ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວຈະພະຍາມຄວບຄຸມການໃຊ້ຈ່າຍ ເພື່ອຫລຸດຜ່ອນການຂາດດຸນງົບປະມານ ໃນປີ 2021


ເງິນກີບຂອງລາວ
ເງິນກີບຂອງລາວ

ລັດຖະບານລາວຈະຄວບຄຸມການໃຊ້ຈ່າຍເພື່ອ ຈຳກັດການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າລວມ ບໍ່ເກີນກວ່າ 3,954 ຕື້ກີບ ໃນແຜນງົບປະມານປະຈໍາປີ 2021, ແຕ່ວ່າ ການປະຕິບັດຕົວຈິງນັ້ນ ບໍ່ແມ່ນເລື້ອງງ່າຍ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາຈາກບາງກອກ.

ທ່ານສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ກ່າວວ່າ ລັດຖະບານລາວ ໄດ້ວາງແຜນທີ່ຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບ, ຫຼື 15.13 ເປີເຊັນ ຂອງມູນຄ່າຜະລິດຕະພັນພາຍໃນ ຫລື GDP ໃນຕະຫລອດປີ 2021 ແລະໃນຂະນະດຽວກັນ ກໍຈະຄວບຄຸມການໃຊ້ຈ່າຍໃຫ້ຢູ່ໃນມູນຄ່າລວມເກີນ 31,583 ຕື້ກີບ ຫລື ເທົ່າກັບ 17.3 ເປີເຊັນຂອງ GDP ເຊິ່ງຈະເຮັດໃຫ້ລັດຖະບານລາວສາມາດຈຳກັດການຂາດດຸນງົບປະມານໃຫ້ໄດ້ຢູ່ໃນມູນຄ່າບໍ່ເກີນ 3,954 ຕື້ກີບ ຫຼືພຽງແຕ່ 2.17% ຂອງມູນຄ່າ GDP ທັງໝົດ ເທົ່ານັ້ນ ໃນຕະຫລອດປີ 2021 ນີ້.

ແຕ່ຢ່າງໃດກໍ່ຕາມ ການທີ່ຈະບັນລຸຄາດໝາຍດັ່ງກ່າວນີ້ໄດ້ ໃນການຈັດຕັ້ງການປະຕິບັດຕົວຈິງນັ້ນ ກໍບໍ່ແມ່ນ ເລື້ອງງ່າຍ ເພາະຜົນກະທົບຈາກການລະບາດຂອງພະຍາດ COVID-19 ນັບແຕ່ປີ 2020 ເປັນຕົ້ນມາ ໄດ້ສົ່ງຜົນເຮັດໃຫ້ລັດຖະບານລາວຈັດເກັບລາຍໄດ້ຕໍ່າກ່ວາແຜນການທີ່ວາງໄວ້ ຄິດເປັນມູນຄ່າເກີນ 6,322 ຕື້ກີບ ໃນປີ 2020 ທີ່ຜ່ານມາ ແລະພາຍໃຕ້ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ລັດຖະບານລາວມີງົບປະມານທີ່ຈຳກັດສຳລັບການໃຊ້ຈ່າຍໃນບັນດາໂຄງການພັດທະນາຕ່າງໆ ທີ່ລົງທຶນໂດຍລັດຖະບານ ທັງເຮັດໃຫ້ບໍ່ສາມາດບັນລຸຄາດໝາຍດ້ານງົບປະມານໃນຊ່ວງປີ 2016-2020 ກໍຄື ໃນໄລຍະ 5 ປີ ທີ່ຜ່ານມາໄດ້ ອີກດ້ວຍ ດັ່ງທີ່ທ່ານນາຍົກລັດຖະມົນຕີທອງລຸນ ສີສຸລິດ ໄດ້ຖະແຫລງຢືນຢັນວ່າ:

"ເກັບລາຍໄດ້ທັງໝົດ 120,422 ຕື້ກີບ ເທົ່າກັບ 98.4 ເປີເຊັນ ຂອງແຜນການ, ສະເລ່ຍໄດ້ເທົ່າກັບ 15.9 ເປີເຊັນຂອງ GDP, ລາຍຈ່າຍທັງໝົດປະຕິບັດໄດ້ 156,351 ຕື້ກີບ ເທົ່າກັບ 95.9 ເປີເຊັນ ຂອງແຜນການສະເລ່ຍໄດ້ເທົ່າກັບ 20.6 ເປີເຊັນຂອງ GDP, ຂາດດຸນງົບປະມານໄລຍະ 5 ປີ ຢູ່ໃນລະດັບ 4.73 ເປີເຊັນ ຂອງ GDP.”

ຍິ່ງໄປກວ່ານັ້ນ ລັດຖະບານລາວຍັງຕ້ອງໄດ້ປັບລົດການລົງທຶນພາກລັດລົງ 50 ເປີເຊັນ ໃນແຜນການພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2020 ເພາະວ່າ ການລະບາດຂອງພະຍາດ COVID-19 ເຮັດໃຫ້ການຈັດເກັບລາຍຮັບຈາກພາສີອາກອນຕ່າງໆ ບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ຈຶ່ງມີງົບປະມານບໍ່ພຽງພໍກັບຄວາມຕ້ອງການໂຕຈິງ ທີ່ເຮັດໃຫ້ຕ້ອງ ໂຈະໂຄງການ ແລະ ເລື່ອນການຈັດຕັ້ງປະຕິບັດອອກໄປ ໂດຍໃຫ້ຍັງຮັກສາສະເພາະໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອດ້ານເງິນທຶນຈາກຕ່າງປະເທດເທົ່ານັ້ນໄວ້.

ນອກຈາກນີ້ ການລະບາດຂອງເຊື້ອໄວຣັສ COVID-19 ກໍຍັງເຮັດໃຫ້ເສດຖະກິດລາວ
ເກີດການເສຍຫາຍ ຄິດເປັນມູນຄ່າຫຼາຍກວ່າ 7,000 ຕື້ກີບເພາະການປະກາດຄຳສັ່ງ
ເລກທີ່ 06 ຂອງນາຍົກລັດຖະມົນຕີ ວ່າດ້ວຍມາດຕະການ ສະກັດກັ້ນການລະບາດຂອງ
ເຊື້ອໄວຣັສ COVID-19 ທີ່ບັງຄັບໃຊ້ ນັບແຕ່ວັນທີ 1 ເມສາ ເປັນຕົ້ນມາໄດ້ເຮັດໃຫ້ບໍ່ມີ
ນັກທ່່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວ. ສ່ວນການປີດດ່ານຊາຍແດນໃນ
ທົ່ວປະເທດກໍຍັງໄດ້ສົ່ງຜົນກະທົບຕໍ່ການຄ້າກັບຕ່າງປະເທດ ແລະເຮັດໃຫ່້ລັດຖະບານ
ລາວຕ້ອງປັບລົດຄາດໝາຍການເຕີບໂຕທາງເສດຖະກິດໃນປີ 2020 ຜ່ານມາອີກດ້ວຍ.

ສ່ວນທະນາຄານພັດທະນາ ເອເຊຍ (ADB) ກໍສະເໜີລາຍງານວ່າການເຕີບໂຕທາງເສດຖະກິດລາວ ໃນປີ 2020 ໄດ້ປັບຕົວຫຼຸດລົງ ແລະ ຕິດລົບເຖິງ 2.5 ເປີເຊັນ ເມື່ອທຽບໃສ່ປີ 2019 ແລະ ຖືເປັນການຕິດລົບຄັ້ງທຳອິດຂອງເສດຖະກິດລາວ ໃນໄລຍະ 30 ກວ່າປີ ນັບແຕ່ປີ 1986 ເປັນຕົ້ນມາ ໂດຍມີສາເຫດສຳຄັນປະການນຶ່ງມາຈາກການລະບາດຂອງ COVID-19 ໃນຕະຫຼອດປີ 2020 ເລື້ອຍມາ ຈົນເຖິງປັດຈຸບັນ ອັນໄດ້ເຮັດໃຫ້ພາກກະສິກຳຂະຫຍາຍຕົວພຽງແຕ່ 1.9 ເປີເຊັນ ຈາກເປົ້າໝາຍທີ່ວາງໄວ້ຢູ່ 2.5 ເປີເຊັນ. ສ່ວນພາກອຸດສາຫະກຳ ກໍຂະຫຍາຍຕົວເພີ່ມຂຶ້ນພຽງ 1.4 ເປີເຊັນ ແລະ ພາກບໍລິການ-ການທ່ອງທ່ຽວນັ້ນ ກໍຕິດລົບເຖິງ 5.5 ເປີເຊັນ ເພາະວ່ານັກທ່ອງທ່ຽວຊາວຕ່າງຊາດເດີນທາງມາລາວຫຼຸດລົງເກີນກວ່າ 80 ເປີເຊັນ ທຽບໃສ່ປີ 2019 ນັ້ນເອງ.

ສະພາອຸດສາຫະກໍາ ແລະການຄ້າຂອງສະພາບຢູໂຣບ (EU) ປະຈຳລາວ ຄາດຄະເນວ່າ ການລະບາດຂອງ ພະຍາດ COVID-19 ເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດໃນລາວຕ້ອງສູນເສຍລາຍໄດ້ຫຼາຍກວ່າ 70 ເປີເຊັນ ຂອງລາຍໄດ້ທັງໝົດ ແລະໄດ້ມີການເລີກຈ້າງງານໃນລາວ ເກີນກວ່າ 1 ແສນຄົນ ໃນປີ 2020 ທີ່ຜ່ານມາ.

XS
SM
MD
LG