ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ຈະຂະຫຍາຍ ການສົ່ງອອກ ກະແສໄຟຟ້າໄປ ມາເລເຊຍ


ສາຍສົ່ງໄຟຟ້າ ລາວ ລະຫວ່າງ ໄທ, ມາເລເຊຍ ແລະ ສິງກະໂປ.
ສາຍສົ່ງໄຟຟ້າ ລາວ ລະຫວ່າງ ໄທ, ມາເລເຊຍ ແລະ ສິງກະໂປ.

ທາງການ ລາວ ຈະຂະຫຍາຍການສົ່ງອອກກະແສໄຟຟ້າໄປ ມາເລເຊຍ ຫາກແຕ່ຍັງ
ຕ້ອງລໍການລົງນາມຮ່ວມກັນໃນສັນຍາຊື້-ຂາຍຢ່າງເປັນທາງການເສຍກ່ອນ ຊຶ່ງທາງ
ການ ລາວ ຄາດວ່າຈະມີຂຶ້ນໃນປີ 2017 ນີ້.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນ
ວ່າຄວາມສາມາດໃນການຜະລິດພະລັງງານໄຟຟ້າທີ່ເພີ່ມຂຶ້ນ ໄດ້ເປັນຜົນເຮັດໃຫ້ການ
ສົ່ງອອກກະແສໄຟຟ້າ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ ໂດຍເຫັນໄດ້ຈາກການຜະ
ລິດກະແສໄຟຟ້າໄດ້ເຖິງ 15,260.5 ລ້ານກິໂລວັດ/ໂມງໃນປີ 2015 ນັ້ນກໍເຮັດໃຫ້
ລາວ ສົ່ງອອກກະແສໄຟຟ້າໄດ້ເຖິງ 11,793.68 ລ້ານກິໂລວັດ/ໂມງ ທີ່ຄິດເປັນມູນຄ່າ
ລວມເຖິງ 527 ລ້ານໂດລາ ທັງຍັງເພີ່ມຂຶ້ນເປັນຫຼາຍກວ່າ 535 ລ້ານໂດລາໃນປີ 2016
ອີກດ້ວຍ.

ສຳລັບໃນປີ 2017 ນີ້ການສົ່ງອອກກະແສໄຟຟ້າຂອງ ລາວ ກໍຈະຍັງຄົງເພີ່ມສູງຂຶ້ນກວ່າ
ປີທີ່ຜ່ານມາເພາະ ລາວ ສາມາດຜະລິດກະແສໄຟຟ້າໄດ້ເພີ່ມຂຶ້ນເປັນ 35,000 ລ້ານກິ
ໂລວັດ/ໂມງ ທີ່ເປັນການຜະລິດຈາກ 45 ເຂື່ອນໄຟຟ້າ ແລະ 1 ໂຮງໄຟຟ້າຖານລິກໄນ
ຊຶ່ງມີກຳລັງຕິດຕັ້ງລວມເຖິງ 6,444 ເມກະວັດ, ໃນຂະນະທີ່ການຊົມໃຊ້ພະລັງງານໄຟ
ຟ້າພາຍໃນປະເທດຈະຢູ່ລະດັບ 1,579 ເມກະວັດໃນປີ 2017 ນີ້ ຈຶ່ງຍັງມີພະລັງງານ
ໄຟຟ້າສຳລັບການສົ່ງອອກໄປຕ່າງປະເທດເຖິງ 4,865 ເມກະວັດ.

ທ່ານ ຄຳມະນີ ຢືນຢັນດ້ວຍວ່າໃນປີ 2021 ລາວ ຈະມີແຫຼງຜະລິດພະລັງງານໄຟຟ້າເຖິງ
100 ໂຄງການທີ່ມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມກະວັດ ທີ່ສາມາດຜະລິດກະ
ແສໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງ ໂດຍໃນນີແບ່ງເປັນແຫຼ່ງຜະລິດພະລັງ
ງານໄຟຟ້າທີ່ມີຢູ່ແລ້ວ 46 ໂຄງການ ແລະ ທີ່ກຳລັງດຳເນີນການກໍ່ສ້າງຢູ່ໃນເວລານີ້ 54
ໂຄງການ ຊຶ່ງສ່ວນໃຫຍ່ມີກຳນົດການກໍ່ສ້າງແລ້ວສຳເລັດໃນປີ 2021 ເປັນຢ່າງຊ້າ ອັນ
ຈະເຮັດໃຫ້ ລາວ ສາມາດສົ່ງອອກກະແສໄຟຟ້າໄດ້ຫຼາຍຂຶ້ນດ້ວຍ.

ທັງນີ້ດໂດຍໃນປັດຈຸບັນ ລັດຖະບານ ໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກ ລາວ 9,000
ເມກະວັດເປັນເວລາ 25 ປີຕິດຕໍ່ກັນຈາກປີ 2019 ເປັນຕົ້ນໄປ ນອກຈາກນັ້ນ ລາວ ຍັງຈະ
ເພີ່ມການສົ່ງອອກກະແສໄຟຟ້າໄປ ຫວຽດນາມ, ກຳປູເຈຍ ແລະ ສະຫະພາບ ມຽນມາ
ທັງຍັງຈະຂະຫຍາຍການສົ່ງອອກໄປ ມາເລເຊຍ ອີກດ້ວຍດັ່ງທີ່ທ່ານ ຄຳມະນີ ໄດ້ໃຫ້
ການຢືືນຢັນວ່າ.

"ປັດຈຸບັນນີ້ ພວກເຮົາສົ່ງໄຟຟ້າໄປປະເທດ ໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ເພີ່ມ
ຂຶ້ນເຖິງ 4 ເທົ່າສົມທຽບໃສ່ກັບປີ 2010, ປັດຈຸບັນນີ້ຄວາມຕ້ອງການຂອງ ກຳປູເຈຍ
ເພີ່ມຈາກ 10 ເມກະວັດ ມາເປັນ 20 ຫາ 30 ເມກະວັດ ແລະ ສິເປັນຮອດ 200 ເມກະ
ວັດ, ມຽນມາ ຈາກ 3 ເມກະວັດ ມາເປັນ 30 ເມກະວັດ ແລະ ສິຂຶ້ນຮອດ 600 ເມກະວັດ
ແລ້ວ ມາເລເຊຍ ນີ້ເຂົາກໍສິຊື້ໃນເວລາປະມານ 3 ຫາ 5 ຊົ່ວໂມງຕໍ່ມື້ ແຕ່ວ່າການສົ່ງໄປ
ມາເລເຊຍ ນີ້ເຮົາສົ່ງຜ່ານ ໄທ, ໄທ ຮັບເຂົ້າຢູ່ເບື້ອງຊາຍແດນເຮົານີ້ ແລ້ວເຂົາຈະສົ່ງໄປ
ຫາ ມາເລເຊຍ ຊຶ່ງຝ່າຍ ໄທ ນີ້ ເຂົາສິໄດ້ຄ່າສາຍສົ່ງ ເລື່ອງຄ່າອື່ນໆຂອງເຂົາເຈົ້າ."

ກ່ອນໜ້ານີ້ ລັດຖະມົນຕີພະລັງງານຂອງ ລາວ, ໄທ, ມາເລເຊຍ ແລະ ສິງກະໂປ ມີກຳ
ນົດຈະລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມ (MOU) ວ່າດ້ວຍການເຊື່ອມຕໍ່ລະບົບ

ສາຍສົ່ງກະແສໄຟຟ້າ ລະຫວ່າງກັນໃນປີ 2016 ຫາກແຕ່ກໍບໍ່ສາມາດຈັດການລົງນາມ
ໄດ້ ເນື່ອງຈາກລັດຖະບານ ມາເລເຊຍ ຕ້ອງການສຶກສາ-ສຳຫຼວດ ກ່ຽວກັບ ຜົນກະທົບ
ຈາກການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງ ມາເລເຊຍ ກັບ ສິງກະໂປ
ໃຫ້ໄດ້ມາດຕະຖານສາກົນເສຍກ່ອນ ແລະ ຈົນເຖິງປັດຈຸບັນນີ້ ການສຶກສາ-ສຳຫຼວດດັ່ງ
ກ່າວກໍຍັງບໍ່ແລ້ວສຳເລັດ ຈຶ່ງເຮັດໃຫ້ທັງ 4 ປະເທດຍັງບໍ່ສາມາດລົງນາມຮ່ວມກັນໄດ້
ຈົນເຖິງຂະນະນີ້.

ທັງນີ້ໂດຍທາງການ ລາວ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ລົງນາມໃນບັນທຶກຄວາມ
ເຂົ້າໃນຮ່ວມກັບບໍລິສັດເອກະຊົນ ລາວ ແລະ ຕ່າງປະເທດ ກ່ຽວກັບ ການພັດທະນາ
ແຫຼ່ງພະລັງງານໄຟຟ້າໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງລວມ 26,147 ເມກະວັດ
ທີ່ຜະລິດກະແສໄຟຟ້າໄດ້ລວມເຖິງ 115,118 ລ້ານກິໂລວັດ/ໂມງ ພາຍໃຕ້ເປົ້າໝາຍ
ເພື່ອພັດທະນາ ລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ໃນກຸ່ມອາຊຽນ ກໍຄື
ການເປັນໝໍ້ໄຟຂອງ ອາຊຽນ (Battery of ASEAN) ໃຫ້ໄດ້ຢ່າງແທ້ຈິງນັ້ນເອງ.

ສ່ວນການຊົມໃຊ້ພະລັງງານໄຟຟ້າໃນ ລາວ ໃນປີ 2015 ຢູ່ທີ່ລະດັບ 989 ເມກະວັດ
ແລ້ວ ກໍເພີ່ມຂຶ້ນເປັນ 1,180 ເມກະວັດໃນປີ 2016 ຄິດເປັນອັດຕາການເພີ່ມ 20 ເປີເຊັນ
ແລະ ໃນປີ 2017 ຄາດໝາຍວ່າ ການຊົມໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນເປັນ 1,579
ເມກະວັດເພີ່ມຂຶ້ນເຖິງ 33 ເປີເຊັນ ທຽບໃສ່ປີ 2016 ທັງຍັງຄາດໝາຍໄດ້ວ່າຈະເພີ່ມຂຶ້ນ
ເປັນ 2,862 ເມກະວັດ ແລະ 7,093 ເມກະວັດໃນປີ 2020 ແລະ ປີ 2030 ຕາມລຳດັບ
ສ່ວນຕາໜ່າງສາຍສົ່ງກະແສໄຟຟ້າກໍໄປເຖິງແລ້ວ 95 ເປີເຊັນຂອງຄົວເຮືອນທັງໝົດໃນ
ລາວ ໃນປັດຈຸບັນ.

XS
SM
MD
LG