ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ວາງເປົ້າໝາຍ ການຈັດຕັ້ງ ປະຕິບັດ ແຜນການພັດທະນາ ເສດຖະກິດ ແລະສັງຄົມ ແຫ່ງຊາດ ໃນປີ 2018


ແມ່ຄ້າຂາຍອາຫານການກິນ ເປັນທຸລະກິດນ້ອຍ ແບບຄອບຄົວ ເຊິ່ງເປັນອາຊີບນຶ່ງ ທີ່ຈະຍົກລະດັບ ຊີວິດການເປັນຢູ່ ໃຫ້ແກ່ຄອບຄົວ.
ແມ່ຄ້າຂາຍອາຫານການກິນ ເປັນທຸລະກິດນ້ອຍ ແບບຄອບຄົວ ເຊິ່ງເປັນອາຊີບນຶ່ງ ທີ່ຈະຍົກລະດັບ ຊີວິດການເປັນຢູ່ ໃຫ້ແກ່ຄອບຄົວ.

ລັດຖະບານລາວ ວາງເປົ້າໝາຍສຳລັບການຈັດຕັ້ງປະຕິບັດແຜນການພັດທະນາເສດ
ຖະກິດແລະສັງຄົມແຫ່ງຊາດ ໃນປີ 2018 ໂດຍແນໃສ່ການພັດທະນາຊົນນະບົດເພື່ອ
ໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້.

ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ
ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍໄວ້ ວ່າ ຈະດຳເນີນມາດ
ຕະການໃນທຸກວິທີທາງ ເພື່ອເຮັດໃຫ້ ສປປ ລາວ ຫລຸດພົ້ນຈາກສະພາບດ້ອຍ
ພັດທະນາໃຫ້ໄດ້ ຢ່າງແທ້ຈິງ ພາຍໃນປີ 2020 ໂດຍສຳລັບ ໃນແຜນການພັດທະນາ
ເສດຖະກິດ ແລະສັງຄົມແຫ່ງຊາດໃນສົກປີ 2018 ທີ່ຈະເຖິງນີ້ ລັດຖະບານລາວ
ຈະເນັ້ນໜັກ ການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງ
ປະຊາຊົນ ໃນເຂດຊົນນະບົດໃຫ້ດີຂຶ້ນ ແລະລົດລະດັບຄວາມແຕກໂຕນຂອງ
ການພັດທະນາທາງເສດຖະກິດ ລະຫວ່າງ ປະຊາຊົນ ໃນເຂດເມືອງກັບເຂດ
ຊົນນະບົດໃຫ້ໄດ້ຢ່າງເປັນຮູບປະທຳ ດ້ວຍການພັດທະນາຢ່າງຮອບດ້ານ ດັ່ງທີ່
ທ່ານສຸພັນ ຢືນຢັນວ່າ:

“ຕັ້ງໜ້າຮັກສາສະຖຽນລະພາບ ຂອງເສດຖະກິດມະຫາພາກ ໃຫ້ມີຄວາມ
ໝັ້ນທ່ຽງ ແລະພັດທະນາຊັບພະຍາກອນມະນຸດ ໂດຍສຸມໃສ່ຍົກລະດັບ
ຄຸນນະພາບທາງດ້ານການສຶກສາ ການບໍລິການດ້ານສາທາລະນະສຸກ
ໃຫ້ໄດ້ທັງປະລິມານ ແລະຄຸນນະພາບ ເນັ້ນໃສ່ຮາກຖານເຂດທຸກຍາກ
ແລະເຂດຫ່າງໄກສອກຫລີກ ເພືຶ່ອຍົກລະດັບລາຍໄດ້ໃນເຂດຊົນນະບົດ
ເພີ່ມຂຶ້ນ ເທື່ອລະກ້າວ ພັດທະນາຝີມືແຮງງານເປັນປັດໄຈຕົ້ນຕໍ ຂອງການ
ບັນລຸເປົ້າໝາຍການພັດທະນາ ຢ່າງຍືນຍົງ ແລະເປັນເງື່ອນໄຂໃນການ
ຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ.”

ວິໄສທັດການພັດທະນາ ລາວ ເຖິງປີ 2030 ຊຶ່ງປະກອບດ້ວຍ ການລົບລ້າງຄວາມຍາກຈົນ ລົບລ້າງຄວາມອຶດຫິວ ຮັບປະກັນສຸຂະພາບອະນາໄມທີ່ດີ
ວິໄສທັດການພັດທະນາ ລາວ ເຖິງປີ 2030 ຊຶ່ງປະກອບດ້ວຍ ການລົບລ້າງຄວາມຍາກຈົນ ລົບລ້າງຄວາມອຶດຫິວ ຮັບປະກັນສຸຂະພາບອະນາໄມທີ່ດີ

ໂດຍອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ທີ່ນະຄອນວຽງຈັນ
ລະບຸວ່າ ລັດຖະບານ ລາວ ໄດ້ບັນລຸເປົ້າໝາາຍການພັດທະນາຢ່າງຍືນຍົງ
(Sustainable Development Goal-SDG) ໄວ້ໃນແຜນພັດທະນາເສດຖະກິດ
ແລະສັງຄົມແຫ່ງຊາດ 17 ເປົ້າໝາຍຈາກທັງໝົດ 18 ເປົ້າໝາຍ ທີ່ໄດ້ຕົກລົງໄວ້ກັບ
ອົງການສະຫະປະຊາຊາດ ຊຶ່ງລັດຖະບານລາວ ກໍເຊື່ອໝັ້ນວ່າ ຈະສາມາດຈັດຕັ້ງ
ປະຕິິບັດໃຫ້ບັນລຸຜົນສຳເລັດໄດ້ ທັງ 17 ເປົ້າໝາຍ ທີ່ກຳນົດໄວ້ໃນວິໄສທັດການພັດ
ທະນາ ລາວ ເຖິງປີ 2030 ຊຶ່ງປະກອບດ້ວຍການລົບລ້າງຄວາມຍາກຈົນ ລົບລ້າງ
ຄວາມອຶດຫິວ ຮັບປະກັນສຸຂະພາບອະນາໄມທີ່ດີ ການຮັບປະກັນຄວາມສະເໝີພາບ
ທາງດ້ານການສຶກສາ ຄວາມສະເໝີພາບ ລະຫວ່າງຍິງ ແລະຊາຍ ການຕອບສະ
ໜອງນ້ຳ ແລະພະລັງງານສະອາດ ການຮັບປະກັນການມີງານທຳ ການຊຸກຍູ້ອຸດສາ
ຫະກຳສີຂຽວ ຫລຸດຜ່ອນຄວາມບໍ່ເທົ່າທຽມ ສ້າງທີ່ຢູ່ອາໄສທີ່ປອດໄພ ຕອບສະໜອງ
ຄວາມຕ້ອງການໃນຊີວິດປະຈຳວັນໃຫ້ພຽງພໍ ສະກັດກັ້ນພາວະໂລກຮ້ອນ ການໃຊ້
ຊັບພະຍາກອນທຳມະຊາດຢ່າງຍືນຍົງ ຟື້ນຟູປ່າໄມ້ ແລະນິເວດທຳມະຊາດ ການສົ່ງ
ເສີມຄວາມຍຸຕິທຳໃນສັງຄົມ ແລະສົ່ງເສີມການປະກອບສ່ວນຂອງປະຊາຊົນ ເຂົ້າໃນ
ການພັດທະນາປະເທດລາວ.

ສ່ວນເປົ້າໝາຍທີ 18 ຄືການຫລຸດຜ່ອນຜົນກະທົບ ຈາກລະເບີດບໍ່ທັນແຕກທີ່ຕົກ
ຄ້າງໃນລາວ (UXO) ນັ້ນ ຍັງບໍ່ສາມາດບັນຈຸເຂົ້າໃນວິໄສທັດປີ 2030 ໄດ້ ເພາະລັດ
ຖະບານ ລາວ ບໍ່ເຊື່ອໝັ້ນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາະຈະຕ້ອງນຳໃຊ້
ທຶນຢ່າງຫລວງຫຼາຍເພື່ອເກັບກູ້ UXO ທີ່ຍັງຕົກຄ້າງຢູ່ໃນລາວ ຫຼາຍກວ່າ 80 ລ້ານ
ໜ່ວຍ ໃນປັດຈຸບັນນີ້.

ທາງດ້ານ ທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນ
ໂລຈີ ແລະສິ່ງແວດລ້ອມ ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດ
ຖະກິດ ແລະສັງຄົມ ໃນລະຍະ 9 ເດືອນທີ່ຜ່ານມາ ຂອງປີ 2017 ນີ້ ຍັງບໍ່ສາມາດ ບັນລຸຄາດໝາຍທີ່ວາງເອົາໄວ້ ເກືອບໃນໃນທຸກດ້ານ ຊຶ່ງລວມເຖິງ ການຂະຫຍາຍຕົວ
ທາງເສດຖະກິດ ຜົນຜະລິເຂົ້າ ການພັດທະນາຝີມືແຮງງານ ແລະ ການໃຫ້ບໍລິການ
ດ້ານສາທາລະນະສຸກແກ່ປະຊາຊົນລາວ ບັນດາເຜົ່າທີ່ຍາກຈົນ ໃນເຂດຊົນນະບົດ
ໃນທົ່ວປະເທດອີກດ້ວຍ.

ໃນຊ່ວງ 6 ເດືອນຕົ້ນປີ 2017 ລັດຖະບານລາວ ສາມາດລົບລ້າງຄວາມຍາກຈົນ
ຂອງປະຊາຊົນໄດ້ 6,546 ຄອບຄົວ ໃນ 83 ບ້ານ ໂດຍແຂວງສາລະວັນ ບໍ່ແກ້ວ
ເຊກອງ ຫົວພັນ ຊຽງຂວາງ ແລະອຸດົມໄຊ ຍັງມີປະຊາຊົນຍາກຈົນຫຼາຍທີ່ສຸດໃນລາວ
ຊຶ່ງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ການອະທິບາຍວ່າ ເປົ້າໝາຍລົບ
ລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊິງ ຄືເຮັດໃຫ້ປະຊາຊົນ ມີຢູ່ມີກິນ ໄດ້ຮັບການ
ຮັກສາປິ່ນປົວຍາມເຈັບປ່ວຍ ລູກຫລານໄດ້ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂ ການ
ຜະລິດ ທີ່ກຸ້ມຕົນເອງໄດ້ຢ່າງຍືນຍົງ ເພື່ອຫລຸດພົ້ນຈາກສະພາບດ້ອຍພັດທະນາ
ໃຫ້ໄດ້ໃນປີ 2020.

XS
SM
MD
LG