ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ມີລາຍຮັບ ຈາກຄ່າສຳປະທານທີ່ດິນ 12 ແຫ່ງ ມູນຄ່າລວມ ຫຼາຍກວ່າ 12 ລ້ານໂດລາ


ລັດຖະບານ ອະນຸມັດໃຫ້ ສຳປະທານທີ່ດິນ ໃນເນື້ອທີ່ລວມເກືອບ 20,000 ເຮັກຕາ ແກ່ບໍລິສັດຕ່າງຊາດ ທີ່ເຂົ້າມາລົງທຶນ ຢູ່ໃນລາວ.
ລັດຖະບານ ອະນຸມັດໃຫ້ ສຳປະທານທີ່ດິນ ໃນເນື້ອທີ່ລວມເກືອບ 20,000 ເຮັກຕາ ແກ່ບໍລິສັດຕ່າງຊາດ ທີ່ເຂົ້າມາລົງທຶນ ຢູ່ໃນລາວ.

ລັດຖະບານລາວ ມີລາຍຮັບຈາກຄ່າສຳປະທານທີ່ດິນ ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ທັງ 12 ແຫ່ງ ໃນມູນຄ່າລວມຫຼາຍກວ່າ 12 ລ້ານໂດລາ ແລະ ມີການຈ້າງງານເຖິງ 15,000 ກວ່າຄົນ ໃນປີ 2015.

ຄະນະກຳມະການແຫ່ງຊາດລາວ ເພື່ອການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດ ເສດຖະກິດສະເພາະ ລາຍງານວ່າ ໃນປີ 2015 ລັດຖະບານລາວ ມີລາຍຮັບ ຈາກຄ່າ ທຳນຽມສຳປະທານ ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ທັງ 12 ແຫ່ງ ຄິດເປັນມູນຄ່າລວມຫຼາຍກວ່າ 12 ລ້ານໂດລາ ໂດຍເປັນລາຍຮັບ ຈາກຄ່າສຳປະ ທານ ທີ່ດິນໃນເນື້ອທີ່ລວມເກືອບ 20,000 ເຮັກຕາ.

ສຳລັບໃນປີ 2016 ນີ້ ທາງການລາວກໍໄດ້ອະນຸມັດໃຫ້ກຸ່ມບໍລິສັດພູສີຈຳກັດ ເປັນຜູ້ລົງທຶນ ພັດທະນາເຂດເສດຖະກິດພິເສດ ໃນເນື້ອທີ່ລວມ 4,850 ເຮັກຕາ ຢູ່ເຂດຊານເມືອງເກົ່າ ຫຼວງພະບາງ ກັບເມືອງຈອມເພັດ ໃນແຂວງຫຼວງພະບາງ ຊຶ່ງກໍນັບເປັນເຂດເສດຖະກິດ ອັນດັບທີ 13 ທີ່ຈະເຮັດໃຫ້ ລັດຖະບານລາວ ມີລາຍຮັບຈາກຄ່າສຳປະທານທີ່ດິນ ເພີ້ມ ຂຶ້ນອີກ ປະມານ 3 ລ້ານໂດລາ ໃນແຕ່ລະປີ.

ແບບຈຳລອງ ເຂດພັດທະນາ ຄຸ້ມບ້ານໃໝ່ ຢູ່ທີ່່ໜອງທາ ໃນນະຄອນຫຼວງວຽງຈັນ
ແບບຈຳລອງ ເຂດພັດທະນາ ຄຸ້ມບ້ານໃໝ່ ຢູ່ທີ່່ໜອງທາ ໃນນະຄອນຫຼວງວຽງຈັນ

ສັນຍາດັ່ງກ່າວນີ້ ມີອາຍຸສຳປະທານ 99 ປີ ໂດຍກຸ່ມບໍລິສັດພູສີຈຳກັດ ຈະລົງທຶນໃນມູນ ຄ່າ ລວມເຖິງ 1,200 ລ້ານໂດລາ ເພື່ອພັດທະນາພື້ນທີ່ສຳປະທານ ໃຫ້ເປັນເຂດທ່ອງທ່ຽວ ແລະບໍລິການ ທີ່ທັນສະໄໝ ຢ່າງຄົບວົງຈອນ ໂດຍຈະກໍ່ສ້າງລະບົບພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ ເຊັ່ນ ຖະໜົນ ລະບົບໄຟຟ້າ ນ້ຳ ປະປາ ໂຮງໝໍ ໂຮງຮຽນ ໂຮງແຮມ ທະນາຄານ ສູນການຄ້າ ອາຄານທຸລະກິດສູງ 23 ຊັ້ນ ແລະບ້ານພັກສຳຄັນ ສຳລັບຄົນສູງອາຍຸ ທີ່ສ່ວນຫຼາຍຈະເປັນຊາວຕ່າງປະເທດ.

ພ້ອມກັນນີ້ ກຸ່ມບໍລິສັດພູສີຈຳກັດ ຍັງຈະມີການຈັດສັນພື້ນທີ່ ເປັນເຂດກະສິກຳອິນຊີປອດ ສານພິດ ເຂດອຸສາຫະກຳ ຂະໜາດກາງ ແລະຂະໜາດໃຫຍ່ ເຂດອະນຸລັກວັດທະນະທຳ ແລະ ການປົກປັກຮັກສາສະພາບແວດລ້ອມທຳມະຊາດ ຮວມເຖິງການຈັດສັນພື້ນທີ່ ສຳ ລັບ ການບຳບັດນ້ຳເສຍ ແລະກຳຈັດຂີ້ເຫຍື້ອຢ່າງຄົບຊຸດ ທັງຍັງຈະກໍ່ສ້າງຂົວຂ້າມ ແມ່ ນ້ຳຂອງ ເພື່ອເຊື່ອມຈອດ ລະຫວ່າງເຂດຊານເມືອງຫຼວງພະບາງ ກັບເມືອງຈອມເພັດ ທີ່ຈະເປັນທີ່ຕັ້ງຂອງສະຖານີລົດໄຟ ທີ່ເຊື່ອມຕໍ່ລາວ ກັບຈີນ ອີກດ້ວຍ.

ໃນປັດຈຸບັນ ມີການລົງທຶນຂອງກຸ່ມທຸລະກິດລາວ ແລະ ຕ່າງຊາດ ຢູ່ໃນເຂດເສດຖະກິດ ພິເສດ ແລະເຂດເສດຖະກິດສະເພາະ ທັງ 13 ແຫ່ງ ໃນລາວ ຄິດເປັນມູນຄ່າລວມຫຼາຍ ກວ່າ 5,000 ລ້ານໂດລາ ແລະໃນນີ້ ກໍໄດ້ມີການນຳເງິນທຶນເຂົ້າມາໃນລາວແລ້ວ 1,200 ກວ່າລ້ານໂດລາ ທີ່ເປັນການລົງທຶນຂອງບໍລິສັດເອກະຊົນຕ່າງຊາດ 500 ກວ່າລາຍ ແລະ ມີການຈ້າງງານຫຼາຍກວ່າ 15,000 ຄົນ.

ທັງນີ້ ລັດຖະບານລາວໄດ້ປັບປຸງທັງນະໂຍບາຍ ແລະນິຕິກຳຕ່າງໆ ເພື່ອອຳນວຍຄວາມ ສະດວກ ແລະສົ່ງເສີມບໍລິສັດຕ່າງຊາດໃຫ້ເຂົ້າມາລົງທຶນ ໃນລາວຫຼາຍຂຶ້ນນັບມື້ ໂດຍ ສະເພາະແມ່ນ ການກຳນົດລະບຽບ ຢ່າງລະອຽດທີ່ກ່ຽວກັບ ການສ້າງຕັ້ງເຂດເສດຖະກິດ ພິເສດ ແລະເຂດເສດຖະກິດສະເພາະ ທີ່ລັດຖະບານລາວ ໄດ້ວາງເປົ້າໝາຍ ຈະສ້າງຕັ້ງ ໃຫ້ໄດ້ 58 ແຫ່ງ ໃນທົ່ວປະເທດພາຍໃນປີ 2020.

ໂດຍການສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ຂຶ້ນໃນລາວນັ້ນ ກໍມີເປົ້າໝາຍ ເພື່ອໃຫ້ເປັນພາກສ່ວນສຳຄັນ ໃນການພັດທະນາເສດຖະກິດຂອງລາວ ໃຫ້ຈະເລີນກ້າວໜ້າ ທັງສ້າງວຽກເຮັດງານທຳໃຫ້ແກ່ຄົນລາວອີກດ້ວຍ ດັ່ງທີ່ ທ່ານນາງ ບົວທາ ຂັດຕິຍະ ຮອງປະທານຄະນະກຳມະການ ແຫ່ງຊາດລາວ ເພື່ອຄຸ້ມຄອງເຂດ ຖະກິດພິເສດ ແລະເຂດເສດຖະກິດສະເພາະ ໄດ້ຖະແຫລງຢືນຢັນວ່າ:

“ວຽກງານການພັດທະນາເຂດເສດຖະກິດພິເສດເປັນວຽກງານໃໝ່ ທີ່ຕັ້ງຂຶ້ນຕັ້ງແຕ່ປີ 2000 ທີ່ລັດຖະບານ ສປປ ລາວ ມີຈຸດເປົ້າໝາຍເຮັດໃຫ້ວຽກງານດັ່ງກ່າວ ເປັນຫົວຈັກ ໃຫ້ແກ່ການພັດທະນາ ແລະກໍ່ສ້າງ ປະກອບສ່ວນວຽກເຮັດງານທຳ ໃຫ້ແກ່ປະເທດ ຊາດ ປະກອບສ່ວນໃຫ້ແກ່ການພັດທະນາ ເສດຖະກິດ ແລະສັງຄົມແຫ່ງຊາດ ໃນແຕ່ ລະໄລຍະ ການພັດທະນານີ້ ຈະແຈ້ງຂຶ້ນ ກໍຍ້ອນການຈັດຕັ້ງພາກລັດຖະບານ ໄດ້ເອົາ ໃຈໃສ່ຄົ້ນຄວ້າ ຫາວິທີແກ້ໄຂບັນຫາ.”

ກ່ອນໜ້ານີ້ ທາງການລາວ ໄດ້ອະນຸມັດໃຫ້ສ້າງຕັ້ງນິຄົມອຸດສາຫະກຳປາກເຊ-ຍີ່ປຸ່ນ SME ຢູ່ທີ່ແຂວງຈຳປາສັກ ສ່ວນນະຄອນວຽງຈັນ ກໍມີນິຄົມອຸດສາຫະກຳ ແລະການຄ້າ ວຽງຈັນ-ໂນນທອງ ເຂດເສດຖະກິດສະເພາະດົງໂພສີ ເຂດເສດຖະກິດສະເພາະ ລ່ອງ ແຖ່ງ-ວຽງຈັນ ເຂດພັດທະນາກວມລວມ ທີ່ເມືອງໄຊເສດຖາ ເຂດເສດຖະກິດ ສະເພາະ ບຶງທາດຫຼວງ ນອກນັ້ນ ກໍມີເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເຂດເສດຖະກິດ ສະເພາະ ທ່າແຂກ ແລະເຂດເສດຖະກິດສະເພາະພູຂຽວ ໃນແຂວງຄຳມ່ວນ ຕາມລຳດັບ.

XS
SM
MD
LG