ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ສາມາດ ຜະລິດໄຟຟ້າ ໄດ້ຫຼາຍກວ່າ 37 ລ້ານກິໂລວັດໂມງຕໍ່ປີ ໂດຍມີແຫຼ່ງຜະລິດ 61 ແຫ່ງ


ເຂື່ອນໄຟຟ້າ ນ້ຳງື່ມ 1
ເຂື່ອນໄຟຟ້າ ນ້ຳງື່ມ 1

ລາວມີແຫລ່ງຜະລິດພະລັງງານໄຟຟ້າເພີ້ມຂຶ້ນ ເປັນ 61 ແຫ່ງໃນປັດຈຸບັນນີ້ ໂດຍມີ
ກຳລັງຕິດຕັ້ງລວມ ເກີນກວ່າ 7,200 ເມກາວັດ ທີ່ສາມາດຜະລິດພະລັງງານໄຟຟ້າໄດ້
ຫຼາຍກວ່າ 37,000 ລ້ານກິໂລວັດໂມງຕໍ່ປີ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນ
ວ່າ ໃນປັດຈຸບັນນີ້ ສປປ ລາວ ມີແຫລ່ງຜະລິດພະລັງງານໄຟຟ້າ 61 ແຫ່ງ ມີກຳລັງຕິດ
ຕັ້ງລວມເກີນກວ່າ 7,200 ເມກາວັດ ແລະສາມາດຜະລິດພະລັງງານໄຟຟ້າໄດ້ຫຼາຍ
ກວ່າ 37,000 ລ້ານກິໂລວັດ/ໂມງຕໍ່ປີ ໂດຍສ່ວນໃຫຍ່ ກໍເປັນພະລັງງານທີ່ຜະລິດ
ຈາກເຂື່ອນໄຟຟ້ານ້ຳຕົກ ພະລັງງານຈາກຖ່ານລິກໄນຕ໌ ພະລັງງານຈາກແສງອາທິດ
ແລະຊີວະມວນ ຫຼື Bio-Mass ຕາມລຳດັບ ດັ່ງທີ່ ທ່ານຄຳມະນີ ໃຫ້ການຢືນຢັນວ່າ:

"ປັດຈຸບັນນີ້ ແຫລ່ງຜະລິດພະລັງງານໄຟຟ້າພວກເຮົາ ໄດ້ກ້າວກະໂດດຂຶ້ນເປັນ 61
ແຫລ່ງ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 37,000 ລ້ານກິໂລວັດໂມງຕໍ່ປີ ແລະ
ກະມີເຂື່ອນຂະໜາດກາງຫາໃຫຍ່ 32 ແຫ່ງ ຂະໜາດນ້ອຍ 15 ເມກາວັດລົງມາ 21
ແຫ່ງ ໂຮງງານໄຟຟ້າຖ່ານຫີນ 1 ແຫ່ງ ໂຮງງານໄຟຟ້າພະລັງຄວາມຮ້ອນ ຈາກກາກ
ອ້ອຍ 15 ເມກາວັດລົງມາ 21 ແຫ່ງ ໂຮງງານໄຟຟ້າແສງຕາເວັນ 5 ແຫ່ງ ໂຄງການ
ເຫລົ່ານີ້ ແມ່ນໄດ້ທຳການຜະລິດເພື່ອຊົມໃຊ້ຢູ່ພາຍໃນ ແລະສົ່ງອອກ ຊຶ່ງເປັນຖານ
ລາຍຮັບເງິນຕາ ສ້າງຄວາມໝັ້ນຄົງໃຫ້ແກ່ປະເທດຊາດຂອງພວກເຮົາ."

ລາວ ມີໂຮງງານພະລັງໄຟຟ້າແສງອາທິດ 5 ແຫ່ງ
ລາວ ມີໂຮງງານພະລັງໄຟຟ້າແສງອາທິດ 5 ແຫ່ງ

ທາງດ້ານ ທານສຸລິນທອນ ເລື່ອງຄຳສິງ ນັກເສດຖະສາດ ທະນາຄານພັດທະນາເອເຊຍ
ຫຼື ADB ປະຈຳລາວ ຢືນຢັນວ່າ ການຜະລິດພະລັງງານໄຟຟ້າໃນຕະຫຼອດປີ 2018 ໄດ້
ຂະຫຍາຍຕົວເພີ້ມຂຶ້ນຈາກປີ 2017 ຄິດເປັນອັດຕາສະເລ່ຍ 7.5 ເປີເຊັນ ຊຶ່ງເຮັດໃຫ້
ການສົ່ງອອກພະລັງງານໄຟຟ້າຂອງລາວ ຍັງສືບຕໍ່ເພີ້ມສູງຂຶ້ນ ໂດຍສະເພາະແມ່ນການ
ສົ່ງພະລັງງານໄຟຟ້າ ໄປຂາຍໃຫ້ໄທ ໄດ້ປັບໂຕສູງຂຶ້ນເຖິງ 23 ເປີເຊັນ ຫາກແຕ່ດ້ວຍຜົນ
ກະທົບຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ 2018 ອັນ
ເປັນຜົນເຮັດໃຫ້ລັດຖະບານລາວ ຕ້ອງດຳເນີນມາດຕະການກວດສອບ ໂຄງການກໍ່ສ້າງ
ເຂື່ອນໄຟຟ້າທຸກໂຄງການໃນລາວ ໃນເວລານີ້ ກໍຍ່ອມຈະສົ່ງຜົນກະທົບຕໍ່ການຜະລິດ
ພະລັງງານໄຟຟ້າຂອງລາວ ໃນປີ 2019 ຢ່າງຫລີກລ່ຽງບໍ່ໄດ້.

ທັງນີ້ ໂດຍພາຍໃນປີ 2021 ລາວຈະມີແຫຼ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງການ
ທີ່ມີກຳລັງຕິດຕັ້ງລວມ ຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້
67,000 ລ້ານກິໂລວັດໂມງຕໍ່ປີ ໂດຍທີ່ 83 ເປີເຊັນ ຂອງພະລັງງານໄຟຟ້າທີ່ຜະລິດໄດ້
ທັງໝົດນີ້ ຈະສົ່ງອອກໄປຕ່າງປະເທດ ໂດຍສະເພາະ ກໍແມ່ນປະເທດໄທ ທີ່ໄດ້ຕົກລົງ
ຮັບຊີ້ພະລັງງານໄຟຟ້າຈາກລາວ ໃນປະລິມານລວມ 9,000 ເມກາວັດຕໍ່ປີ ເປັນເວລາ
25 ປີ ກໍຄືນັບຈາກປີ 2019 ຫາ 2044 ນັ້ນ.

ໂຮງງານໄຟຟ້າຖ່ານຫີນ ຫົງສາລິກໄນຕ໌ ໃນແຂວງໄຊຍະບູລີ
ໂຮງງານໄຟຟ້າຖ່ານຫີນ ຫົງສາລິກໄນຕ໌ ໃນແຂວງໄຊຍະບູລີ

ສຳລັບໃນປີ 2017 ຜ່ານມາ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT ໄດ້ນຳ
ເຂົ້າພະລັງງານໄຟຟ້າຈາກລາວ ໃນມູນຄ່າລວມ 39,217.89 ລ້ານບາດ ຫຼື ປະມານ
1,189 ລ້ານໂດລາ ແລະສະເພາະໃນຊ່ວງ 9 ເດືອນຂອງປີ 2018 ກໍປາກົດວ່າ ໄທ ໄດ້
ນຳເຂົ້າພະລັງງານໄຟຟ້າຈາກລາວ ເພີ້ມຂຶ້ນຈາກໄລຍະດຽວກັນ ໃນປີ 2017 ຄິດເປັນ
ອັດຕາສະເລ່ຍເຖິງ 23 ເປີເຊັນ ຈຶ່ງຄາດວ່າ ໃນຕະຫຼອດປີ 2018 ໄທ ຈະນຳເຂົ້າພະລັງ
ງານໄຟຟ້າຈາກລາວ ໃນມູນຄ່າລວມເຖິງ 48,238 ລ້ານບາດ ຫຼື ປະມານ 1,462 ລ້ານ
ໂດລາ.

ແຕ່ຢ່າງໃດກໍຕາມ ພົນອາກາດເອກ ປຣະຈິນ ຈັ້ນຕອງ ຮອງນາຍົກລັດຖະມົນຕີໄທ
ໃຫ້ການຢືນຢັນວ່າ ລັດຖະບານໄທບໍ່ມີແຜນການຈະຮັບຊື້ພະລັງງານໄຟຟ້າຈາກລາວ
ເພີ້ມຂຶ້ນໃນໄລຍະ 7 ຫາ 8 ປີຕໍ່ໜ້າ ໂດຍຈະຍັງຄົງການຮັບຊື້ ພະລັງງານໄຟຟ້າຈາກ
ລາວໄວ້ ທີ່ລະດັບເດີມຄື 9,000 ເມກາວັດໃນຊ່ວງປີ 2019 ຫາ 2044 ເນື່ອງຈາກວ່າ
ໄທມີພະລັງງານໄຟຟ້າສຳຮອງ ເກີນຄວາມຕ້ອງການ ທີ່ເປັນຈິງເຖິງ 12,000 ເມກາວັດ
ໂດຍຄິດເປັນ 39 ເປີເຊັນ ທີ່ເກີນລະດັບຂອງການຊົມໃຊ້ ພະລັງງານໄຟຟ້າທັງໝົດ ຂອງ
ໄທ ໃນປັດຈຸບັນ.

ຍິ່ງໄປກວ່ານັ້ນ ລັດຖະບານໄທ ຍັງໄດ້ກຳນົດແຜນການພັດທະນາແຫລ່ງພະລັງງານ
ທາງເລືອກ ທີ່ແນໃສ່ການເສີມສ້າງຄວາມໝັ້ນຄົງດ້ານພະລັງງານ ໃນໄລຍະຍາວ ໄວ້
ເປັນທີ່ຮຽບຮ້ອຍແລ້ວດ້ວຍນັ້ນ ໝາຍຄວາມວ່າ ລັດຖະບານໄທ ໄດ້ຫັນມາສົ່ງເສີມ
ການຜະລິດພະລັງງານທາງເລືອກ ໃນປະເທດຫຼາຍຂຶ້ນ ໂດຍສະເພາະແມ່ນການຜະລິດ
ພະລັງງານໝຸນວຽນ ທັງພະລັງງານແສງອາທິດ ພະລັງງານລົມ ແລະພະລັງງານຈາກ
ຊີວະມວນນັ້ນ ກໍຍັງຈະເຮັດໃຫ້ໄທບໍ່ມີຄວາມຈຳເປັນ ທີ່ຈະຕ້ອງຊື້ກະແສໄຟຟ້າຈາກ
ລາວ ໃນໄລຍະຍາວອີກດ້ວຍ.

ທາງດ້ານລັດຖະບານຫວຽດນາມ ກໍໄດ້ຕົກລົງຮັບຊື້ພະລັງງານໄຟຟ້າຈາກລາວ 5,000
ເມກາວັດ ກຳປະເຈຍ ຕົກລົງຮັບຊື້ 1,000 ເມກາວັດ ມາເລເຊຍ 300 ເມກາວັດ ແລະ
ມຽນມາ 200 ເມກາວັດ ຫາກແຕ່ຍັງບໍ່ສາມາດປະຕິບັດໄດ້ຈິງ ເພາະວ່າ ຍັງບໍ່ມີໂຄງຂ່າຍ
ສາຍສົ່ງໄຟຟ້າສູງເພື່ອຮອງຮັບແຕ່ຢ່າງໃດ.

XS
SM
MD
LG