ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະຍົກເລີກ ໂຄງການລົງທຶນ ທີ່ບໍ່ນໍາເອົາເງິນລົງທຶນຕົວຈິງ ເຂົ້າມາໃນລາວ


ການສໍາປະທານທີ່ດິນເຂດນຶ່ງ ໃນແຂວງໄຊຍະບູລີ
ການສໍາປະທານທີ່ດິນເຂດນຶ່ງ ໃນແຂວງໄຊຍະບູລີ

ລັດຖະບານລາວຈະທໍາການກວດສອບ ແລະຍົກເລີກບັນດາໂຄງການລົງທຶນຈາກຕ່າງປະເທດ ໃນລາວ ທີ່ບໍ່ຄືບ ໜ້າ ໂດຍສະເພາະແມ່ນບັນດາໂຄງການທີ່ບໍ່ໄດ້ມີການນໍາເອົາເງິນລົງທຶນຕົວຈິງເຂົ້າມາໃນລາວນັ້ນ. ຊົງລິດ ໂພນເງິນມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຖະແຫລງວ່າ ລັດຖະບານລາວໄດ້ມອບໝາຍໃຫ້ກະຊວງແຜນການ ແລະການລົງທຶນ ຮັບຜິດຊອບການ ກວດສອບການລົງທຶນຂອງຕ່າງປະເທດທຸກໂຄງການໃນລາວ ທີ່ຈະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ ແລະສັງຄົມລາວ ໃນສະພາບ ການທີ່ມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ເພື່ອວ່າຈະໄດ້ມີການໄຈ້ແຍກສະຖານະໂຄງການລົງທຶນຕ່າງໆ ໃຫ້ຊັດເຈນວ່າໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ ໂຄວິດ-19 ໃນລະດັບໃດໂດຍຈະໃຫ້ການສະໜັບສະໜໜຸນ ແລະສົ່ງເສີມໂຄງການ
ທີ່ຄືບໜ້າ ແຕ່ໃນຂະນະດຽວກັນກໍຈະດໍາເນີນການຖອນ ຫລືຍົກເລີກໂຄງການທີ່ມີລັກ
ສະນະເປັນການຈັບຈອງແລະທີ່ບໍ່ມີການນໍາເອົາເງິນລົງທຶນຕົວຈິງເຂົ້າມາໃນລາວ ຕະຫລອດເຖິງການປັບປຸງແລະອອກກົດໝາຍໃໝ່ທີ່ຮັດກຸມ ອີກດ້ວຍ ດັ່ງທີ່ທ່ານສອນໄຊ ໃຫ້ການຢືນຢັນວ່າ:
“ຫັນມາສຸມໃສ່ຈັດຕັ້ງປະຕິບັດບົດບາດມະຫາພາກ ໃນນັ້ນເນັ້ນກ່ຽວກັບການປັບປຸງ ຫລື ອອກກົດໝາຍ ທີ່ຮັດກຸມ, ສົມທົບກັບຂະແໜງການກ່ຽວຂ້ອງ ທີ່ຂັ້ນສູນກາງ ແລະທ້ອງຖິ່ນ. ກວດກາ ທົບທວນ ປະເມີນການຈັດຕັ້ງປະຕິບັດ ຕົວຈິງຂອງບັນດາໂຄງການ ຖ້າໂຄງການໃດປະຕິບັດໄດ້ດີ ກໍຈະຊຸກຍູ້ ສົ່ງເສີມ ຊ່ວຍເຫລືອ ແກ້ໄຂບັນຫາຕ່າງໆ ໃຫ້ໄດ້ດໍາເນີນໂຄງການ ສໍາເລັດຕາມຄາດໝາຍ ຖ້າໂຄງການໃດມີລັກສະນະຈັບຈອງ ບໍ່ມີຄວາມຄືບໜ້າ ກໍຈະໄດ້ສະເໜີຂັ້ນເທິງ ເພື່ອຍົກເລີກ ຫລືຖອນໂຄງການ.”

ພາບຈໍາລອງໂຄງການເຂດເສດຖະກິດພິເສດດົງໂພສີ, ນະຄອນຫລວງວຽງຈັນ
ພາບຈໍາລອງໂຄງການເຂດເສດຖະກິດພິເສດດົງໂພສີ, ນະຄອນຫລວງວຽງຈັນ


ແຕ່ຢ່າງໃດກໍຕາມ ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໂດຍກົງໃນລາວມີຈໍານວນ 23 ໂຄງການຄິດເປັນມູນຄ່າລົງທຶນລວມ 2,064 ລ້ານໂດລາເທົ່ານັ້ນ ໃນຊ່ວງ 6 ເດືອນຕົ້ນປີ 2020 ຊຶ່ງນັບເປັນສະພາວະການລົງ ທຶນທີ່ ຫລຸດລົງຫລາຍກວ່າ 78 ເປີເຊັນ ເມື່ອທຽບໃສ່ກັບໄລຍະດຽວກັນໃນປີ 2019 ທີ່ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນລາວ ຄິດເປັນມູນຄ່າລວມເຖິງ 9,710 ລ້ານໂດລາ ໂດຍມີສາເຫດ ທີ່ສໍາຄັນມາຈາກການລະບາດຂອງພະຍາດໄວຣັສ Covid-19 ໃນທົ່ວໂລກ ຈຶ່ງເຮັດໃຫ້ຄະນະ ກໍາມະການຄຸ້ມຄອງ ແລະສົ່ງເສີມການລົງທຶນໃນລາວມີໂອກາດໄດ້ພິຈາລະນາ ອະນຸມັດ ການລົງທຶນຂອງ ຕ່າງຊາດໃນລາວພຽງແຕ່ 23 ໂຄງການເທົ່ານັ້ນ ໃນໄລຍະ 6 ເດືອນຕົ້ນປີ 2020 ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການ ຢືນຢັນວ່າ:
ຄະນະກໍາມະການຄຸ້ມຄອງ ແລະສົ່ງເສີມການລົງທຶນຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ ກໍໄດ້ຄົ້ນຄວ້າ ກວດກາບັນດາໂຄງການທີ່ໄດ້ອະນຸມັດແລ້ວ ແລະພິຈາລະນາຮັບຮອງເພື່ອສະເໜີລັດຖະບານອະນຸມັດ ຕໍ່ໂຄງການໃໝ່ສໍາລັບຄະນະ ກໍາມະການຄຸ້ມຄອງ ແລະສົ່ງເສີມການລົງທຶນຂັ້ນສູນກາງຜ່ານມາ ກະໄດ້ ອະນຸມັດ 23 ໂຄງການ ມູນຄ່າ 2.64 ຕື້ໂດລາ ທຽບໃສ່ໄລຍະດຽວກັນ ຂອງປີ 2019 ເຫັນວ່າ ຫລຸດປີ 2019 ຊຶ່ງບັນລຸໄດ້ 9.71 ຕື້ໂດລາ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ເປີດ​ເຜີຍ​ວ່າ ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນລາວມີ​ມູນ​ຄ່າ​ລວມ​ 2,064 ລ້ານ​ໂດ​ລ​າ ໄດ້​ມີ​ການ​ນຳ​ເງິນລົງທຶນ​ເຂົ້າ​ມາ​ໃນ​ລາວ ຕົວຈິງ ​ພຽງ​ແຕ່ 17 ເປີ​ເຊັນ​ເທົ່າ​ນັ້ນ ​ຂອງ​ມູນ​ຄ່າ​ລົງ​ທຶນ​ທັງ​ໝົດ​ດັ່ງ​ກ່າວ ທັງ​ນີ້​ກໍ​ເພາະ​ວ່າ​ການ​ລົງ​ທຶນ​ສ່ວນໃຫຍ່ເປັນ​ການ​ລົງ​ທຶນ​ຂອງ​ຈີນ ທີ່​ໄດ້​ມີ​ການ​ນຳ​ເອົາ​ວັດ​ສະ​ດຸ ​ອຸ​ປະ​ກອນ​ຕ່າງໆ​ຈາກ​ຈີນ​ເຂົ້າ​ມາ​ໃນ​ລາວ​ໂດຍ​ກົງ ທັງ​ຍັງ​ມີ​ການ​ນຳ​ເຂົ້າ​ບຸກ​ຄະ​ລາ​ກອນ​ຈາກ​ຈີນ​ເປັນ​ຫລັກ​ອີກ​ດ້ວຍ ຈຶ່ງ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ນຳ​ເງິນ​ທຶນ​ເຂົ້າ​ມາ​ໃນ​ລາວ​ແຕ່​ຢ່າງ​ໃດ.

ໃນ​ປັດ​ຈຸ​ບັນ ​ການ​ລົງ​ທຶ​ນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ເອກ​ກະ​ຊົນ​ຈີນ​ໃນ​ລ​າວ​ມີ​ມູນ​ຄ່າ​ລວມ ກວ່າ 12,000 ລ້ານໂດ​ລາ ​ໃນ 777 ໂຄງ​ການ ຊຶ່ງ​ຖື​ເປັນ​ຜູ້​ລົງ​ທຶນ​ອັນ​ດັບ​ນຶ່ງໃນ​ລາວ, ​ຕິດ​ຕາມ​ດ້ວຍ​ໄທ ​ທີ່ີ​ມີມູນ​ຄ່າລົງ​ທຶນ 4,495 ລ້ານ ​ໂດ​ລາໃນ 752 ໂຄງ​ການ. ສ່ວນ​ຫວຽດ​ນາມ​ມີ​ມູນ​ຄ່າ​ລົງ​ທຶນ 4,100 ລ້ານ​ໂດ​ລາ​ ໃນ 258 ໂຄງ​ການ ຊຶ່ງ​ ຈັດ​ເປັນ​ອັນ​ດັບ​ທີ 3 ຮອງ​ຈາກ​ຈີນ ແລະ​ໄທຕາມລໍາດັບ.

ສ່ວນເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ ​(UNDP) ໃນລາວຢືນຢັນວ່າ ການ​ອະ​ນຸ​ຍາດ​ການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​ໃນ​ລາວ ໂດຍ​ລະ​ບົບ​ໃຫ້​ບໍ​ລິ​ການ​ແບບ​ປະ​ຕູ​ດຽວ ຫຼື One Stop Service ຂອງ​ລັດ​ຖະ​ບານ​ລາວ ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ແລະ​ເກີດ​ການ​ຊັກ​ຊ້າ​ໃນ​ທຸກ​ຂັ້ນ​ຕອນ ໂດຍ​ເຖິງ​ແມ່ນ​ວ່າ​ ໃນ​ກົດ​ໝາຍ​ສົ່ງ​ເສີມ​ການ​ລົງ​ທຶນ​ໃນ​ລາວ​ ໄດ້​ກຳ​ໜົດ​ໄວ້​ຢ່າງ​ຊັດ​ເຈນ​ວ່າ ການ​ອະ​ນຸ​ຍາດ​ການ​ລົງ​ທຶນ​ໃນ​ທຸ​ລະ​ກິດ​ທີ່​ລັດຄວບ​ຄຸມ​ນັ້ນ ​ໃຫ້​ໃຊ້​ເວ​ລາ​ພິ​ຈາ​ລະ​ນາ​ບໍ່​ເກີນ 8 ວັນ​ທຳ​ການ ແລະ​ພາຍ​ໃນ 60 ວັນ​ທຳ​ການ​ ສຳ​ລັບ​ກິດຈະການ ທີ່ໄດ້ຮັບອະນຸຍາດ ​ສຳ​ປະ​ທານ​ຈາກ​ລັດ​ກໍ​ຕາມ ແຕ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຕ​ຈິງ​ນັ້ນ​ກໍ​ຍັງ​ຄົງ​ບໍ່​ສາ​ມາດ​ເຮັດ​ໄດ້​ເລີຍ ເພາະ​ວ່າພະນັກງານລັດຖະບານລາວ ສ່ວຍຫລາຍ ຍັງມີການ​ປະ​ຕິ​ບັດ​ໜ້າ​ທີ່​ທີ່ຖືກມອບໝາຍດ້ວຍ​ມີ​ປະ​ສິດ​ທິ​ພາບ​ຕ່ຳ.

XS
SM
MD
LG