ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ວາງແຜນ ຈະຊຸກຍູ້ ການຜະລິດເຂົ້າ ໃຫ້ໄດ້ 4 ລ້ານ 2 ແສນໂຕນ ໃນປີ 2015


ລາວ ຈະຕ້ອງສົ່ງເສີມໃຫ້ກະເສດຕະກອນ ປູກເຂົ້ານາປີໃຫ້ໄດ້ ໃນເນື້ອທີ່ລວມບໍ່ນ້ອຍກວ່າ 772,000 ເຮັກຕາ ແລະນາແຊງ ໃນເນື້ອທີ່ລວມ 555,000 ເຮັກຕາ ເພື່ອບັນລຸເປົ້າໝາຍ.
ລາວ ຈະຕ້ອງສົ່ງເສີມໃຫ້ກະເສດຕະກອນ ປູກເຂົ້ານາປີໃຫ້ໄດ້ ໃນເນື້ອທີ່ລວມບໍ່ນ້ອຍກວ່າ 772,000 ເຮັກຕາ ແລະນາແຊງ ໃນເນື້ອທີ່ລວມ 555,000 ເຮັກຕາ ເພື່ອບັນລຸເປົ້າໝາຍ.

ລັດຖະບານລາວວາງແຜນການ ທີ່ຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້
ເຖິງ 4 ລ້ານ 2 ແສນໂຕນ ໃນປີ 2015 ຫາກແຕ່ວ່າໄພທຳມະຊາດ
ທີ່ເກີດຂຶ້ນທຸກປີນັ້ນ ຍັງນັບເປັນອຸບປະສັກ ທີ່ສຳຄັນ ຕໍ່ການບັນລຸ
ເປົ້າໝາຍດັ່ງກ່າວ.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ ແລະປ່າໄມ້ ເປີດເຜີຍວ່າ
ລັດຖະບານລາວ ໄດ້ວາງແຜນການ ທີ່ຈະຊຸກຍູ້ການຜະລິດເຂົ້າ
ໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນໃນລະຍະແຜນການ
ປີ 2014-2015 ກໍໄດ້ວາງເປົ້າໝາຍການຜະລິດເຂົ້າໄວ້ ໃນປະ
ລິມານລວມ 4.2 ລ້ານໂຕນໃນພື້ນທີ່ປູກເຂົ້າທັງໝົດ 1 ລ້ານ 4 ໝື່ນເຮັກຕາໃນທົ່ວປະເທດ.

ຫາກແຕ່ວ່າ ການທີ່ຈະສາມາດ ບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ ຢ່າງແທ້ຈິງນັ້ນ ກໍບໍ່ແມ່ນ
ເລື້ອງງ່າຍ ເພາະນອກຈາກ ລັດຖະບານລາວ ຈະຕ້ອງສົ່ງເສີມໃຫ້ກະເສດຕະກອນລາວ
ປູກເຂົ້ານາປີໃຫ້ໄດ້ໃນເນື້ອທີ່ ລວມບໍ່ນ້ອຍກວ່າ 772,000 ເຮັກຕາ ແລະນາແຊງໃນ
ເນື້ອທີ່ ລວມ 555,000 ເຮັກຕາແລ້ວ ກໍຍັງຈະຕ້ອງຂະຫຍາຍລະບົບຊົນລະປະທານ
ເພື່ອຕອບສະໜອງນ້ຳໃຫ້ນາປີ 260,000 ເຮັກຕາ ແລະນາແຊງ 160,000 ເຮັກຕາ
ໃຫ້ໄດ້ຢ່າງຄົບຖ້ວນອີກດ້ວຍ.

ກະເສດຕະກອນລາວ ນຳໃຊ້ເຄື່ອງຈັກປູກເຂົ້າ ແທນຄົນຫຼາຍຂຶ້ນ.
ກະເສດຕະກອນລາວ ນຳໃຊ້ເຄື່ອງຈັກປູກເຂົ້າ ແທນຄົນຫຼາຍຂຶ້ນ.

ຍິ່ງໄປກວ່ານັ້ນ ການທີ່ລາວຕ້ອງປະເຊີນກັບໄພທຳມະຊາດ
ທີ່ໜັກໜ່ວງຫຼາຍຂຶ້ນ ທັງໄພແຫ້ງແລ້ງແລະໄພນ້ຳຖ້ວມນັ້ນ ກໍໄດ້ເຮັດໃຫ້ເກີດການເສຍຫາຍເພີ້ມຂຶ້ນທຸກປີ ເຊັ່ນໃນລະດູ
ແລ້ງປີນີ້ ກະເສດຕະກອນລາວ ໃນທົ່ວປະເທດປູກເຂົ້ານາແຊງ
ໄດ້ໃນເນື້ອທີ່ລວມພຽງແຕ່ 94,700 ກວ່າເຮັກຕາ ຊຶ່ງຄິດເປັນ
75 ເປີເຊັນ ຂອງແຜນການທີ່ວາງໄວ້ເທົ່ານັ້ນ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບການປູກເຂົ້ານາແຊງ ສ່ວນ
ໃຫຍ່ຢູ່ໃນລາວ ຈະຕ້ອງເພິ່ງພາການສູບນ້ຳຂຶ້ນມາຈາກ ແມ່
ນ້ຳຂອງ ຫາກແຕ່ກໍປະກົດວ່າລະດັບນ້ຳ ໃນແມ່ນ້ຳຂອງໃນປີນີ້
ບົກແຫ້ງກວ່າທຸກປີ ຊຶ່ງກໍເຮັດໃຫ້ກະເສດຕະກອນລາວ ພາກັນ
ຫັນໄປປູກພືດຊະນິດອື່ນໆແທນການປູກເຂົ້າຫຼາຍຂຶ້ນດ້ວຍນັ້ນ ກໍໄດ້ສົ່ງຜົນກະທົບ
ເຮັດໃຫ້ການຜະລິດເຂົ້ານາແຊງໃນປີນີ້ ໄດ້ຕ່ຳກວ່າເປົ້າໝາຍ ທີ່ວາງເອົາໄວ້ ຢ່າງຫຼີກ
ລ້ຽງບໍ່ໄດ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ສັງເກດເບິ່ງແລ້ວ ໃນຫຼາຍໆຈຸດ ທີ່ພວກເຮົາໃຊ້ຈັກສູບນ້ຳ ຈາກນ້ຳຂອງນີ້ ເຫັນວ່າຫຼາຍຈຸດແມ່ນຈະເກີດຊາຍ ຖືວ່າລະດັບນ້ຳນ້ອຍກວ່າປົກກະຕິ ແລະອີກ
ອັນໜຶ່ງ ປະຊາຊົນນີ້ ກະຫັນໄປຜະລິດແນວອື່ນເຊັ່ນ ປູກຢາສູບ ປູກສາລີ
ປູກມັນຕົ້ນ ປູກຢາງພາລາເພື່ອມາປ່ຽນແທນ ໃນການຜະລິດເຂົ້ານາແຊງນີ້
ກະແມ່ນສາເຫດຈະໃຫ້ໄທເຮົາບໍ່ສາມາດບັນລຸຕົວເລກຄາດໝາຍ.”

ນອກຈາກນັ້ນ ໄພແຫ້ງແລ້ງຢ່າງໜັກໜ່ວງ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຖິງແຜນການ
ປູກພືດເສດຖະກິດຊະນິດອື່ນໆ ເຊັ່ນ ສາວລີລ້ຽງສັດ ສາລີຫວານ ມັນຕົ້ນ ໝາກເດືອຍ
ຖົ່ວດິນ ແລະ ພືດຜັກຕ່າງໆ ໃນລາວອີກດ້ວຍ ໂດຍກະເສດຕະກອນລາວ ສາມາດປູກ
ພືດເຫຼົ່ານີ້ໄດ້ ໃນເນື້ອທີ່ 93,900 ເຮັກຕາ ຫຼືຄິດເປັນ 63 ເປີເຊັນ ຂອງແຜນການທີ່ວາງ
ໄວ້ເທົ່ານັ້ນ.

ສ່ວນໄພນ້ຳຖ້ວມໃນປີ 2013 ທີ່ຜ່ານມານັ້ນ ກໍໄດ້ສົ່ງຜົນກະທົບ ຕໍ່ເຂົ້ານາປີ ຂອງ
ກະເສດຕະກອນລາວ ຢ່າງໜັກໜ່ວງ ເຊັ່ນດຽວກັນ ກໍຄື ໃນຂະນະທີ່ກະເສດຕະກອນ
ລາວສາມາດປູກເຂົ້ານາປີໄດ້ ໃນເນື້ອທີ່ກວ້າງກວ່າ 730,600 ເຮັກຕາ ຫາກແຕ່ວ່າ
ໄພນ້ຳຖ້ວມ ກໍເຮັດໃຫ້ເນື້ອທີ່ນາ ເສຍຫາຍໄປຢ່າງສິ້ນເຊິງເຖິງ 5 ໝື່ນກວ່າເຮັກຕາ.

ກ່ອນໜ້ານີ້ ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ
ໄດ້ຖະແຫລງຍອມຮັບວ່າການຜະລິດເຂົ້າ ປະຈຳລະດູການ 2012-2013 ບໍ່ສາມາດ
ຈັດຕັ້ງປະຕິບັດ ໃຫ້ບັນລຸຕາມແຜນການ ແລະເປົ້າໝາຍທີ່ວາງໄວ້ ໃນປະລິມານລວມ
3 ລ້ານ 8 ແສນໂຕນ ກໍຄືຜະລິດໄດ້ຈິງໃນປະລິມານລວມ 3 ລ້ານ 5 ແສນ 4 ໝື່ນໂຕນ
ທີ່ຄິດເປັນ 93 ເປີເຊັນ ຂອງແຜນການປີ ໂດຍໃນນີ້ກໍເປັນຜົນຜະລິດເຂົ້ານາປີ ໃນ
ປະລິມານ 2 ລ້ານ 8 ແສນ 5 ໝື່ນໂຕນ ຜົນຜະລິດເຂົ້າຈາກເຂດເນີນສູງ 195,000 ໂຕນ
ແລະ ຜົນຜະລິດເຂົ້ານາແຊງ 5 ແສນໂຕນຕາມລຳດັບ.

XS
SM
MD
LG