ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ຈະປັບຂຶ້ນ ຄ່າຈ້າງຂັ້ນຕໍ່າ ໃນທົ່ວປະເທດຈາກ 9 ແສນກີບເປັນ 1 ລ້ານກີບຕໍ່ເດືອນ


ກຳມະກອນໂຮງງານຕັດຫຍິບແຫ່ງນຶ່ງໃນ ສປປ ລາວ.
ກຳມະກອນໂຮງງານຕັດຫຍິບແຫ່ງນຶ່ງໃນ ສປປ ລາວ.

ລັດຖະບານ ລາວ ຈະປັບຂຶ້ນຄ່າຈ້າງຂັ້ນຕໍ່າໃນທົ່ວປະເທດຈາກ 9 ແສນກີບເປັນ 1
ລ້ານກີບຕໍ່ເດືອນ ເພາະຄ່າຄອງຊີບທີ່ສູງຂຶ້ນເຮັດໃຫ້ແຮງງານ ລາວ ບໍ່ສາມາດຄອງຊີບ
ຢູ່ໄດ້ຢ່າງພຽງພໍ.

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ
ສະຫວັດດີການ ສັງຄົມ ຖະແຫຼງຢືນຢັນວ່າ ລັດຖະບານ ລາວ ຈະພິຈາລະນາເພື່ອປັບ
ຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສຳລັບແຮງງານໃນ ລາວ ໃນໄວໆນີ້ ເພາະເຫັນວ່າອັດຕາຄ່າ
ຈ້າງ 9 ແສນກີບຕໍ່ເດືອນທີ່ຈັດຕັ້ງປະຕິບັດນັບແຕ່ປີ 2015 ເປັນຕົ້ນມາບໍ່ສອດຄ່ອງກັບ
ສະພາວະຄ່າຄອງຊີບທີ່ເປັນຈິງໃນປັດຈຸບັນ ດັ່ງນັ້ນອົງການ 3 ຝ່າຍທີ່ປະກອບດ້ວຍ
ກົມຄຸ້ມຄອງແຮງງານ, ສູນກາງສະຫະພັນກຳມະບານ ລາວ ແລະ ສະພາການຄ້າ ແລະ
ອຸດສາຫະກຳແຫ່ງຊາດ ລາວ ຈຶ່ງເຫັນດີຮ່ວມກັນໃນຫຼັກການແລ້ວວ່າ ຈະປັບຂຶ້ນອັດ
ຕາຄ່າຈ້າງຂັ້ນຕໍ່າໃຫ້ເໝາະສົມກັບສະພາບການທາງເສດຖະກິດ ແລະ ຄ່າຄອງຊີບ
ຕົວຈິງ ຊຶ່ງຄາດວ່າອັດຕາຄ່າຈ້າງຂັ້ນຕໍ່າໃນໄລຍະໃໝ່ຈະບໍ່ຕໍ່າກວ່າ 1 ລ້ານກີບຕໍ່ເດືອນ
ຢ່າງແນ່ນອນ.

ທາງດ້ານທ່ານ ວັນນະລາດ ຫົງສາທິລາດ ປະທານສະຫະພັນກຳມະບານໃນແຂວງ
ສະຫວັນນະເຂດ ຢືນຢັນວ່າ ສູນກາງສະຫະພັນກຳມະບານ ໄດ້ສະແດງການຮຽກຮ້ອງ
ຕໍ່ຄະນະລັດຖະບານ ລາວ ເມື່ອບໍ່ດົນມານີ້ ເພື່ອຂໍໃຫ້ພິຈາລະນາປັບຂຶ້ນອັດຕາຄ່າຈ້າງ
ຂັ້ນຕໍ່າຈາກ 9 ແສນກີບຕໍ່ເດືອນໃຫ້ເປັນອັດຕາໃໝ່ທີ່ສອດຄ່ອງກັບສະພາວະຄ່າຄອງ
ຊີບທີ່ປັບຕົວສູງຂຶ້ນໃນປັດຈຸບັນນີ້ ດັ່ງທີ່ທ່ານໄດ້ຢືນຢັນວ່າ.

"ເພື່ອເຮັດໃຫ້ກຳມະກອນໄດ້ເຄື່ອນໄຫວວຽກງານປົກກະຕິ ແລ້ວກະຍົກລະດັບຊີວິດ
ການເປັນຢູ່ຂອງພວກເຂົາເຈົ້າຂຶ້ນໃຫ້ມັນດີ ແລະ ກໍເພື່ອເປັນການສ້າງຂວັນກຳລັງໃຈ
ໃຫ້ແກ່ກຳມະກອນທີ່ທຳການຜະລິດຢູ່ຕາມໂຮງຈັກ ໂຮງງານ ຂ້າພະເຈົ້າຄິດວ່າອັນນຶ່ງ
ຢາກໃຫ້ມີການປັບປຸງ ກ່ຽວກັບ ບັນຫາເລື່ອງຄ່າແຮງງານຂັ້ນຕໍ່າ ເພາະວ່າປັດຈຸບັນນີ້
ພວກເຮົາຍັງໄດ້ປະຕິບັດກັນຢູ່ໃນລະດັບ 9 ແສນກີບ ແລ້ວມາທຽບໃສ່ກັບຄ່າຄອງຊີບ
ໃນປັດຈຸບັນນີ້ກໍເຫັນວ່າ ຄ່າຄອງຊີບມັນກະມີການເໜັງຕີງ ສະນັ້ນ ຈຶ່ງວ່າຢາກນຳສະ
ເໜີໃຫ້ທາງເບື້ອງພາກລັດກໍຄືຂັ້ນເທິງພິຈາລະນາ ກ່ຽວກັບ ການປັບປຸງຄ່າແຮງງານ
ຂັ້ນຕໍ່າຄືນໃໝ່ ອາດຈະຍົກລະດັບຂຶ້ນອີກໃນລະດັບນຶ່ງເພື່ອໃຫ້ມັນສອດຄ່ອງກັບສະ
ພາບເສດຖະກິດປັດຈຸບັນ."

ອີງຕາມລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມທີ່ໄດ້ຈັດສົ່ງພະ
ນັກງານ 77 ຄົນໄປເກັບກຳຂໍ້ມູນ ກ່ຽວກັບ ການປະຕິບັດຄ່າແຮງງານຂັ້ນຕໍ່າທີ່ຢູ່ໃນ
3,053 ຫົວໜ່ວຍທຸລະກິດທົ່ວປະເທດໂດຍສຳພາດແຮງງານທັງໝົດ 85,056 ຄົນ
ໃນນີ້ເປັນແຮງງານ ລາວ 67,524 ຄົນ ເມື່ອບໍ່ດົນມານີ້ພົບວ່າຄ່າຈ້າງແຮງງານໃນຂະ
ແໜງກະສິກຳຢູ່ທີ່ລະດັບ 1 ລ້ານ 1 ແສນກີບ, ຂະແໜງອຸດສາຫະກຳ 1 ລ້ານ 2 ແສນ
ກີບ ແລະ ຂະແໜງບໍລິການ 2 ລ້ານ 5 ແສນກີບຕໍ່ເດືອນ ຈຶ່ງຈະເຮັດໃຫ້ຜູ້ອອກແຮງ
ງານເຫຼົ່ານັ້ນສາມາດດຳລົງຊີວິດຢູ່ໄດ້ໃນສະພາວະຄ່າຄອງຊີບຕົວຈິງໃນປັດຈຸບັນນັ້ນ
ເອງ.

ແຕ່ຢ່າງໃດກໍຕາມ ການທີ່ແຮງງານ ລາວ ສ່ວນໃຫຍ່ເປັນແຮງງານທີ່ບໍ່ມີຝີມື ກໍຖືເປັນ
ປັດໃຈນຶ່ງທີ່ເຮັດໃຫ້ໄດ້ຮັບຄ່າຈ້າງໃນອັດຕາທີ່ຕໍ່າກວ່າແຮງງານຈາກຕ່າງປະເທດທີ່ມີ
ຝີມື ທັງນີ້ໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະຕິບັດຕາມຄຳສັ່ງ
ຂອງນາຍົກລັດຖະມົນຕີເລກທີ 62/ນຍ ກ່ຽວກັບການຂຶ້ນທະບຽນແຮງງານໃຫ້ຄົນຕ່າງ
ຊາດທີ່ມາອາໄສຢູ່ໃນ ລາວ ທີ່ໄດ້ຈັດຕັ້ງປະຕິບັດໃນຊ່ວງວັນທີ 16 ທັນວາ 2015 ຫາ
30 ກັນຍາ 2016 ນັ້ນ ກໍຂຶ້ນທະບຽນແຮງງານຕ່າງຊາດໄດ້ 22,766 ຄົນ ແຕ່ເຊື່ອວ່າ
ຍັງມີຊາວຕ່າງຊາດຫຼາຍກວ່າ 30,000 ຄົນທີ່ຍັງບໍ່ຂຶ້ນທະບຽນ ແລະ ລັກລອບທຳງານ
ໃນ ລາວ ເລື້ອຍມາ.

ນອກຈາກນີ້ການທີ່ ລາວ ຍັງຕ້ອງປະເຊີນກັບບັນຫາຂາດແຄນແຮງງານມີຝີມື ແລະ
ບໍ່ສາມາດຕອບສະໜອງແຮງງານມີຝີມືໃຫ້ກັບບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ
ລາວ ໄດ້ຢ່າງພຽງພໍນັ້ນ ຍັງເຮັດໃຫ້ທາງການ ລາວ ຕ້ອງອະນຸຍາດໃຫ້ບັນດາບໍລິສັດ
ຕ່າງຊາດ ຈ້າງແຮງງານມີຝີມືຈາກຕ່າງປະເທດໄດ້ຈຳນວນຫຼາຍໝື່ນຄົນ ແລະ ການ
ທີ່ແຮງງານ ລາວ ສ່ວນຫຼາຍ ກໍໄດ້ພາກັນເດີນທາງໄປທຳງານຢູ່ໃນປະເທດ ໄທ ເນື່ອງ
ຈາກວ່າມີຄ່າຈ້າງຂັ້ນຕໍ່າໃນອັດຕາທີ່ສູງກວ່າຢູ່ໃນ ລາວ ດ້ວຍແລ້ວກໍຍັງເຮັດໃຫ້ເກີດ
ບັນຫາຂາດແຄນແຮງງານໃນ ລາວ ເພີ່ມຂຶ້ນນັບມື້ອີກດ້ວຍ.

XS
SM
MD
LG