ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ລັດຖະບານລາວ ຈະປະກາດການປັບໂຄງສ້າງອັັດຕາຄ່າໄຟຟ້າໃນໄວໆນີ້ ຊຶ່ງເຮັດໃຫ້ນັກທຸລະກິດຫລາຍຄົນເປັນຫ່ວງ


ສະຖານີໄຟຟ້າ ຜາອຸດົມ ແຂວງບໍ່ແກ້ວ ຂອງລັດວິສາຫະກິດໄຟຟ້າລາວ ຫຼື EDL

ຂະະນະທີ່ລາວມີໜີ້ຕ່າງປະເທດຢູ່ໃນຄວາມສ່ຽງສູງ ທີ່ຈະກ້າວໄປສູ່ສະພາບວິກິດຢູ່ນີ້ ລັດວິສາຫະກິດໄຟຟ້າລາວ ທີ່ກວມເອົາພາກສ່ວນໃຫຍ່ຂອງໜີ້ສິນສາທາລະນະນັ້ນ ກໍໄດ້ເລີ້ມມີການປະຕິຮູບໂດຍການດັດປັບໂຄງສ້າງຄ່າໄຟຟ້າ ສໍາລັບພາກອຸດສະຫະກໍາ ເພື່ອໃຫ້ມີເງິນໃຊ້ໜີ້ ນັກລົງທຶນຕ່າງປະເທດ ຊຶ່ງເຮັດ ໃຫ້ຜູ້ປະກອບການລາຍນ້ອຍມີຄວາມເປັນຫ່ວງຫລາຍ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ພາຍຫຼັງທີ່ຖືກແຕ່ງຕັ້ງຢ່າງເປັນທາງການແລ້ວ ຄະນະະປະຕິຮູບບໍລິສັດລັດວິສາ ຫະກິດໄຟຟ້າລາວ ຫລື EDL ກໍໄດ້ວາງແຜນປະຕິຮູບຢ່າງລະອຽດ ແລະແບ່ງເປັນ 2 ໄລຍະຄື ການປະຕິຮູບໄລຍະເລັ່ງດ່ວນ ແລະ ການປະຕິຮູບຮອບດ້ານ. ສິ່ງທໍາອິດໃນການປະຕິຮູບໄລຍະເລັ່ງດ່ວນນັ້ນ ກໍແມ່ນການປັບປຸງໂຄງສ້າງແລະ ລາຄາໄຟຟ້າທີ່ນຳໃຊ້ມາແຕ່ ປີ 2012 ນັ້ນຄືນໃໝ່ ແຕ່ຈະຍົກເວັ້ນປະເພດທີ່ຢູ່ອາໄສ. ສາເຫດຕົ້ນຕໍທີ່ພາໃຫ້ບໍລິສັດປັບຂຶ້ນລາຄາ ກໍຍ້ອນການທີ່ເງິນກີບອ່ອນຄ່າລົງ ໃນຂະນະທີ່ທາງບໍລິສັດ ເກັບຄ່າໄຟຟ້າເປັນເງິນນກີບ ແຕ່ຊຳລະຄ່າກະແສໄຟຟ້າໃຫ້ບັນດານັກລົງທຶນຜະລິດໄຟຟ້າ ເປັນເງິນຕາຕ່າງປະເທດເກືອບທັງໝົດ ດັ່ງທີ່ພະນັກງານອະວຸໂສຂອງ EDL ເວົ້າວ່າ:

“ອໍານວຍການເຊັນແລ້ວແລ້ວ ເອີຊິແມ່ນເລີ້ມໃຊ້ 2023 ສະເພາະທຸລະກິດ ບໍ່ແມ່ນທີ່ຢູ່ອາໄສ ສະເພາະທຸລະກິດໂຮງຈັກໂຮງງານ. ສາເຫດຫລັກກະຄືອັດຕາເງິນທີ່ເຮົາຊື້ຈາກຕ່າງປະເທດ ອຸ້ມໜີ້ມາມັນຫລາຍເດເນາະ ເຮົາຊື້ມາ ເປັນເງິນຕ່າງປະເທດແລ້ວມາຂາຍເງິນກີບ ໃຫ້ລູກຄ້າມັນຫລຸບທຶນຊື້ ເຈັດເຊັນ ມາຂາຍຫົກຈຸດສາມເຊັນ ”.

ທ່ານອະທິບາຍອີກວ່າ ອັດຕາລາຄາທີ່ໃຊ້ຢູ່ໃນປັດຈຸບັນ ແມ່ນອັດຕາລາຄາຂອງປີ 2017 ຊຶ່ງໄດ້ປັບຂຶ້ນ 2 ເປີເຊັນ ໃນເດືອນກຸມພາ 2021 ເປັນຕົ້ນມາ ຊຶ່ງເຮັດໃຫ້ອັດຕາລາຄາບໍ່ແທດເໝາະກັບສະພາບຕົວຈິງທີ່ເງິນກີບອ່ອນຄ່າລົງນັບມື້ ຕົວຢ່າງເຊັ່ນ ໃນປີ 2012-2019 ລາຄາສະເລ່ຍ ທີ່ຂາຍໃຫ້ກັບລູກຄ້າຕົກປະມານ 8 ເຊັນ/kWh ແລະ ມາຮອດປີ 2022 ຍັງເຫລືອພຽງ 5.13 ເຊັນ/kWh. ມາຮອດ ປີ 2022 ມີຜູ້ຊົມໃຊ້ໄຟຟ້າໃນລາວ 1,618,000 ກວ່າຫົວໜ່ວຍ. ໃນນັ້ນມີຈໍານວນຜູ້ຊົມໃຊ້ປະເພດທີ່ຢູ່ອາໄສກວມເອົາ 25 ເປີເຊັນຂອງການຊົມໃຊ້ໄຟທັງໝົດ ແລະມີໝໍ້ນັບໄຟ 1 ລ້ານ 532 ກວ່າຫົວໜ່ວຍ ກວມເອົາ 94.7 ເປີເຊັນ ຂອງຈໍານວນໝໍ້ນັບໄຟທັງໝົດ. ສ່ວນປະເພດອື່ນໆ ກວມເອົາ 75 ເປີເຊັນຂອງການຊົມໃຊ້ພະລັງງານທັງໝົດ ແລະມີຈໍານວນຜູ້ຊົມໃຊ້ພຽງແຕ່ 85,959 ຫົວໜ່ວຍ.

ຢູ່ໃນການປັບປຸງໂຄງສ້າງ ແລະ ລາຄາໄຟຟ້າໃໝ່ນີ້ ໄດ້ມີການຈັດແບ່ງອອກເປັນ 8 ປະເພດດັ່ງນີ້: 1) ປະເພດທູດ ແລະ ອົງການຈັດຕັ້ງສາກົນກວມເອົາ 0.1 ເປີເຊັນ; 2) ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວກວມເອົາ 9 ເປີເຊັນ; 3) ປະເພດທຸລະກິດສຶກສາ ແລະ ກິລາ ກວມເອົາ 0.3 ເປີເຊັນ; 4) ປະເພດທຸລະກິດບັນເທີງກວມເອົາ 0.1 ເປີເຊັນ; 5) ປະເພດສໍານັກງານລັດ 3.3 ເປີເຊັນ; 6) ປະເພດກະສິກໍາ 0.6 ເປີເຊັນ; 7) ປະເພດອຸດສາຫະກຳກວມເອົາ 30.7 ເປີເຊັນ, 8) ປະເພດທາງລົດໄຟ 0.6 ເປີເຊັນ. ພິເສດກໍຄື ປະເພດທຸລະກິດຂຸດຄົ້ນຊັບສິນດີຈິຕອລ ກວມເອົາ 30.2 ເປີເຊັນ ຊຶ່ງມີຜູ້ຊົມໃຊ້ 10 ກວ່າຫົວໜ່ວຍ ທີ່ມີການກໍານົດລາຄາໄຟຟ້າຕ່າງຫາກ ເນື່ອງຈາກເປັນການຊົມໃຊ້ໄຟໄລຍະສັ້ນ ແລະ ເປັນໂຄງການທົດລອງຂອງລັດຖະບານ.

ຂ່າວການດັດປັບລາຄາໃໝ່ສໍາລັບປະເພດທີ່ບໍ່ແມ່ນທີ່ຢູ່ອາໄສນີ້ ເຮັດໃຫ້ເຈົ້າຂອງ ທຸລະກິດຂະໜາດນ້ອຍ ຫລາຍຄົນມີຄວາມເປັນຫ່ວງ ດັ່ງທີ່ເຈົ້າຂອງໂຮງງານເບຕົງທ່ານນຶ່ງ ໃນນະຄອນຫລວງວຽງຈັນບອກວ່າ:

“ປະມານສາມລ້ານກີບເດືອນນີ້ແລ້ວ ເດືອນກ່ອນປະມານສອງລ້ານແຫລະ ມັນຂຶ້ນນໍາການໃຊ້ ຂຶ້ນໆຢູ່ໄຟຟ້າແພງ ໄຟຟ້າແພງ”.

ສ່ວນນັກທຸລະກິດອີກທ່ານນຶ່ງໃນນະຄອນຫລວງວຽງຈັນບອກວ່າ ເນື່ອງຈາກບໍ ລິສັດ EDL ເປັນຂອງລັດຖະບານ ຊຶ່ງປະຊາຊົນບໍ່ສາມາດສະເໜີຄໍາຄິດເຫັນຫຍັງໄດ້ ຈຶ່ງຕ້ອງໄດ້ຍອມຮັບເທົ່ານັ້ນ ດັ່ງທີ່ທ່ານບອກວ່າ:

“ບໍ່ໃສ່ໃຈເພາະວ່າຄັນເພິ່ນຊິປັບ ແລ້ວມີໃຜຊິຢັບຢັ້ງເພິ່ນໄດ້ອັນທີນຶ່ງ ອັນທີສອງແລ້ວມັນບໍ່ແມ່ນຊິໄປງ່ຽງຫູຟັງປະຊາຊົນເຮົາວ່າບໍ່ໃຫ້ຂຶ້ນເດີ້ ແລະມັນກະເປັນ ຕາມເພິ່ນໂລດແຫລະ ລະເຂົາເອີ້ນວ່າ ມັນກະຂຶ້ນຕາມອໍໂຕມາຕິກຄໍລີ ມັນເປັນໄປໃນຕົວ ມັນຂັບເຄື່ອນເອງມັນນະ ຄືເງິນບາດໄປຄຸມໃຜຊິໄປຄຸມມັນໄດ້ ບໍ່ໄດ້ດອກ ຈັ່ງວ່າມັນກະໜີ້ຫັ້ນແຫລະ”.

ແຕ່ຢ່າງໃດກໍຕາມທ່ານກໍເຂົ້າໃຈວ່າ ສາເຫດຕົ້ນຕໍຂອງການປັບໂຄງສ້າງຄ່າໄຟຟ້ານີ້ ກໍແມ່ນເນື່ອງມາຈາກການເປັນໜີ້ຂອງບໍລິສັດ EDL ແມ່ນສູງຫລາຍ ດັ່ງທີ່ທ່ານອະທິບາຍວ່າ:

“ເວົ້າເລື້ອງໜີ້ບໍລິສັດໄຟຟ້າຫລັກໆ ກະໜີ້ຫັ້ນລະ ຂອງໄຟບໍ່ແມ່ນໄຟເຮົາ ໄຟນີ້ບໍ່ແມ່ນເຮົາເປັນຜູ້ຜະລິດ ເຮົາເປັນເຈົ້າຂອງທີ່ຊື່ໆ ແຕ່ເຂົາແບ່ງໃຫ້ໜ້ອຍດຽວ. ເຈົ້າຊື້ໄຟເຂົາໜິ ຊື້ໄຟນໍາບໍລິສັດນໍ້າເທີນ ເຈົ້າຊື້ນໍາເຂົາໃດ ບໍ່ແມ່ນເຈົ້າຂາຍໃຫ້ເຂົາ. ເຈົ້າຊື້ເຂົາມາໃຊ້ໄດ໋ດຽວໜິ. ບໍລິສັດທີ່ເຈົ້າບໍ່ໄດ້ຊື້ ກະມີແຕ່ບໍລິສັດນໍ້າງື່ມ 1, ໂຕທ່າລາດມັນຊໍ້າຜັດບໍ່ພໍ ກະໄດ້ຊື້ເຂົາໝົດ”.

ສ່ວນທະນາຄານໂລກນັ້ນ ໄດ້ຈັດໃຫ້ລາວວ່າ ເປັນປະເທດທີ່ມີສະພາບໜີ້ສິນຕ່າງປະເທດທີ່ຄວາມສ່ຽງສູງຢ່າງໜ້າເປັນຫ່ວງ ຊຶ່ງໃນນັ້ນ ໜີ້ສິນຂອງລາວ ກວມເອົາ 97.16 ເປີເຊັນຂອງຍອດຜະລິດລວມແຫ່ງຊາດ ໃນປີ 2021. ພາກ​ສ່ວນທີ່​ປະ​ເຊີນ​ກັບ​ພາ​ວະ​ຂາດ​ທຶນແລະ​ສ້າງ​ພາ​ລະໜີ້​ສິນ​ໃຫ້ລັດ​ຖະ​ບານ​ຫລາຍກວ່າ​ໝູ່ ແມ່ນ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຊຶ່ງມີ​ໜີ້​ເງິນ​ກູ້ຫຼາຍ​ເກີນກວ່າ 2,000 ລ້ານ​ໂດ​ລາ. ສະພາບການນີ້ ເຮັດໃຫ້ອັດຕາຄວາມໜ້າເຊື່ອຖືທາງການເງິນຂອງລາວ ກໍໄດ້ຖືກຫລຸດລົງແຕ່ກາງປີ 2022 ມາຢູ່ໃນອັນ​ດັບ Caa3 ຊຶ່ງມີຄວາມໝາຍວ່າ ລາວຢູ່​ໃນ​ອັນ​ດັບ​ທີ່ຂີ້ຮ້າຍທີ່ສຸດ ໃນດ້ານຄວາມໜ້າເຊື່ອຖືວ່າ ຈະໃຊ້ໜີ້ໄດ້, ອີງຕາມເວັບໄຊທ໌ຂອງສະ​ຖາ​ບັນມູດດີສ໌ (Moody’s) ທີ່​ເປັນ​ສະ​ຖານ​ບັນ​ຈັດ​ອັນ​ດັບຄວາມ​ໜ້າ​ເຊື່ອ​ຖືຂອງ​ການ​ຈ່າຍ​ໜີ້ ຂອງອົງການລັດຖະບານ ແລະເອກະຊົນໃນທົ່ວໂລກ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG