ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ຈະຈັດເກັບລາຍຮັບ ໃຫ້ໄດ້ ເຖິງ 96 ເປີເຊັນ ຂອງແຜນການປີ 2017


ໃນໄລຍະ 3 ເດືອນຕົ້ນປີນີ້ ກໍປາກົດວ່າ ລັດຖະບານລາວ ສາມາດຈັດເກັບລາຍຮັບໄດ້ພຽງ 4,621.58 ຕື້ກີບ ຄິດເປັນ 19.3 ເປີເຊັນ ຂອງແຜນການປີ.
ໃນໄລຍະ 3 ເດືອນຕົ້ນປີນີ້ ກໍປາກົດວ່າ ລັດຖະບານລາວ ສາມາດຈັດເກັບລາຍຮັບໄດ້ພຽງ 4,621.58 ຕື້ກີບ ຄິດເປັນ 19.3 ເປີເຊັນ ຂອງແຜນການປີ.

ລັດຖະບານລາວ ຈະຈັດເກັບລາຍຮັບໃຫ້ໄດ້ເຖິງ 96 ເປີເຊັນ ຂອງແຜນການຕະຫຼອດ
ປີ 2017 ຫາກແຕ່ວ່າ ໃນໄລຍະ 3 ເດືອນຕົ້ນປີນີ້ກໍຍັງສາມາດຈັດເກັບລາຍຮັບໄດ້ພຽງ
ແຕ່ 19.3 ເປີເຊັນ ຂອງແຜນການ ຕະຫຼອດປີເທົ່ານັ້ນ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງ ການເງິນ
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງ ການເງິນ

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງ
ການເງິນ ຖະແຫລງຢືນຢັນວ່າ ລັດຖະບານລາວຈະບໍ່ດັດແກ້ແຜນການງົບປະມານ
ປະຈຳປີ 2017 ນີ້ ໂດຍຈະສູ້ຊົນເພື່ອຈັດເກັບລາຍຮັບໃຫ້ໄດ້ເຖິງ 96 ເປີເຊັນ ຂອງ
ແຜນການຕະຫຼອດປີ ແລະຖ້າຫາກວ່າ ມີເງື່ອນໄຂທີ່ດີ ກໍຍັງຈະພະຍາຍາມສູ້ຊົນ
ເພື່ອຈັດເກັບລາຍຮັບ ໃຫ້ບັນລຸເຖິງ 99 ເປີເຊັນ ຂອງແຜນການ ຕະຫຼອດປີ ອີກດ້ວຍ
ດັ່ງທີ່ ທ່ານສົມດີ ໄດ້ຢືນຢັນວ່າ:

“ລັດຖະບານ ກະໄດ້ມີການຕົກລົງເປັນເອກກະພາບແລ້ວວ່າ ພວກເຮົາຈະບໍ່
ສະເໜີ ຂໍດັດແກ້ແຜນງົບປະມານ ໃນປີ 2017 ນີ້ ພ້ອມສູ້ຊົນ ໃນຄວາມສາມາດ
ຕົວຈິງ ບັນດາພາກສ່ວນທີ່ເກັບລາຍຮັບນີ້ ພວກເຮົາກໍຄາດຄະເນວ່າ ຄືຊິໄດ້
ປະມານ 96 ເປີເຊັນ ຂອງແຜນການໝົດປີ ກໍຖືວ່າ ຍັງຂາດ 4 ເປີເຊັນ ນີ້ກະ 800
ຕື້ກີບ ສະນັ້ນ ອັນນີ້ເປັນການຄາດຄະເນເບື້ອງຕົ້ນ ກະພວກເຮົາກະຄິດວ່າ ຈະສູ້
ຊົນເກັບໃຫ້ມັນໄດ້ 99 ເປີເຊັນພຸ້ນເດ້ເນາະ ແລ້ວກະພວກເຮົາກະໄດ້ມີພື້ນຖານ
ຈຳນວນ ໜຶ່ງສຳລັບ ຊິເກັບດ້ານລາຍຮັບ ຂອງພວກເຮົາ ກໍຍັງມີຢູ່ ແລະ ສູ້ຊົນ
ຂຸດຄົ້ນອັນໃດ ທີ່ມັນຍັງບົ່ມຊ້ອນ ເກັບບໍ່ໝົດ ໃຫ້ມັນໝົດ.”

ທະນາຄານໂລກ ໃຫ້ທຶນຊ່ອຍເຫຼືອລ້າ ແກ່ລັດຖະບານລາວ ມູນຄ່າ 31.8 ລ້ານໂດລາ
ທະນາຄານໂລກ ໃຫ້ທຶນຊ່ອຍເຫຼືອລ້າ ແກ່ລັດຖະບານລາວ ມູນຄ່າ 31.8 ລ້ານໂດລາ

ໂດຍອີງຕາມແຜນງົບປະມານຕະຫຼອດປີ 2017 ນີ້ ລັດຖະບານລາວ ໄດ້ວາງເປົ້າ
ໝາຍ ທີ່ຈະຈັດເກັບລາຍຮັບໃຫ້ໄດ້ໃນມູນຄ່າລວມ ບໍ່ນ້ອຍກວ່າ 23,946 ຕື້ກີບ
ຫາກແຕ່ວ່າ ໃນໄລຍະ 3 ເດືອນຕົ້ນປີນີ້ ກໍປາກົດວ່າ ລັດຖະບານລາວ ສາມາດຈັດ
ເກັບລາຍຮັບໄດ້ພຽງ 4,621.58 ຕື້ກີບ ຄິດເປັນ 19.3 ເປີເຊັນ ຂອງແຜນການປີ
ໃນນີ້ ກໍແບ່ງເປັນການຈັດເກັບລາຍຮັບພາຍໃນ 4,183.37 ຕື້ກີບ ແລະ ການຊ່ວຍ
ເຫຼືອຈາກຕ່າງປະເທດ 438.2 ຕື້ກີບ ໝາຍຄວາມວ່າ ລັດຖະບານລາວ ຈະສາມາດ
ບັນລຸເປົ້າໝາຍ 96 ເປີເຊັນ ຂອງແຜນການໄດ້ນັ້ນ ກໍຈະຕ້ອງຈັດເກັບລາຍຮັບໃຫ້
ໄດ້ອີກ 18,366.58 ຕື້ກີບ ເຊິ່ງກໍບໍ່ແມ່ນເລື່ອງງ່າຍ.

ທັງນີ້ ໂດຍລາຍຮັບຂອງລັດຖະບານລາວ ທີ່ຫລຸດລົງຫຼາຍທີ່ສຸດ ໃນປັດຈຸບັນ ຄືລາຍ
ຮັບຈາກຄ່າສຳປະທານ ໃນທຸລະກິດ ໂທລະຄົມມະນາຄົມ ແລະ ການຂຸດຄົ້ນແຮ່ທາດ
ໂດຍສະເພາະເໝືອງແຮ່ຄຳ ຢູ່ພູເບ້ຍ ແລະ ບ້ານຫ້ວຍຊາຍ ໃນແຂວງໄຊສົມບູນນັ້ນ
ຍັງຕ້ອງປະເຊີນກັບສະພາວະຂາດທຶນ ຄິດເປັນມູນຄ່າລວມກັນ ບໍ່ນ້ອຍກວ່າ 200
ຕື້ກີບອີກດ້ວຍ ເຊິ່ງໝາຍຄວາມວ່າ ລັດຖະບານລາວ ຈະບໍ່ມີລາຍຮັບຈາກເໝືອງ
ແຮ່ຄຳ ຂະໜາດໃຫຍ່ທັງ 2 ແຫ່ງ ດັ່ງກ່າວນີ້ເລີຍ ໃນຕະຫຼອດປີ 2017 ນີ້.

ສ່ວນລາຍຮັບຈາກຄ່າສຳປະທານທຸລະກິດ ໂທລະຄົມມະນາຄົມ ທີ່ຫລຸດລົງນັ້ນ
ກໍເພາະວ່າ ໄດ້ມີການໃຊ້ບໍລິການ ໂທລະຄົມມະນາຄົມຫລຸດລົງ ໂດຍປະຊາຊົນ
ລາວ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆ ໄດ້ພາກັນຫັນໄປຊົມໃຊ້ລະບົບບໍ່ຕ້ອງ
ເສຍຄ່າບໍລິການ ກໍຄືລະບົບ Line ແລະ Internet ເພື່ອສື່ສານກັນຫຼາຍຂຶ້ນ ຈຶ່ງສົ່ງ
ຜົນເຮັດໃຫ້ລາຍຮັບ ຂອງລັດຖະບານລາວຫລຸດລົງດ້ວຍ.

ສຳລັບໃນແຜນການປີ 2016 ທີ່ຜ່ານມາ ລັດຖະບານລາວ ກໍສາມາດຈັດເກັບລາຍຮັບ
ໄດ້ໃນມູນຄ່າລວມທັງໝົດ 22,555.59 ຕື້ກີບ ຄິດເປັນ 95.17 ເປີເຊັນ ຂອງແຜນ
ການປີ ເຊິ່ງເປັນລາຍຮັບພາຍໃນ 20,041.19 ຕື້ກີບ ທີ່ໄດ້ຈາກສ່ວຍສາອາກອນ
9,711 ຕື້ກີບ ພາສີ 6,366 ຕື້ກີບ ພັນທະຈາກບັນດາລັດວິສາຫະກິດ 1,968 ຕື້ກີບ
ຊັບສິນຂອງລັດ 1,975 ຕື້ກີບ ແລະ ອື່ນໆອີກ 2,119 ຕື້ກີບ ຕາມລຳດັບ.

ທາງດ້ານທະນາຄານພັດທະນາເອເຊຍ (ADB) ລາຍງານວ່າ ການຈັດເກັບລາຍຮັບ
ໄດ້ຕ່ຳກວ່າແຜນການດັ່ງກ່າວ ຍັງເຮັດໃຫ້ລັດຖະບານລາວ ຕ້ອງປັບລົດເປົ້າໝາຍ
ຂອງການຈັດເກັບລາຍຮັບ ຕະຫຼອດແຜນການປີລົງ ຈາກເດີມ 26,159 ຕື້ກີບ ເປັນ
23,700 ກວ່າຕື້ກີບ ທັງຍັງຕ້ອງປັບລົດລາຍຈ່າຍລົງຈາກ 31,946 ຕື້ກີບ ເປັນ
31,118 ຕື້ກີບ ໂດຍລົດລົງເຖິງ 828 ຕື້ກີບ ທັງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນ
ບັນຫາຂາດດຸນງົບປະມານເພີ່ມຂຶ້ນຈາກ 5,787 ຕື້ກີບ ເປັນ 7,418 ຕື້ກີບ ຄິດເປັນ
6.43 ເປີເຊັນ ຂອງຍອດຜົນຜະລິດລວມພາຍໃນ (GDP) ອັນເຮັດໃຫ້ການລົງທຶນ
ຂອງພາກລັດ ລົດລົງເກີນກວ່າ 500 ຕື້ກີບ ເຊິ່ງກະທົບຕໍ່ການຈັດຕັ້ງປະຕິບັດແຜນ
ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງລາວ ຢ່າງຫລີກລ່ຽງ ບໍ່ໄດ້.

XS
SM
MD
LG