ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈັດເກັບລາຍຮັບບໍ່ໄດ້ຕາມ ແຜນການຍ້ອນຂາດຄວາມໂປ່ງໃສໃນ ການເກັບພາສີ


ລັດຖະບານລາວ ຈັດເກັບລາຍຮັບໄດ້ພຽງ 19.3 ເປີເຊັນ ເທົ່ານັ້ນ ໃນຊ່ວງ 3 ເດືອນທຳອິດ
ລັດຖະບານລາວ ຈັດເກັບລາຍຮັບໄດ້ພຽງ 19.3 ເປີເຊັນ ເທົ່ານັ້ນ ໃນຊ່ວງ 3 ເດືອນທຳອິດ

ລັດຖະບານລາວ ຈັດເກັບລາຍຮັບໄດ້ພຽງ 19.3 ເປີເຊັນ ເທົ່ານັ້ນ ໃນຊ່ວງ 3 ເດືອນ
ທຳອິດຂອງແຜນການປີ 2017 ໂດຍມີສາເຫດມາຈາກລະບົບການຈັດເກັບລາຍຮັບ
ຍັງບໍ່ມີຄວາມໂປ່ງໃສ ແລະ ມີຫຼາຍຂັ້ນຕອນເກີນໄປ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ
ຖະແຫລງຍອມຮັບວ່າ ການຈັດເກັບລາຍຮັບຂອງລັດຖະບານລາວ ໃນຊ່ວງ 3 ເດືອນ
ທຳອິດຂອງແຜນການປີ 2017 ນີ້ ສາມາດປະຕິບັດໄດ້ຕ່ຳກວ່າຄາດໝາຍ ກໍຄືຈັດເກັບ
ລາຍຮັບໄດ້ພຽງ 4,621.58 ຕື້ກີບ ຄິດເປັນ 19.3 ເປີເຊັນຂອງແຜນການຕະຫຼອດປີ
2017 ເທົ່ານັ້ນ ຊຶ່ງໃນນີ້ ກໍແບ່ງເປັນລາຍຮັບພາຍໃນ 4,183.37 ຕື້ກີບ ແລະການຊ່ວຍ
ເຫຼືອລ້າ ຈາກຕ່າງປະເທດ 438.2 ຕື້ກີບ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ

ຊຶ່ງການຊ່ວຍເຫຼືອລ້າຈາກຕ່າງປະເທດດັ່ງກ່າວ ຍັງຖືເປັນການຊ່ວຍເຫຼືອທີ່ຫລຸດລົງ
ຈາກ ໄລຍະດຽວກັນ ໃນປີ 2016 ຄິດເປັນອັດຕາທີ່ເກີນກວ່າ 57 ເປີເຊັນ ອີກດ້ວຍ
ຫາກແຕ່ກໍຍັງບໍ່ຮູ້ສາເຫດທີ່ຊັດເຈນວ່າ ເປັນຍ້ອນຫຍັງ ຈຶ່ງເຮັດໃຫ້ຕ່າງປະເທດ ໃຫ້
ການຊ່ວຍເຫຼືອແກ່ລາວຫລຸດລົງ. ສ່ວນສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບພາຍ
ໃນຫລຸດລົງນັ້ນ ກໍຍ້ອນວ່າລະບົບການຈັດເກັບລາຍຮັບຍັງບໍ່ໂປ່ງໃສ ແລະມີຫລາຍຂັ້ນ
ຕອນເກີນໄປ ຈຶ່ງເຮັດໃຫ້ຈະຕ້ອງມີການປັບປຸງໃໝ່ທັງລະບົບ ດັ່ງທີ່ ທ່ານສົມດີ ໄດ້ໃຫ້
ການຢືນຢັນວ່າ:

“ຕ້ອງໄດ້ມີການປັບປຸງການບໍລິການດ້ານພາສີນີ້ ໃຫ້ສະດວກວ່ອງໄວ ໂປ່ງໃສ ເລີ່ມ
ແຕ່ກົມພີ້ແຫລະລົງໄປເນາະ ຮອດດ່ານ ຮອດກອງ ແຕ່ລະບ່ອນກະເຫັນວ່າ ຍັງມີ
ຄວາມຫຍຸ້ງຍາກ ບໍ່ທັນສະດວກວ່ອງໄວປານໃດ ແລະບໍ່ມີຄວາມໂປ່ງໃສ ສະນັ້ນ
ຈຶ່ງຄິດວ່າ ສິໄດ້ມີການປັບປຸງອັນນີ້ ດ້ວຍການຫັນການຄຸ້ມຄອງການບໍລິການ ໄປສູ່
ທັນສະໄໝ ພວກເຮົາຈະຕັ້ງຄາດໝາຍວ່າ ເກັບລາຍຮັບຕ່າງໆ ຢູ່ດ່ານພາສີຊາຍ
ແດນ ຫຼື ດ່ານທີ່ສຳຄັນ ດ່ານສາກົນຜ່ານລະບົບທະນາຄານ ໂດຍດຽວນີ້ ກະເລີ່ມ
ເຮັດ ຢູ່ພາສີທ່ານາແລ້ງ ກະຍັງບໍ່ທັນໄດ້ສຳເລັດໝົດ ແລະ ລະບົບການແຈ້ງພາສີ
ແຈ້ງເຄື່ອງຂອງຫຍັງຕ່າງໆ ດຽວນີ້ ກໍເຫັນວ່າ ມີຫຼາຍຂັ້ນ ຫຼາຍຂອດຫຼາຍ ແລ້ວ
ກະຍັງໃຊ້ເວລາຊັກຊ້າຢູ່.”

ທາງດ້ານທ່ານບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ
ການຄ້າ ຢືນຢັນວ່າ ລັດຖະບານລາວ ຈະນຳໃຊ້ລະບົບການຈັດເກັບລາຍຮັບສ່ວຍສາ
ອາກອນ ແບບປະຕູດຽວ (One Stop Service) ໃຫ້ຄົບຖ້ວນໃນທຸກພາກສ່ວນທີ່
ກ່ຽວຂ້ອງກັບການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານໃນທົ່ວປະເທດ
ໃຫ້ໄວທີ່ສຸດ ໂດຍສະເພາະແມ່ນພາກສ່ວນທີ່ກ່ຽວຂ້ອງກັບການຄ້າຂາອອກ ແລະ
ຂາເຂົ້າ ອັນລວມເຖິງພາກສ່ວນທີ່ຮັບຜິດຊອບ ການນຳເຂົ້າຍານພາຫະນະ ຈາກ
ຕ່າງປະເທດດ້ວຍນັ້ນ.

ທັງນີ້ ກະຊວງການເງິນ ໄດ້ເລີ່ມການຈັດຕັ້ງປະຕິບັດໂຄງການລະບົບຂໍ້ມູນ-ຂ່າວສານ
ແລະຄຸ້ມຄອງລາຍຮັບສ່ວຍສາອາກອນ ເມື່ອບໍ່ນານມານີ້ ໂດຍໄດ້ຮັບເງິນກູ້ຈາກກອງ
ທຶນເພື່ອການຮ່ວມມື ແລະການພັດທະນາ ເສດຖະກິດຂອງລັດຖະບານເກົາຫຼີໃຕ້ ໃນ
ມູນຄ່າ 28.5 ລ້ານໂດລາ ແລະ ລັດຖະບານລາວ ໄດ້ສົມທົບໃນມູນຄ່າ 4 ລ້ານໂດລາ
ໂດຍກຸ່ມບໍລິສັດ LG Consortium ຈາກເກົາຫຼີໃຕ້ ເປັນຜູ້ທີ່ຮັບຜິດຊອບ ການພັດ
ທະນາ ໂຄງການໃຫ້ແລ້ວເສັດ ແລະນຳໃຊ້ພາກຕົວຈິງໃຫ້ໄດ້ ໃນຕົ້ນປີ 2019 ເປັນ
ຢ່າງຊ້າ.

ໂດຍການນຳໃຊ້ລະບົບດັ່ງກ່າວນີ້ ຈະເຮັດໃຫ້ການຈັດເກັບລາຍຮັບສ່ວຍສາອາກອນ
ມີປະສິດທິພາບເພີ່ມຂຶ້ນ ເພາະເປັນລະບົບຂໍ້ມູນ-ຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາ
ອາກອນ ທີ່ທັນສະໄໝ ແລະໄດ້ລະດັບມາດຕະຖານສາກົນ ທັງໃນການສ້າງລະບົບ
ຂໍ້ມູນ-ຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາກອນຢ່າງຄົບຊຸດ ການພັດທະນາຊຸດ
ຄຳສັ່ງການແຈ້ງມອບລາຍຮັບ ການກວດສອບຫລັງການແຈ້ງ ການປະເມີນຄາດຄະເນ
ແຫລ່ງລາຍຮັບ ການກຳນົດເລກປະຈຳຕົວຜູ້ເສຍອາກອນ ການເຊື່ອມຕໍ່ລະບົບຕ່າງໆ
ຂອງກະຊວງການເງິນ ກັບຂະແໜງການຕ່າງໆ ທີ່ກ່ຽວຂ້ອງຜ່ານທາງ ອີເລັກໂທຣນິກ
ແລະ ການສ້າງສູນຂໍ້ມູນ-ຂ່າວສານ ແລະສູນສຳຮອງຂໍ້ມູນ-ຂ່າວສານຢູ່ເທິງອາຄານ
6 ຊັ້ນທີ່ສ້າງຂຶ້ນໃໝ່ທັງໝົດ.

ລັດຖບານລາວໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບໃນແຜນການພັດທະນາ
ເສດຖະກິດ ແລະ ສັງຄົມ ໃນຊ່ວງປີ 2016 ຫາ 2020 ໃຫ້ໄດ້ເພີ່ມຂຶ້ນ 50 ເປີເຊັນ
ທຽບໃສ່ສົກປີ 2011 ຫາ 2015 ຊຶ່ງກໍຈະເຮັດໃຫ້ລັດຖະບານມີລາຍຮັບລວມເຖິງ
149,600 ຕື້ກີບ ຄິດເປັນ 19 ຫາ 20 ເປີເຊັນ ຂອງຜະລິດຕະພັນລວມພາຍໃນ
(GDP) ໃນໄລຍະ 5 ປີ ດັ່ງກ່າວ ໂດຍໃນນີ້ ຈະເປັນລາຍຮັບພາຍໃນ 131,800
ຕື້ກີບ ຫຼື ເພີ່ມຂຶ້ນເຖິງ 72 ເປີເຊັນ ທຽບໃສ່ສົກປີ 2011 ຫາ 2015. ພ້ອມກັນນີ້
ລັດຖະບານລາວ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມທັງໝົດ ບໍ່ເກີນ
176,400 ຕື້ກີບ ໂດຍເພີ່ມຂຶ້ນເຖິງ 48.7 ເປີເຊັນ ທຽບໃສ່ ສົກປີ 2011 ຫາ 2015
ແຕ່ກໍຄິດເປັນສັດສ່ວນບໍ່ເກີນ 25 ເປີເຊັນຂອງ GDP ໃນຕະຫຼອດສົກປີ 2016
ຫາ 2020.

XS
SM
MD
LG