ລັດຖະບານລາວໂຈະ 254 ໂຄງການພັດທະນາທີ່ເປັນການລົງ
ທຶນຂອງລັດໃນແຜນ ການປີ 2013-2014 ໂດຍມີສາເຫດມາ
ຈາກການຂາດແຄນງົບປະມານ ທີ່ເຮັດໃຫ້ ບໍ່ສາມາດດໍາເນີນ
ໂຄງການຕໍ່ໄປໄດ້.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການແລະ
ການລົງທຶນ ໄດ້ຖະແຫຼງ ຕໍ່ກອງປະຊຸມ ສະໄໝສາມັນ ຄັ້ງທີ່ 6
ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ກໍາລັງດໍາເນີນກອງປະຊຸມຢູ່ໃນເວລານີ້ ວ່າໃນແຜນ
ການພັດທະນາເສດຖະກິດ-ສັງຄົມປະຈໍາປີ 2013-2014 ນີ້ ຄະນະລັດຖະບານລາວໄດ້ມີ
ມະຕິຕົກລົງໃຫ້ໂຈະໂຄງການພັດທະນາທີ່ເປັນການລົງ ທຶນຂອງລັດຈໍານວນ 254 ໂຄງ
ການດ້ວຍກັນ ເນື່ອງຈາກມີງົບປະມານບໍ່ພຽງພໍ ກັບຄວາມຕ້ອງການທີ່ເປັນຈິງ.
ການໂຈະໂຄງການພັດທະນາດັ່ງກ່າວ ກໍໄດ້ເປັນຜົນເຮັດໃຫ້ຍັງຄົງເຫຼືອ 6,649 ໂຄງການ
ທີ່ຈະຕ້ອງປະຕິບັດ ໃນແຜນການປີ 2013-2014 ນີ້ ໂດຍຈະຕ້ອງໃຊ້ຈ່າຍງົບປະມານ ຄິດ
ເປັນມູນຄ່າລວມທັງໝົດ 3,300 ຕື້ກີບ ແລະໃນນີ້ ກໍແບ່ງເປັນ 2,135.75 ຕື້ ກີບ ສໍາລັບ 3,428 ໂຄງການທີ່ຕໍ່ເນື່ອງມາຈາກແຜນການປີ 2012-2013 ກັບ 1,018.75 ຕື້ກີບ
ສໍາລັບ 2,420 ໂຄງການໃໝ່ ແລະ 801 ໂຄງການທີ່ເຫຼືອນັ້ນ ກໍຄາດຫວັງວ່າຈະໄດ້ຮັບ
ການຊ່ວຍເຫຼືອຈາກຕ່າງປະເທດ ໃນມູນຄ່າ 145.54 ຕື້ກີບ.
ແຕ່ຢ່າງໃດກໍຕາມ ທ່ານໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວ ກໍໄດ້
ໃຫ້ທັດສະນະວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆ ຊຶ່ງແນໃສ່ການຊຸກຍູ້
ໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍບໍ່ຫຼຸດ 8% ຕໍ່ປີ ໂດຍ
ບໍ່ໄດ້ພິຈາລະນາຢ່າງລອບຄອບ ກ່ຽວກັບຄວາມອາດສາມາດທາງດ້ານງົບປະມານລາຍ
ຮັບນັ້ນ ກໍນັບເປັນປັດໃຈທີ່ສໍາຄັນປະການນຶ່ງ ທີ່ເຮັດໃຫ້ເກີດບັນຫາຂາດແຄນງົບປະມານ
ສໍາລັບໃຊ້ຈ່າຍໃນ ໂຄງການພັດທະນາຕ່າງໆຂອງລັດຖະບານ ດັ່ງທີ່ທ່ານໄດ້ໃຫ້ການຢືນ
ຢັນວ່າ:
“ການເຕີບໂຕທາງດ້ານເສດຖະກິດ ລະດັບ 8% ຂື້ນໄປ
ໃນລະຍະຍາວຮຽກຮ້ອງໃຫ້ມີການລົງທຶນໃນທົ່ວສັງຄົມ
ເປັນລະດັບສູງ ຊຶ່ງໄດ້ສ້າງຄວາມກົດດັນຕໍ່ການດຸ່ນດ່ຽງ
ລະຫວ່າງການລົງທຶນແລະການສະສົມຂອງພື້ນຖານເສດ
ຖະ ກິດມະຫາພາກຂອງຊາດ ຊຶ່ງມັນສະແດງອອກໃນ
ປັດຈຸບັນ ລະບົບງົບປະມານຂອງລັດ ບໍ່ມີແຫຼ່ງທຶນສະສົມ
ພຽງພໍ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ
ຂອງການເປີດ ກ່ອນການລົງທຶນ.”
ທາງດ້ານທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ ກໍໄດ້ຖະແຫຼງຍອມ
ຮັບໃນໂອກາດດຽວກັນນີ້ວ່າ ໃນແຜນການປີ 2012-2013 ລັດຖະບານສາມາດຈັດເກັບ
ລາຍຮັບໄດ້ທັງໝົດ 26,288 ຕື້ກີບ ຫຼືຄິດເປັນ 96.37% ຂອງແຜນການ ແລະໄດ້ໃຊ້ຈ່າຍ
ງົບປະມານໄປທັງໝົດ 26,222 ຕື້ກີບ ຄິດເປັນ 96.62% ຂອງແຜນການ ທັງຍັງເປັນ
ລາຍຈ່າຍທີ່ເພີ່ມຂຶ້ນ 37.18% ອີກດ້ວຍ ເມື່ອທຽບກັບແຜນການປີກ່ອນ ຊຶ່ງກໍເປັນຜົນ
ມາຈາກ ການທີ່ລັດຖະບານໄດ້ປັບຂຶ້ນເງິນເດືອນ ໃຫ້ກັບພະນັກງານໃນທົ່ວປະເທດ ໂດຍ
ສະເພາະໃນແຜນການປີ 2013-2014 ນີ້ ກໍຈະຕ້ອງໃຊ້ງົບປະມານເຖິງ 8,881 ຕື້ກີບ
ເພື່ອຈ່າຍເປັນເງິນເດືອນຂອງພະນັກງານລັດທົ່ວປະເທດ.
ນອກຈາກນີ້ ການຮົ່ວໄຫຼຂອງລາຍຮັບທີ່ເກີດຈາກການທຸດຈະລິດສໍ້ລາດບັງຫຼວງນັ້ນ ກໍຖື
ເປັນອີກປັດໃຈນຶ່ງ ທີ່ເຮັດໃຫ້ການຈັດເກັບລາຍຮັບ ຂອງລັດຖະບານລາວບໍ່ເປັນໄປຕາມ
ແຜນການທີ່ວາງໄວ້ ທັງນີ້ໂດຍທ່ານທອງສີ ອ້ວນລາສີ ຮອງປະທານອົງການກວດສອບ
ແຫ່ງລັດ ຖະແຫຼງຢືນຢັນວ່າ ໄດ້ມີການກວດສອບພົບການທຸດຈະລິດໃນການປະຕິບັດ
ໜ້າທີ່ຂອງພະນັກງານລັດຖະບານ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຕົວຢ່າງເຊັ່ນການກວດພົບ
ການລັກລອບຕັດໄມ້ຫວງຫ້າມ ເຊັ່ນໄມ້ຄະຍຸງ 1,400 ກວ່າແມັດກ້ອນໃນແຂວງສະຫວັນ
ນະເຂດ ຊື່ງມີເຈົ້າໜ້າທີ່ຂອງ ລັດຖະບານ 11 ຄົນ ໄດ້ຮ່ວມມືກັບບັນດານາຍທຶນ ທັງຍັງ
ໄດ້ມີການຍັກຍອກເງິນໄປຈາກຄັງເງິນຂອງແຂວງ ຫຼາຍກວ່າ 5.1 ຕື້ກີບອີກດ້ວຍ ແລະ
ໃນປີ 2010-2011 ກໍກວດພົບການຮົ່ວໄຫຼ ຂອງງົບປະມານທີ່ໃຊ້ໃນໂຄງການຕ່າງໆ
ເພື່ອຮອງຮັບການເປັນເຈົ້ົາພາບຈັດການແຂ່ງຂັນ ຊີເກມສ໌ ຄັ້ງທີ່ 25 ຢູ່ລາວ ຄິດເປັນມູນ
ຄ່າ ຫຼາຍກວ່າ 1.5 ລ້ານໂດລ່າ ແລະອີກຫຼາຍຮ້ອຍລ້ານກີບ.
ແຕ່ທີ່ໜັກໄປກວ່ານັ້ນ ກໍຄືການກວດກາ 104 ເປົ້າໝາຍ ໃນແຜນການປີ 2012-2013
ທີ່ຜ່ານມາ ພົບວ່າການທຸດຈະລິດຂອງບັນດາພະນັກງານລັດ ເຮັດໃຫ້ເກີດການເສຍ
ຫາຍຫຼາຍ ກວ່າ 80 ຕື້ກີບ ແລະມີຜູ້ກະທໍາຜິດເຖິງ 472 ຄົນ ເປັນຕົ້ນ.