ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ເລັ່ງສົ່ງເສີມ ໃຫ້ພາກເອກກະຊົນ ລົງທຶນ ພັດທະນາ ສະຖາບັນການສຶກສາ ຊັ້ນສູງ


ບັນດານັກຮຽນຢູ່ທີ່ໂຮງຮຽນການຊ່າງ ລາວ-ເຢຍຣະມັນ ໃນນະຄອນວຽງຈັນ
ບັນດານັກຮຽນຢູ່ທີ່ໂຮງຮຽນການຊ່າງ ລາວ-ເຢຍຣະມັນ ໃນນະຄອນວຽງຈັນ

ລັດຖະບານລາວ ເລັ່ງສົ່ງເສີມ ໃຫ້ພາກເອກກະຊົນ ລົງທຶນພັດທະນາສະຖາບັນ
ການສຶກສາຊັ້ນສູງ ເນື່ອງຈາກພາກລັດຖະບານ ຂາດແຄນດ້ານງົບປະມານ ຈຶ່ງ
ເຮັດໃຫ້ສາມາດຮອງຮັບ ນັກສຶກສາໄດ້ ຢ່າງຈຳກັດ.

ທ່ານກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ
ຢືນຢັນວ່າ ລັດຖະບານລາວ ຈະຊຸກຍູ້ ແລະ ສົ່ງເສີມໃຫ້ພາກເອກກະຊົນລາວ ແລະ
ຕ່າງປະເທດ ລົງທຶນເຂົ້າໃນການພັດທະນາ ສະຖາບັນການສຶກສາຊັ້ນສູງ ທັງໃນລະດັບ
ປະລິນຍາຕີ ແລະ ປະລິນຍາໂທ ໃຫ້ຫຼາຍຂຶ້ນ ເນື່ອງຈາກລັດຖະບານລາວ ຍັງປະເຊີນ
ກັບບັນຫາຂາດແຄນດ້ານງົບປະມານ ຈຶ່ງບໍ່ສາມາດທີ່ຈະຂະຫຍາຍ ແລະ ສ້າງຕັ້ງ
ສະຖາບັນ ການສຶກສາຊັ້ນສູງໄດ້ ເທົ່າທັນກັບຈຳນວນນັກສຶກສາ ທີ່ເພີ່ມຂຶ້ນຢ່າງວ່ອງໄວ.

ມະຫາວິທະຍາໄລແຫ່ງຊາດ ຂອງລາວ ຢູ່ນະຄອນວຽງຈັນ
ມະຫາວິທະຍາໄລແຫ່ງຊາດ ຂອງລາວ ຢູ່ນະຄອນວຽງຈັນ

ໂດຍໃນປັດຈຸບັນນີ້ ມີສະຖາບັນການສຶກສາຊັ້ນສູງຂອງພາກເອກກະຊົນ 100 ກວ່າ
ແຫ່ງ ທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວ ເຊິ່ງກໍສາມາດສ້າງບຸຄະລາກອນ ທີ່ຈົບ
ການສຶກສາ ລະດັບປະລິນຍາຕີ ແລະ ປະລິນຍາໂທ ໄດ້ຈຳນວນຫຼາຍພັນຄົນ ໃນແຕ່
ລະປີ ດັ່ງທີ່ທ່ານກອງສີ ໄດ້ໃຫ້ການຢືນຢັນວ່າ:

“ພັກ-ລັດຖະບານ ກໍຄືກະຊວງສຶກສາທິການ ແລະກິລາ ກໍໄດ້ເອົາໃຈໃສ່ແຜນຍຸດ
ທະສາດ ແຜນການປະຕິຮູບການສຶກສາແຫ່ງຊາດ ເຂົ້າໃນການກໍ່ສ້າງສະຖາບັນ
ການສຶກສາຊັ້ນສູງ ແລະຊຸກຍູ້ສົ່ງເສີມໃຫ້ພາກເອກກະຊົນມາລົງທຶນໃນວຽກງານນີ້
ຊຶ່ງໄດ້ເຮັດໃຫ້ວຽກງານ ການສຶກສາຊັ້ນສູງ ທີ່ດຳເນີນການຮຽນ ການສອນວິຊາ
ສະເພາະຂະແໜງການລະດັບຊັ້ນສູງ ປະລິນຍາຕີ ປະລິນຍາໂທ ມີການຂະຫຍາຍ
ຕົວເທື່ອລະກ້າວ ທັງປະລິມານ ແລະ ຄຸນນະພາບ ເຊຶ່ງສາມາດສ້າງ ນັກວິຊາການ
ອອກຮັບໃຊ້ສັງຄົມໄດ້ຫລາຍພັນ.”

ທາງດ້ານທ່ານຄຳຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລ
ແຫ່ງຊາດ ຖະແຫລງວ່າ ການສອບເສັງເພື່ອສຶກສາຕໍ່ ລະດັບປະລິນຍາຕີ ໃນສົກຮຽນ
2017-2018 ມີນັກຮຽນສະໝັກສອບເສັງຈຳນວນທັງໝົດ 18,000 ກວ່າຄົນ ໃນທົ່ວ
ປະເທດ ໂດຍທີ່ມະຫາວິທະຍາໄລ ທັງ 4 ແຫ່ງຂອງລັດຖະບານ ສາມາດຮັບນັກສຶກສາ
ໃໝ່ທີ່ຜ່ານການສອບເສັງໄດ້ ລວມກັນພຽງແຕ່ 11,000 ກວ່າຄົນເທົ່ານັ້ນ ໃນນີ້ ແບ່ງ
ເປັນ 4,838 ຄົນ ທີ່ໄດ້ຮັບການຄັດເລືອກ ໃຫ້ເຂົ້າສຶກສາຕໍ່ໃນມະຫາວິທະຍາໄລ
ແຫ່ງຊາດ ທີ່ນະຄອນວຽງຈັນ ສ່ວນອີກ 6,000 ກວ່າຄົນນັ້ນ ກໍໄດ້ຮັບການຄັດເລືອກ
ໃຫ້ເຂົ້າສຶກສາໃນມະຫາວິທະຍາໄລສຸພານຸວົງ ທີ່ຫລວງພະບາງ ມະຫາວິທະຍາໄລ
ສະຫວັນນະເຂດ ແລະ ມະຫາວິທະຍາໄລ ຈຳປາສັກ.

ມີນັກຮຽນຊັ້ນມັດທະຍົມ ສະໝັກສອບເສັງ ຈຳນວນທັງໝົດ 18,000 ກວ່າຄົນ ໃນທົ່ວປະເທດ ເພື່ອສຶກສາຕໍ່ ລະດັບປະລິນຍາຕີ ໃນສົກຮຽນ 2017-2018
ມີນັກຮຽນຊັ້ນມັດທະຍົມ ສະໝັກສອບເສັງ ຈຳນວນທັງໝົດ 18,000 ກວ່າຄົນ ໃນທົ່ວປະເທດ ເພື່ອສຶກສາຕໍ່ ລະດັບປະລິນຍາຕີ ໃນສົກຮຽນ 2017-2018

ທັງນີ້ ໂດຍນັກສຶກສາສ່ວນໃຫຍ່ ຍັງມີຄ່ານິຍົມ ໃນການເລືອກຮຽນໃນສາຍສັງຄົມ ຄື
ເສດຖະສາດ ອັກສອນສາດ (ພາສາອັງກິດ) ນິຕິສາດ ແລະ ລັດຖະສາດ ເນື່ອງຈາກ
ຍັງຄົງພາກັນເຂົ້າໃຈຜິດ ຄິດວ່າ ເປັນວິຊາຊີບ ທີ່ມີລາຍໄດ້ສູງກວ່າວິຊາຊີບອື່ນໆ ເຊິ່ງ
ກໍສວນທາງກັບສະພາບຕົວຈິງໃນລາວ ທີ່ບັນດາຫົວໜ່ວຍທຸລະກິດ ຕ້ອງການແຮງງານ
ທີ່ຈົບການສຶກສາດ້ານວິຊາຊີບ ແລະ ເທັກນິກໃນການຜະລິດສິນຄ້າຕ່າງໆ ເພື່ອຂະ
ຫຍາຍການສົ່ງອອກໄປຕ່າງປະເທດ ເປັນສຳຄັນ.

ທັງນີ້ ໂດຍຕາມແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ນັ້ນ ລັດຖະ
ບານລາວ ໃຫ້ຄວາມສຳຄັນເປັນພິເສດ ໃນການພັດທະນາຫລັກສູດ ເພື່ອສ້າງແຮງງານ
ທີ່ມີຝີມືໃຫ້ໄດ້ຫລາຍກວ່າ 658,000 ຄົນ ສຳລັບຕອບສະໜອງໃຫ້ແກ່ ບັນດາບໍລິສັດ
ຕ່າງຊາດທີ່ລົງທຶນໃນລາວ ໃຫ້ໄດ້ຢ່າງພຽງພໍ ແລະ ສ້າງມາດຕະຖານຝີມືແຮງງານ 27
ສາຂາອາຊີບ ໃຫ້ກັບແຮງງານລາວ 12,500 ຄົນ ເພື່ອໃຫ້ສາມາດໄປທຳງານໄດ້ ໃນທຸກ
ປະເທດ ໃນກຸ່ມອາຊຽນດ້ວຍກັນ.

ສຳລັບໃນສົກຮຽນປະຈຳປີ 2016-2017 ທີ່ຜ່ານມາ ມີນັກຮຽນທີ່ສອບເສັງເພື່ອຈົບຊັ້ນ
ມັດທະຍົມປີ ທີ 7 ຈຳນວນຫລາຍກວ່າ 60,000 ຄົນ ໃນນີ້ໄດ້ລົງທະບຽນສອບເສັງ ເພື່ອ
ຮຽນຕໍ່ລະດັບປະລິນຍາຕີ ໃນມະຫາວິທະຍາໄລທັງ 4 ແຫ່ງ ຂອງລັດຖະບານລາວ
ຈຳນວນ 18,000 ກວ່າຄົນ ຫາກແຕ່ມະຫາວິທະຍາໄລ ທັງ 4 ແຫ່ງຂອງລັດຖະບານລາວ
ກໍສາມາດຮອງຮັບໄດ້ 11,000 ກວ່າຄົນເທົ່ານັ້ນ ຈຶ່ງເຮັດໃຫ້ 49,000 ກວ່າຄົນ ທີ່ບໍ່ໄດ້
ເຂົ້າຮຽນໃນມະຫາວິທະຍາໄລດັ່ງກ່າວ ຈະຕ້ອງເຂົ້າຮຽນໃນສະຖາບັນການສຶກສາ
ເອກກະຊົນ ນັ້ນເອງ.

XS
SM
MD
LG