ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເກັບລາຍຮັບ ໄດ້ຕ່ຳກວ່າເປົ້າໝາຍ ໃນແຜນ ປີ 2021 ຊຶ່ງເຮັດໃຫ້ຕ້ອງກູ້ຢືມ ແລະຂໍການຊ່ວຍເຫລືອຈາກຕ່າງປະເທດ ຫຼາຍ ກວ່າ 2 ຕື້ໂດລາ


ພິ​ທີ​ເຊັນ​ສ​ນັຍາ​ການ​ຊ່ວຍ​ເຫລືອ​ຂອງ​ທະ​ນາ​ຄານ​ໂລກ​ແກ່​ລັດ​ຖະ​ບານ​ລາວ
ພິ​ທີ​ເຊັນ​ສ​ນັຍາ​ການ​ຊ່ວຍ​ເຫລືອ​ຂອງ​ທະ​ນາ​ຄານ​ໂລກ​ແກ່​ລັດ​ຖະ​ບານ​ລາວ

ລັດ​ຖະບານລາວຈັດເກັບລາຍຮັບໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ໃນແຜນງົບປະມານປີ 2021 ເຮັດ​ໃຫ້ຈະ ຕ້ອງກູ້ຢືມ ແລະຂໍການຊ່ວຍເຫລືອຈາກຕ່າງປະເທດຫຼາຍກວ່າ 2 ຕື້ໂດລາ ໃນແຜນ ການປີ 2022, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງ​ນີ້​ມາ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່ຂັ້ນສູງໃນກະຊວງການເງິນ​ເປີດ​ເຜີຍ​ວ່າ ການ​ຈັດເກັບ​ລາຍ​ຮັບ​ຂອງ​ລັດຖະບານລາວໃນ ຊ່ວງວັນທີ 1 ມັງກອນ ຫາ 10 ທັນວາ 2021 ສາມາດປະຕິບັດໄດ້ໃນມູນຄ່າລວມ 24.099 ຕື້ກີບ ກວມເອົາ 87 ເປີເຊັນຂອງແຜນການປີ ຈຶ່ງເຮັດໃຫ້ຄາດວ່າ ລັດຖະບານລາວຈະຈັດເກັບລາຍຮັບ ໄດ້ຕ່ຳກວ່າແຜນການ 12 ເປີເຊັນ ໃນຕະຫລອດປີ 2021 ແລະເຮັດໃຫ້ລັດຖະບານລາວຈະຕ້ອງ ຫາລາຍຮັບໂດຍການກູ້ຢືມ ແລະຂໍການຊ່ວຍເຫຼືອຈາກຕ່າງປະເທດ ເພື່ອມາດຸ່ນດ່ຽງດ້ານລາຍຈ່າຍທີ່ຫລາຍກວ່າລາຍຮັບ ໃນແຜນການປີ 2022 ຄິດເປັນມູນຄ່າເກີນກວ່າ 2 ຕື້ໂດລາ ຫຼື ຫຼາຍກວ່າ 22,350 ຕື້ກີບ.

ທັງ​ນີ້ ລັດຖະບານລາວ ໄດ້ວາງແຜນການທີ່ຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບ ຫຼືຄິດເປັນ 15.13 ເປີເຊັນຂອງມູນ​ຄ່າຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ ຫລ GDP ໃນປີ 2021 ແລະຈະຄວບຄຸມລາຍຈ່າຍ ໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບ ຊຶ່ງຄິດເປັນ 17.3 ເປີເຊັນ ຂອງ GDP ເພື່ອທີ່ຈະຄວບຄຸມ ການຂາດດຸນງົບປະມານໃນມູນຄ່າລວມບໍ່ເກີນ 3,954 ຕື້ກີບ ຫຼືຄິດເປັນ 2.17 ເປີເຊັນຂອງ GDP ໃນປີ 2021 ຜ່ານ​ມາ.

ແຕ່ຢ່າງ​ໃດ​ກໍ​ຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍບໍ່​ສາ​ມາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ແທ້​ຈິງ​ແລ້ວ ເພ​າະ​ວ່າຜົນກະທົບຈາກການລະບາດຂອງພະຍາດໄວຣັສ ໂຄວິດ-19 ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ນອກ​ຈາກຈະເຮັດໃຫ້ລັດຖະບານລາວຈັດເກັບລາຍຮັບໄດ້ຕໍ່າກວ່າເປົ້າ​ໝາຍທີ່ວາງໄວ້ແລ້ວ​ ກໍ​ຍັງສົ່ງ​ຜົນ​ກະ​ທົບຕໍ່​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ​ໃນ​ທຸກ​ພາກ​ສ່ວນ​ທົ່ວ​ປະ​ເທດ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ ສົມ​ມາດ ພົນ​ເສ​ນາ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໃຫ້​ການ​ຢືນ​ຢັນ​ວ່າ:

"ການຂະຫຍາຍຕົວທາງເສດຖະກິດ ແມ່ນຢູ່ໃນລະດັບຕໍ່າສຸດໃນຮອບຫຼາຍໆ 10 ປີທີ່ຜ່ານມາ, ການປະຕິບັດຄາດໝາຍແຜນການເງິນຕາຈຳນວນນຶ່ງບໍ່ໄດ້ຕາມແຜນ ເປັນຕົ້ນ ການຄວບຄຸມ ອັດ ຕາເງິນເຟີ້, ອັດຕາແລກປ່ຽນ ປ່ຽນແປງຫຼາຍກວ່າບວກ-ລົບ 5 ເປີເຊັນ, ໜີ້ສິນບໍ່ເກີດດອກອອກຜົນຂອງທະນາຄານທຸລະກິດ ແລະ ວິສາຫະກິດຍັງສູງກວ່າ 3 ເປີເຊັນຂອງຍອດສິນເຊື່ອທັງໝົດ. ການປ່ອຍສິນເຊື່ອເຂົ້າສູ່ລະບົບການຜະລິດ-ກະສິກໍາກວມພຽງແຕ່ 8 ເປີເຊັນຂອງເງິນກູ້ທັງຫມົດ. ການປ່ອຍສິນເຊື່ອເຂົ້າຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ຂະຫນາດກາງກໍຍັງບໍ່ໄດ້ຕາມແຜນການ.”

ທັງນີ້ ໂດຍການລະບາດຂອງໄວຣັສໂຄວິດ-19 ເຮັດໃຫ້ເສດຖະກິດລາວເກີດການເສຍຫາຍຫລາຍກວ່າ 7,000 ຕື້ກີບ, ເພາະວ່າການປະກາດຄໍາສັ່ງເລກທີ 06 ຂອງນາ​ຍົກລັດຖະມົນຕີວ່າດ້ວຍມາດຕະການ ສະກັດກັ້ນການລະບາດໄວຣັສໂຄວິດ-19 ທີ່ບັງຄັບໃຊ້ຈາກວັນທີ 1 ເມສາ, ປີ 2020 ເປັນຕົ້ນມາ ນັ້ນ ໄດ້ສົ່ງຜົນກະທົບຕໍ່ການ​ທ່ອງ​ທ່ຽວ ແລະການຄ້າຕ່າງປະເທດຂອງລາວຢ່າງ​ໜັກ​ໜ່ວງ ໂດຍທະນາຄານ ພັດທະນາເອເຊຍ ຫລື ADB ລາຍງານວ່າ ເສດຖະກິດລາວໃນປີ 2020 ປັບຕົວຫລຸດລົງ ແລະ ຕິດລົບເຖິງ 2.5 ເປີເຊັນທຽບໃສ່ປີ 2019 ອັນຖືເປັນການຕິດລົບຄັ້ງທໍາອິດນັບແຕ່ປີ 1986 ເປັນຕົ້ນມາ ໂດຍພາກກະສິກໍາຂະຫຍາຍໂຕພຽງ 1.4 ເປີເຊັນ ແລະພາກບໍລິການຕິດລົບເຖິງ 5.5 ເປີເຊັນທຽບໃສ່ປີ 2019. ສ່ວນໃນປີ 2021 ນີ້, ADB ກໍໄດ້ປັບຫລຸດການຂະຫຍາຍໂຕຂອງ GDP ລາວຈາກ 4 ເປີເຊັນ ລົງມາເປັນ 2.3 ເປີເຊັນ ອີກ​ດ້ວຍ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວໄດ້ວາງເປົ້າໝາຍຂອງວາລະແຫ່ງຊາດດ້ານເສດຖະກິດ-ການເງິນ ໄວ້ໃນ 4 ດ້ານດ້ວຍກັນຄື ການຫລຸດພາລະໜີ້ສາທາລະນະຂອງລັດຖະບານໃຫ້ຢູ່ທີ່ລະດັບ 64.2 ເປີເຊັນຂອງ GDP ພາຍໃນປີ 2023, ໃນນີ້ເປັນໜີ້ຕ່າງປະເທດ 55.3 ເປີເຊັນ ກັບໜີ້ພາຍ ໃນ 8.9 ເປີເຊັນຂອງ GDP ການເພີ້ມທຶນສໍາຮອງເງິນຕາຕ່າງປະເທດທີ່ຮັບປະກັນການນໍາເຂົ້າສິນຄ້າ ຈາກຕ່າງປະເທດໃຫ້ໄດ້ 3 ເດືອນ, ການຄວບຄຸມອັດຕາແລກປ່ຽນເງິນລະຫວ່າງໃນທະນາ ຄານກັບ ຕະຫລາດໃຫ້ແຕກຕ່າງກັນບໍ່ເກີນ 2 ເປີເຊັນ ແລະການຄຸມໜີ້ເງິນກູ້ໃນລະບົບທະນາຄານທີ່ຮຽກເກັບ ຄືນບໍ່ໄດ້ ຫລື (NPL) ໃຫ້ບໍ່ເກີນ 3 ເປີເຊັນຂອງມູນຄ່າໜີ້ທັງໝົດ.

XS
SM
MD
LG