ລິ້ງ ສຳຫລັບເຂົ້າຫາ

ການບໍລິການ ດ້ານສາທາລະນະສຸກຂອງ ລາວ ຢູ່ຊົນນະບົດ ບໍ່ສາມາດປະຕິບັດໄດ້ ຍ້ອນ ຂາດແຄນງົບປະມານ


ການບໍລິການສຸຂະພາຍຢູ່ເຂດຊົນນະບົດ ໃນ ສປປ ລາວ.

ການບໍລິການດ້ານສາທາລະນະສຸກຂອງລາວ ຍັງບໍ່ສາມາດຕອບສະໜອງ ແລະ ໃຫ້ບໍລິ
ການແກ່ປະຊາຊົນໃນເຂດຊົນນະບົດໄດ້ຢ່າງທົ່ວເຖິງ ເພາະວ່າລັດຖະບານ ລາວຍັງຂາດ
ງົບປະມານສະໜັບສະໜູນຢ່າງຫຼວງຫຼາຍ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ຍອມຮັບວ່າ
ວຽກງານບໍລິການດ້ານສາທາລະນະສຸກໃນແຂວງຫຼວງນໍ້າທາ ໃນປັດຈຸບັນ ຍັງຕ້ອງປະ
ເຊີນກັບຂໍ້ຈຳກັດໃນຫຼາຍດ້ານ ໂດຍມີສາເຫດສຳຄັນມາຈາກການຂາດ ແຄນທາງດ້ານງົບ
ປະມານຢ່າງໜັກ ແລະເມື່ອປະກອບກັບພື້ນທີ່ 85 ເປີເຊັນ ໃນ ແຂວງຫຼວງນໍ້າທາ ກໍເປັນ
ເຂດຊົນນະບົດຫ່າງໄກສອກຫຼີກທີີ່ມີຂໍ້ຈຳກັດໃນດ້ານ ການເດີນທາງ ຮວມເຖິງປະຊາຊົນ
ສ່ວນໃຫຍ່ກໍບໍ່ມີຄວາມຮູ້ ແລະຄວາມເຂົ້າໃຈໃນ ຫລັກການດ້ານສາທາລະນະສຸກດ້ວຍ
ແລ້ວ ຈຶ່ງເປັນການຍາກຢ່າງຍິ່ງທີ່ທາງການ ແຂວງຫຼວງນໍ້າທາ ຈະສາມາດໃຫ້ບໍລິການ
ດ້ານສາທາລະນະສຸກແກ່ປະຊາຊົນໄດ້ ຢ່າງທົ່ວເຖິງ ດັ່ງທີ່ທ່ານແກ້ວ ໄດ້ໃຫ້ການຢືນ
ຢັນວ່າ:

“ເຂດພູດອຍນີ້ ແມ່ນກວມ 85 ເປີເຊັນ ຫຍຸ້ງຍາກໃນການເດີນທາງ ຄັນຝົນຕົກ ຫຼາຍກະຖື
ວ່າບໍ່ສາມາດເຄື່ອນໄຫວໄດ້ ແລ້ວກະເລື້ອງປະຊາຊົນ ກໍຖືວ່າມີຫຼາຍຊົນເຜົ່າ ຈຳນວນນຶ່ງ
ກະຍັງບໍ່ເຂົ້າໃຈຕໍ່ກັບວຽກງານ ນຶ່ງກະແມ່ນເວົ້າເລື້ອງ ອຸບປະກອນການແພດຈຳນວນນຶ່ງ
ໂດຍສະເພາະກະແມ່ນຢູ່ໂຮງໝໍນ້ອຍຫັ້ນ ພວກເຮົາພົບບັນຫາຫຼາຍ ມາຮອດປັດຈຸບັນນີ້
ງົບປະມານເຮົາກໍຈຳກັດ ເລື້ອງການສ້ອມການແປງ ແລະການກໍ່ສ້າງພົບຄວາມຫຍູ້ງຍາກ
ມີເປ່ເພຫຼາຍບ່ອນ.”

ປັດຈຸບັນໃນທົ່ວປະເທດລາວ ມີໂຮງໝໍແຂວງ 17 ແຫ່ງ ໂຮງໝໍເມືອງ 135 ແຫ່ງສຸກສາລາ
ຢູ່ເຂດຊົນນະບົດ 1,020 ແຫ່ງ ສ່ວນເຂດນະຄອນຫຼວງວຽງຈັນ ມີໂຮງໝໍລັດ 4 ແຫ່ງ ຄື
ໂຮງໝໍມິດຕະພາບ ໂຮງໝໍມະໂຫສົດ ໂຮງໝໍເສດຖາທິລາດ ແລະໂຮງໝໍ 103 ນອກຈາກ
ນີ້ກໍມີຄລິນິກເອກກະຊົນ 1,050 ແຫ່ງ ໂຮງໝໍເອກກະຊົນ 27 ແຫ່ງ ໃນນີ້ 18 ແຫ່ງ ຢູ່ໃນ
ເຂດນະຄອນຫຼວງວຽງຈັນ ກັບ 9 ແຫ່ງຢູ່ໃນເຂດຕ່າງແຂວງ ຈຶ່ງເຫັນໄດ້ວ່າ ຍັງມີການແຕກ
ໂຕນກັນໃນດ້ານສາທາລະນະສຸກ ລະຫວ່າງເຂດເມືອງ

ກັບເຂດຊົນນະບົດ ທັງຍັງຖືເປັນສາເສດສຳຄັນທີ່ເຮັດໃຫ້ເດັກ ອາຍຸຕໍ່າກວ່າ 5 ປີ ໃນລາວ
ມີສ່ວນສູງຕໍ່າກວ່າເກນເຖິງ 38 ເປີເຊັນ ສ່ວນເດັກນໍ້ານັກຕໍ່າກວ່າເກນ ມີເຖິງ 27 ເປີເຊັນ
ເດັກອາຍຸຕໍ່າກວ່າ 1 ປີ ເສຍຊີວິດ 45/1,000 ຄົນ ການເສຍຊີວິດຂອງແມ່ຂະນະຖືພາກໍ
ສູງເຖິງ197/1 ແສນຄົນ ແລະມີພຽງ 54 ເປີເຊັນ ທີ່ເກີດລູກໂດຍມີໝໍໃຫ້ການຊ່ວຍເຫຼືອ.

ສ່່ວນ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີກໍຍອມຮັບວ່າການຈັດຕັ້ງປະຕິບັດ ແຜນ
ການພັດທະນາເຍົາວະຊົນລາວໃນຊ່ວງປີ 2016-2020 ຜ່ານມາຍັງບໍ່ສາ ມາດບັນລຸເປົ້າ
ໝາຍທີ່ວາງໄວ້ໃນຫຼາຍດ້ານ ໂດຍສະເພາະໃນດ້ານໂພສະນາການ ທີ່ຂາດແຄນ ການສຶກ
ສາຂັ້ນພື້ນຖານທີ່ບໍ່ທົ່ວເຖິງການພົວພັນກັບບັນຫາຢາເສບຕິດ ແນວຄິດທາງສັງຄົມທີ່
ຫລ້າຫຼັງ ແລະງົມງວາຍນັ້ນ ກໍເປັນບັນຫາທີ່ແກ້ໄຂໄດ້ຍາກ ແລະເປັນກຸ່ມອຸບປະສັກຕໍ່ການ
ຈັດຕັ້ງປະຕິບັດແຜນການໃຫ້ມີປະສິດທິຜົນອີກດ້ວຍ ດັ່ງທີີ່ທ່ານພັນຄຳ ໄດ້ໃຫ້ການຢືນ
ຢັນວ່າ:

“ພວກເຮົາຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນບັນຫາທາງ ດ້ານໂພ
ສະນາການ ສະພາວະເດັກນ້ອຍເຮົາຂາດສານອາຫານ ອັດຕາເຂົ້າ ຮຽນໃນພາກການສຶກ
ສາກ່ອນໄວຮຽນ ແລະການສຶກສາໃນພາກບັງຄັບ ບັນຫາຢາ ເສບຕິດ ແລະບັນຫາອື່ນໆທີ່
ຍັງເປັນໄພຄຸກຄາມ ແລະຈຳກັດການພັດທະນາເດັກ ຂອງປະເທດເຮົາ ນອກຈາກນັ້ນ
ຄວາມເຂົ້າໃຈໃນສັງຄົມ ແລະຮີດຄອງປະເພນີ ຢູ່ໃນເຂດຫ່າງໄກສອກຫຫຼີກຍັງຍຶດຖືທັດ
ສະນະຄະຕິແບບງົມງວາຍ ແລະປັບປຸງ ປ່ຽນແປງໄດ້ຊ້າ.”

ໃນປັດຈຸບັນ ອັດຕາການເຂົ້າຮຽນຂອງເດັກນ້ອຍລາວອາຍຸ 3 ຫາ 5 ປີ ຢູ່ທີ່ລະດັບ 49 ເປີ
ເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນແລະມັດທະຍົມ
ປາຍຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລຳດັບ
ຊຶ່ງກໍຖືເປັນການພັດທະນາດ້ານການ ສຶກສາ ທີ່ມີການຂະຫຍາຍໂຕເພີ້ມຂຶ້ນໃນທຸກດ້ານ
ຫາກແຕ່ວ່າການພັດທະນາ ການສຶກສາໃນລາວຍັງຂາດຄຸນນະພາບ ເຫັນໄດ້ຈາກອັດຕາ
ການຄ້າງຫ້ອງໃນ ລະດັບປະຖົມສຶກສາຍັງຢູ່ທີ່ລະດັບ 3.8 ເປີເຊັນ ສ່ວນບັນຫາຍາກຈົນ
ຂອງປະຊາຊົນລາວໃນເຂດຊົນນະບົດກຍັງເຮັດໃຫ້ເດັກນ້ອຍລາວຕ້ອງປະການ ຮຽນໃນ
ອັດຕາສະເລ່ຍເຖິງ 20 ເປີເຊັນ.

ສ່ວນອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ລາຍງານວ່າ ການຈັດຕັ້ງ
ປະຕິບັດເປົ້າໝາຍ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງແມ່ແລະເດັກໃນ
ລາວຍັງບໍ່ສາມາດບັນລຸເປົ້າໝາຍໃນ 4 ດ້ານກໍຄື ການເກີດລູກໂດຍມີໝໍໃຫ້ການຊ່ວເຫຼືອ
ການສັກຢາວັກຊີນກັນພະຍາດສຳລັບ ເດັກອາຍຸຕ່ຳກວ່າ 5 ປີ ການຫລຸດການເສຍຊີວິດ
ຂອງເດັກທີ່ອາຍຸຕໍ່າກວ່າ 1

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG