ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການ ລາວ ເຕືອນປະຊາຊົນ ໃຫ້ປະຕິບັດມາດຕະການ ສະກັດກັ້ນການລະບາດ ຂອງເຊື້ອໄວຣັສ COVID-19 ຢ່າງເຄັ່ງຄັດ


ປະຊາຊົນລາວທີ່ຫາຍດີຈາກໄວຣັສໂຄໂຣນາ ຢືນຢູ່ຕໍ່ໜ້າໂຮງໝໍ.
ປະຊາຊົນລາວທີ່ຫາຍດີຈາກໄວຣັສໂຄໂຣນາ ຢືນຢູ່ຕໍ່ໜ້າໂຮງໝໍ.

ທາງການ ລາວ ເຕືອນປະຊາຊົນໃຫ້ປະຕິບັດມາດຕະການສະກັດກັ້ນການລະບາດຂອງເຊື້ອໄວຣັສ COVID-19 ຢ່າງເຄັ່ງຄັດ ເພາະມີຜູ້ຕິດເຊື້ອ 2 ຄົນທີ່ບໍ່ສະແດງອາການເລີຍ ນັບແຕ່ມື້ເຂົ້າຮັກສາຈົນເຖິງມື້ເຊົາປ່ວຍ.

ດຣ. ໝາຍປອງ ໄມຊາຍ ຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຈະພາບ ຢືນຢັນວ່າ ໃນຈຳນວນຜູ້ຕິດເຊື້ອໄວຣັສ COVID-19 ໃນ ລາວ 19 ຄົນຈາການສຸ່ມກວດ 2,418 ຄົນນັ້ນ ປາ ກົດມີ 2 ຄົນທີ່ຕິດເຊື້ອແຕ່ບໍ່ສະແດງອາການເລີຍນັບຈາກມື້ທີ່ເຂົ້າຮັກສາປິ່ນປົວຈົນເຊົາປ່ວຍ ແລະ ໄດ້ຮັບອະນຸຍາດໃຫ້ອອກຈາກໂຮງໝໍກັບຄືນໄປໃຊ້ຊີວິດຕາມປົກກະຕິແລ້ວໃນປັດຈຸບັນ ຊຶ່ງຈາກກໍລະນີດັ່ງກ່າວນີ້ ເຮັດໃຫ້ມີຄວາມເປັນໄປໄດ້ທີ່ໃນ ລາວ ຍັງມີຜູ້ຕິດເຊື້ອໄວຣັສ COVID-19 ທີ່ບໍ່ສະແດງອາການ ແລະ ຍັງໃຊ້ຊີວິດຢູ່ໃນສັງຄົມຕາມປົກກະຕິ ສະນັ້ນຈຶ່ງມີຄວາມເປັນໄດ້ສູງທີ່ຜູ້ຕິດເຊື້ອໄວຣັສ COVID-19 ທີ່ບໍ່ສະແດງອາການດັ່ງກ່າວນີ້ຈະນຳເອົາເຊື້ອໄວຣັສໄປຕິດແປດຄົນໃກ້ ຊິດ ແລະ ໃນສັງຄົມ ເພາະສະນັ້ນ ຈຶ່ງມີພຽງການປະຕິບັດຕາມມາດຕະການສະກັດກັ້ນການລະ ບາດຂອງໄວຣັສ COVID-19 ຢ່າງເຄັ່ງຄັດເທົ່ານັ້ນ ຈຶ່ງຈະສາມາດປ້ອງກັນການຕິດເຊື້ອຈາກຜູ້ປ່ວຍທີ່ບໍ່ສະແດງອາການດັ່ງກ່າວໄດ້ ດັ່ງທີ່ ດຣ. ໝາຍປອງ ໃຫ້ການຢືນຢັນວ່າ

“ສະເພາະຢູ່ ສປປ ລາວ ພວກເຮົາມີ 19 ກໍລະນີທີ່ວ່າມີເຊື້ອຢູ່ໃນຮ່າງກາຍ ໃນນັ້ນພວກເຮົາມີ 2 ກໍລະນີທີ່ບໍ່ສະແດງອາການຫຍັງໝົດ ຕັ້ງແຕ່ຕົ້ນຈົນຮອດອອກໂຮງໝໍ ສະນັ້ນຖ້າຫາກວ່າຄົນທີ່ວ່າບໍມີອາການຫຍັງສະແດງອອກຍ່າງໄປຢູ່ຕະຫຼາດ ຢູ່ໃນສັງຄົມເຮົາ ພວກເຮົາກໍບໍ່ມີທາງຈະຮູ້ເລີຍ ແລະ ພວກເຮົາສາມາດຕິດໄດ້ການສຶກສາຄົ້ນຄວ້າຢູ່ຕ່າງປະເທດຊີ້ໃຫ້ເຫັນວ່າ ຈຳນວນເຊື້ອໄວຣັສ COVID ຢູ່ໃນຄົນທີ່ຕິດເຊື້ອແລ້ວບໍ່ມີອາການກັບຄົນທີ່ຕິດເຊື້ອແລ້ວມີອາການ ບໍ່ຕ່າງກັນສາ ມາດສົ່ງເຊື້ອຈາກຜູ້ທີ່ມີເຊື້ອໄປຫາຜູ້ອື່ນໄດ້.”

ທັງນີ້ທາງການ ລາວ ໄດ້ອະນຸຍາດບັນດາຫົວໜ່ວຍທຸລະກິດການຄ້າ ແລະ ການບໍລິການຕ່າງໆໃຫ້ສາມາດເປີດກິດຈະການໄດ້ຊົ່ວຄາວໃນຊ່ວງວັນທີ 4-17 ພຶດສະພາ 2020 ແຕ່ຈະຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດກໍຄືການຮັກສາໄລຍະຫ່າງລະຫວ່າງຄົນຕັ້ງແຕ່ 1​ແມັດຂຶ້ນໄປ ການລ້າງມືດ້ວຍສະບູ່ ແລະ ນໍ້າສະອາດ ຫຼື ເຈລລ້າງມື ການໃສ່ຜ້າອັດປາກ-ດັງ ການວັດອຸນຫະ ພູມຮ່າງກາຍ ແລະ ການອະນາໄມສະຖານທີ່ຕ່າງໆໃຫ້ສະອາດຢູ່ສະເໝີ ໂດຍສະເພາະແມ່ນໂຮງ ແຮມ, ຣີສອດ,​ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ,​ ຮ້ານຕັດຜົມ ແລະ ຮ້ານເສີມສວຍທີ່ໄດ້ຮັບອະນຸຍາດໃຫ່ດຳເນີນກິດຈະການໄດ້ໃນໄລຍະດັ່ງກ່າວນີ້ ກໍຍັງຈະຕ້ອງປະສານໃນດ້ານຂໍ້ມູນ-ຂ່າວ ສານກັບຄະນະສະເພາະກິດເພື່ອການຕ້ານ COVID-19 ຢ່າງໃກ້ຊິດອີກດ້ວຍເພາະຖ້າຫາກກວດພົບວ່າມີລູກຄ້າ ຫຼື ແຂກຄົນໃດທີ່ອຸນຫະພູມຮ່າງກາຍເກີນກວ່າ 37.5 ອົງສາແຊວຊຽດ ກໍຈະຕ້ອງໂທລະສັບສາຍດ່ວນແຈ້ງໃຫ້ຄະນະສະເພາະກິດຂອງແຕ່ລະເຂດໄດ້ຮັບຊາບໃນທັນທີ ເພື່ອທີ່ວ່າຈະໄດ້ທຳການກວດອາການຂອງລູກຄ້າ ຫຼື ແຂກຄົນດັ່ງກ່າວວ່າມີ້ເຊື້ອໄວຣັສ COVID-19 ຢູ່ໃນຮ່າງກາຍຫຼືບໍ່.

ໃນໄລຍະທີ່ຜ່ານມາ ລັດຖະບານ ລາວ ໄດ້ອະນຸມັດງົບປະມານສຸກເສີນ 2 ຄັ້ງຄິດເປັນມູນຄ່າລວມ 30 ຕື້ກີບ ເພື່ອນຳໃຊ້ໃນການສະກັດກັ້ນການລະບາດຂອງໄວຣັສ COVID-19 ໂດຍສະເພາະແມ່ນການຊື້ເຄື່ອງມື ແລະ ອຸປະກອນທາງການແພດມູນຄ່າ 10 ຕື້ກີບ ແລະ ຈັດສັນໃຫ້ພາກສ່ວນຮັບຜິດຊອບຂັ້ນແຂວງໃນທົ່ວປະເທດມູນຄ່າ 15.9 ຕື້ກີບນັ້ນ ຖືເປັນຄ່າໃຊ້ຈ່າຍທີ່ມີຄວາມຈຳເປັນເລັ່ງດ່ວນ ສ່ວນການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດນັ້ນ ຄິດເປັນຈຳນວນເຖິງ 7.12 ຕື້ກີບ ກັບ 1.3 ກວ່າລ້ານບາດ ແລະ 37,390 ສ່ວນການຊ່ວຍເຫຼືອທີ່ເປັນເຄື່ອງ ມື ແລະ ອຸປະກອນທາງການແພດກໍຄິດເປັນມູນຄ່າກວ່າ 24 ຕື້ກີບ ຫາກແຕ່ວ່າກໍຍັງຕ້ອງການຄວາມຊ່ວຍເຫຼືອຈາກທຸກພາກສ່ວນເພີ່ມເຕີມອີກ.

ທາງດ້ານກະຊວງການເງິນກໍໄດ້ກູ້ຢືມເງິນສຸກເສີນມູນຄ່າ 18 ລ້ານໂດລາຈາກທະນາຄານໂລກ ເມື່ອວັນທີ 7 ເມສາ 2020 ທີ່ຜ່ານມາ ເພື່ອນຳໃຊ້ໃນການດຳເນີນມາດຕະການດ້ານການລະບາດຂອງໄວຣັສ COVID-19 ທີ່ແນໃສ່ການຍົກລະດັບປະສິດທິພາບການຈັດຕັ້ງປະຕິບັດການໃຫ້ສູງຂຶ້ນທັງການເຝົ້າລະວັງ ແລະ ການເພີ່ມຄວາມສາມາດໃນການຮັກສາຄົນປ່ວຍ COVID-19 ໂດຍທີມແພດ ລາວ ນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG