ລັດຖະບານລາວຈະບໍ່ສາມາດຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸ
ເປົ້າໝາຍສະຫັດສະຫວັດ ຂອງການພັດທະນາໃນ 6 ດ້ານ
ຈາກທັງໝົດ 9 ດ້ານ ເພາະການປະຕິບັດໃນຫຼາຍພາກສ່ວນ
ຍັງມີປະສິດທິພາບຕ່ຳ.
ກະຊວງແຜນການ ແລະການລົງທຶນ ລາຍງານວ່າ ການປະເມີນຮ່ວມກັນລະຫວ່າງ
ລັດຖະບານລາວ ກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກ່ຽວກັບ
ຜົນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມ ໃນລາວນັບຈາກປີ
2011 ເປັນຕົ້ນມາ ແລະກໍຈະສິ້ນສຸດແຜນການໃນທ້າຍເດືອນກັນຍາ 2015 ພົບວ່າ
ລັດຖະບານລາວ ຈະບໍ່ສາມາດຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸເປົ້າໝາຍ ສະຫັດສະຫວັດ
ຂອງການພັດທະນາໃນ 6 ດ້ານຈາກທັງໝົດ 9 ດ້ານ ທີ່ໄດ້ຕົກລົງໄວ້ກັບ UNDP.
ໂດຍທັງ 6 ດ້ານດັ່ງກ່າວນີ້ ກໍປະກອບດ້ວຍການທີ່ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຍັງມີ
ສ່ວນສູງ ແລະນ້ຳໜັກຕ່ຳກວ່າກຳນົດມາດຕະຖານ ການເຂົ້າໂຮງຮຽນ ແລະສືບຕໍ່
ການຮຽນຈົນຈົບ ຊັ້ນປະຖົມປີທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍ ຂອງ
ເດັກນ້ອຍ ອາຍຸຕ່ຳກວ່າ 1 ປີ ຍັງສູງ ອັດຕາການຕາຍຂອງແມ່ຍິງຂະນະຖືພາກໍຍັງສູງ
ສ່ວນການເພີ້ມອັດຕາການປົກຫຸ້ມຂອງປ່າໄມ້ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະການເກັບ
ກູ້ລະເບີດບໍ່ທັນແຕກ (UXO) ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ.
ທາງດ້ານກະຊວງສາທາລະນະສຸກ ໄດ້ລາຍງານວ່າການຈັດຕັ້ງ ປະຕິບັດເປົ້າໝາຍ
ສະຫັດສະຫວັດການພັດທະນາ ທາງດ້ານສາທາລະນະສຸກ ໃນລາວຍັງມີບັນຫາທ້າທາຍ
ໃນຫຼາຍດ້ານ ທີ່ເປັນອຸປະສັກຕໍ່ການພັດທະນາຄຸນນະພາບການໃຫ້ບໍລິການແກ່ປະຊາຊົນ
ໃຫ້ໄດ້ມາດຕະຖານດຽວກັນກັບບັນດາປະເທດ ທີ່ເປັນສະມາຊິກໃນກຸ່ມອາຊ່ຽນດ້ວຍກັນ.
ຕົວຢ່າງກໍຄືບັນຫາ ການຂາດສານອາຫານ ຂອງເດັກນ້ອຍ
ອາຍຸຕ່ຳກວ່າ 5 ປີ ກໍເປັນສາເຫດທີ່ເຮັດໃຫ້ ການຫລຸດຈຳ
ນວນເດັກນ້ອຍ ທີ່ຕົວເຕ້ຍ ສາມາດດຳເນີນການໄດ້ຢ່າງ
ຊັກຊ້າ ກໍຄືສາມາດຫລຸດໄດ້ຈາກອັດຕາສະເລ່ຍ 40 ເປີເຊັນ
ໃນປີ 2006 ມາເປັນ 38 ເປີເຊັນ ໃນປະຈຸບັນນີ້ ໝາຍຄວາມ
ວ່າຫລຸດລົງພຽງ 2 ເປີເຊັນເທົ່ານັ້ນ ໃນໄລຍະ 8 ປີ ທີ່ຜ່ານມາ.
ສ່ວນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ທີ່ມີນ້ຳໜັກຕ່ຳກວ່າກຳນົດ
ກໍຍັງສູງເຖິງ 32 ເປີເຊັນ ຂະນະທີ່ເປົ້າໝາຍສະຫັດສະຫວັດ
ໄດ້ວາງເອົາໄວ້ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນ ຂອງ
ຈຳນວນເດັກນ້ອຍ ທີ່ອາຍຸຕ່ຳກວ່າ 5 ປີ ໃນທົ່ວປະເທດຈຶ່ງເປັນອີກບັນຫາໜຶ່ງ ທີ່ຍາກຈະ
ບັນລຸເປົ້າໝາຍໄດ້ໃນປີ 2015.
ທາງດ້ານ ທ່ານນາງຄຳແສງ ພິລາວົງ ຮອງຫົວໜ້າສູນໂພຊະນາການ ກະຊວງສາທາ
ລະນະສຸກ ຍອມຮັບວ່າ ເດັກນ້ອຍລາວທີ່ມີໂອກາດ ໄດ້ຮັບການລ້ຽງດູ ດ້ວຍນ້ຳນົມແມ່
ນັບຕັ້ງແຕ່ມື້ເກີດຈົນຮອດອາຍຸ 6 ເດືອນນັ້ນ ຍັງຄິດເປັນອັດຕາສະເລ່ຍພຽງແຕ່ 40
ເປີເຊັນ ເທົ່ານັ້ນຂອງຈຳນວນເດັກນ້ອຍທັງໝົດ ທີ່ຢູ່ໃນຊ່ວງອາຍຸດັ່ງກ່າວນີ້.
ໂດຍການໄດ້ຮັບການລຽງດູ ດ້ວຍນ້ຳນົມແມ່ ໃນອັດຕາສະເລ່ຍດັ່ງກ່າວນີ້ ບໍ່ພຽງຈະຖືເປັນ
ລະດັບທີ່ຕ່ຳທີ່ສຸດ ໃນກຸ່ມອາຊ່ຽນດ້ວນກັນເທົ່ານັ້ນ ຫາກແຕ່ວ່າ ຍັງເຮັດໃຫ້ເດັກນ້ອຍ
ໃນລາວມີຄວາມສ່ຽງສູງ ທີ່ຈະເສຍຊີວິດຈາກໂຣກ ທີ່ສາມາດປ້ອງກັນໄດ້ອີກດ້ວຍ ດັ່ງທີ່
ທ່ານນາງຄຳແສງໄດ້ຢືນຢັນວ່າ:
“ລ້ຽງລູກດ້ວຍນົມແມ່ ຢ່າງດຽວນີ້ນ່ະ ແຕ່ມື້ເກີດຮອດຫົກເດືອນນີ້ ດຽວນີ້ເຮົາໄດ້
40 ເປີເຊັນ ນີ້ແມ່ນຍັງຕ່ຳໂພດ ເຮົາຕ້ອງໄດ້ບືນຕື່ມ ເພິ່ນໄດ້ເຮັດການຄົ້ນຄວ້າ ແລະສົມທຽບກັນແລ້ວເຫັນວ່າ ເດັກນ້ອຍທີ່ບໍ່ໄດ້ຖືກລ້ຽງລູກດ້ວຍນ້ຳນົມແມ່ຫັ້ນນ່ະ
ຫລະແມ່ນມີຄວາມສ່ຽງຕໍ່ການຕາຍຍ້ອນພະຍາດຖອກທ້ອງ 7 ເທົ່າ ແລ້ວກະມີ
ຄວາມສ່ຽງຕໍ່ການຕາຍ ຍ້ອນພະຍາດປອດອັກເສບ 5 ເທົ່າ.”
ນອກຈາກນັ້ນ ກໍຍັງມີບັນຫາທ້າທາຍ ກ່ຽວກັບອັດຕາການເສຍຊີວິດ ຂອງແມ່ຍິງໃນ
ຂະນະຖືພາ ທີ່ເຖິງແມ່ນວ່າ ອັດຕາການເສຍຊີວິດຈະຫລຸດລົງຈາກ 650 ໃນທຸກໆ ໜຶ່ງແສນຄົນໃນປີ 1995 ມາເປັນ 339 ຄົນກໍຕາມ ແຕ່ວ່າການທີ່ຈະບັນລຸໃຫ້ໄດ້ເຖິງ
260 ຄົນໃນທຸກໆ ໜຶ່ງແສນຄົນພາຍໃນປີ 2015 ນັ້ນ ກໍນັບເປັນບັນຫາທີ່ຍາກຢ່າງຍິ່ງ
ແລະການເສຍຊີວິດຂອງແມ່ຍິງລາວ ຂະນະຖືພາ ໃນອັດຕາສະເລ່ຍດັ່ງກ່າວນີ້ ຍັງຖືເປັນ
ອັດຕາການເສຍຊີວິດທີ່ສູງທີ່ສຸດໃນ 10 ປະເທດສະມາຊິກໃນອາຊ່ຽນດ້ວຍກັນອີກດ້ວຍ.