີນຄະດີ ເພື່ອວ່າເຮັດໃຫ້ຈ່າສານ, ຜູ້ຊ່ວຍຜູ້ພິພາກສາ, ຜູ້ພິພາກສາຈະໄດ້ຫຼີກລ່ຽງໃນການພົວພັນນກັບຄູ່ຄວາມ ອັນທີ 2 ຈະຕ້ອງໄດ້ເບິ່ງອີກກ່ຽວກັບການຄ້ານຕົວຜູ້ດຳເນີນຄະດີ, ສິເປັນຜູ້ພິພາກສາ ຈ່າສານບໍ່ ຜູ້ຊ່ວຍອີສັງຈະຕ້ອງໄດ້ເບິ່ງຕື່ມ ແລ້ວກະໄປພ້ອມໆນັ້ນ ກະໄດ້ມີການແນະນຳເລື່ອງການປະຕິບັດຢູ່ແຕ່ລະຂັ້ນຕອນໃຫ້ເອົາໃຈໃສ່ໃນຄວາມໂປ່ງໃສໃນການຕີລາຄາກົດໝາຍໃຫ້ເອກະພາບກັນ.”

ທ່ານນາງ ວຽງທອງ ຍັງໃຫ້ການຢືນຢັນດ້ວຍວ່າປະຊາຊົນ ລາວ ໄດ້ຕັ້ງຂໍ້ສົງໄສຕໍ່ການຈັດຕັ້ງປະຕິ ບັດໜ້າທີ່ຂອງບັນດາຜູ້ພິພາກສາ ແລະ ພະນັກງານສານທຸກຂັ້ນເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນຂໍ້ສົງໄສຕໍ່ການພິຈາລະນາຕັດສິນ ແລະ ການດຳເນີນຄະດີທີ່ບໍ່ໂປ່ງໃສ ແລະ ບໍ່ຍຸຕິທຳ.

ສ່ວນທ່ານ ໄພວີ ສີບົວລະພາ ລັດຖະມົນຕີກະຊວງຍຸຕິທຳກໍຍອມຮັບວ່າການຈັດຕັ້ງປະຕິບັດຂະ ບວນການໃນດ້ານຕຸລາການ-ສານຍຸຕິທຳຂອງ ລາວ ໃນປັດຈຸບັນຍັງບໍ່ມີປະສິດທິພາບ ແລະ ຍັງບໍ່ທັນໄດ້ລະດັບມາດຕະຖານສາກົນໃນທຸກດ້ານ ໂດຍສະເພາະແມ່ນດ້ານບຸກຄະລາກອນທີ່ບໍ່ມີຄຸນ ນະພາບ ແລະ ປະຕິບັດໜ້າທີ່ໂດຍບໍ່ໂປ່ງໃສ ຊຶ່ງເຫັນໄດ້ຈາກການທີ່ສາມາດບັງຄັບຄະດີຕາມການຕັດສິນຂອງສານໄດ້ພຽງແຕ່ 3.43 ເປີເຊັນຂອງຄະດີອາຍາທັງໝົດ 32,229 ຄະດີກັບ 7.97 ເປີ ເຊັນຂອງຄະດີແພ່ງທັງໝົດ 8,798 ຄະດີໃນປີ 2021 ທີ່ຜ່ານມາ.

ພາຍໃຕ້ສະພາບການດັ່ງກ່າວນີ້ຈຶ່ງເຮັດໃຫ້ເກີດບັນຫາ ກ່ຽວກັບ ການມີຄະດີຄ້າງຢູ່ສານປະຊາຊົນ ລາວ ທຸກຂັ້ນເພີ່ມຂຶ້ນນັບມື້ ໂດຍມີສາເຫດທີ່ສຳຄັນມາຈາກຄວາມບົກຜ່ອງໃນການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານສານທີ່ບໍ່ໄດ້ອີງກັບສະພາບບັນຫາທີ່ເປັນຈິງ ຈຶ່ງເຮັດໃຫ້ຄູ່ຄວາມຄະດີບໍ່ຍອມຮັບການຕັດສິນຂອງສານ ແລະ ໄດ້ຟ້ອງຮ້ອງໃຫ້ເປັນຄະດີຄວາມຕໍ່ໄປອີກ ສ່ວນຄູ່ຄວາມທີ່ມີສາຍພົວພັນໃນວົງການພັກລັດທີ່ເໜືອກວ່າອີກຝ່າຍນຶ່ງນັ້ນກໍເປັນອີກສາເຫດນຶ່ງທີ່ເຮັດໃຫ້ຄູ່ຄວາມໃນຄະດີບໍ່ຍອມຮັບຜິດຊອບຕາມການຕັດສິນຂອງສານ ເພາະໝັ້ນໃຈວ່າດ້ວຍສາຍພົວພັນໃນວົງ ການພັກ-ລັດນັ້ນຈະເຮັດໃຫ້ຝ່າຍຕົນພົ້ນຈາກຄວາມຜິດໄດ້ໃນທີ່ສຸດ ໂດຍສະເພາະແມ່ນໃນຂັ້ນຮວບຮວມພະຍານຫຼັກຖານ ເພື່ອປະກອບສຳນວນຄະດີໃນການຟ້ອງຮ້ອງຕໍ່ສານ ໂດຍພະນັກງານໄອຍະການນັ້ນກໍນັບເປັນປັດໄຈສຳຄັນທີ່ເຮັດໃຫ້ຜູ້ທີ່ກະທຳຄວາມຜິດໃນຄະດີກາຍເປັນຝ່າຍທີ່ບໍ່ຕ້ອງຮັບໂທດໃດໆໃນຄະດີຄວາມໄດ້ອີກດ້ວຍ.

ທາງດ້ານອົງການ Human Rights Watch ກໍສະເໜີລາຍງານວ່າການບັງຄັບໃຊ້ກົດໝາຍໃນ ລາວ ຍັງບໍ່ມີປະສິດທິພາບ ທັງຍັງປາກົດດ້ວຍວ່າໄດ້ມີການບັງຄັບໃຊ້ກົດໝາຍເກົ່າທີ່ຖືກແທນໂດຍກົດໝາຍໃໝ່ໄປແລ້ວ ຊຶ່ງພາຍໃຕ້ສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ມີການເລືອກປະຕິບັດກົດ ໝາຍຕໍ່ປະຊາຊົນທີ່ຂັດແຍ້ງກັບພະນັກງານລັດ ໂດຍສະເພາະແມ່ນການຂັດແຍ້ງທີ່ກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນຢ່າງບໍ່ຍຸຕິທຳນັ້ນ ໂດຍເຫັນໄດ້ຈາກການທີ່ນາຍົກລັດຖະມົນຕີ ລາວ ໄດ້ອອກຄຳສັ່ງໃຫ້ເລັ່ງດ່ວນບັງຄັບຕິດຕາມການຕັດສິນຂອງສານ ເພື່ອເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ສັດທາຕໍ່ລະບົບຍຸຕິທຳຂອງ ລາວ.

ສ່ວນອົງການ USAID ຂອງ ສະຫະລັດ ອາເມຣິກາ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ໃນການພັດທະນາໂຄງຂ່າຍການເຜີຍແຜ່ກົດໝາຍຕ່າງໆດ້ວຍແອັບພລີເຄຊັ້ນ ໃນລະບົບໂທລະ ສັບມືຖືທັນສະໄໝ ແນໃສ່ເຮັດໃຫ້ປະຊາຊົນ ລາວ ສາມາດເຂົ້າເຖິງ ແລະ ໄດ້ຮັບຂ່າວສານດ້ານລະບຽບກົດໝາຍຕ່າງໆຂອງລັດຖະບານໄດ້ຢ່າງເທົ່າທັນກັບສະພາບການຕົວຈິງ ທັງຍັງໄດ້ພັດທະ ນາລະບົບທີ່ສາມາດເຊື່ອມໂຍງເຂົ້າກັບຕະຫຼາດໂລກໄດ້ຢ່າງມີປະສິດທິພາບເພື່ອເຮັດໃຫ້ນັກທຸລະ ກິດ ລາວ ແລະ ຊາວຕ່າງຊາດສາມາດເຂົ້າເຖິງນິຕິກຳຕ່າງໆຂອງ ລາວ ໄດ້ຢ່າງສະດວກວ່ອງໄວ.

XS
SM
MD
LG