ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ວາງເປົ້າໝາຍ ຈະເພີ່ມການຜະລິດເຂົ້າ ໃຫ້ໄດ້ ເຖິງ 5 ລ້ານໂຕນ ໃນປີ 2020


ຊາວນາຂອງລາວ ນຳໃຊ້ເຄື່ອງຈັກ ໃນການປູກເຂົ້າ
ຊາວນາຂອງລາວ ນຳໃຊ້ເຄື່ອງຈັກ ໃນການປູກເຂົ້າ

ລັດຖະບານລາວວາງເປົ້າໝາຍ ຈະເພີ່ມຜົນຜະລິດເຂົ້າໃຫ້ ເຖິງ 5 ລ້ານໂຕນ ໃນປີ
2020 ໂດຍໄດ້ກຳນົດໃຫ້ພື້ນທີ່ 10 ແຂວງ ເປັນເຂດອູ່ເຂົ້າ-ອູ່ນ້ຳຂອງຊາດ ທີ່ຜະລິດ ເຂົ້າໄດ້ເກີນກວ່າ 85 ເປີເຊັນ ຂອງຜົນຜະລິດທັງໝົດ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ ເປີດເຜີຍວ່າ ລັດຖະບານລາວ ວາງເປົ້າ ໝາຍຈະຊຸກຍູ້ ການຜະລິດເຂົ້າໃຫ້ໄດ້ເຖິງ 5 ລ້ານໂຕນໃນປີ 2020 ໂດຍໄດ້ກຳນົດ ເອົາພື້ນທີ່ 10 ແຂວງໃຫ້ເປັນເຂດຈຸດສຸມຂອງການປູກເຂົ້າທີ່ເອີ້ນວ່າ ເຂດອູ່ເຂົ້າ-ອູ່ນ້ຳ ຂອງຊາດ ທີ່ປະກອບດ້ວຍແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ບໍລິຄຳໄຊ ວຽງຈັນ ໄຊຍະບູລີ ຫລວງນ້ຳທາ ບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ ພາຍໃຕ້ເປົ້າໝາຍທີ່ຈະຊຸກຍູ້ການຜະລິດເຂົ້າ ຮ່ວມກັນໃຫ້ໄດ້ເກີນກວ່າ 85 ເປີເຊັນ ຂອງຜົນຜະລິດທັງໝົດ ຊຶ່ງກໍປາກົດວ່າ ໃນລະດູການຜະລິດຕະຫຼອດປີ 2015 ກະເສດຕະກອນລາວໃນເຂດ 10 ແຂວງດັ່ງກ່າວ ກໍສາມາດຜະລິດເຂົ້າໄດ້ 3 ລ້ານ
2 ແສນກວ່າໂຕນ ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 3 ລ້ານ 4 ແສນໂຕນ ໃນປີ 2016 ນີ້.

ຊາວນາລາວ ບາງສ່ວນ ຍັງໃຊ້ແຮງງານຄົນ ເພື່ອປູກເຂົ້າ
ຊາວນາລາວ ບາງສ່ວນ ຍັງໃຊ້ແຮງງານຄົນ ເພື່ອປູກເຂົ້າ


ໂດຍທັງ 10 ແຂວງດັ່ງກ່າວນີ້ ມີເນື້ອທີ່ປູກເຂົ້າລວມກັນກວ້າງກວ່າ 786,000 ເຮັກຕາ ຫາກແຕ່ວ່າ ໃນນີ້ກໍມີພຽງ 315,000 ເຮັກຕາ ຄິດເປັນ 40 ເປີເຊັນ ເທົ່ານັ້ນ ຂອງເນື້ອທີ່ ນາທັງໝົດທີ່ໄດ້ຮັບການສະໜອງນ້ຳຈາກຄອງຊົນລະປະທານ ສ່ວນນອກນັ້ນ ເປັນການ ປູກເຂົ້ານອກເຂດຊົນລະປະທານ ຊຶ່ງມີຄວາມສ່ຽງສູງ ຕໍ່ການປ່ຽນແປງ ຂອງສະພາບ ດິນຟ້າອາກາດ ທັງໄພແລ້ງ ແລະ ນ້ຳຖ້ວມ ຈຶ່ງຖືເປັນປັດໄຈ ທີ່ຈະສົ່ງຜົນກະທົບ ຕໍ່ເປົ້າ ໝາຍດັ່ງກ່າວ ຂອງລັດຖະບານລາວໄດ້ ຕະຫຼອດເວລາ.

ສຳລັບໃນລະຍະແຜນການປີ 2014-2015 ລັດຖະບານລາວໄດ້ວາງເປົ້າໝາຍ ການ ຜະລິດເຂົ້າໄວ້ ໃນປະລິມານລວມ 4 ລ້ານ 2 ແສນໂຕນ ໃນເນື້ອທີ່ປູກເຂົ້າທັງໝົດ 1.04 ລ້ານເຮັກຕາ ທົ່ວປະເທດ ແລະໃນນີ້ກໍຈະຕ້ອງຂະຫຍາຍພື້ນທີ່ປູກເຂົ້າ ໃນເຂດ 10
ແຂວງດັ່ງກ່າວໃຫ້ເພີ່ມຂຶ້ນຈາກ 6 ແສນເຮັກຕາໃນແຜນການປີ 2013-2014 ໃຫ້ເປັນ
8 ແສນເຮັກຕາ ໃນແຜນການປີ 2014-2015 ຫາກແຕ່ລັດຖະບານລາວ ກໍບໍ່ສາມາດ ບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງ ເພາະສາມາດຊຸກຍູ້ໃຫ້ກະເສດຕະກອນລາວ ໃນເຂດ 10 ແຂວງດັ່ງກ່າວປູກເຂົ້າໄດ້ໃນເນື້ອທີ່ລວມ 786,000 ກວ່າເຮັກຕາ ຄິດເປັນ 95 ເປີເຊັນ ຂອງແຜນການ ທີ່ວາງໄວ້ດັ່ງກ່າວ.

ຍິ່ງໄປກວ່ານັ້ນ ການທີ່ລາວຕ້ອງປະເຊີນກັບໄພທຳມະຊາດ ທີ່ໜັກໜ່ວງຫຼາຍຂຶ້ນນັບມື້ ກໍເຮັດໃຫ້ເກີດເສຍຫາຍເພີ່ມຂຶ້ນທຸກປີ ແລະໃນລະດູແລ້ງປີນີ້ ກະເສດຕະກອນລາວ ໃນທົ່ວປະເທດປູກເຂົ້ານາແຊງ ໄດ້ໃນເນື້ອທີ່ລວມພຽງແຕ່ 94,700 ກວ່າເຮັກຕາ ຄິດ
ເປັນ 75 ເປີເຊັນ ຂອງແຜນການປີ ປະກອບກັບການປູກເຂົ້ານາແຊງ ສ່ວນໃຫຍ່ຕ້ອງ
ເພິ່ງພາການສູບນ້ຳ ຈາກແມ່ນ້ຳຂອງ ຫາກແຕ່ກໍປາກົດວ່າ ລະດັບນ້ຳໃນແມ່ນ້ຳຂອງ ທີ່ບົກແຫ້ງກວ່າທຸກປີ ຈຶ່ງເຮັດໃຫ້ກະເສດຕະກອນລາວ ພາກັນຫັນໄປປູກພືດຊະນິດ ອື່ນແທນ ການປູກເຂົ້າຫຼາຍຂຶ້ນດ້ວຍນັ້ນ ກໍເຮັດໃຫ້ຜະລິດເຂົ້ານາແຊງໄດ້ ຕ່ຳກວ່າ ເປົ້າໝາຍ ທີ່ວາງເອົາໄວ້ ຢ່າງຫລີກລ່ຽງບໍ່ໄດ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ ການຢືນຢັນວ່າ:

“ສັງເກດເບິ່ງແລ້ວໃນຫຼາຍໆ ຈຸດທີ່ພວກເຮົາໃຊ້ຈັກສູບນ້ຳ ຈາກນ້ຳຂອງນີ້ ເຫັນວ່າ ຫຼາຍຈຸດ ແມ່ນຈະເກີດຊາຍ ຖືວ່າລະດັບນ້ຳໜ້ອຍກວ່າປົກກະຕິ ແລະອີກອັນໜຶ່ງ ປະຊາຊົນນີ້ ກະຫັດໄປຜະລິດແນວອື່ນ ເຊັ່ນ ປູກຢາສູບ ປູກສາລີ ປູກມັນຕົ້ນ ປູກຢາງພາລາ ເພື່ອມາປ່ຽນແທນ ໃນການຜະລິດເຂົ້ານາແຊງນີ້ ກະແມ່ນສາເຫດ ຈະໃຫ້ໄທເຮົາ ບໍ່ສາມາດບັນລຸຕົວເລກຄາດໝາຍ.”

ນອກຈາກນັ້ນໄພແຫ້ງແລ້ງຢ່າງໜັກໜ່ວງ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຖິງແຜນການ ປູກພືດເສດຖະກິດຊະນິດອື່ນໆ ເຊັ່ນ ສາລີລ້ຽງສັດ ສາລີຫວານ ມັນຕົ້ນ ໝາກເດືອຍ ຖົ່ວດິນ ແລະພືດຜັກຕ່າງໆ ໃນລາວອີກດ້ວຍ ໂດຍກະເສດຕະກອນ ລາວ ສາມາດປູກ
ພືດເຫຼົ່ານີ້ໄດ້ ໃນເນື້ອທີ່ 93,900 ເຮັກຕາ ຫຼືຄິດເປັນ 63 ເປີເຊັນ ຂອງແຜນການທີ່ວາງ ໄວ້ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປາໄມ້ ກໍໄດ້ວາງແຜນການ ທີ່ຈະຂະຫຍາຍ ລະບົບຊົນລະປະທານ ໃຫ້ໄດ້ 18 ໂຄງການໃນຊ່ວງປີ 2016-2020 ແລະຈະກໍ່ສ້າງ ລະບົບຄອງຊົນລະປະທານໃຫ້ໄດ້ເພີ່ມຂຶນອີກ 17 ໂຄງການໃນຊ່ວງປີ 2021-2025 ຊຶ່ງຈະເຮັດໃຫ້ສາມາດຕອບສະໜອງນ້ຳໃຫ້ກັບທີ່ນາໄດ້ກວ້າງກວ່າ 5 ແສນເຮັກຕາ
ໃນປີ 2020 ແລະເພີ່ມຂຶ້ນເປັນ ກວ້າງກວ່າ 6 ແສນເຮັກຕາ ໃນປີ 2025 ສ່ວນໃນປີ
2016 ນີ້ ລັດຖະບານລາວກໍໄດ້ວາງເປົ້າໝາຍການຜະລິດເຂົ້າໃຫ້ໄດ້ບໍ່ຕ່ຳກວ່າ 4
ລ້ານ 2 ແສນໂຕນ.

XS
SM
MD
LG