ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະນຳໃຊ້ລະບົບ ຈັດເກັບ ລາຍຮັບ ສ່ວຍສາອາກອນ ແບບປະຕູດຽວ


ບັນດາພະນັກງານພາສີ ກະຊວງການເງິນ ພາກັນລົງຄະແນນສຽງ
ບັນດາພະນັກງານພາສີ ກະຊວງການເງິນ ພາກັນລົງຄະແນນສຽງ

ລັດຖະບານລາວ ຈະນຳໃຊ້ລະບົບຈັດເກັບລາຍຮັບສ່ວຍສາອາກອນ ແບບປະຕູດຽວ
ເພື່ອເພີ່ມປະສິດທິພາບ ໃນການຈັດເກັບລາຍຮັບ ຈາກອາກອນນຳເຂົ້າ ແລະສົ່ງອອກ
ສິນຄ້າ ໃຫ້ໄດ້ຫລາຍຂຶ້ນ ແລະໄດ້ມາດຕະຖານສາກົນ.

ທ່ານບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະການຄ້າ
ຢືນຢັນວ່າ ທາງການລັດຖະບານລາວ ຈະນຳໃຊ້ລະບົບການຈັດເກັບລາຍຮັບ ເຂົ້າ ງົບປະມານຂອງ ລັດຖະບານໃນທົ່ວປະເທດ ໃຫ້ໄວທີ່ສຸດ ໂດຍສະເພາະ ແມ່ນພາກ
ສ່ວນທີ່ກ່ຽວຂ້ອງ ກັບການຄ້າຂາອອກ ແລະຂາເຂົ້າອັນລວມເຖິງ ພາກສ່ວນ ທີ່ຮັບຜິດ
ຊອບການນຳເຂົ້າຍານພາຫະນະຈາກຕ່າງປະເທດດ້ວຍນັ້ນ ດັ່ງທີ່ທ່ານບຸນມີ ຢືນຢັນ
ວ່າ:

"ໃນອະນາຄົດໃກ້ໆນີ້ ກົມພາສີ ກະຊວງການເງິນ ກໍມີແຜນຈະເລີ່ມນຳໃຊ້ລະບົບ
ປະຕູດຽວ ຢູ່ກົມຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງ ແລະຂະຫຍາຍໄປຫາ
ບັນດາຂະແໜງການອື່ນໆ ເພື່ອໃຫ້ຄົບທຸກຂະແໜງການ ທີ່ອອກອະນຸຍາດ
ນຳເຂົ້າ ແລະສົ່ງອອກນັ້ນ ນອກນັ້ນ ກໍໄດ້ມີລະບົບການຄົ້ນຫາ ອັດຕາພາສີ
ນຳເຂົ້າ ແລະບັນດາມາດຕະການຕ່າງໆ ທີ່ຕິດພັນກັບການນຳເຂົ້າ ແລະ
ສົ່ງອອກ."

ພິທີເປີດ ກົງສຸນ ເກົາຫຼີໃຕ້ ຢູ່ນະຄອນຫຼວງວຽງຈັນ
ພິທີເປີດ ກົງສຸນ ເກົາຫຼີໃຕ້ ຢູ່ນະຄອນຫຼວງວຽງຈັນ

ທັງນີ້ ກະຊວງການເງິນ ໄດ້ເລີ່ມການຈັດຕັ້ງປະຕິບັດ ໂຄງການລະບົບຂໍ້ມູນ-ຂ່າວສານ
ແລະຄຸ້ມຄອງລາຍຮັບສ່ວຍສາອາກອນ ເມື່ອບໍ່ນານມານີ້ ໂດຍໄດ້ຮັບເງິນກູ້ຈາກກອງ
ທຶນ ເພື່ອການຮ່ວມມື ແລະການພັດທະນາເສດຖະກິດຂອງລັດຖະບານເກົາຫຼີໃຕ້ ໃນ
ມູນຄ່າ 28.5 ລ້ານໂດລາ ແລະລັດຖະບານລາວ ໄດ້ສົມທົບໃນມູນຄ່າ 4 ລ້ານໂດລາ
ໂດຍກຸ່ມບໍລິສັດ LG Consortium ຈາກເກົາຫຼີໃຕ້ ເປັນຜູ້ທີ່ຮັບຜິດຊອບ ການພັດ
ທະນາ ໂຄງການໃຫ້ແລ້ວເສັດ ແລະນຳໃຊ້ພາກຕົວຈິງ ໃຫ້ໄດ້ໃນຕົ້ນປີ 2019 ເປັນ
ຢ່າງຊ້າ.

ໂດຍການນຳໃຊ້ ລະບົບດັ່ງກ່າວນີ້ ຈະເຮັດໃຫ້ການຈັດເກັບຮັບສ່ວຍສາອາກອນ
ມີປະສິດທິພາບເພີ່ມຂຶ້ນ ເພາະເປັນລະບົບຂໍ້ມູນ-ຂ່າວສານ ແລະຄຸ້ມຄອງລາຍຮັບ
ສ່ວຍສາອາກອນທີ່ທັນສະໄໝ ແລະໄດ້ລະດັບມາດຕະຖານສາກົນ ທັງໃນການສ້າງ
ລະບົບຂໍ້ມູນ-ຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາກອນຢ່າງຄົບຊຸດ ການພັດທະນາ
ຊຸດຄຳສັ່ງການແຈ້ງມອບລາຍຮັບ ການກວດສອບຫລັງການແຈ້ງ ການປະເມີນຄາດ
ຄະເນແຫລ່ງລາຍຮັບ ການກຳນົດເລກປະຈຳຕົວຜູ້ເສຍອາກອນ ການເຊື່ອມຕໍ່ລະບົບ
ຕ່າງໆ ຂອງກະຊວງການເງິນ ກັບຂະແໜງການຕ່າງໆ ທີ່ກ່ຽວຂ້ອງຜ່ານທາງ
Electronic ແລະການສ້າງສູນຂໍ້ມູນ-ຂ່າວສານ ແລະສູນສຳຮອງຂໍ້ມູນ-ຂ່າວສານ
ຢູ່ອາຄານ 6 ຊັ້ນ ທີ່ສ້າງຂຶ້ນໃໝ່ທັງໝົດ.

ລົດລາຄາແພງ ນຳເຂົ້າຈາກຕ່າງປະເທດ
ລົດລາຄາແພງ ນຳເຂົ້າຈາກຕ່າງປະເທດ

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ
ກະຊວງການເງິນ ຢືນຢັນວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍ
ຮັບໃນແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໃນຊ່ວງປີ 2016-2020
ໃຫ້ເພີ່ມຂຶ້ນ 50 ເປີເຊັນ ທຽບໃສ່ສົກປີ 2011-2015 ໂດຍຈະເຮັດໃຫ້ລັດຖະບານ
ມີລາຍຮັບລວມເຖິງ 149,600 ຕື້ກີບ ຄິດເປັນ 19-20 ເປີເຊັນ ຂອງຜະລິດຕະພັນ
ລວມ (GDP) ໃນໄລຍະ 5 ປີ ດັ່ງກ່າວ.

ທ່ານສົມດີ ບອກວ່າ ຄາດໝາຍລາຍຮັບດັ່ງກ່າວ ແບ່ງເປັນລາຍຮັບພາຍໃນ 131,800
ຕື້ກີບ ຫຼືເພີ່ມຂຶ້ນເຖິງ 72 ເປີເຊັນ ທຽບໃສ່ແຜນການໃນສົກປີ 2011-2015 ແລະ
ພ້ອມກັນນີ້ ລັດຖະບານລາວ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມທັງໝົດ
ບໍ່ເກີນ 176,400 ຕື້ກີບ ໂດຍເພີ່ມຂຶ້ນເຖິງ 48.7 ເປີເຊັນ ທຽບໃສ່ແຜນການໃນສົກປີ
2011-2015 ຫາກແຕ່ກໍຄິດເປັນສັດສ່ວນບໍ່ເກີນ 25 ເປີເຊັນ ຂອງ GDP ໃນຕະຫຼອດ
ສົກປີ 2016-2020 ໂດຍໃນນີ້ ກໍລວມເຖິງລາຍຈ່າຍເງິນເດືອນພະນັກງານລັດ ດ້ວຍໃນມູນຄ່າລວມ 60,000 ຕື້ກີບ.

ແຕ່ຢ່າງໃດກໍຕາມ ທ່ານສົມດີ ກໍຍອມຮັບວ່າ ໃນສົກປີ 2015-2016 ການຈັດເກັບ
ລາຍຮັບ ສ່ວຍສາອາກອນ ສາມາດຈັດຕັ້ງປະຕິບັດໄດ້ ຕ່ຳກວ່າເປົ້າໝາຍທີ່ວາງໄວ້
ເຖິງ 15 ເປີເຊັນ ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ລັດຖະບານລາວ ໄດ້ປັບລົດອັດຕາການຂະຫຍາຍຕົວທາງເສດຖະກິດລົງຈາກ 7.5 ເປີເຊັນ ເປັນ 7
ເປີເຊັນ ຕໍ່ປີໃນຊ່ວງປີ 2017-2020 ທັງຍັງໄດ້ປັບລົດລາຍຈ່າຍ ການລົງທຶນຂອງລັດ
ລົງ 500 ຕື້ກີບ ທີ່ໄດ້ສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິບັດແຜນການພັດທະນາ
ເສດຖະກິດ-ສັງຄົມ ໂດຍລວມ ເພາະການຈັດຕັ້ງປະຕິບັດໃນຕົວຈິງ ຈະຕ້ອງໃຊ້ງົບ
ປະມານເຖິງ 3,800 ຕື້ກີບ ສະນັ້ນ ຈຶ່ງເຮັດໃຫ້ໂຄງການຂອງທ້ອງຖິ່ນ ຕ້ອງຖືກລົດ ງົບປະມານລາຍຈ່າຍ ໃນທົ່ວປະເທດດ້ວຍນັ້ນເອງ.

ໂດຍຄາດວ່າ GDP ຈະມີມູນຄ່າລວມ 597,682 ຕື້ກີບ ຄິດສະເລ່ຍເປັນລາຍໄດ້
ຂອງປະຊາຊົນທີ່ລະດັບ 23.82 ລ້ານກີບ ຫຼື 2,978 ໃນປີ 2020.

XS
SM
MD
LG